ກອງປະຊຸມສະພາບໍລິຫານ ທລຍ ຄັ້ງທີ 20

Posting Date: 
01 Jul 2014

ກອງ​ປະຊຸມ​ສະພາ​ບໍລິຫານ ທລຍ ຄັ້ງ​ທີ 20


ໂດຍ: ​ ທລຍ


ກອງ​ປະຊຸມ​ສະພາ​ບໍລິຫານ ທລຍ ສະ​ໄໝ​ສາມັນ​ຄັ້ງ​ທີ 20 ​ໄດ້​ໄຂ​ຂື້ນ​ໃນ​ວັນ​ທີ 26 ມີ​ຖຸນາ 2014 ຜ່ານ​ມາທີ່​ແຂວງ​ອັດ​ຕະປື. ກອງປະຊຸມສະພາບໍລິຫານ ຄັ້ງນີ້ໄດ້ໄຂຂຶ້ນ ໃນທ່າມກາງບັນຍາກາດ ທີ່ທົ່ວພັກທົ່ວ ລັດ ທົ່ວປວງຊົນພວກເຮົາ ພວມຜັນຂະຫຍາຍ ການ​ເຮັດທົດລອງສາມສ້າງແລະ ຂະບວນການຮັກຊາດ-ພັດທະນາ ເຂົ້າສູ່ລວງເລິກ ຊຶ່ງ​ເປັນການ​ເພີ່ມ​ທະວີ​ກຳລັງ​​ແຮງເຂົ້າໃນວຽກງານ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກຢູ່​ໃນ ສປປ ລາວ ​ຂອງພວກເຮົາ.


ຈຸດປະສົງຂອງກອງປະຊຸມ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ທົບ​ທວນຄືນການຈັດ​ຕັ້ງ​ປະຕິບັດ​ໜ້າ​ວຽກຂອງ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກຍາກ ​ໃນ 1 ປີ ຜ່ານ​ມາ ​ເຊິ່ງນັບ​ແຕ່​ກອງ​ປະຊຸມ ສະພາ​ບໍລິຫານ​ຄັ້ງ​ທີ 19 ທີ່ແຂວງຊຽງ​ຂວາງ ທີ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ພຶດສະພາ 2013 ຈົນ​ມາ​ເຖິງ​ປະຈຸ​ບັນ  ​ແລະ ພິຈາລະນາບັນຫາ​ຕ່າງໆ ລວມທັງສະ​ເໜີ​ແຜນການ​ຈັດ​ຕັ້ງ​ປະຕິບັດ​ໃນ​ອີກ 1 ປີ​ຕໍ່ໜ້າ.


ກອງ​ປະຊຸມ​ຄັ້ງ​ນີ້​​ໄດ້​ຮັບກຽດ​ເປັນ​ປະທານຂອງ​ທ່ານ ບຸນ​ເຮືອງ ດວງ​ພະຈັນ ລັດຖະມົນຕີ​ປະ​ຈໍາ​ຫ້ອງ​ວ່າການ​ລັດຖະບານ, ຫົວໜ້າ​ຄະນະ​ພັດທະນາຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ, ປະທານ​ສະພາ​ບໍລິຫານ ທລຍ, ພ້ອມ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ນາງ ຫວັດ​ສະ​ດີ ​ໂຄດ​ໂຍທາ, ຮອງ​ເຈົ້າ​ແຂວງ​ອັດ​ຕະປື, ທ່ານ ນາງ ​ເຂັມ​ເພັດ ພົນ​ເສນາ, ຜູ້​ຊົງ​ຄຸນ​ວຸດ​ທິ, ທ່ານ ດຣ. ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ, ລັດຖະມົນຕີ​ຊ່ວຍ​ກະຊວງ​ສາທາລະນະ​ສຸກ, ທ່ານ ດຣ. ຄໍາ​ມະນີ ອິນ​ທິລາດ, ລັດຖະມົນ​ຕີ​ຊ່ວຍ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່,ແລະຕາງໜ້າຈາກກະຊວງທີ່​ກ່ຽວຂ້ອງ, ອົງການ​ຈັດ​ຕັ້ງ​ມະຫາຊົນ ແລະ ຮອງ​ເຈົ້າ​ແຂວງ​ຂອງ 9 ​ແຂວງ​ເປົ້າ​ໝາຍທີ່​ຍັງ​ເຫລືອ. ນອກຈາກ​ນັ້ນ ພິ​ເສດ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ​ໄດ້​ມີ​ບັນດາ​ຜູ້​ໃຫ້​ທຶນ​ເຂົ້າ​ຮ່ວມ​ເຊັ່ນ: ທະນາຄານ​ໂລກ ລວມທັງ​ໝົດ  70 ທ່ານ.


