ທລຍ ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ ພະນັກງານ​ພັດທະນາ​ຊຸມ​ຊົນຂັ້ນ​ແຂວງ ​ແລະ ​ເມືອງ

Posting Date: 
02 Mar 2016

ທລຍ ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ ພະນັກງານ​ພັດທະນາ​ຊຸມ​ຊົນຂັ້ນ​ແຂວງ ​ແລະ ​ເມືອງ

​ໂດຍ: ​ແສງ​ອາ​ລຸນ  ພິລາ​ຈັນ

ເພື່ອ​ເສີມສ້າງ​ຄວາມອາດ​ສາມາດ​ຂອງ​ອ້າຍ​ເອື້ອຍ​ນ້ອງ​ພະນັກງານພັດທະນາ​ຊຸມ​ຊົນ ທລຍ ຢູ່​ຂັ້ນ​ແຂວງ ​ແລະ ​ເມືອງນັ້ນ ໃນ​ວັນ​ທີ 22-​26ກຸມພາ 2016ນີ້  ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ​ໄດ້​ຈັດ​ກອງປະຊຸມການຈັດຕັ້ງປະຕິບັດວຽກງານພັດທະນາຊຸມຊົນ ປະຈຳຮອບວຽນທີ 13ຂຶ້ນ​ທີສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ຢຸ່ນ,  ຄະນະເສດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ ​ໂດຍ​ການປະທານ ​ແລະ ກ່າວ​ເປີດ​ ​ແລະ ປິດຂອງ ທ່ານ ບຸນ​ກວ້າງ ສຸວັນນະ​ພັນ, ຜູ້​ອໍານວຍ​ການ​ບໍລິຫານ ທລຍ ແລະ ການ​ເຂົ້າ​ຮ່ວມ​ຂອງຊ່ຽວຊານ​ຈາກ​ທະນາຄານ​ໂລກ, ບັນດາ​ຫົວໜ້າ​ພະ​ແນ​ກທີ່​ກ່ຽວຂ້ອງ​ຂອງ ທລຍ ພ້ອມ​ດ້ວຍ​ອ້າຍ​ເອື້ອຍ​ນ້ອງ​ພະນັກງານ​ພັດທະນາ​ຊຸມ​ຊົນ​ຈາກ ​10 ແຂວງ ​ແລະ 44 ​ເມືອງ ກວ່າ 60 ຄົນ​.

ກອງ​ປະຊຸມ ​ໄດ້​ມີ​ການ​ທົບ​ທວນຄືນ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ພັດທະນາ​ຊຸມ​ຊົນ​ໃນ​ສົກ​ປີຜ່ານມາ ​ໃນ​ນັ້ນ ​ໄດ້​ມີຫົວ​ຂໍ້​ໃນ​ການ​​ແລກປ່ຽນ​ບົດຮຽນ​ທີ່​ສໍາຄັນ​ ​ແລະ ເໜັ້ນໜັກ​ໃສ່ ບັນດາ​ຫົວ​ຂໍ້​ທີ່​ສໍາ​ຄັນ​ຫລັກ​ກ່ຽວ​ກັບ​ການສ້າງ​ແຜນ​ພັດທະນາ​ບ້ານ ​ແລະ ກຸ່ມ​ບ້ານ, ການ​ປ້ອງ​ກັນ​ຜົນ​ກະທົບ​ທາງ​ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ, ການ​ຈັດການ​ຖອດ​ຖອນ​ບົດຮຽນ​ລະຫວ່າງ​ກຸ່ມ​ບ້ານ, ການຈັດການແລກປ່ຽນບົດ  ຮຽນລະຫວ່າງແຂວງ, ການ​ຝຶກ​ອົບຮົມ​ໃຫ້​ແກ່​ຄະນະ​ໄກ່​ເກ່ຍຂັ້ນ​ບ້ານ, ກອງ​ປະຊຸມ​ສະຫລຸບ​ການຈັດ​ຈັ້ງ​ປະຕິບັດ​ໂຄງການ​ຍ່ອຍປະ​ຈໍາ​ງວດຂັ້ນ​ບ້ານ, ກອງ​ປະຊຸມ​ປະ​ຈໍາ​ເດືອນ ສໍາລັບ​ຜູ້​ປະສານ​ງານ​ກຸ່ມ​ບ້ານ, ວິ ທີການຂຽນບົດລາຍງານ ແລະ ການສ້າງແຜນປະຈຳເດືອນ, ໄຕມາດ, ແນະນຳວິທີການຂຶ້ນແຜນງົບປະ ມານຂອງແຕ່ລະກິດຈະກຳ, ທົບ​ທວນຄືນ ຂໍ້​ສະດວກ ​ແລະ ຂໍ້​ຫຍຸ້ງຍາກ ​ໃນ​ການຈັດ​ຕັ້ງ​ປະຕິບັດວຽກງານກະຈາຍ​ຂໍ້​ມູນ-ຂ່າວສານ​ໃນ 1 ປີຜ່ານມາ ​ແລະ ວິທີ​ແກ້​ໄຂ, ວິທີ​ການ​ສ້າງຖານຂໍ້ມູນຂອງບ້ານແບບງ່າຍດາຍຢູ່ໃນ Google earth.

