ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານດ້ານບົດບາດຍິງ-ຊາຍ

Posting Date: 
03 Dec 2013

ທລຍ ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະນັກງານດ້ານ​ບົດບາດ​ຍິງ-ຊາຍ


ໂດຍ:​ແສງ​ອາ​ລຸນ ພິລາ​ຈັນ


​​​            ເມື່ອ​ເວົ້າ​ເຖິງ​ບົດບາດ​ຍິງ-ຊາຍ ​ແລ​້ວ ທລຍ ຍາມ​ໃດ​ກໍ​ພະຍາຍາມ​ເອົາ​ໃຈ​ໃສ່ ຍົກ​ສູງ ​ແລະ ​ໃຫ້​ຄວາມ​ສໍາຄັນ​ຕໍ່​ບັນຫາ​ດັ່ງກ່າວ ​ເຊິ່ງສະ​ແດງ​ອອກ​ໃນ​ເວລາ​ຈັດ​ກອງ​ປະຊຸມ​ວາງ​ແຜນ​ພັດທະນາ​ບ້ານ ​ແລະ ກຸ່ມ​ບ້ານ ທລຍ ​ໄດ້​ມີ​ຂໍ້​ກໍານົດ​ວ່າ: “ຢ່າງ​ໜ້ອຍ 50% ຂອງ​ຈໍານວນ​ຜູ້​ໃຫຍ່​ພາຍ​ໃນ​ບ້ານ(ຜູ້​ທີ່​ມີ​ອາຍຸ 15 ປີ​ຂຶ້ນ​ໄປ) ຕ້ອງ​ໄດ້​ເຂົ້າ​ຮ່ວມ ​ແລະ ຢ່າງ​ໜ້ອຍ 60 % ຂອງ​ຈໍານວນ​ຄອບຄົວ​ຜູ້​ທຸກ​ຍາກ​ພາຍ​ໃນ​ບ້ານ​ຕ້ອງ​ໄດ້​ເຂົ້າ​ຮ່ວມ ​ໃນ​ນັ້ນ ຢ່າງ​ໜ້ອຍ 40% ຂອງ​ຈໍານວນ​ຜູ້​ເຂົ້າ​ຮ່ວມ​ປະຊຸມ​ທັງ​ໝົດ ຕ້ອງ​ແມ່ນ​ແມ່ຍິງ ຖ້າ​ບໍ່​ດັ່ງ​ນັ້ນ ​ໃຫ້​ເລື່ອນ​ກອງ​ປະຊຸມ​ດັ່ງກ່າວອອກ​ໄປ”         


ເພື່ອ​ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ຂອງ​ພະນັກງານ ທລຍ ກ່ຽວ​ກັບ​ບົດບາດ​ຍິງ-ຊາຍ ຫລາຍ​ກວ່າ​ເກົ່າ ​ແລະ ການ​ເຂົ້າ​ຮ່ວມ​ກິດຈະ​ກໍາ​ສັງຄົມ​ຂອງ​ໝົດ​ທຸກ​ຄົນ ສະ​ນັ້ນ ​ໃນ​ວັນ​ທີ 20 ພະຈິກ 2013 ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ(ທລຍ) ​ໄດ້​ຈັດ​ຊຸດ​ຝຶກ​ອົບຮົມ​ຂຶ້ນຢ່າງ​ເປັນ​ທາງ​ການ​ທີ່​ໂຮງ​ແຮມ​​ເມີ​ຄິວ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ກວ້າງ​ ສຸວັນນະ​ພັນ, ຜູ້​ອໍານວຍ​ການ​ບໍລິຫານ ທລຍ ​​ແລະ ໄດ້​ຮັບ​ກຽດການ​ເປັນ​ຄູ​ຝຶກ​ຂອງ​ທ່ານ ນາງ ລິ​ຕ່າ ​ເຈ​ເບີດ(Rita Gebert) ຊ່ຽວຊານ​ດ້ານ​ບົດບາດ​ຍິງ-ຊາຍ ຈາກ​ປະ​ເທດ​ເຢຍລະ​ມັນ​ແລະ ທ່ານ ນາງ ນີ ຫລວງໂຄດ, ທີ່ປຶກສາ/ຄູຝຶກດ້ານການພັດທະນາຊຸມຊົນ, ບົດບາດຍິງ-ຊາຍ ແລະ ສັງຄົມ. ​ເຊິ່ງການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​ໄດ້​ມີ​ນັກ​ສໍາ​ມະ​ນາກ​ອນມາ​ຈາກ​ຫ້ອງການ ທລຍ ສູນ​ກາງ 7 ທ່ານ ​ແລະ 10 ທ່ານ​ຈາກ 10 ​ແຂວງ​ເປົ້າ​ໝາຍ​ຂອງ ທລຍ: ​ຜົ້ງ​ສາລີ, ຫລວງ​ນໍ້າ​ທາ, ຫົວພັນ, ອຸດົມ​ໄຊ, ຊຽງ​ຂວາງ, ຫລວງ​ພະ​ບາງ, ສະຫວັນນະ​ເຂດ, ​ເຊ​ກອງ, ສາລະ​ວັນ ​ແລະ ອັດ​ຕະປື.


