ນັກພັດທະນາກອນທ້ອງຖີ່ນ ຄືຂອດຕັດສິນ ການພັດທະນາຊຸມຊົນ

Posting Date: 
06 Aug 2014

ນັກ​ພັດທະນາ​ກອນທ້ອງ​ຖີ່​ນ ​​ຄື​ຂອດ​ຕັດສິນ ​

ການພັດທະນາຊຸມຊົນ

ໂດຍ: ແສງເພັດ ວັນນະວົງ

 

 ເມືອງຈອມເພັດ ແມ່ນນື່ງໃນ 5 ເມືອງ ທີ່ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ກໍາລັງທົດລອງຈັດຕັ້ງປະຕິບັດ ການ​ນຳ​ໃຊ້​ວິທີການພັດທະນາ ທີ່ຂັບເຄື່ອນໂດຍຊຸມຊົນເອງ ແບບເຕັມຮູບແບບ. ຖ້າຫາກໂຄງການດັ່ງກ່າວນີ້​ ມີຜົນສຳເລັດ ກໍຈະກາຍເປັນ​ເຄື່ອງມື ທີ່​ນຳ​ໃຊ້​ເຂົ້າ​ໃນວຽກ​ງານ ທລຍ ໃນຕ່ໍໜ້າ ກໍ​ຄືການແກ້ໄຂຄວາມທຸກຍາກ ຢູ່ເຂດຊົນນະບົດຫ່າງໄກສອກຫລີກ ຂອງ ສ ປ ປ ລາວ.

