ສຳເລັດໂຄງການກໍ່ສ້າງຝ່າຍນໍ້າລົ້ນ(ຊົນລະປະທານ) ບ້ານຈ່າໃໝ່ ໃນຮອບວຽນທີ13

Posting Date: 
06 Jun 2016

ສຳເລັດໂຄງການກໍ່ສ້າງຝ່າຍນໍ້າລົ້ນ(ຊົນລະປະທານ) ບ້ານຈ່າໃໝ່ ໃນຮອບວຽນທີ13 ໂດຍ: ທລຍ ເມືອງລອງ ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ກໍແມ່ນໜຶ່ງໃນອົງການຈັດຕັ້ງ ຂອງລັດຖະບານທີ່ໄດ້ໃຫ້ການຊ່ວຍເຫຼືອໃນການພັດທະນາພື້ນຖານໂຄງລ່າງໃຫ້ແກ່ບ້ານ ແລະ ກຸ່ມບ້ານທີ່ທຸກຍາກ,ໄປຄຽງຄູ່ກັບການເສີມສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດ ດ້ານການຈັດຕັ້ງປະຕິບັດໂຄງການ,ການວາງແຜນແບບມີສ່ວນຮ່ວມຂັ້ນທ້ອງຖິ່ນ ໃນຂອບເຂດຊົນນະບົດເປັນຕົ້ນ. ເພື່ອໃຫ້ມີຄວາມເປັນເຈົ້າຕົນເອງ,ໃນການພັດທະນາບ້ານຂອງເຂົາເຈົ້າ,ເປັນຕົ້ນແມ່ນອໍານາດການປົກຄອງ ແລະ ພໍແມ່ປະຊາຊົນ,ໄດ້ເຂົ້າຮ່ວມຂະບວນການຈັດຕັ້ງປະຕິບັດ ຊຶ່ງເລີ່ມຈາກການເກັບກໍາຂໍ້ມູນ, ວິເຄາະບັນຫາສະພາບຄວາມຫຍຸ້ງຍາກ,ວາງແຜນພັດທະນາ ແລະ ການກໍານົດບຸລິມາສິດຄວາມຕ້ອງການຂອງບ້ານ ເພື່ອແກ້ໄຂບັນຫາທີ່ຫຍຸ້ງຍາກ ກີດຂວາງການພັດທະນາບ້ານຂອງເຂົາເຈົ້າດ້ວຍຕົວເອງ ແລະ ສອດຄ່ອງກັບນະໂຍບາຍຂອງລັດຖະບານທີ່ວ່າ “ທຸກສິ່ງທຸກຢ່າງແມ່ນມາຈາກຄວາມຕ້ອງການຂອງປະຊາຊົນ ຈັດຕັ້ງປະຕິບັດໂດຍຊຸມຊົນ ແລະ ເພື່ອຜົນປະໂຫຍດຂອງຊຸມຊົນຜູ້ທຸກຍາກ. ບ້ານຈ່າໃໝ່ເປັນບ້ານໜຶ່ງທີ່ໄດ້ຮັບການສະໜັບສະໜູນ ໃນຮອບວຽນທີ 13(ສົກປີ2015-2016) ໂດຍສະເພາະແມ່ນ ໂຄງການກໍ່ສ້າງຝ່າຍນໍ້າລົ້ນ (ຊົນລະປະທານ), ບ້ານດັ່ງກ່າວຕັ້ງຢູ່ຫ່າງຈາກເທດສະບານເມືອງລອງ 28 ກິໂລແມັດ,ເປັນບ້ານຊົນເຜົ່າອາຄາ ປະກອບມີ 34 ຫຼັງຄາເຮືອນ,ມີ 40 ຄອບຄົວ ແລະ ມີພົນລະເມືອງທັງໝົດ202 ຄົນ,ຍິງ100 ຄົນ,ອາຊີບຫຼັກຂອງຊາວບ້ານແມ່ນເຮັດໄຮ່ເຮັດນາ ແລະ ຖືເອົາການປູກຝັງ-ລ້ຽງສັດເປັນອາຊີບສໍາຮອງ. ການເຮັດນາໃນໄລຍະຜ່ານມາ ພົບຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກວ່າການເຮັດນານໍ້າບໍ່ພຽງພໍຕາມຄວາມຮຽກຮອງຕ້ອງການເຂົາເຈົ້າ ສະນັ້ນທາງອຳນາດການປົກຄອງບ້ານ ແລະ ຊາວບ້ານຈິ່ງພ້ອມພາກັນຄັດເລືອກເອົາໂຄງການກໍ່ສ້າງຝ່າຍນໍ້າລົ້ນ (ຊົນລະປະທານ) ເປັນບູລິມະສິດອັບດັບທີ1 ທີ່ນອນຢູ່ໃນແຜນພັດທະນາຂອງບ້ານ ໂດຍຜ່ານການຕົກລົງເຫັນດີຢູ່ກອງປະຊຸມວາງແຜນພັດທະນາຂັ້ນບ້ານ, ຂັ້ນກຸ່ມບ້ານ ແລະ ກອງປະຊຸມປະສານງານການວາງແຜນຂັ້ນເມືອງໃນຮອບວຽນທີ13. ຫຼັງຈາກນັ້ນທີມງານຈັດຕັ້ງປະຕິບັດຂັ້ນບ້ານ ພ້ອມດ້ວຍວິຊາການຂອງຂະແໜງການທີ່ກ່ຽວຂ້ອງ ແລະ ທລຍ ຮ່ວມກັນລົງສໍາຫຼວດ-ອອກແບບໂຄງການກໍ່ສ້າງຝ່າຍນໍ້າລົ້ນດັ່ງກ່າວ ແລະ ໄດ້ເລີ່ມກໍ່ສ້າງແຕ່ວັນທີ 15 /2/ 2016 ໂດຍການສົມທົບຈາກການປະກອບສ່ວນ ຂອງຊຸມຊົນ ເປັນຕົ້ນແມ່ນ ດ້ານວັດຖຸທ້ອງຖິ່ນ ແລະ ແຮງງານ. ມາຮອດທ້າຍເດືອນ 4 /2016 ໂຄງການດັ່ງກ່າວໄດ້ສຳເລັດ. ວັນທີ 5 /5/ 2016 ທາງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງລອງ ແຂວງຫລວງນໍ້າທາ ສົມທົບກັບການນຳເມືອງ ແລະ ຄະນະກໍາມະການໄດ້ລົງກວດກາສຳເລັດ100% ໂດຍອີງໃສໜັງສືສະເໜີຂອງບໍລິສັດຮັບເໝົາກໍ່ສ້າງ ແລະ ອີງຕາມສໍາເລັດໜ້າວຽກຕົວຈິງຂອງນາຍຊ່າງ ໃນການກວດກາ100% ຄັ້ງນີ້ ໂດຍໃຫ້ກຽດເຂົ້າຮ່ວມ ທ່ານ ແອ໋ງ ແສງອາລຸນ ກຳມະການພັກເມືອງ ,ຫົວໜ້າຫ້ອງວ່າປົກຄອງເມືອງເມືອງລອງ ແລະ ມີຜູ້ເຂົ້າຮ່ວມຈາກຜູ້ຕາງໜ້າ ຫ້ອງການພັດທະນາຊົນນະບົດເມືອງ,ຫ້ອງການກວດກາພັກ-ລັດ,ຫ້ອງການແຜນການ ແລະ ການລົງທຶນ,ຫ້ອງການການເງິນ,ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ,ຜູ້ປະສານງານກຸ່ມບ້ານ,ທີມງານຈັດຕັ້ງປະຕິບັດຂັ້ນບ້ານ ຕະຫຼອດຮອດອຳນາດການປົກຄອງບ້ານເຂົ້າຮ່ວມຈຳນວນ10ກ່ວາທ່ານ. ໂຄງການກໍ່ສ້າງຝາຍນໍ້າລົ້ນດັ່ງກ່າວແມ່ນຮ່ວງທຶນ ຂອງລັດຖະບານ ມີຂະໜາດ15x19m ມີຜູ້ທີ່ໄດ້ຮັບຜົນປະໂຫຍດ 35 ຫຼັງຄາເຮືອນ,ເນື້ອທີ່ນາທັງໝົດ 8 ເຮັກຕາປາຍ ໂດຍນໍາໃຊ້ງົບປະມານລວມທັງໝົດ320,000,000ກ່ວາກີບ,ໃນນັ້ນທຶນຂອງ ທລຍ 290,000,000ກວ່າກີບ ແລະ ຊຸມຊົນປະກອບສ່ວນດ້ານວັດຖຸທ້ອງຖິ່ນ, ແຮງງານ, ເປັນຕົ້ນ ແມ່ນຂົນວັດສະດຸເຂົ້າສະໜາມ,ຂຸດຄອງເໝືອງ ແລະ ເອົາດີນຖົມຝາປີກຝາຍນໍ້າລົ້ນຄິດໄລ່ເປັນເງິນ 30,000,000 ກວ່າກີບ. ທ່ານ ພູເຫວີຍ ນາຍບ້ານໆຈ່າໃໝ່ ໄດ້ກ່າວວ່າ:“ ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ແກ່ຊາວບ້ານ ຂໍສະແດງຄວາມຊົມເຊີຍ ພໍແມ່ປະຊາຊົນພາຍໃນບ້ານ ທີ່ໄດ້ເອົາໃຈໃສ່ ຮ່ວມມືສາມັກຄີກັນປະກອບສ່ວນແຮງງານເຂົ້າໃນການຈັດຕັ້ງປະຕິບັດໂຄງການໄດ້ສຳເລັດ ແລະ ຂໍອົກຂອບໃຈນໍາການນໍາພັກ-ລັດ ແລະ ທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອ ບ້ານຂອງພວກເຮົາໂດຍສະເພາະແມ່ນໂຄງການ ທລຍ ທີ່ໄດ້ໃຫ້ການສະໜັບສະໜູນ ໃຫ້ແກ່ບ້ານຂ້າພະເຈົ້າ“. “ສະນັ້ນຊາວບ້ານຂອງພວກເຮົາຂໍພ້ອມກັນປົກປັກຮັກສາ ແລະ ຊົມໃຊ້ໃຫ້ເກີດປະໂຫຽດສູງສຸດ, ເພື່ອຮັບປະກັນວ່ານຳໃຊ້ໃຫ້ໄດ້ຍາວນານ ແລະ ກຸ້ມຄ່າແກ່ການລົງທຶນ“. ໃນຕອນທ້າຍ ທ່ານ ແອ໋ງ ແສງອາລຸນ, ກໍາມະການພັກເມືອງ ,ຫົວໜ້າຫ້ອງວ່າການປົກຄອງເມືອງລອງ ໄດ້ມີຄຳເຫັນໂອລົມຕໍ່ຊາວບ້ານ ພ້ອມທັງໄດ້ເໜັ້ນໜັກໃຫ້ກັບຊາວບ້ານມີຄວາມສາມັກຄີກັນເປັນເຈົ້າການໃນການຄຸ້ມຄອງປົກປັກຮັກສາຝ່າຍນໍ້າລົ້ນແຫ່ງນີ້,ໃຫ້ມີຄວາມຍືນຍົງ ແລະ ກຸ້ມຄ່າຕໍ່ການລົງທຶນຂອງ ພັກ-ລັດກໍ່ຄື ກອງທືນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໃຫ້ການຊ່ວຍເຫຼືອ.

Attachment: