ທລຍ ໄລຍະທີ 3 ໃຫ້ຄວາມສໍາຄັນ ຕໍ່ວຽກງານປ້ອງກັນຜົນກະທົບ ດ້ານສັງຄົມ ແລະ ສິ່ງແວດລອ້ມ

Posting Date: 
28 Mar 2016

ທລຍ ​ໄລຍະທີ 3 ໃຫ້​ຄວາມ​ສໍາຄັນ ຕໍ່ວຽກງານ​ປ້ອງກັນຜົນ​ກະທົບ​

​ດ້ານສັງຄົມ ແລະ ສິ່ງ​ແວດ​ລອ້ມ

ໂດຍ: ທລຍ

 

ກອງທຶນຫລຸດຜ່ອນຄວາມທຸກຍາກ ຫຼື ທລຍ ໄລຍະທີ 2 ຈະສິ້ນສຸດລົງ ໃນເດືອນທັນວາ ປີ 2016 ທີ່ຈະມາເຖິງນີ້ ຈາກນັ້ນໄປຈະເອີ້ນວ່າ ທລຍ ໄລຍະທີ 3 ເຊິ່ງຈະມີກໍານົດເວລາ 3 ປີ ຄືນັບແຕ່ ປີ 2017-2019.  ເປັນຊ່ວງໄລະຍະການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ເທື່ອທີ່ 8 ຂອງພວກເຮົາ. ສະນັ້ນ, ກ່ອນທີ່ ຈະມີການເຈລະຈາ ກ່ຽວກັບການ ໃຫ້ທຶນສືບຕໍ ວຽກງານ ທລຍ 3 ນັັ້ນ ລະຫວ່າງລັດທະບາລາວເຮົາ ກັບຜູ້ໃຫ້ທຶນນັ້ນ ຕ້ອງໄດ້ຈັດກອງປະຊຸມວິຊາການ ເພື່ອປຶກສາຫລື ກ່ຽວກັບມາດຕະການປ້ອງກັນ   ການຜົນ​ກະທົບ​ ​ດ້ານສັງຄົມ ແລະ ສິ່ງ​ແວດ​ລອ້ມ ຄັ້ງນີ້ຂຶ້ນ ເພາະວ່າມນເປັນເງື່ອນໄຂ 1 ຂອງທາງເບື້ອງ ທະນາຄານໂລກ.

 

​ສະ​ນັ້ນ ກອງປະຊຸມດັ່ງກ່າວ​ຈຶ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນ​ທີ 14 ມີນາ 2016 ທີ່​ໂຮງ​​ແຮມດອນ​ຈັນ​ພາ​ເລດ ນະຄອນຫລວງວຽງຈັນ  ​ໂດຍ​ການ​ເປັນ​ປະທານຮ່ວມ ຂອງ ທ່ານ ຈິດ ທະວີ​ໃສ ຫົວໜ້າ​ຫ້ອງການ​ແຜນການ ​ແລະ ພົວພັນ​ຕ່າງປະ​ເທດ(ກາງ) ​ທ່ານ ບຸນ​ກວ້າງ ສຸວັນນະ​ພັນ, ຜູ້​ອໍານວຍ​ການ​ບໍລິຫານ ທລຍ(ຊ້າຍ) ແລະ ທ່ານ ຊາ​ໂຕ​ຊິ ອີ​ຊີ​ຮາຣະ ຜູ້​ຊີ້​ນໍາ​ວຽກ​ງານ ທລຍ ຫ້ອງການ​ທະນາຄານ​ໂລກ ​ປະ​ຈໍາ ສ ປປ ລາວ. ​ໃນ​ກອງ​ປະຊຸມ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 80 ກວ່າທ່ານ, ທີ່​ມາ​ຈາກ ກະຊວງ​, ກົມ, ກອງ ​ແລະ ຫ້ອງການ​ກ່ຽວຂ້ອງ​ຕ່າງໆຈາກ​ພາກ​ລັດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງຮ່ວມ​ພັດທະນາກໍ​ຄື​ອົງການ​ຈັດ​ຕັ້ງ​ສາກົນ ​ເຂົ້າ​ຮ່ວມ​ທັງ​ໝົດ 57 ພາກສ່ວນ.

