ຜົນສໍາເລັດຂອງ ທລຍ2 ເປັນຂົວຕໍ່ກ້າວເຂົ້າສູ່ ທລຍ3

Posting Date: 
19 May 2016

ຜົນ​ສໍາ​ເລັດ​ຂອງ ທລຍ2 ​ເປັນ​ຂົວ​ຕໍ່​ກ້າວ​ເຂົ້າ​ສູ່ ທລຍ3

​ໂດຍ: ບຸນ​ກວ້າງ ສຸວັນນະ​ພັນ

ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ໄດ້​ສືບ​ຕໍ່​ເຄື່ອນ​ໄຫວ ​ໄລຍະ 2 ​ແຕ່​ປີ 2012-2016 ​ເປັນ​ເວລາ 5 ປີ,

ໃນ​ຕົວ​ຈິງ​ໄລຍະ​ໂຄງການ​ມີ​ພຽງ​ແຕ່ 4 ປີ ​ເນື່ອງ​ຈາກ​ວ່າ​ໄດ້​ຮັບ​ການ​ສືບ​ຕໍ່​ຕ່ືມ​ອີກ 1 ປີ (ສົກ​ປີ 2015-2016) ສໍາລັບ 7 ​ແຂວງ, ມູນ​ຄ່າ​ໂຄງການ​ທັງ​ໝົດ 86,37 ລ້ານ​ໂດ​ລາ​ສະຫະລັດ. ​ໃນ​ນັ້ນ, ກວມ​ເອົາ​ທຶນ ທລຍ 2 : 68,75 ລ້ານ​ໂດ​ລາສະຫະລັດ ​ແລະ ທຶນ​ເພີ້​ມ​ໃນ​ສົກ​ປີ 2015-2016 : 17,62 ລ້ານ​ໂດ​ລາສະຫະລັດ;​ ຂອບ​ເຂດ​ໂຄງການກວມ​ເອົາ 10 ​ແຂວງ/ 42 ​ເມືອງ/ 278 ກຸ່ມ​ບ້ານ ​ແລະ 1.951ບ້ານ.

​ໃນ​ຈໍານວນ​ທຶນ 83,37[1] ລ້ານ​ໂດ​ລາສະຫະລັດ,  ​ໃນ​ນັ້ນ, ຄິດ​ເປັນ​ທຶນ​ຊ່ວຍ​ເຫຼືອ​ລ້າ 61,70 ລ້ານ​ໂດ​ລາ, ທຶນ​ກູ້​ຢືມ 11,60 ລ້າ​ໂດ​ລາສະຫະລັດ (ທຶນ​ຈໍານວນ 83,37ລ້ານ​ໂດ​ລາ​ໄດ້​ມາ​ຈາກ: (1). ທະນາຄານ​ໂລກ 36,60 ລ້ານ​ໂດ​ລາ(ທຶນ​ຊ່ວຍ​ເຫຼືອ​ລ້າ 25 ລ້ານ​ໂດ​ລາ ​ແລະ ທຶນ​ກູ້​ຢືມ 11,60ລ້ານ​ໂດ​ລາ); (2). ທຶນຊ່ວຍ​ເຫຼືອ​ລ້າ​ຈາກ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ປະ​ເທດ​ສະ​ວິດ​ເຊີ​ແລນ 17,25 ລ້ານ​ໂດ​ລາ ; (3). ທຶນ​ຊ່ວຍ​ເຫຼືອລ້າ​ຈາກ​ປະ​ເທດ​ອົດ​ສະ​ຕາ​ລີ 16,90 ລ້ານ​ໂດ​ລາ; (4). ທຶນ​ຊ່ວຍ​ເຫຼືອ​ລ້າ​ຈາກ​ອົງການ​ພັດທະນາ​ສັງຄົມ​ປະ​ເທດ​ຍີ່ປຸ່ນ 2, 62 ລ້ານ​ໂດ​ລາ ​ແລະ (5). ທຶນ​ປະກອບສ່ວນ​ຂອງ​ລັດຖະບານ 10 ລ້ານ​ໂດ​ລາສະຫະລັດ). 

ຜົນຂອງຈັດຕັ້ງປະຕິບັດໂຄງການ ທລຍ 2 ແຕ່ປີ 2012 ຫາປີ 2015 ມີຈຳນວນທັງໝົດ 1.426 ໂຄງການທີ່ໄດ້ຮັບອະນຸມັດ ແລະ ຄາດຄະເນການໃຊ້ຈ່າຍງົບປະມານທັງໝົດ 300 ກວ່າຕື້ກີບ. ມີຫຼາຍກວ່າ 1.300 ບ້ານ​​ທີ່ໄດ້ຮັບຜົນປະໂຫຍໂດຍກົງ ແລະ ກວມເອົາປະຊາກອນ 683.797ຄົນ. ໃນນັ້ນ ເປັນເພດຍິງກວມເອົາເຄິ່ງໜຶ່ງ (50%) ແລະ ຊົນເຜົ່າສ່ວນນ້ອຍກວມເອົາຫຼາຍກວ່າ 60% ຂອງຜູ້ໄດ້ຮັບຜົນປະໂຫຍດທັງໝົດ.