ສໍາລັບ​ການ​ຝຶກ​ອົບຮົ​ມ​ໃນ​ຄັ້ງ​ນີ້​ແມ່ນ​​ໄດ້​ດໍາ​ເນີນ​ເປັນ​ເວລາ 2 ວັນ​ເຕັມ ​ເຊິ່ງບັນດາ​ນັກ​ສໍາ​ມະ​ນາກ​ອນ​ໄດ້​ຮຽນ​ຮູ້​ຫລາຍໆ​ຫົວ​ຂໍ້​​ເຊັ່ນ: ​ເພດ, ບົດບາດ​ຍິງ-ຊາຍ, ການ​ພັດທະນາ​ແມ່ຍິງ, ບົດບາດ​ຍິງ-ຊາຍ ​ແລະ ການ​ພັດທະນາ, ສິດສະ​ເໝີ​ພາບ ລະຫວ່າງ ຍິງ​ຊາຍ ສະ​ແດງ​ອອກ​ຄື​ແນວ​ໃດ?, ຫລັກການ​ສິດສະ​ເໝີ​ພາບ​ຕາມ​ສົນທິສັນຍາ​ຊີ​ດໍ, ການ​ມີ​ສ່ວນ​ຮ່ວມ​ຂອງ​ກຸ່ມ​ສັງຄົມ​ສະ​ເພາະ​ແມ່ນ​ຫຍັງ, ການ​ຍົກ​ເວັ້ນການ​ມີ​ສ່ວນ​ຮ່ວມ​ຂອງ​ກຸ່ມ​ສັງຄົມ​ສະ​ເພາະ​ແມ່ນ​ຫຍັງ, ​ເປັນ​ຫຍັງ​ການ​ມີ​ສ່ວນ​ຮ່ວມ​ຂອງ​ກຸ່ມ​ສັງຄົມ​ສະ​ເພ​າະຈຶ່ງ​ເປັນ​ສິ່ງ​ສໍາຄັນ. ​ເຊິ່ງຄູ​ຝຶກ​ໄດ້​ນໍາ​ໃຊ້​ຮູບ​ແບບ​ໃນ​ການ​ແບ່ງ​ກຸ່ມ​ຄົ້ນ​ຄົ້ວ​ເປັນ​ກຸ່ມ ​ແລະ ​ໃຫ້​ຕາງໜ້າ​ກຸ່ມ​ນໍາ​ສະ​ເໜີ​ຂອງ​ຜົນ​ການ​ຄົ້ນ​ຄົ້ວ​ໃນ​ແຕ່​ລະ​ຫົວ​ຂໍ້ ​ເພື່ອ​ເປັນ​ການ​ລະ​ດົມ​ສະໝອງ​ຂອງ​ແຕ່ລະຄົນ ​ໃຫ້​ເກີດ​ມີ​ການ​ພັດທະນາ​ສະໝອງ​ຂອງ​ເຂົາ​ເຈົ້າ ​ຫລັງ​ຈາກ​ນັ້ນ ຄູ​ຝຶກ​ໄດ້​ສະຫລຸບ​ການ​ນໍາ​ສະ​ເໜີ​ຂອງ​ແຕ່​ລະ​ກຸ່ມ​ຄົ້ນ​ຄົ້ວ ພ້ອມ​ທັງ​ນໍາ​ສະ​ເໜີ​ບົດຮຽນ​ຂອງ​ແຕ່​ລະ​ຫົວ​ຂໍ້ ຕົວຢ່າງ:


ສິດສະ​ເໝີ​ພາບ ລະຫວ່າງ​ຍິງ​ຊາຍສະ​ແດງ​ອອກ​ແນວ​ໃດ?


ຍິງ ​ແລະ ຊາຍ​ຖືກ​ຮັບ​ຮູ້​ວ່າ​ມີ​ຖານະ​ພາບ​ເຊັ່ນ​ດຽວ​ກັນ ​ແລະ ​ໄດ້​ຮັບ​ເງື່ອນ​ໄຂ​ເຊັ່ນ​ດຽວ​ກັນ ​ເພື່ອ​ຊົມ​ໃຊ້​ສິດທິ​ມະນຸດ​ຂອງ​ເຂົາ​ເຈົ້າ, ​ເພື່ອ​ສະ​ແດງ​ສັກ​ກາ​ຍະ​ພາບ​ຂອງ​ເຂົາ​ເຈົ້າ ​ເຊັ່ນ​ດຽວ​ກັນ ​ໃນ​ທຸກ​ຂົງ​ເຂດ​ການ​ພັດທະນາ. ຍິງ ​ແລະ ຊາຍ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ເຊັ່ນ​ດຽວ​ກັນ​ຈາກ​ການ​ພັດທະນາ.


ທ່ານ ສໍ​ສະຫວັນ ບານ​ຄໍາ​ມີ, ຜູ້​ປະສານ​ງານ ທລຍ ​ແຂວງ​ຫົວພັນ ​ເຊິ່ງ​ເປັນ​ຜູ້​ໜຶ່ງ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ​ໄດ້​ກ່າວ​ວ່າ: “ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ພາກພູມ​ໃຈ​ຫລາຍ ທີ່​ໄດ້​ມີ​ໂອກາດ​ມາ​ເຂົ້າ​ຮ່ວມ​ໃນ​ການ​ຝຶກ​ອົບຮົມ​ບົດບາດ​ຍິງ-ຊາຍ​ໃນ​ຄັ້ງ​ນີ້ ​ເພາະວ່າ​ບໍ່​ເຄີຍ​ໄດ້​ຝຶກ​ອົບຮົມ​ໃນ​ລັກສະນະ​ນີ້​ຈັກ​ເທື່ອ ​ເພາະ​ຄັ້ງ​ນີ້​ທາງ ທລຍ ​​ໄດ້​ເຊີນ​ເອົາ​ຊ່ຽວຊານ​ມາ​ແຕ່​ປະ​ເທດ​ເຢຍລະ​ມັນ ມາ​ຝຶກ​ອົບຮົມ​ໃຫ້​ສະ​ເພາະ ຂ້າພະ​ເຈົ້າ ຈະ​ນໍາ​ເອົາ​ຄວາມ​ຮູ້​ໃນ​ຄັ້ງ​ນີ້​ໄປ​ເຜີຍ​ແຜ່​ໃຫ້​ອ້າຍ​ນ້ອງ​ພະນັກງານ ທລຍ ຢູ່​ແຂວງ​ຂອງ​ຕົນ ​ແລະ ທີ່​ສໍາຄັນ​ແມ່ນ​ຈະ​ໄດ້​ຜັນ​ຂະຫຍາຍ​ຄວາມ​ຮູ້​ທີ່​ຕົນ​ໄດ້​ຮຽນ​ໃນ​ຄັ້ງ​ນີ້ ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ຕົນ ​ໃຫ້​ປະກົດຜົນ​ເປັນ​ຈິງ”.