ທີ່​ກອງ​ປະຊຸມ​​ໄດ້​ມີ​ການ​ປຶກສາ​ຫາລື​ກັນ​ລະຫວ່າງບັນດາຜູ້​ໃຫ້​ທຶນ ​ແລະ ຄະ​ນະ​ກໍາມະການ​ສະພາ​ບໍລິ ຫານ ທລຍ ​ໃນ​ຫລາຍ​ຫົວ​ຂໍ້​ເຊັ່ນ:


1.     ສິ່ງ​ທີ່​ໄດ້​ພົບ​ເຫັນ ຈາ​ກການ​ປະ​ເມີນ​ຜົນ ​ໄລຍະ​ກາງ​ສະ​ໄໝ, ວຽກ​ງານ ທລຍ II ​​ຂອງ​ຜູ້​ໃຫ້​ທຶນ


2.    ປຶກສາ​ຫາລື ກ່ຽວກັບ ທຶນ​ປະກອບສ່ວນ​ຂອງ​ລັດ​ຖະບານ


3.    ປຶກສາ​ຫາລື​ທິດ​ທາງ​ກ່ຽວ​ກັບ ທລຍ III ​ໂດຍ​ອີງ​ໃສ່​ສິ່ງ​ທີ່​ຄົ້ນ​ພົບ​ຈາກ ການ​ປະ​ເມີນ​ຜົນ​ໄລຍະ​ກາງ​ສະ​ໄໝ​ວຽກບານ ທລຍ II ​ແລະ ​ເໜັ້ນ​ໃສ່​ສົນທະນາໂຄງ​ສ້າງ, ຂອບ​ເຂດ​ໜ້າ​ວຽກ, ດ້ານ​ການ​ເງີ​ນ: ກິດຈະ​ກໍາ​ຫລັກ ສໍາລັບ​ອີກ 5 ປີ​ຕໍ່ໜ້າ ​ເປັນ​ຕົ້ນ​ແມ່ນ: ກຸ່ມ​ເປົ້າໝາຍ(ບ້ານ, ​ແຂວງ ​ແລະ ​ເມື​ອງ) ຈະ​ຈັດ​ຕັ້ງ​ປະຕິບັດ, ​ໂຄ​ງຮ່າງ​ການຈັດ​ຕັ້ງ​ດ້ານ​ການ​ບໍລິຫານ, ການ​ເງິນ ​ແລະ ອື່ນໆ. ນອກຈາກ​ນັ້ນ ຍັງ​ໄດ້ ປຶກສາ​ຫາລື ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ ​ໃນ​ການ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ ​ແລະ ການ​ສ້າງ​ຄວາ​ມ​ເຂັ້ມ​ແຂງ​ໃຫ້​ແກ່​ຂະ​ບວນ ການມີ​ສ່ວນ​ຮ່ວມ​ທີ່​ມີ​ຄຸນ​ນະພາ​ບມີ​ຫັຍ​ງ​ແດ່ ລວມທັງ​ການ​ກະກຽມ​ດ້ານ​ການ​ເງີ​ນ ​ແລະ ການ​ປະສານ​ສົມ​ທັບ​ກັບ​ໂຄງການ​ອື່ນໆ ກ່ຽວ​ກັບ ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ດ້ານ​ສຸຂະ​ສຶກສາ, ດ້ານ​​ໂພຊະນາ​ການ ​ແລະ ອື່ນໆ ເພື່ອ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດກໍ​ຄື​ຫລຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020.


ທ່ານ ບຸນ​ກວ້າງ ສຸວັນນະ​ພັນ ຜູ້​ອໍານວຍ​ການ​ບໍລິຫານ ທລຍ ​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ ກ່ຽວ​ກັບ​ການ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ທລຍ ​ໃນ 1 ປີຜ່ານມາ​ວ່າ ມີ​ຂໍ້​ສະດວກ ​ແລະ ຂໍ້​ຫຍຸ້ງຍາກ​ຄື​ແນວ​ໃດ ​ແລະ ຄວນ​ຈະ​ມີ​ການ​ປັບປຸງ​ໃນ​ຕໍ່ໜ້າ​ຄື​ແນວ​ໃດ. ສໍາລັບ​ສົກ​ປີ 2013-2014 ກໍ​ຄືຮອບວຽນ​ທີ 11 ​ຈະ​ນໍາ​ໃຊ້​ງົບປະມານ 78,321 ຕື້​ກີບ ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ 338 ໂຄງການ​ຍ່ອຍ ​ໃນ​ນີ້ 86 ​ໂຄງການ​ຍ່ອຍ ຈະ​ນໍາ​ໃຊ້​ທຶນ​ສົມທົບ​ຂອງ​ລັດຖະບານ​ຈໍານວນ 16 ຕື້​ກີບ ​ແລະ ຈະ​ຈັດ​ຕັ້ງ​ປະຕິບັດ​ຢູ່ 1,950 ບ້ານ, 278 ກຸ່ມ​ບ້ານ​, 42 ​ເມືອງ​ ຂອງ 10 ​ແຂວງ ໝາຍ​ຄວາມ​ວ່າ​ມີ 2 ​ເມືອງ ​ເພີ້​ມຂຶ້ນ​ຈາກ​ປີຜ່ານມາ​ຄື: ​ເມືອງ​ໄຊ​ແຂວງ​ອຸດົມ​ໄຊ, ​ແລະ ​ເມືອງ​ຈອມ​ເພັດ​ແຂວງ​ຫລວງ​ພະ​ບາງ.


