ໂຄງການ ທລຍ/ຄປພ ໄດ້ມີບົດບາດໃນການສ້າງຄວາມເຂັ້ມແຂງ ແລະ ຍົກສູງບົດບາດຂອງຜູ້ຍິງພ້ອມດ້ວຍການໃຫ້ໂອກາດແກ່ພະນັກງານຈົບໃໝ່

Posting Date: 
12 Aug 2014

ໂຄງການ ທລຍ/ຄປພ ໄດ້ມີບົດບາດໃນການສ້າງຄວາມເຂັ້ມແຂງ ແລະ ຍົກສູງບົດບາດຂອງຜູ້ຍິງພ້ອມດ້ວຍການໃຫ້ໂອກາດແກ່ພະນັກງານຈົບໃໝ່


ໂດຍ: ສິນ​ນະຄອນ ອິນ​ທິລາດ


      ຄໍາວ່າ ຜູ້ທີ່ມີປະສົບການ ຈາກເທົ່ານີ້ປີ ຫາ ເທົ່ານັ້ນປີຈະໄດ້ຖືກພິຈາລະນາເປັນພິເສດນີ້ຄືຄຳ ໝາຍເຫດ ຂອງການປະກາດ​ຮັບສະໝັກພະນັກງານໃໝ່ ຂອງ​ຫລາຍໆ​ພາກສ່ວນ ເຊິ່ງເມື່ອໄດ້ອ່ານເບິ່ງ ແລະ ຟັງແລ້ວມັນຄືກັນກັບການປິດກັ້ນໂອກາດນັກສຶກສາທີ່ຈົບໃໝ່  ຍ້ອນວ່າ ຄວາມຈິງແລ້ວນັກສຶກສາທີ່ກຳລັງ ຈົບ  ໃໝ່ສ່ວນຫຼາຍກໍຈະຍັງຂາດປະສົບການ.    


   ແຕ່ສໍາລັບການປະກາດຮັບສະໝັກພະນັກງານຂອງໂຄງການ ທລຍ/ຄປພ ໃນກິດຈະກໍາປັບປຸງຊີວິດການເປັນຢູ່ ເພື່ອຄໍ້າປະກັນດ້ານໂພຊະນາການ ຫຼື ຄປພ ແມ່ນໄດ້ເປີດໂອກາດໃຫ້ແກ່ນັກສຶກສາຈົບໃໝ່ ໂດຍສະເພາະ ແມ່ນເພດຍິງ ​ແລະ ຊົນ​ເຜົ່າຈະໄດ້ຖືກພິຈາລະນາເປັນພິເສດ ເຊິ່ງຜ່ານ​ມາໄດ້ບັນຈຸເຂົ້າເປັນພະ ນັກງານ ຫຼື ຜູ້ປະສານງານປະຈຳກຸ່ມບ້ານ ຮັບຜິດຊອບໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຜ່ານການຈັດຕັ້ງປະຕິບັດວຽກງານມາຕົວຈິງມັນກໍໄດ້ ພິສູດອອກມາ​ໃຫ້​ເຫັນວ່າໂຄງການ ຄປພ ໄດ້ມີບົດບາດໃນການສ້າງຄວາມເຂັ້ມແຂງໃຫ້ແກ່​ແມ່ຍິງ ​ແລະ ຊົນ​ເຜົ່າທີ່ໄດ້ເຂົ້າຮ່ວມ ຫຼື ວ່າໄດ້ເປັນພະນັກງານ ຂອງໂຄງການ.  ຈາກທີ່ພວກເຂົາເຈົ້າບໍ່ຊີ້ນເຄີຍ ແລະ ບໍ່ສາມາດນຳສະເໜີ ບໍ່ສາມາດນຳພາໃນການຈັດຕັ້ງປະຕິບັດຈົນກາຍມາເປັນພະນັກງານທີ່ມີຄວາມ ເຂັ້ມແຂງ ສາມາດນຳພາພໍ່ແມ່ປະຊາຊົນ ທີ່ຢູ່ໃນເຂດຮັບຜິດ ຊອບຂອງ​ການຈັດຕັ້ງປະຕິບັດ ກິດຈະ ກຳສ້າງລາຍຮັບຕ່າງໆ ເຮັດໃຫ້ຊີດວິດການເປັນຢູ່ຂອງພໍ່ ແມ່ປະຊາຊົນມີການປ່ຽນແປງໃນທາງທີ່ດີຂື້ນ  ນອກນັ້ນກໍຍັງສາມາດນຳສະເໜີບົດຕ່າງໆ ຢູ່ໃນກອງປະຊຸມຕ່າງໆ ຈາກກອງປະຊຸມໃນລະດັບບ້ານ ລະດັບກຸ່ມ ບ້ານ ລະດັບເມືອງ  ແລະ ລະດັບແຂວງ ລວມທັງກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດໂຄງການປະຈຳປີ ເຊິ່ງແມ່ນກອງປະຊຸມປືກສາຫາລືຖອດຖອນ ບົດຮຽນຮ່ວມກັນ ໃນລະດັບປະເທດຂອງໂຄງການ ​ເຊິ່ງ​ໄດ້ສັງເກດເຫັນວ່າບັນດາພະນັກງານທີ່ເປັນ​ແມ່ຍິງກໍມີຄວາມສາມາດໃນການນຳສະເໜີໄດ້ດີ.


