ທລຍ ເປັນສ່ວນໜຶ່ງໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຜູ້ທຸກຍາກ

Posting Date: 
22 Oct 2014

ທລຍ ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊຸມ​ຊົນ​ຜູ້​ທຸກ​ຍາກ

 

 

ໂດຍ: ​ໃຈ​ປະ​ເສີດ  ພັນ​ພູ​ວັນນະ

 

​“ການເປັນຜູ້ປະສານງານກຸ່ມບ້ານ ແມ່ນມີບົດ ບາດສຳຄັນໃນການຊ່ວຍພັດທະນາບ້ານ ແລະ ກຸ່ມບ້ານຂອງຂ້ອຍເອງແລະ ຂ້ອຍຍັງຈະໄດ້ຮັບການເສີມສ້າງຄວາມເຂັ້ມແຂງຈາກ ທລຍເພື່ອໃຫ້ມີຄວາມຮູ້ຄວາມສາມາດກວ່າເກົ່າ​”

 

          ຂ້າງເທີງນີ້ແມ່ນຄໍາເວົ້າຂອງ ນາງ ຊົ້ງ, ລາວແມ່ນຕົວແທນປະຊາຊົນຈາກບ້ານພູຕູມ ກຸ່ມບ້ານປາງສາ, ເມືອງນາໝໍ້ແຂວງອຸດົມໄຊທີ່​ໄດ້ເຂົ້າ​​ຮ່ວມກອງປະຊຸມວາງແຜນພັດທະນາກຸ່ມບ້ານປາງສາໄລຍະ 5 ປີ (2014-2019) ຊຶ່ງຈັດຂຶ້ນຢູ່ບ້ານປາງສາເປັນເວລາ 2 ມື້, ​ກອງປະຊຸມມີຕົວແທນແຕ່ລະບ້ານເຂົ້າຮ່ວມຈາກ 6 ບ້ານ, ບ້ານລະ 6 ທ່ານ (ຍິງ 3 ​ແລະ ຊາຍ 3 ທ່ານ). ພາຍຫລັງສຳເລັດການວາງແຜນພັດທະນາກຸ່ມບ້ານໄລຍະ 5 ປີແລະແຜນການລົງທຶນຂອງ ທລຍໃນໄລຍະ 2 ປີ (2014-2016) ທລຍ ກໍ່ໄດ້ທົບທວນຜູ້ປະສານງານກຸ່ມບ້ານຜູ້ທີ່ຈະເຮັດວຽກຮ່ວມກັບ ທລຍ ຄືນໃໝ່ແລະ ກຸ່ມບ້ານດັ່ງກ່າວ ມີຄວາມຕ້ອງການຜູ້ປະສານງານກຸ່ມບ້ານທີ່ເປັນຊົນເຜົ່າມົ້ງ 1 ທ່ານ, ​ເນື່ອງຈາກວ່າ ປະຊົນພາຍໃນກຸ່ມບ້ານກວາມເອົາເກືອບ 60% ຂອງປະຊາກອນໃນກຸ່ມບ້ານທັງໝົດ.  ນາງ ຊົ້ງ ອາຍຸພຽງ 24 ປີຊຶ່ງເປັນປະຊາຊົນທີ່ຈົບມັດທະຍົມ ມ.3 ​ແລະ ລາວກໍ່ແມ່ນ​ແມ່ຍິງຊົນເຜົ່າມົ້ງ ທີ່ສະໝັກເຂົ້າຮັບການຄັດເລືອກເປັນຜູ້ປະສານງານກຸ່ມບ້ານປາງສາ, ນອກຈາກຄຳເວົ້າຂອງລາວຢູ່ເທິງນັ້ນແລ້ວ ລາວ​​ຍັງໃຫ້ເຫດຜົນ​​ອີກວ່າຂ້ອຍແລະ ຄອບຄົວ​ ​ເຂົ້າໃຈດີກ່ຽວກັບວຽກພັດທະນາບ້ານແລະ ການຊ່ວຍເຫລືອປະຊາຊົນຜູ້ທຸກຍາກໃຫ້ໄດ້ຮັບການພັດທະນາ, ກ່ອນມານີ້ຂ້ອຍກໍ່ໄດ້ອະທິບາຍຈຸດປະສົງການມາໃຫ້ພໍ່ແມ່ຟັງແລ້ວແລະເພີ່ນກໍ່ເຂົ້າໃຈດີ​, ຜ່ານມາຂ້ອຍບໍ່ມີໂອກາດໄດ້ຮຽນວິຊາຊິີບແລະ ບໍ່ມີໂອກາດເຮັດວຽກກັບໂຄງການ ຫລື ພາກສ່ວນອື່ນໆແຕ່ຜົວຂອງຂ້ອຍລາວເປັນຜູ້ຊາຍ ລາວມີໂອກາດໄດ້ຮຽນການເມືອງການປົກຄອງລະດັບປະລິນຍາຕີ, ສ່ວນຂ້ອຍຜ່ານມາແມ່ນເອົາລູກແລະ ເຮັດວຽກໄຮ່ວຽກສວນຢູ່ບ້ານ, ການສະໝັກ​​ເປັນຜູ້ປະສານງານກຸ່ມບ້ານຂອງຂ້ອຍຄັ້ງນີ້ ຈະເປັນການຊ່ວຍພັດທະນາຄວາມຮູ້ຄວາມສາມາດຂອງຂ້ອຍ​ເອງແລະ ຊ່ວຍໃຫ້ຂ້ອຍໄດ້ເຮັດວຽກອອກໜ້າອອກຕາໃນສັງຄົມ  ແລະ ຊ່ວຍຫລືອປະຊາຊົນໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນອັນ​ເຮັດ​ໃຫ້ຄົນສ່ວນໃຫຍ່ກໍ່ຈະຍົກ​ສູງ​ແມ່ຍິງຊົນເຜົ່າມົ້ງທີ່ມີຄວາມສາມາດແລະເຮັດວຽກພັດທະນາ”.

          ຜ່ານການປ່ອນແກ່ນຄັດເລືອກຜູ້ປະສານງານກຸ່ມບ້ານທີ່ເປັນ​ແມ່ຍິງ ນາງ ຊົ້ງແມ່ນຜູ້ທີ່ໄດ້ຮັບຄະແນນສຽງຈາກຜູ້ເຂົ້າຮ່ວມປະຊຸມຫລາຍກ່ວາໝູ່ແລະ ລາວກໍ່ມີຄວາມດີອົກດີໃຈແລະ ຮັບປະກັນວ່າລາວຈະເຮັດໜ້າທີ່ນີ້ຢ່າງດີທີ່ສຸດ, ຫລັງຈາກນັ້ນ ທລຍ ກໍ່ໄດ້ມອບຮັບ ພາລະບົດບາດແລະ ຄູ່ມືຕ່າງໃຫ້ ນາງ ຊົ້ງເພື່ອເຮັດວຽກເປັນຜູ້ປະສານງານກຸ່ມປາງສາໃຫ້ກັບ ທລຍເມືອງນາໝໍ້ແຂວງອຸດົມໄຊໃນຮອບວຽນທີ XII.