​ເພື່ອ​ເຮັດ​ກອງ​ປະຊຸມ​ສະພາ​ບໍລິຫານ​ໃນ​ເທື່ອ​ນີ້​ມີ​ຄວາມ​ໝາ​ຍຄວາມ​ສໍາຄັນ​ນັ້ນ ທ່ານ ບຸນ​ເຮືອງ ດວງ​ພະຈັນ ລັດຖະມົນຕີ​ປະ​ຈໍາ​ຫ້ອງ​ວ່າການ​ລັດຖະບານ, ຫົວໜ້າ​ຄະນະ​ພັດທະນາຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ, ປະທານ​ສະພາ​ບໍລິຫານ ທລຍ ​ໄດ້​ກ່າວມີ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ວ່າ: ວຽກ​ງານ ທລຍ ກໍ​ແມ່ນ​ວຽກອັນດຽວກັນກັບວຽກສາມສ້າງ ໂດຍ​ສະ​ເພະ ການ​ສ້າງ​ບ້ານ​ໃຫ້​ເປັນ​ຫົວ​ໜ່ວຍຍພັດທະນາ ເພາະວ່າວຽກງານ ​ ​ທລຍ ກໍແມ່ນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້​ແກອຳນາດ​ການ​ປົກຄອງ ​ແລະ ພໍ່​ແມ່​ປະຊາຊົນ ຢູ່ຂັ້ນທ້ອງຖີ່ນ ເພື່ອ​ໃຫ້ເຂົາເຈົ້າສາມາດດຳເນີນການ​ພັດທະນາຊຸມຊົນຂອງເຂົາເຈົ້າ ດ້ວຍໂຕຂອງເຂົາເຈົ້າເອງ ຊຶ່ງສອດຄ່ອງກັບ ຫລັກການ ແລະ ທິດທາງຂອງພກ-ລັດເຮົາ ທີ່ເວົ້າວ່າ ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຊຶ່ງເປັນການມອບສິດ ແລະ ໃຫ້ພໍ່ໍແມ່ປະຊາຊົນ ເປັນເຈົ້າໂຕເອງ ໃນການພັດທະນາ  ແລະ ຫຼຸດຜ່ອນແນວຄິດເອື່ອຍອີງຂອງເຂົາເຈົ້າລົງເທື່ອລະກ້າວ ນອກຈາກນັ້ນ ທລຍ ກໍໄດ້້ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ຮັບຜິດຊອບຢູ່ແຕ່ລະກຸ່ມບ້ານ ແລະ ແຕ່ລະບ້ານ ທີ່ໄດ້ຮັບໂຄງການຍ່ອຍ ຊຶ່ງເປັນການສົ່ງເສີມສ້າງນັກພັດທະນາກັບທີ່ຢູ່ຂັ້ນທ້ອງຖີ່ນ ຕາມທິດຊີ້ນຳ ຂອງພະນະທ່ານປະທານປະເທດທີ່ໄດ້ກ່າວ ຢູ່ກອງປະຊຸມ ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທົ່ວປະເທດ ເທື່ອທີ່ 3.


ສະ​ນັ້ນ ພວກ​ເຮົາຈະໄດ້ພ້ອມກັນປຶກສາຫາລື ແລະ ຊອກຫາວິທີການປັບປຸງ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານ ທລຍ 2 ໃຫ້ມີຜົນສຳເລັດ ຕາມທີ່ໄດ້ກຳນົດໄວ້ ໃນເບື້ອງຕົ້ນ ພ້ອມ​ທັງປຶກສາຫາລື ກ່ຽວກັບທິດທາງ ກໍຄືການກະກຽມວຽກງານ ທລຍ ໃນອະນາຄົດ ຫຼື ທລຍ ໄລຍະທີ່ 3 (2016-2020) ຊຶ່ງ ພື້ນຖານ ຂອງການປຶກສາຫາລື ກ່ຽວກັບບັນຫານີ້ ແມ່ນອີງໃສ່ ຜົນຂອງ​ການປະ​ເມີນ ໄລຍະກາງວຽກງານ ທລຍ 2 ເປັນຫຼັກ.


 


ສ່ວນກອງ​ປະຊຸມສະພາ​ບໍລິຫານ ທລຍ ຄັ້ງ​ຕໍ່​ໄປ ຫລື ຄັ້ງ​ທີ 21​ແມ່ນ​ຈັດ​ໄດ້​ຈັດ​ຂຶ້ນທີ່​ແຂວງ​ສະຫວັນ​ນະ​ເຂດ.