ບ້ານ ຕັນເໜືອ ກຸ່ມ ແກ່ວແສດໄດ້ໂຮງຮຽນຫລັງໃໝ່ແລ້ວ

Posting Date: 
06 Jul 2016

ບ້ານ ຕັນ​ເໜືອ ກຸ່ມ ​ແກ່ວ​ແສດ​ໄດ້​ໂຮງຮຽນຫລັງ​ໃໝ່​ແລ້ວ

ນາງ ​ແວວ ຄຳ​ມູນ​ທາ

 

ບ້ານ ຕັນ​ເໜືອ ​ແມ່ນ​ບ້ານ​ໜຶ່ງ ທີ່​ຂຶ້ນ​ກັບ​ກຸ່ມ​ບ້ານ ​ແກ່ວ​ແສດ ​ເມືອງ​ຄູນ ​ແຂວງຊຽງ​ຂວາງ ຫ່າງ​ຈາກ​ເທດສະບານ​ເມືອງ​ປະມານ 35ກິ​ໂລ​ແມັດ ປະກອບ​ມີ 114 ຄອບ​ຄົວ, ມີ 2​ ຊົນ​ເຜົ່າ​ຢູ່​ຮ່ວມ​ກັນຄື: ​ເຜົ່າ​ມົ້ງ ​ແລະ ​ເຜົ່າ​ລາວ​ລຸ່ມ ປະກອບ​ມີພົນລະ​ເມືອງ​ທັງ​ໝົດ 678 ຄົນ, ຍິງ 341 ຄົນ ອາຊີບຕົ້ນຕໍຂອງເຂົາເຈົ້າແມ່ນເຮັດນາ ປູກຝັງ ແລະ ລ້ຽງສັດ​ເປັນອາຊີບສໍຳຮອງ.

          ໄລຍະຜ່ານມາ ບ້ານ ຕັນ​ເໜືອ ແມ່ນບໍ່ມີໂຮງຮຽນພຽງພໍ ພົບຄວາມຫຍຸ້ງຍາກຫລາຍ ເດັກນ້ອຍໃນເກນອາຍຸເຂົ້າໂຮງຮຽນກໍບໍ່ໄດ້ເຂົ້າໂຮງຮຽນເປັນປົກກະຕິ ​ແລະ ໄດ້ປ່ຽນກັນຮຽນຕອນເຊົ້າ, ຕອນແລງ ຖ້າຈະໄປເຂົ້າໂຮງຮຽນຢູ່ບ້ານອື່ນ​ແມ່ນ​ຫຍຸ້ງ​ຍາກ ​ແລະ ​ເຮັດ​ໃຫ້​ເດັກນ້ອຍ​ບໍ່​ທັນ​ໂຮງຮຽນ.

          ຕົກມາຮອດຮອບວຽນ 13 ສົກປີ (2015-2016) ບ້ານ ຕັນ​ເໜືອ ແມ່ນບ້ານໜຶ່ງທີ່ໄດ້ຮັບທຶນຊ່ວຍເຫຼືອ ຈາກ ທລຍ ເຂົ້າໃນການກໍ່ສ້າງໂຮງຮຽນອະນຸບານ 2 ຫ້ອງ ມູນ​ຄ່າ 352,933,344ກີບໃນນັ້ນ ທຶນ ທລຍ ແມ່ນ 319,748,344ກີບ, ຊຸມຊົນແມ່ນ 33,185,000ກີບການກໍ່ສ້າງເລີ່ມລົງມືກໍ່ສ້າງແຕ່ວັນທີ່02/4/2016ປະຈຸບັນການ​ກໍ່ສ້າງ​​ແມ່ນ​ໄດ້​ສຳ​ເລັດ 100% ​​ແລະ ​ໄດ້​ມອບ​ໃຫ້​ຊຸມ​ຊົນ​ເປັນ​ຜູ້​ຄຸ້ມ​ຄອງ​ນໍາ​ໃຊ້​ແລ້ວ.

          ທ່ານ ​ບົວ​ຢ່າ ນາຍບ້ານ ບ້ານ ຕັນ​ເໜືອ ພ້ອມດ້ວຍພໍ່ແມ່ປະຊາຊົນໝົດບ້ານໄດ້ກ່າວວ່າ: “ພວກ​ຂ້າພະ​ເຈົ້າມີຄວາມດີອົກດີໃຈຫຼາຍທີ່ ທລຍ ໄດ້ໃຫ້ທຶນໃນການກໍ່ສ້າງໂຮງຮຽນຫຼັງນີ້ ຜ່ານມາບ້ານພວກ​ເຮົາ​ແມ່ນ​ພົບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຍ້ອນ​​ໂຮງຮຽນ​ບໍ່​ພຽງພໍ​ເດັກນ້ອຍຮຽນບໍ່​ເຕັມ​ເມັດ​ເຕັມ​ໜ່ວຍ ຫລື​ເວົ້າ​ອີກ​ຢ່າງ​ໜຶ່ງ​ແມ່ນ​ຮຽນ​ຫ້ອງ​ຄວບ“.  

ທ່ານ ບົວ​ຢ່າ​ກ່າວ​ຕື່ມ​ວ່າ: “ພວກ​ຂ້າພະ​ເຈົ້າ​ຈະ​ພ້ອມ​ພາກັນ ​ເອົາ​ໃຈ​ໃສ່​ໃນ​ການ​ປົກ​ປັກ​ຮັກສາ​ໂຮງຮຽນ​ຫລັງ​ນີ້ ​ໃຫ້​ມີ​ຄວາມ​ຍືນ​ຍົງ ນໍາ​ໃຊ້​ໄດ້​ຍາວ​ນານ ​ເພື່ອ​ເຮັດ​ແນວ​ໃດ ໃຫ້ລູກຫຼານໄດ້ເຂົ້າໂຮງຮຽນທົ່ວເຖິງກັນ ແລະຈະໄດ້ຫຼຸດຜ່ອນການກືກໜັງສືໃນອນາຄົດ ​ໂດຍສະ​ເພາະ ທາງ​ບ້ານ​ຂ້າພະ​ເຈົ້າ​ຈະ​ໄດ້ສ້າງກອງທຶນໃນການປົກປັກຮັກສາ ​ແລະ ບູລະນະ​ສ້ອມ​ແປງ​ຂຶ້ນ ​ແລະ ຈະ​ເກັບ​ເງິນ​ນໍາ​ພໍ່​ແມ່​ນັກຮຽນ ຄອບຄົວ​ລະ 3,000 ກີບ ເພື່ອ​ເປັນ​ທຶນຮອນ​ໃນ​ການ​ສ້ອມ​ແປງ​ໃນ​ເວລາ​ມີ​ສິ່ງ​ເປ່​ເພ“.

Attachment: