ພາກສະເໜີກ່ຽວກັບໂຄງການ ຄປພ (LONG)

Category: 

ດັ່ງແນວທາງຂອງລັດທະບານລາວ ເພື່ອການຫຼຸດພົ້ນອອກຈາກ ປະເທດດ້ອຍພັດທະນາໃນປີ 2020, ລັດທະບານລາວຈຶ່ງໄດ້ຂໍເພື່ມວົງເງີນງົບປະມານການຊ່ວຍເຫຼືອ ນຳທະນາຄານໂລກເພື່ອເຮັດໃຫ້ໜ້າວຽກຂອງ ທລຍ ສາມາດກວມເອົາກິດຈະກຳ ຄ້ຳປະກັນ ດ້ານສະບຽງອາຫານ ແລະ ໂພສະນາການ. ແລ້ວສ້າງເປັນ ໂຄງການທົດລອງ ເລື້ອງການປັບປຸງຊີວິດການເປັນຢູ່ ແລະ ການຢູ່ດີກິນດີ ເຊິ່ງມີຊືເອີ້ນວ່າ: ໂຄງການປັບປຸງຊີວິດການເປັນຢູ່ ແລະ ຄ້ຳປະກັນ ດ້ານໂພສະນາການ(ຄປພ)ເຊິ່ງໝາຍຄວາມວ່າ:“ເພື່ອລົດລອງ” , ທົດສອບ ຫຼື ລອງເບິ່ງ. ຈຸດປະສົງອີກຢ່າງໜຶ່ງແມ່ນເພື່ອທົດລອງ ແລະ ສ້າງການປ່ຽນແປງໃໝ່ ໂດຍທິດສະດີ ການພັດທະນາໂດຍການຄັບເຄື່ອນຂອງຊຸມຊົນ ຢູ່5ເມືອງບູລິມາສິດ ໃນແຜນງານຫຼຸດຜ່ອນຄວາມທຸກຢາກ ຢູ່ແຂວງສະຫວັນນະເຂດ ແລະ ຫົວພັນ, ເພື່ອສ້າງໃຫ້ຄົວເຮື່ອນຢູ່ຊົນນະບົດທ່ີເປັນເປົ້າໝາຍຂອງໂຄງການ ສາມາດປັບປຸງຊີວິດການເປັນຢູ່ ແລະ ຄວາມຢູ່ດີກິນດີ ຂອງພວກເຂົາໂດຍການເຮັດກິດຈະກຳແບບເປັນກຸ່ມ.

Add new comment

To prevent automated spam submissions leave this field empty.