   ອັນນີ້ມັນກໍແມ່ນສິ່ງໜື່ງທີ່ສາມາດພິສູດຄໍາເວົ້າທີ່ວ່າ ໂອກາດຄື ຂໍກຸນແຈ ເພື່ອເປີດປະຕູໃຫ້ຄວາມສາມາດ ກ້າວໄປສູ່ຄວາມສຳເລັດ ເຊິ່ງການຈັດຕັ້ງປະຕິ ບັດກິດຈະກໍາຕ່າງໆ ຂອງ ທລຍ ກໍໄດ້ເອົາການເຂົ້າຮ່ວມ ການມີສ່ວນຮ່ວມຂອງ​ແມ່ຍິງ,ຊົນ​ເຜົ່າ ແລະ ຜູ້ດ້ອຍໂອກາດ ພ້ອມທັງການສ້າງຄວາມເຂັ້ມແຂງໃຫ້ ແກ່ເຂົາເຈົ້າ.      ເປັນຕົ້ນການເຂົ້າຮ່ວມກອງປະຊຸມແມ່ນໃຫ້ມີ​ແມ່ຍິງ ຕັ້ງແຕ່ 50% ຂື້້ນໄປ, ການຄັດເລືອກເອົາ ຜູ້ປະສານງານກຸ່ມບ້ານ ໃນຈຳນວນ 3 ຄົນ ຕ້ອງປະກອບ​ມີ​ແມ່ຍິງຢ່າງນ້ອຍ 1 ຄົນ ຖ້າເປັນ​ແມ່ຍິງໝົດຍິ່ງເປັນການດີ , ການຄັດເລືອກເອົາຕົວແທນ ກໍເຊັ່ນດຽວກັນຕ້ອງເປັນຕົວແທນທີ່ມາຈາກ​ແມ່ຍິງ ແລະ ຕົວແທນຊົນເຜົ່າສ່ວນນ້ອຍ. ນອກຈາກ​ນັ້ນ ທລຍ ຍັງໄດ້ເປີດໂອກາດໃຫ້ແກ່ຜູ້ທີ່ເຂົ້າຮ່ວມນັ້ນໄດ້ມີສ່ວນຮ່ວມໃນການປືກສາຫາລື ມີຄຳຄິດເຫັນສ້າງ ຄວາມສາມາດໃຫ້​ແກ່ຕົນເອງ ເທື່ອລະກ້າວ ຈົນກາຍເປັນພະນັກງານທີ່ມີຄວາມສາມາດ ​ແລະ ເຂັ້ມແຂງ.

Attachment: