ທລຍ ປຶກສາຫາລືການເຊື່ອມສານວຽກງານປັບປຸງຊີວິດການເປັນຢູ່ເຂົ້າກັບວຽກງານໂພຊະນາການ ກັບຂະແໜງການທີ່ກ່ຽວຂ້ອງ

Posting Date: 
14 Jul 2014

ທລຍ ປຶກສາ​ຫາລື​ການ​ເຊື່ອມ​ສານ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ເຂົ້າ​ກັບ​ວຽກ​ງານ​ໂພຊະ​ນາ​ການ ກັບ​ຂະແໜງ​ການ​ທີ່​ກ່ຽວຂ້ອງ


​ໂດຍ: ​ແສງ​ອາ​ລຸນ ພິລາ​ຈັນ


ກອງ​ປະຊຸມ​ປຶກສາ​ຫາລື​ການ​ເຊື່ອມ​ສານ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ເຂົ້າ​ກັບ​ວຽກ​ງານ​ໂພຊະ​ນາ​ການ ລະຫວ່າງ ​ໂຄງການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​​ເພື່ອຄໍ້າປະກັນ​ດ້ານ​ໂພຊະ​ນາ​ການ (ທລຍ/ຄປພ) ກັບ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້, ກະຊວງ​ສາທາລະນະ​ສຸກ, ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຂັ້ນ​ສູນ​ກາງ ​ແລະ ຕາງໜ້າບັນດາຜູ້​ໃຫ້​ທຶນ ​ເປັນ​ຕົ້ນ​ແມ່ນ​ທະນາຄານ​ໂລກ ​ເຊິ່ງ​ເປັນ​ກອງ​ປະຊຸມ​ປະຖົມມະ​ເລີກ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກໍລະກົດ 2014 ທີ່​ໂຮງ​ແຮມ Mercure ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ບົວ​ລອງ ອິນ​ທະ​ວົງສາ, ຫົວໜ້າ​ຫ້ອງການ​ຈັດ​ຕັ້ງ-ບໍລິຫານ, ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ແທນ​ທີ່​ມາ​ຈາກ​ກະຊວງ​ທີ່​ກ່ຽວຂ້ອງ, ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຂັ້ນ​ສູນ​ກາງ ​ແລະ ຕາງໜ້າບັນດາຜູ້​ໃຫ້​ທຶນຈໍານວນ​ຫລາຍ​ກວ່າ 35 ທ່ານ .


ກອງ​ປະຊຸມ​ປຶກສາ​ຫາລື​​ໃນ​ຄັ້ງ​ນີ້ ​ໄດ້​ຈັດ​ຂຶ້ນ​ໃນ​ທ່າມກາງ​ບັນຍາກາດ​ທີ່ ສ.ປ.ປ. ລາວ ພວກ​ເຮົາ​ພວມ​ຜັນ​ຂະຫຍາຍ ການ​ທົດ​ລອງ​ວຽກ​ງານ​ສາມ​ສ້າງ ​ແລະ ປະຕິບັດ​ຂໍ້​ແຂ່ງຂັນ​ສ້າງ​ຂະ​ບວນການ​ຮັກ​ຊາດ-ພັດທະນາ ​ເຂົ້າ​ສູ່​ລວງ​ເລີກ ຊຶ່ງ​ເປັນ​ການ​ເພີ້​ມທະວີ ກໍາລັງ​ແຮງ ​ໃຫ້​ແກ່​ວຽກ​ງານ​ພັດທະນາຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຢູ່​ປະ​ເທດ​ຂອງ​ພວກ​ເຮົາ. ພ້ອມ​ດຽວ​ກັນ​ ກອງ​ປະຊຸມ​ໃນ​ເທື່ອ​ນີ້ ​ໄດ້​ຈັດ​ຂຶ້ນ​ຕາມ​ການ​ປະ​ເມີນ​ຕີ​ລາຄາ​ຂອງ​ຜູ້​ໃຫ້​ທຶນ ​ໂດຍ​ສະ​ເພາະ​ແມ່ນ​ທະນາຄານ​ໂລກ​ທີ່​ເຫັນ​ໄດ້​ຄວາມ​ສໍາຄັນ​ຂອງ​ວຽກ​ງານ​ເຊື່ອມ​ສານ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ເຂົ້າ​ກັບ​ວຽກ​ງານ​ໂພຊະ​ນາ​ການ​ຢ່າງ​ເປັນ​ຮູບ​ປະ​ທໍາ ​  ເພື່​ອ​ເຮັດ​ໃຫ້ ສ.ປ.ປ. ລາວ ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ 1 ​ແລະ 3 ​ໃນ​ປີ 2020.