 

ຈຸດ​ປະສົງ​ຂອງ​ກອງ​ປະຊຸມ​ແມ່ນເພື່ອຮັບຟັງຄຳຄິດຄຳເຫັນ ຈາກທຸກພາກສ່ວນ ຈາກນັ້ນ ກໍຈະໄດ້ມີການປັບປຸງ ເພື່ອໃຫ້ສອດຄ່ອງກັບ ສະພາບຢູ່ໃນ ສ ປ ປ ລາວຂອງພວກເຮົາ ໂດຍປົກກະຕິແລ້ວ ນະໂຍບາຍ ຫຼື ກອບການປ້ອງກັນ ຜົນກະທົບຂອງ ທລຍ 3 ພື້ນຖານ ກໍໄດ້ອີງໃສ່ນະໂຍບາຍ ຫຼື ນິຕິກຳຕ່າງ ທີ່ລັດຖະບານແຫ່ງ ສ ປ ປ ລາວ ພວກເຮົາ

 

ປຶກສາຫາລື ​ແລະ ແລກປ່ຽນບົດຮຽນທີ່ຖອດ ຖອນໄດ້ໃນ ທລຍ 2 ຜ່ານມາ ແລະ ມີຄໍາເຫັນຕໍ່ແຜນການຈັດຕັ້ງປະຕິບັດວຽກງານປ້ອງກັນຜົນກະທົບທາງສັງຄົມ ແລະ ສິ່ງແວດລ້ອມທີ່ຈະນໍາໃຊ້ຢູ່ໃນ ທລຍ ໄລຍະ 3. ຈຸດປະສົງ ໃນການກຳນົດມາດຕະການນີ້ຂຶ້ນມາແມ່ນ ເພື່ອຫລີກເວັ້ນ ຫຼື ຫລຸດ ຜ່ອນ ຜົນກະທົບ ຈາກ ທີ່ ທລຍ ເຂົ້າໄປກໍ່ສ້າງ ໂຄງການຍ່ອຍ ໃຫ້ ແກ່ບ້ານ ໃນກໍລະນີທີ່ມີຜົນກະທົບ ຕ້ອງໄດ້ຮັບການແກ້ໄຂ ຫຼື ບັນເທົາ ຕາມຄວາມເໝາະສົມ

 ຖ້າບໍ່ດັ່ງນັ້ນ ຈະເຮັດໃຫ້ຊຸມຊົນຜູ້ທຸກຍາກ ທີ່ທຸກຢູ່ແລ້ວ ຍິງທຸກຕື່ມອີກ. 

ເວົ້າລວມແລ້ວ ມາດຕະການດັ່ງກ່າວນີ້ ຂອງ ທລຍ ຈະໄປຊ່ວຍ ສະໜັບສະໜູນ ທິດການພັດທະນາທີ່ຍືນຍົງ ຂອງ ສ ປ ປ ລາວ ພວກເຮົາ.

 

ການ​ດໍາ​ເນີນກອງ​ປະຊຸມ ​ແມ່ນ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດທີ່​ດີ, ຍ້ອນ​ວ່າ ຫລັງຈາກຜູ້ຕາງໜ້າ​ພະນັກງານ​ວິຊາ​ການຂອງ ທລຍ ​ສະ​​ເໜີມາດຕະການປ້ອງກັນຜົນກະທົບດ້ານສັງຄົມ ແລະ ສິ່ງແວດລ້ອມ ບັນດາຜູ້ເຂົ້າຮ່ວມກໍໍ່​ໄດ້​ມີ​ການ​ປະກອບຄຳຄິດ​ຄໍາເຫັນ​ໃສ່ມາດ​ຕະການດັ່ງກ່າວ​ຢ່າງ​ມີ​ບັນ​ຍາ​ກາດ​ຟົດ​ຟື້ນ.ຊຶ່ງ​ຜູ້​ແທນ​ແມ່ນ​ໃຫ້​ຄວາມ​ສົນ​ໃຈ​ຫລາຍຕໍ່​ກັບ​ມາດ​ຕະການດັ່ງກ່າວ ​ແລະ ​ໃຫ້ການ​ສະ​ນັບ​ສະ​ໜູນ ​ເຫັນ​ດີ​ເປັນ​​ເອກະ​ພາບ​ກັບ ທລຍ. ນອກຈາກ​ນັ້ນ, ຜູ້ເຂົ້າ​ຮ່ວມຍັງ​ໄດ້​ມີ​ການ​ແລກປ່ຽນ​ບົດຮຽນ ​ແລະ ປະສົບ​ການ​ຊຶ່ງ​ກັນ ​ແລະ ກັນຕື່ມ​ອີກ. ສິ່ງ​ທີ່​ສໍາຄັນ​ທີ່​ສຸດ​ແມ່ນ ຜູ້​ເຂົ້າ​ຮ່ວມມີ​ຄວາມ​ເຂົ້າ​ໃຈຕໍ່ກັບ​ຂະ​ບວນການ ​ແລະ ລະບຽບຫລັກການ ຂອ​ງການປ້ອງ​ກັນ​ຜົນ​ກະທົບຕໍ່ສິ່ງ​​ແວດ​ລອ້ມ ​ແລະ ສັງຄົມ ທີ່ ທລຍ ນໍາ​ໃຊ້​ເຂົ້າ​ໃນ​ການຈັດ​ຕັ້ງປະຕິບັດ​​ໄດ້​ເປັນ​ຢ່າງ​ດີ. ສະ​ນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າ ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ຮັບ​ຜົນ​ສໍາ​ເລັດ​ຕາມ​ຈຸດປະສົງ ລະດັບ​ຄາດໝາຍ​ທີ່​ວາງ​ໄວ້.​ ໃນ​ອະນາຄົດ​ຈະ​ເຮັດ​ໃຫ້​ຂອດ​ຮ່ວມ​ມື​ປະສານ​ງານ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ທາງ​ສັງ ຄົມ ​ແລະ​ ຄູ່​ຮ່ວມ​ພັດທະນາ​ຂອງ ທລຍ ​ໄດ້​ຮັບ​ການ​ປັບປຸງ​ດີ​ຂື້ນ​​ເທື່ອ​ລະ​ກ້າວ​.