ຕະຫລອດ​ໄລຍະຂອງ​ກອງ​ປະຊຸມ​ໃນ​​ 5 ວັນ​ເຕັມ ​​​ໄດ້​ມີບັນຍາກາດຟົດ​ຟື້ນ​, ຜູ້​ເຂົ້າ​ຮ່ວມ​ໃຫ້​ຄວາມ​ສົນ​ໃຈ​ຫລາຍ ຍ້ອນ​ວ່າ ​ໃນ​ກອງ​ປະຊຸມ ​ໄດ້​ມີ​ການ​ປຶກສາ​ຫາລື ​ແລກປ່ຽນ​ບົດຮຽນ ​ແລະ ພອ້ມກັນ​ຄົ້ນຄວ້າ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ​ທີ່​ພົບ ​ໃນ​​ຊ່ວງໄລຍະ​ເວລາ​ຈັດ​ຕັ້ງ​ປະຕິບັດວຽກ​ງານ​ຜ່ານ​ມາ​ດ້ວຍຄວາມ​ເປັນ​ເອກະ​ພາບ ​ແລະ ທຸກ​ຄົນ​ມີ​ສ່ວນ​ຮ່ວມ ຊຶ່ງ​ເຮັດ​ໃຫ້ ຜູ້​ເຂົ້າ​ຮ່ວມ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ກັບ​ຫົວ​ຂໍ້​ສໍາຄັນ​ຕ່າງໆ ທີ່​ນໍາ​ມາ​ແລກປ່ຽນຢ່າງ​ເລີກ​ເຊິ່ງ.  ​ບົດຮຽນ​ທີ່​ອ້າຍ​ເອື້ອຍ​ນ້ອງ​ພະນັກງານ​ພັດທະນາ​ຊຸມ​ຊົນຂັ້ນ​ແຂວງ ​ແລະ ​ເມືອງ ໄດ້​ຈາກ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ເຂົາເຈົ້າຈະນໍາ​ເອົາ​​ໄປ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຢູ່​ຂັ້ນ​ທ້ອງ​ຖິ່ນ​ ​ເພື່ອ​ເປັນ​ການ​ປັບປຸງ​ວຽກງານ​ດັ່ງກ່າວ​ໃຫ້​ມີ​ທ່າ​ກ້າວໃນ​ຕໍ່ໜ້າ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຝຶກ​ອົບຮົມ​ຕໍ່​ໃຫ້​ແກ່​ທີ​ມງານຈັດ​ຕັ້ງ​ປະຕິບັດ ຂັ້ນ​ບ້ານ ​ແລະ ຂັ້ນ​ກຸ່ມ ​ກ່ຽວ​ກັບ ​ການວາງ​ແຜນ​ພັດທະນາ​ບ້ານ ​ແລະ ກຸ່ມ​ບ້ານ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ , ​ເພາະວ່າ ທີ​ມງານ​ດັ່ງກ່າວ​ແມ່ນ​ໝາກ​ຫົວ​ໃຈ​ສໍາຄັນຂອງ​ຄວາມເປັນ​ເຈົ້າ​ການ ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ ​ໃຫ້​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ.

ທ່ານ ວັນນາ ​ແພງ​ປັນຍາ, ຜູ້​ຮັບຜິດຊອບ​ວຽກ​ພັດທະນາ​ຊຸມ​ຊົນ ​ແຂວງ​​ເຊ​ກອງ ​ໄດ້​ກ່າວ​ວ່າ: “ ຂ້າພະ​ເຈົ້າ ຮູ້ສຶກ​ພາກພູມ​ໃຈ​ຫລາຍ​ທີ່​ໄດ້​ມີ​ໂອກາດ ​ເຂົ້າ​ຮ່ວມກອງ​ປະຊຸມໃນ​ຄັ້ງ​ນີ້ ​ເພາະ​ກອງ​ປະຊຸມ ຄັ້ງ​ນີ້​ແມ່ນ​ແຕກ​ຕ່າງ​ຈາກ​ທຸກໆ​ຄັ້ງ​ຜ່ານ​ມາ ​ ​ ຍ້ອນມີ​ການ​ນໍາ​ສະ​ເໜີ​ບົດຮຽນ​ຈາກ ​ພະ​ແນ​ກທີ່​ກ່ຽວຂ້ອງ​ຂອງ ທລຍ ສູນ​ກາງ, ​ ​ເຫັນ​ວ່າ​ມີ​ຜົນ​ປະ​ໂຫຍ​ດຫລາຍ “ ສໍາລັບ ກອງ​ປະຊຸມ ໃນ​ຄັ້ງ​ນີ້ ຂ້າພະ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ຄວາມ​ຮູ້​ກ່ຽວ​ກັບ​ວຽກ​ງານ​ພັດທະນາ​ຊຸມ​ຊົນ​ເທົ່າ​ນັ້ນ ​ແຕ່​ຂ້າພະ​ເຂົ້າ​ຍັງ​ໄດ້ ຄວາມ​ຮູ້​ກ່ຽວ​ກັບ ບໍລິຫານ-ການ​ເງິນ, ວິສະວະ​ກໍາ ​ແລະ ການ​ຕິດຕາມ-ປະ​ເມີນ​ໂຄງການ​ຍ່ອຍ ທີ່​ມີ​ປະສິດທິພາບ ​ແລະ ມີ​ປະສິດທິ​ຜົນ ອີກ​ດ້ວຍ“.

 ສະ​ນັ້ນ, ຂ້າພະ​ເຈົ້າ ຈະ​ຂໍ​ນໍາ​ເອົາ​ຄວາມ​ຮູ້​ ​ແລະ ບົດຮຽນຈາກ​ ກອງປະຊຸມ ​ໃນ​ເທື່ອ​ນີ້ ​ໄປ​ຜັນ​ຂະຫຍາຍ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ທີ່​ຕົນ​ໄດ້​ຮັບຜິດຊອບ​ຢູ່​ຂັ້ນ​ທ້ອງ​ຖິ່ນ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ໂດຍ​ສະ​ເພາະ​ແມ່ນ ຈະ​ສືບ​ຕໍ່​ຝຶກ​ອົບຮົ​ມວຽກ​ງານ​ດັ່ງກ່າວ​ນີ້ ໃຫ້​ແກ່​ທີ​ມງານ​ຈັດ​ຕັ້ງ​ປະຕິບັດ​ຂັ້ນ​ບ້ານ ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການ​ວາງ​ແຜນ​ພັດທະນາ​ບ້ານ ​ແລະ ກຸ່ມ​ບ້ານ ​ໃຫ້​ຖືກຕ້ອງ ​ແລະ ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ”.