ຄຳ​ວ່າ: ການພັດທະນາທີ່ຂັບເຄື່ອນດ້ວຍຊຸມຊົນເອງ ມີຄວາມໝາຍອັນດຽວກັນກັບ ຄຳເວົ້າຂອງພັກທີ່ວ່າ:ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ​ແລະ ມັນແມ່ນການມອບຄວາມຮັບຜິດຊອບ​ໃຫ້​ແກ່​ຊຸ​ມຊົນ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ​ເອງ​ທັງ​ໝົດ ນັບ​ທັງ​ການຄັດ​ເລືອກ​ໂຄງການ,  ​ການດຳ​ເນີນ​ການຈັດຊື້-ຈັດຈ້າງໂຄງການ, ການຄຸ້ມຄອງບໍລິຫານງົບປະມານ  ທີ່​ນຳ​ເຂົ້າ​ມາ​ພັດທະນາ​ຢູ່​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ ແລະ ຮັບ ຜິດຊອບ​ໃນ​ການຕິດຕາມກວດ​ກາຄຸນ​ນະພາ​ບໂຄງການ...ທັງ​ໝົດ​ເຫລົ່າ​ນັ້ນຕ້ອງ​ແມ່ນບົນພື້ນ ຖານການສ້າງຄວາມເຂັ້ມແຂງໃຫ້ແກ່ເຂົາເຈົ້າ. ​ ​ເຖິງ​ແນວ​ໃດ​ກໍ​ຕາມ ຖ້າຢາກໄດ້ຄືແນວນັ້ນ ຕ້ອງຮັບປະກັນ​ວ່າມີ​ນັກ​ພັດທະ ນາກອນ​ຂັ້ນ​ທ້ອງ​ຖີ່​ນ ທີ່​ມີ​ຄວາມ​ເຂັ້ມ​ແຂງ ​ມີ​ຄຸນ​ນະພາ​ບ ເພາະ​ເຂົາ​ເຈົ້າ​ເປັນ​ຜູ້​​ຢູ່​ກັບ​ປະຊາຊົນ ​​ໃນ​ແຕ່​ລະ​ມື້ ແລະ ​ເຂົາ​ເຈົ້າ​ເຫລົ່າ​ນີ້ຈະ​ເປັນຜູ້​ແນະນຳ​ພ່ໍ​ແມ່​ປະຊາຊົນ ຢູ່​​ແຕ່​ລະ​ບ້ານ ​ໃນ​ການ​ພັດທະນາ​ບ້ານ​ຂອງ​ເຂົາ​ເຈົ້າ,  ຊຶ່ງ​ຕ່າງ​ກັບ​ພະນັກງານ​ໂຄງການ ຫຼື ພະນັກງານ​ຂັ້ນ​ເມືອງ ​ຂັ້ນ​ແຂວງ ທີ່​ດົນໆ​ຈຶ່ງ​ລົງ​ໄປ​ເທື່ອ​ນື່ງ... ຊຶ່ງ​ເຮັດ​ໃຫ້ການ​ພັດທະນາ​ຊັກ​ຊ້າ ທັງ​ບໍ່​ສາມາດ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຊຸມ​ຊົນ. ດ້ວຍ​ເຫດຜົນ​ດັ່ງກ່າວ​ ໜ້າວຽກຕົ້ນຕໍຂອງ ທລຍ ພາຍ​ໃຕ້ໂຄງການທົດລອງ​ນຳ​ໃຊ້​ວິທີການພັດທະນາທີ່ຂັບເຄື່ອນ ໂດຍຊຸມຊົນເອງ ແບບເຕັມຮູບແບບ ດັ່ງ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງນັ້ນ ​ ຈຶ່ງຖື​ເອົາ​ການສ້າງນັກພັດທະນາກອນຂັ້ນທ້ອງຖີ່ນ ​ໄປ​ກ່ອນ​ວຽກ​ງານ​ອື່ນ​ບາດກ້າວ​ນື່ງ ​ໂດຍຢູ່​ແຕ່​ລະ​ກຸ່ມ​ບ້ານຂອງ 5 ​ເມືອງ​ດັ່ງກ່າວ ຈະ​ມີ​ນັກ​ພັດທະນາ​ກອນ​ 3 ຄົນ, ​ໃນ​ນັ້ນ​ເປັນ​ຍິງ 2 ຄົນ. ຖ້າ​ນັບ​ລວມທັງ 10 ​ແຂວງ ​ທີ່ ທລຍ ກຳລັງ​ເຮັດ​ວຽກ​ຢູ່​ແລ້ວ ​ປະຈຸ​ບັນ​ນີ້ ທລຍ ກຳລັງ​ສ້າງ​ນັກ​ພັດທະນາ​ກອນທ້ອງ​ຖີ່​ນ ທີ່​ມີລັກສະນະດັ່ງກ່າວ​ນີ້​  ​ປະມານ 600 ຄົນ, ​ໃນ​ນັ້ນ​ເປັນ​ຜູ້ຍິງ​ເກືອບ​ເຄິ່ງນື່ງ. ຢ່າງ​ໜ້ອຍເຂົາເຈົ້າມີຄວາມສາມາດໃນການໂຄສະນາຂົນຂວາຍ ແລະ ຮູ້ນຳພາ ພ່ໍແມ່ປະຊາຊົນເຮັດການພັດທະ ນາຕົວຈິງ.  ດັ່ງ​ໃນ​ຮູບ​ຂ້າງ​ລຸ່ມ​ນີ້ ​ແມ່ນ ສະຫາຍ   ລືຊາຊົງ ນັກພັດທະນາກອນໜຸ່ມນ້ອຍ ຂອງກຸ່ມບ້ານ ນໍ້າລືມ, ເມືອງຈອມເພັດ ​ແຂວງ​ຫລວງ​ພະ​ບາງ. ພາຍຫລັງທີ່ໄດ້ຮັບການຝຶກອົບຮົມແລ້ວ ຜູ້ກ່ຽວກຳລັງຈະລົງໄປ​ແນະນຳ ​ແລະ ​ນຳພາພ່ໍ ແມ່ປະຊາຊົນ ບ້ານນາແລໃນ ການຈັດຕັ້ງປະຕິບັດໂຄງການຍ່ອຍ ທີ່ຊ່ວຍເຫລືອໂດຍ ທລຍ.