ການລົງຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການຍ່ອຍ ຢູ່ 2 ແຂວງເປົ້າໝາຍ

Posting Date: 
31 Aug 2017

ການ​ລົງ​ຕິດຕາມ​ກວດກາ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ ຢູ່ 2 ​ແຂວງ​ເປົ້າ​ໝາຍ

 

​ໂດຍ: ປອ. ຫັດ​ທະ​ຈັນ ພິມ​ພັນທະ​ວົງ

          ເພື່ອຕິດຕາມພາບລວມການຈັດຕັ້ງປະຕິບັດວຽກງານ ທລຍ ຢູ່​ແຂວງ​ຊຽງ​ຂວາງ ​ແລະ ຫົວພັນ, ລວມທັງການກວດກາຄວາມຖືກຕ້ອງຂອງ​ເພດານກຸ່ມ ແລະ ງົບປີສຸດທ້າຍຂອງສອງແຂວງ ເພື່ອເປັນແບບຢ່າງໃຫ້​ແກ່ແຂວງອື່ນໆ ພ້ອມທັງແນະນຳສິ່ງທີ່ຕ້ອງເອົາໃຈໃສ່ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ເພື່ອທົດລອງການນຳໃຊ້ແບບສອບຖາມປະເມີນພາຍໃນກ່ຽວກັບຄຸນນະພາບໂຄງການຍ່ອຍ ແລະ ປະເມີນວຽກງານ ກຸ່ມ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ (ກຊກ), ເພື່ອແນະນຳກ່ຽວກັບການເກັບຂໍ້ມູນວຽກງານ ສະ​ແດ​ງຄຳຄິດເຫັນ ແລະ ແກ້ໄຂບັນຫາ ໃຫ້ແກ່ທິມງານແຂວງ ແລະ ເມືອງ.

             ສະ​ນັ້ນ ​ໃນ​ລະຫວ່າງ​ວັນ​ທີ 16-24 ສິງຫາ 2017 ຕາງໜ້າ​ຄະນະ​ຮັບຜິດຊອບ​ໂຄງການ ທລຍ ຂັ້ນ​ສູນ​ກາງ ປອ. ຫັດ​ທະ​ຈັນ ພິມ​ພັນທະ​ວົງ, ຫົວໜ້າ​ພະ​ແນ​ກຕິດຕາມ-ປະ​ເມີນ​ຜົນ ຈຶ່ງ​ໄດ້​ລົງ​ເຮັດ​ວຽກ​ພາກ​ສະໜາມ​ຢູ່​ແຂວງ​ຊຽງ​ຂວາງ ​ແລະ ຫົວພັນ ​ເຊິ່ງ​ໃນ​ນັ້ນ​ ໄດ້ໄປຢຽ້ມຢາມຊຸມຊົນບ້ານຖໍ້າເສືອ, ກຸ່ມບ້ານ ຄັງພະນຽນ, ເມືອງ ຫນອງແຮດ, ແຂວງ ຊຽງຂວາງ ເຊິ່ງໄດ້ຮັບການຊ່ວຍເຫລືອຈາກ ທລຍ ຄື: ຕະຂ່າຍໄຟຟ້າ ປີ 2008, ທະລຸເສັ້ນທາງຊົນນະບົດ ປີ 2011 ແລະ ໂຮງຮຽນປະຖົມທີ່ຫາກໍ່ສ້າງສຳເລັດ ປີ 2017 ​ແລະ ມອບ​ໃຫ້​ຊຸມ​ຊົນ​ເປັນ​ຜູ້​ຄຸ້ມ​ຄອງ ​ແລະ ນໍາ​ໃຊ້. ເພື່ອ​ເປັນ​ການ​ຢ້ຽມຢາມ​ຖາມ​ຂ່າວ​ເຖິງ​ພໍ່​ແມ່​ປະຊາຊົນ, ຕິດຕາມ​ການ​ນຳ​ໃຊ້​ໂຄງການ​ຍ່ອຍ​ທີ່ ທລຍ ​ໄດ້​ໃຫ້ການ​ສະໜັບສະໜູນຈາກ ທລຍ 1 ແລະ ທລຍ 2 ​ແລະ ຕິດຕາມ​ຄວາມ​ຄືບ​ໜ້າ​ຂອງ​ການ​ກໍ່ສ້າງ​ໂຄງການ​ຍ່ອຍ​ຂອງ ທລຍ 3 ໃນ​ຮອບ​ວຽນ​ທີ 14; ​ ​ເຊິ່ງຊຸມ​ຊົນ​ແມ່ນ​ມີ​ຄວາມເພິ່ງພໍໃຈ ​ແລະ ຂອບ​ໃຈ​ມາ​ຍັງ ທລຍ ​ແຂວງ ​ແລະ ສູນ​ກາງ ກໍ​ຄື​ພັກ ​ແລະ ລັດຖະບານ ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ບ້ານ​ຂອງ​ເຂົາ​ເຈົ້າ. ນອກຈາກນັ້ນຊຸມ​ຊົນ​ ກໍ່ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ແຕກ​ຕ່າງ​ລະຫວ່າງ ກ່ອນ ​ແລະ ຫຼັງທີ່ມີການທະລຸເສັ້ນທາງໂດຍ ທລຍ ຄື​ວ່າ: ກ່ອນ​ໜ້າ​ທີ່ ທລຍ ຍັງ​ບໍ່​ໄດ້​ຊ່ວຍ​ເຫຼືອ ຊຸມ​ຊົນ​ພາຍ​ໃນ​ບ້ານ ​ແມ່ນ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ທີ່​ສຸດ, ການ​ໄປມາຫາສູ່​ກັນ​ກໍ່​ພົບ​ຄວາມ​ຫຍຸ້ງຍາກ, ບໍ່​ມີ​ໄຟຟ້າ​ໃຊ້, ​ເດັກນ້ອຍ​ພາຍ​ໃນ​ບ້ານ​ກໍ່​ຫຍຸ້ງຍາກ​ໃນ​ການ​ຮ່ຳຮຽນ​ໜັງສື, ພາຍ​ໃນ​ບ້ານ​ມີ​ສິນຄ້າ​ກໍ່​ບໍ່​ສາມາດ​ນຳ​ອອກ​ໄປ​ຂາຍ​ຢູ່​ຕະຫຼາດ​ໄດ້ ​ແຕ່​ພາຍຫຼັງ​ທີ່ ທລຍ ​ເຂົ້າ​ມາ​ໃຫ້ການ​ຊ່ວຍ​ເຫຼືອ ​ໂຄງການ​ປະ​ເພດ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຊຸມ​ຊົນ​ດີ​ຂຶ້ນ​ຫຼາຍ, ມີ​ການ​ໄປມາຫາສູ່​ກັນ​ໄດ້​ສະດວກ, ສາມາດ​ນຳ​ເອົາ​ສິນຄ້າ​ອອກ​ໄປ​ຂາຍ ​ແລະ ມີ​ພໍ່ຄ້າ​ແມ່​ຄ້າ ​ເຂົ້າ​ມາ​ຊື້​ເອົາ​ສິນຄ້າ​ຢູ່​ພາຍ​ໃນ​ບ້ານ ​ເປັນ​ຕົ້ນ​ແມ່ນ ໝາກ​ໝັ້ນ, ໝາກຄາຍ ​ແລະ ອື່ນໆ, ມີ​ໄຟຟ້າ​ນຳ​ໃຊ້ທີ່ສາມາດຕໍ່າຫູກໃນຕອນຄໍ່າ ​ແລະ ມີໂຮງຮຽນເຮັດໃຫ້​ເດັກນ້ອຍ​ພາຍ​ໃນ​ບ້ານ​ກໍ່​ໄດ້​ເຂົ້າ​ຮຽນ​ຕາມ​ເກນ​ອາຍຸ ​ແລະ ບໍ່​ແອ​ອັດຄື​ໄລຍະ​ຜ່ານ​ມາ.

             ຫລັງ​ຈາກ​ນັ້ນ ​ໄດ້​ໄປ​ຢ້ຽມຢາມບ້ານຕອງ, ກຸ່ມບ້ານໂພນທອງ, ເມືອງ ວຽງໄຊ, ແຂວງຫົວພັນ ເຊິ່ງໄດ້ຮັບການ​ຊ່ວຍ​ເຫລືອ​ໃນ​ການ​ກໍ່ສ້າງໂຮງຮຽນ ປະຖົມ 1 ຫລັງຈາກ ທລຍ 3, ຮອບວຽນ 14(ປີ2017), ເລີ່ມກໍ່ສ້າງຕັ້ງແຕ່ ເດືອນ ກໍລະກົດ 2017 ແລະ ຄາດວ່າຈະສໍາເລັດພາຍໃນເດືອນກັນຍາ 2017 ນີ້.ເຊິ່ງຕົວແທນປະສານງານກຸ່ມບ້ານກໍ່ໄດ້ລາຍງານສະພາບລວມໃນການຈັດຕັ້ງປະຕິບັດ ໃນດ້ານການຮ່ວມຂັ້ນຕອນການເປີດຊອງປະມູນ, ການເລືອກຕົວ​ແທນກຸ່ມບ້ານ, ການຄັດເລືອກຜູ້ຮັບເໝົາກໍ່ສ້າງ, ການຝຶກເຂົ້າອົບຮົມຕ່າງໆລ້ວນແລ້ວແຕ່ໄດ້ເຂົ້າຮ່ວມການຕັດສິນໃຈ ລວມໄປເຖິງການປະກອບ ສ່ວນຂອງຊຸມຊົນ ແລະ ອື່ນໆ ​ເຊິ່ງສາມາດ​ເວົ້າ​ໄດ້​ວ່າ ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ມາ​ຈາກ​ປະຊາຊົນ ​​ໂດຍ​ປະຊາຊົນ ​ແລະ ເພື່ອ​ຜົນ​ປະ​ໂຫຍ​ດຂອງປະຊາຊົນ​ໂດຍ​ແທ້​ຈິງ.