ສະພາບພະນັກງານ ແລະ ຄວາມສອດຄ່ອງກັບບຸລິມະສິດຂອງລັດຖະບານ

Posting Date: 
18 Jul 2013

ສະພາບພະນັກງານ ແລະ ພື້ນທີ່ການເຄື່ອນໄຫວ:
ພະນັກງານທັງໝົດ 17 ຄົນ, ຍິງ 8 ຄົນ. ໃນນີ້, ຂັ້ນເມືອງ 3
ຄົນ, ຍິງ 1 ຄົນ. ຂັ້ນກຸ່ມບ້ານ 14 ຄົນ, ຍິງ 7 ຄົນ.
ຂອບເຂດຂອງໂຄງການ ກວມເອົາ 5 ກຸ່ມບ້ານ, 30 ບ້ານ
ໃນປີທໍາອິດທົດລອງຢູ່ 4 ບ້ານ, ປີທີ່ 2 ຂະຫຍາຍອອກ
26 ບ້ານ
ໂຄງການ ຄປພ ສອດຄ່ອງກັບບຸລິມະສິດຂອງລັດຖະບານ ແລະ ທລຍ II:
ລັດຖະບານໄດ້ສະເໜີໃຫ້ ທລຍ ສະໜັບສະໜູນ ກິດຈະກຳປັບປຸງຊີວິດການເປັນຢູ່; ເພື່ອເຮັດໃຫ້ປະເທດຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2020 ຕາມເປົ້າໝາຍຂອງລັດຖະບານ.
ໂຄງການທົດລອງ ກ່ຽວກັບການປັບປຸງຊີວິດການເປັນຢູ່, ແມ່ນສະໜັບສະໜູນຄວາມຮຽກຮ້ອງຕ້ອງການຂອງລັດຖະບານໂດຍກົງ ແລະ ຖຶກຕ້ອງຕາມແນວທາງນະໂຍບາຍຂອງລັດຖະບານ:
ນະໂຍບາຍດ້ານໂພສະນາການ ປີ 2020 (MDGs);
ດຳລັບເລກທີ 201/ລບ
ນິຕິກຳທີ່ຕິດພັນກັບວຽກງານ ສາມສ້າງ
ຄຳສັ່ງແນະນຳ ແລະ ມະຕິ ເລກທີ 03/ກມສພ
ຍຸດທະສາດ ການພັດທະນາດ້ານກະສິກຳ 2020;
ມະຕິຕົກລົງຂອງກອງປະຊຸມພັກ ຄັ້ງທີ່ 9 ປີ 2011
ໂຄງການທົດລອງ ກ່ຽວກັບການປັບປຸງຊີວິດການເປັນຢູ່ນີ້, ຈະຈັດຕັ້ງປະຕິ ບັດໂດຍ ທລຍ ແລະ ແມ່ນສ່ວນໜຶ່ງຂອງ ໂຄງການ ທລຍ II. ຈະໄດ້ນຳໃຊ້ ຮູບແບບ ແລະ ທິມງານ ທລຍຈັດຕັ້ງປະຕິບັດ