 

ທ່ານ ນາງ ຄໍາ​ພອນ ບຸນ​ວິ​ໄລ, ຮອງ​ຫົວໜ້າ​ກົມ, ຫ້ອງ​ວ່າການ​ປະ​ທານ​ປະ​ເທດໄດ້​ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ເປັນ​ກອງ​ປະຊຸມ​ສຸດ​ທີ່​ມີ​ຄວາມ​ສໍາຄັນ​ຫລາຍ ​ເນື່ອງ​ຈາກ​ວ່າ ຂ້າພະ​ເຈົ້າ​ໄດ້​ຮັບ​ຂໍ້​ມູນ​ຂ່າ​ວສານ ​ແລະ ປະສົບ​ການ​ກ່ຽວ​ກັບ​ມາດ​ຕະການ​ປ້ອງ​ກັນ​ຜົນ​ກະທົບ​ທາງ​ສິ່ງ​ແວດ​ລ້ອມ ​ແລະ ສັງ ຄົມ. ​ເຂົ້າ​ໃຈເ​ຖິງຂະ​ບວນການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຂອງ ທລຍ ທີ່​ໄດ້​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ດັ່ງກ່າວ​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ຊົນນະບົດແກ້​ໄຂຄວາ​ມທຸກ​ຍາກ​ໃຫ້​ແກ່​ປະ ຊາຊົນ​ບັນດາ​ເຜົ່າ. ຂ້າ​ພະ​ເ​ຈົ້າຄິດ​ວ່າ ຖ້າ​ທຸກໆ​ອົງການ​ຈັດຕັ້ງ​ມີ​ລະບຽບ​ຫລັກການ ​ແລະ ມີ​ນະ​ໂຍບາຍ​ສະ​ເພາະ ທີ່ນໍາ​ເອົາ​ໄປ​ຈັດ​ຕັ້ງ​ປະຕິບັດ​ເປັນ​ຮູບ​ປະ​ທໍາ​ແບບ​ນີ້ ກໍ່​ຈະ​ເຮັດ​ໃຫ້​ສັງຄົມ ​ແລະ ສິ່ງ​​ແວດ​ລ້ອມ​ບໍໍ່​ມີ​ບັນຫາ ຫຼື ບໍ່​ໄດ້​ຮັບ​ຜົນ​ກະທົບ​ຫລາຍ ແລະ ຈະ​ເຮັດ​ໃຫ້ກາ​ນພັດທະນາ​ມີ​ຄວາມ​ຍືນ​ຍົງ, ສັງຄົມມີ​ຄວາມ​ສະຫງົບ​ປອດ​ໄພ ປ້ອງ​ກັນ​ໄດ້ບັນຫາ​ຂໍ້​ຂັດ​ແຍ່ງ, ການ​ນໍາ​ໃຊ້​ຊັບ​ພະຍາກອນ​ທໍາ​ມະ​ຊາດ​ກໍ່​ມີ​ຄວາມ​ຍາວ​ນານ ​ແລະ ປະຊາຊົນ​ກໍ່​ຈະ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ ​ແລະ ລັດຖະບານ ທີ່​ຕ້ອງການ​ພັດທະ ນາ​ປະ​ເທດ​ໃຫ້​ມີ​ຄວາມ​ຍືນ​ຍົງ ​ແລະ ມີ​ຄວາມ​ໝັ້ນ​ຄົງ​ໃນ​ການ​ດໍາລົງ​ຊີວິດ.​