ສຳລັບຜົນໄດ້ຮັບທີ່ພົ້ນເດັ່ນກ່ຽວກັບປະເພດໂຄງການທີ່ ທລຍ ໄດ້ຊ່ວຍເຫຼືອ ສາມາດສັງລວມໄດ້ຄື: ກໍ່ສ້າງ ແລະ ປັບປຸງເສັ້ນທາງຊົນນະບົດທັງໝົດໄດ້ 225 ເສັ້ນທາງ (ຍາວທັງໝົດ 1.228 ກິໂລແມັດ), ກໍ່ສ້າງ ແລະ ສ້ອມແປງຂົວໄດ້ 45 ແຫ່ງ, ຈັດສັນຜັງບ້ານ ແລະ ວາງທໍ່ລອດໄດ້ 18 ແຫ່ງ, ສະໜອງຕາຄ່າຍໄຟຟ້າຂະໜາດນ້ອຍໄດ້ 18 ແຫ່ງ, ກໍ່ສ້າງ ແລະ ສ້ອມແປງໂຮງຮຽນໄດ້ 386 ແຫ່ງ (ເປັນຈຳນວນທັງໝົດ 955 ຫ້ອງ), ກໍ່ສ້າງ ແລະ ສ້ອມແປງສຸກສາລາໄດ້ 33 ແຫ່ງ, ກໍ່ສ້າງ ແລະ ສ້ອມແປງລະບົບນ້ຳໄດ້ 711​​ ແຫ່ງ, ກໍ່ສ້າງ ແລະ ສ້ອມແປງສິ່ງ

ອຳນວຍຄວາມສະດວກດ້ານກະສິກຳເຊັ່ນ ຊົນລະປະທານ ແລະ ຝາຍກັ້ນນໍ້າໄດ້ 63 ແຫ່ງແລະ ຕະຫຼາດຊຸມຊົນໄດ້ 10 ແຫ່ງ.

ພ້ອມດຽວກັນນັ້ນ ທລຍ ໄດ້ທົດລອງຊອກຫາຮູບແບບ ກ່ຽວກັບວຽກງານປັບປຸງຊີວິດການເປັນຢູ່ເພື່ອຄໍ້າປະກັນດ້ານໂພຊະນາການ ໃນເຂດຊົນນະບົດຢູ່ 4 ເມືອງ ໃນສອງແຂວງຄື: ເມືອງຮ້ຽມ ແລະ ເມືອງຊ່ອນ ແຂວງຫົວພັນ, ເມືອງເຊໂປນ ແລະ ເມືອງນອງ ແຂວງສະຫວັນນະເຂດ ດ້ວຍວິທີການ: (1). ສ້າງຕັ້ງກຸ່ມຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕິດພັນກັບ (2). ການສ້າງຕັ້ງກຸ່ມອ້ອມຊັບ(ຝາກປະຫຍັດ) ແລະ (3). ກຸ່ມທໍາກິດຈະກໍາປັບປຸງຊີວິດການເປັນຢູ່(ກຸ່ມຜະລິດສ້າງລາຍ) ເພື່ອແນໃສ່ແກ້ໄຂການຂາດແຄນດ້ານສະບຽງອາຫານ ຕິດພັນກັບການກີນຖືກຫຼັກໂພຊະນາການ ແລະ ສຸຂະອະນາໄມ ຂອງຄອບຄົວ ແລະ ພາຍໃນບ້ານທີ່ທຸກຍາກ, ຊຶ່ງສາມາດສ້າງຕັ້ງກຸ່ມຊ່ວຍເຫຼືອເຊິ່ງກັນ ແລະ ກັນໄດ້ 706 ກຸ່ມ, ກວມ​ເອົາ 165 ບ້ານ (ຜ່ານ​ມາ​ສ້າງ​​ໄດ້ 85ບ້ານ, ປີ 2016 ສ້າງ​ຕ່ືມ 80ບ້ານ), ກວມ​ເອົາ 8,400 ກວ່າ​ຄົວ​ເຮືອນ ​ໂດຍ​ປະກອບ​ທຶນ​ມູນ​ວຽນ 1 ລ້ານ​ກີບ/ ຕໍ່​ຄົວ​ເຮືອນ ​ເປັນ​ກອງ​ທຶນ​ສ້ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ໂດຍຜ່ານວິທີການປູກຈິດສໍານຶກ ສ້າງຄວາມເປັນເຈົ້າໃຫ້ແກ່ແມ່ຍິງ ແລະ ຊົນເຜົ່າສ່ວນນ້ອຍ ໃນການຕັດສິນໃຈແກ້ໄຂບັນຫາຄວາມທຸກຍາກ ແລະ ການຂາດແຄນອາຫານໃນຄອບຄົວຂອງຕົນ ພ້ອມທັງມອບຄວາມຮັບຜິດຊອບ ແລະ ຄວາມຕັດສິນໃຈໃຫ້ແກ່ຊຸມຊົນໃນການວາງແຜນການພັດທະນາທ້ອງຖິ່ນ ແລະ ແຜນຜະລິດຂອງຄອບຄົວ ດ້ວຍຕົນເອງ , ຊຶ່ງສາມາດສ້າງໄດ້ບ້ານຕົວແບບພົ້ນຄວາມທຸກຍາກ ກໍາລັງຂະ ຫຍາຍອອກສູ່ທາງກວ້າງ ເຊັ່ນ: ບ້ານສາກົກ, ບ້ານຫ້ວຍສາ, ບ້ານນາວຽງ, ບ້ານແທ້ງຮີ່ງ ເມືອງຮ້ຽມ; ບ້ານທາດ, ບ້ານບໍ່, ບ້ານໝັ້ນ, ບ້ານນໍ້າງ່ອນ, ບ້ານວັດ ເມືອງຊ່ອນ ແຂວງຫົວພັນ; ບ້ານແກ້ງກວີ, ບ້ານຫ້ວຍຕ້ອນ, ບ້ານຫ້ວຍຍື່ງ ເມືອງເຊໂປນ ແຂວງສະຫວັນນະເຂດ. ສະເພາະ ບ້ານຕົວແບບ ເມືອງຮ້ຽມ ແລະ ເມືອງຊ່ອນ ໄດ້ທໍາການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ຕິດພັນກັບການອະນາໄມ 3 ສະອາດ ແລະ ການສ້າງວິດຖ່າຍໃນຄອບຄົວ ໄດ້ກາຍເປັນບ້ານສາທາລະນະສຸກແບບຢ່າງ ກ້າວໄປສູ່ການແກ້ໄຂການກີນຖືກຫລັກໂພຊະນາການ ເທື່ອລະກ້າວ.

ສັງລວມແລ້ວ ທລຍ II (2012-2016) ໄດ້ປະກອບສ່ວນເຂົ້າໃນການພັດທະນາເມືອງທຸກຍາກ ກາຍເປັນເມືອງພົ້ນທຸກ 6 ເມືອງຄື: ເມືອງພູຄູນ, ເມືອງຄູນ, ເມືອງວິລະບູລີ, ເມືອງບາຈຽງຈະເລີນສຸກ, ເມືອງສຸຂຸມາ ແລະ ເມືອງທ່າໂທມ.

ຍ້ອນຜົນງານ​ທີ່​ຍາດ​ມາ​ໄດ້​ນັ້ນ, ທະນາຄານ​ໂລກ ຈຶ່ງ​ໄດ້​ສະ​ແດງ​ເຈດ​ຈໍານົງ ​ໃຫ້ການສືບ​ຕໍ່ ​ໂຄງການ​ກອງ​ທຶນ​ຫຼຸດຜ່ອນ​ຄວາມທຸກ​ຍາກ ທລຍ ​ໄລຍະ 3, ຊຶ່ງ​ໃນ​ວັນ​ທີ 28 ​ເມສາ 2016 ​ໄດ້​ມີ​ການ​ເຈລະຈາ​ຂອງ​ຄະນະ​ວິຊາ​ການ ຝ່າຍ​ລາວ ​ແລະ ຄະນະ​ວິຊາ​ການ​ຂອງ​ທະນາຄານ​ໂລກ ກ່ຽວ​ກັບ​ໂຄງການ ທລຍ 3 ຊຶ່ງ​ໄດ້​ຮັບ​ຜົນ​ສໍາ​ເລັດ​ໃນ​ເບື້ອງ​ຕົ້ນ​ທຶນ​ທັງ​ໝົດ​ຂອງ ທລຍ 3 ຈໍານວນ 52 ລ້ານ​ໂດ​ລາ​ສະຫະລັດ (30 ລ້ານ​ໂດ​ລາ​ຈາກ​ທະນາຄານ​ໂລກ, 16 ລ້ານ​ໂດ​ລາ​ຈາກ​ອົງການ ​ເພື່ອ​ການ​ພັດທະນາ​ຂອງ​ປະ​ເທດ​ສະ​ວິດ​ເຊີ​ແລນ ​ແລະ 6 ລ້ານ​ຈາກ ສປປ ລາວ).

ຄາດ​ຄະ​ເນ​ວ່າ ທລຍ 3 ຈະ​ໄດ້​ຖືກ​ຈັດ​ຕັ້ງ​ປະຕິບັດ​ໃນ​ປີ (2017-2019) ​ໂດຍ​ກວາ​ມ​ເອົາ 40 ​ເມືອງ​ຂອງ 10 ​ແຂວງ​ເປົ້າ​ໝາຍ​ຂອງ ທລຍ.




[1]