​ໃນ​ປີ 2012 ຜູ້​ໃຫ້​ທຶນ​ໄດ້​ໃຫ້ການ​ສະ​ໜັບສະ​ໜູນ ທລຍ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ທີ່​ເຊື່ອມ​​ເຂົ້າ​ກັບ​ວຽກ​ງານ​ໂພຊະ​ນາ​ການ ພາຍ​ໃຕ້​ໂຄງການ​ທົດ​ລອງ​ທີ່​ມີ​ຊື່ວ່າ: ​ໂຄງການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ເພື່ອ​ຄໍ້າປະກັນ​ດ້ານ​ໂພຊະ​ນາ​ການ (ຄປພ) ຕາມ​ການສະ​ເໜີ​ຂອງ​ລັດຖະບານ​ລາວ ທີ່​ສະ​ເໜີ​ຕໍ່​ທະນາຄານ​ໂລກ ​ໃນ​ການ​ໃຫ້​ທຶນ​ສະໜັບສະໜູນ​ວຽກ​ງານ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ເຊື່ອມ​ເຂົ້າ​ກັບ​ວຽກ​ງານ​ດ້ານ​ໂພຊະ​ນາ​ການ ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ​ໃນ ສ.ປ.ປ. ລາວ.  ​ແລະ ​ໃນ​ລະຫວ່າງ​ຕົ້ນ​ເດືອນ​ເມສາ​ທີ່​ຜ່ານ​ມາ ບັນດາ​ຜູ້​ໃຫ້​ທຶນ ​ໄດ້​ມີ​ການ​ປະ​ເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ໄລຍະ​ກາງ​ສະ​ໄໝ​ຂອງ​ໂຄງການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ເພື່ອ​ຄໍ້າປະກັນ​ດ້ານ​ໂພຊະ​ນາ​ການ ​​ເຊິ່ງຜູ້​ໃຫ້​ທຶນ​ໄດ້​ມີ​ຄໍາ​ເຫັນ​ວ່າ​ຄວນ​ຈະ​ມີ​ການ​ຈັດ​ກອງ​ປະຊຸມປຶກສາ​ຫາລື​ການ​ເຊື່ອມ​ສານ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ເຂົ້າ​ກັບ​ວຽກ​ງານ​ໂພຊະ​ນາ​ການຢ່າງ​ເປັນ​ຮູບ​ປະ​ທໍາ, ດັ່ງ​ນັ້ນ ກອງ​ປະຊຸມ​ຄັ້ງ​ນີ້ ຈຶ່ງ​ມີ​ຄວາມ​ສໍາຄັນ ​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ໂພຊະ​ນາ​ການ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີ​ປະສິດ​ຕິ​ຜົນ.


ທີ່​ກອງ​ປະຊຸມ​ບັນດາ​ຜູ້​ແທນ​ໄດ້​ມີ​ການ​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ ​ແລະ ພ້ອມ​ກັນ​ກໍານົດ​ທິດ​ທາງ​ໃນ​ການຈັດ​ຕັ້ງ​ປະຕິບັດ​ການ​ເຊື່ອມ​ສານ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ເຂົ້າ​ກັບ​ວຽກ​ງານ​ໂພຊະ​ນການ, ພ້ອມ​ທັງ​ກໍານົດ​ແຜນການຈັດ​ຕັ້ງ​ປະຕິບັດ​ເພື່ອ​ນໍາ​ສະ​ເໜີຕໍ່ ຜູ້​ໃຫ້​ທຶນ​ໃນ​ການ​ສະໜັບ​ສະ​ໜູນ​ໃນ​ບາດ ກ້າວ​ຕໍ່​ໄປ. ພິ​ເສດສຸດ​ມ ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ບັນດາ​ຜູ້​ແທນ​ໄດ້​ຍົກ​ເອົາ​ຫລາຍ​ບັນຫາ ​ເພື່ອ​ມາ​ສົນທະນາ​ແລກປ່ຽນ ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ກ່ຽວ​ກັບ​ຍຸດ​ທະ​ສາດ​ແຫ່ງ​ຊາດ ​ເພື່ອ​ຄໍ້າປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ຍຸດ​ທະ​ສາດ​ໃນ​ການ​ຫລຸດຜ່ອນ​ການ​ຂາດ​ສານ​ອາຫານ​ໃນ ສ.ປ.ປ. ລາວ.