ທລຍເມືອງຊຽງຄໍ້ ສໍາເລັດການສ້າງຕັ້ງ ກຸ່ມຊ່ວຍເຫຼືອເຊິ່ງກັນ ແລະ ກັນ

Posting Date: 
30 Mar 2016

ທລຍ​ ເມືອງ​ຊຽງ​ຄໍ້ ສໍາ​ເລັດການ​ສ້າງ​ຕັ້ງ ກຸ່ມຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ 

                                         

ໂດຍ: ທລຍ ​ເມືອງ​ຊຽງ​ຄໍ້​

     

ການ​ສ້າງ​ຕັ້ງ ກຸ່ມ ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນ (ກຊກ) ​ແມ່ນ​ກິດຈະ​ກໍາ ຫຼື ໜ້າ​ວຽກ​ທີ່​ທົດ​ລອງ ດ້ານການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ເຊື່ອມ​ສານ​ໂພຊະ​ນາ​ການ ຂອງ ທລຍ. ຮູບ​ແບບ​ໃນ​ການຈັດ​ຕັ້ງ​ປະຕິບັດ​ນີ້ ​ແມ່ນ​ປະກອບ​ດ້ວຍ​ບັນ​ດາ ຄາດໝາຍ​ສູ​ຊົນ ​ແລະ ບາດກ້າວ​ໃນ​ການຈັດ​ຕັ້ງ​ປະຕິບັດ, ​ໃນ​ນີ້ ການ​ສ້າງ​ຕັ້ງ​ກຸ່ມ ກຊກ ​ແມ່ນຢູ່​ໃນ​ໄລຍະ​ທີ່ 2 ຄາດໝາຍ​ທີ 4 ຂອງ​ວຽກງານ​ດັ່ງກ່າວ.   ສໍາລັບ ຮູບ​ແບບ​ວິທີ ການສ້າງຕັ້ງກຸ່ມຊ່ວຍເຫຼືອຊຶງກັນແລະກັນ ​ສ່ວນເງື່ອນ​ໄຂ​ໃນ​ການ​ສ້າງ​ຕັ້ງ​ກຸ່ມ​ນີ້ ແມ່ນບົພື້ນຖານຄວາມສາມັກຄີແລະຄວາມເຂົ້າອົກເຂົ້າໃຈກັນຂອງ​ສະມາຊິກ ສິ່ງສຳຄັນແມ່ນຄວາມໄວ້ເນື້ອເຊື້ອໃຈຊຶ່ງກັນ ​ແລະ ກັນຂອງສະມະຊິກພາຍໃນກຸ່ມ​ເປັນ​ຫລັກ ​ແລະ ພິ​ເສດ​ຕ້ອງ​ມາ​ຈາກ​ຄວາມ​ສະມັກ​ໃຈ​ຂອງ​ຊຸມ​ຊົນ, ໝາຍ​ຄວາມ​ວ່າ ຖ້າ​ຊຸມ​ຊົນ​ບໍ່​ສະມັກ​ໃຈ​ເຂົ້າ​ເປັນ​ສະມາຊິກ​ດ້ວຍ​ຕົນ​ເອງ ທລຍ ຈະ​ບໍ່​ບັງຄັບ,ໃນນັ້ນຍັງເລັ່ງໃສ່​ໃຫ້ການ​ສົ່ງ​ເສີມ​ສະໜັບສະໜູນຜູ້ທີ່ທຸກຍາກທີ່ສຸດເປັນຕົ້ນຕໍໃນການສ້າງຕັ້ງກຸ່ມ. ການຈັດຕັ້ງວຽກງານ​​ປັບປຸງຊິວິດການເປັນຢູ່ແລະໂພສະນາການທລຍເມືອງຊຽງຄໍ້​​ແມ່ນໄດ້ເລີ່ແຕ່ເດືອນມັງກອນປີ 2016​ເປັນ​ຕົ້ນ​ມາຊຶ່ງ​ສາ ມາດ​ສ້າງ​ຕັ້ງ​ກຸ່ມ​ໄດ້​ທັງ​ໝົດ 93 ກຸ່ມຊ່ວຍເຫຼືອຊຶງກັນແລະກັນຢູ່​ໃນ ຈຳນວນ 5 ກຸ່ມບ້ານແລະ 20 ບ້ານເປົ້າໝາຍ,ມີສະມາຊິກທ້ອນເງີ​ໄດ້ທັງໝົດ 983 ຄົນ. ສໍາລັບ ການທ້ອນເງີຂອງ​ສະມາຊິກ ກຊກ ແມ່ນທ້ອນທຸກໆອາທິດຫຼື ອາທິດ​ລະ 1 ຄັ້ງ, ສ່ວນການກຳນົດເງີນທ້ອນແມ່ນຂື້ນກັບສະມະຊິກໃນກຸ່ມເປັນຜູ້ຕົກລົງເຫັນດີເປັນເອກະພາບຮ່ວມກັນ​ໂດຍ​ອີງ​ໃສ່​ຄວາມ​ອາສາ​ມາດ​ທີ່​ເຂົາ​ເຈົ້າ​ມີ, ສະ​ນັ້ນ​ກຸ່ມ​ໄດ້ຕົກລົງ 5,000 ກີບຕໍ່ 1 ຄັ້ງຕໍ່ສະມະຊິກຜູ້​ໜຶ່ງ.

      ຜ່ານການທ້ອນເງີ​​ໃນເດືອນມັງກອນສະມະຊິກກຸ່ມ ກຊກ ສາມາດທ້ອນ​ເງິນ​ໄດ້​​​ທັງໝົດ 17,860,000 ກີບ, ​ເດືອນກຸມພາສະມາຊິກມີເງີນທ້ອນ 17,860,000 ກີບແລະເດືອນມີນາມີເງີນທ້ອນ 17,860,000 ກີບ ສະຫລຸບ​ລວມ​ແລ້ວ ຜ່ານການທ້ອນເງີນຂອງສະມະຊິກໃນໄລຍະ 3 ​ເດືອນທຳອິດນີ້ສາມາດທ້ອນເງີນທັງໝົດໄດ້ 53,580,000 ກີບ. ການທ້ອນເງີນຂອງສະມະຊິກແມ່ນຍັງຈະສຶບຕໍ່ທ້ອນ​​ຕໍ່ໄປ.​ເພື່ອເຮັດໃຫ້ການສ້າງຕັ້ງກຸ່ມຊ່ວຍເຫຼືອຊຶງກັນແລະກັນເຕີບໃຫຍ່ແລະຂະຫຍາຍຂື້ນເລື່ອຍໆ.ນອກຈາກການທ້ອນເງີແລ້ວຍັງໄດ້ມີການກູ້ຢືມຈຳນວນໜື່ງໃນເວລາຂາດເຂີນເຈັບເປັນ​,ຄ່າຮຽນລູກແລະອຶ່.  ສໍາລັບ​ທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ​ນີ້ ​ແມ່ນ ທາງ​ທີ​ມງານ ທລຍ ​ເມືອງ ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ກໍາລັງກຽມ​ການ​ປະ​ເມີນຄວາມ​ເຂັ້ມ​ແຂງ​ຂອງ​ກຸ່ມ ກຊກ ​ແລະ ​ກະກຽມ​ການ​ຂໍງົບປະມານເພື່ອມາສະ​ໜັບສະ​ໜູນ​ກິດ​ຈະ​ກຳກຸ່ມ ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນ ດ້ານ​ການ​ສ້າງ​ລາຍ​ຮັບ ​ແລະ ຜະ​ລິດ​ອາຫານ​ສໍາລັບ​ບໍລິ​ໂພ​ກ ​ແລະ ຂາຍ​ເປັນ​ສິນຄ້າ ຂອງສະມາ​ຊິກ​ກຸ່ມ​ຫຼື​ຄອບຄົວຕື່ມ​ອີກ​, ຄາດ​ວ່າໃນ​ໄລຍະ​ກາງ​ເດືອນ ພຶດສະພາ ປີ 2016 ນີ້ ຈະ​ໄດ້​ຮັບ​ທຶນ​ດັ່ງກ່າວ ​ແລະ  ຈະ​ໃຫ້​​ໄດ້ເລີ່​ມ​ລົງມືຈັດຕັ້ງ​ກິດ​ຈະ​ກຳ.

Attachment: