8 ເມືອງແຂວງ ຫົວພັນສຳເລັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ

Posting Date: 
31 Oct 2014

8 ​ເມືອງ​ແຂວງ​ ຫົວພັນ


​ສຳ​ເລັດ​ກອງ​ປະຊຸມ​ປະສານ​ງານ​ການວາງ​ແຜນ​ຂັ້ນ​ເມືອງ


​​                                             ໂດຍພັດທະນາ​ຊຸມ​ຊົນ ​ແຂວງ​ຫົວພັນ


            ເພື່ອ​​ເຮັດໃຫ້​ການ​ຊ່ວຍ​ເຫຼືອ​ຊຸມ​ຊົນ​ທີ​ທຸກ​ຍາກໃນ​ຂົງ​ເຂດ​ພື້ນ​ທີ່​ເປົ້າ​ໝາຍ​​ໄດ້​ຮັບ​ການ​ແກ້​ໄຂໃຫ້​ທ່ວງ​ທັນ​ກັບ​ເວລາ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍສໍາລັບ​ຮອບ​ວຽນ​ທີ 12 (ສົກ​ປີ 2013-2014).ສະ​ນັ້ນ ​ໃນ​ລະ ຫວ່າງ​ວັນ​ທີ 9 ຕຸລາ ຫາ 14 ຕຸລາ 2014 ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ​ແຂວງ​ຫົວພັນ ໄດ້​​ຈັດກອງປະຊຸມປະສານງານການວາງແຜນຂັ້ນເມືອງໃນທົ່ວແຂວງເຊິ່ງໄດ້ເລີ່ມຈາກເມືອງກັວນ,ເມືອງຊຳໃຕ້,ເມືອງຊ່ອນ,ເມືອງຮ້ຽມ,ເມືອງວຽງໄຊ,ເມືອງຫົວເມືອງ,ເມືອງຊຽງຄໍ້ແລະເມືອງຊຳເໜືອ. ​ໂດຍ​ການ​ເຂົ້າຮ່ວມຂອງຫົວໜ້າພັດທະນາຊົນນະບົດແລະລຶບລ້າງຄວາມທຸກຍາກ​ແຂວງ ​​ທັງເປັນຜູ້ປະສານງານຝ່າຍລັດຂັ້ນແຂວງ,ທ່ານເຈົ້າເມືອງແລະຮອງເຈົ້າເມືອງ,ຜູ້ປະສານງານຝ່າຍລັດຂັ້ນເມືອງ,ຫ້ອງການອ້ອມຂ້າງເມືອງ,ທລຍແຂວງ, ທລຍເມືອງ,ຜູ້ຕາງໜ້າເລຂາພັກກຸ່ມບ້ານ,ຜູ້ປະສານງານກຸ່ມບ້ານ​,ຕົວ​​ແທນກຸ່ມບ້ານແລະໂຄງການພັດທະນາອື່ນໆ​.


ກອງ​ປະຊຸມດັ່ງກ່າວ​ໄດ້​ມີ​ການ​ສະຫຼຸບ​ຫຍໍ້​ການຈັດ​​ຕັ້ງ​ປະຕິບັດ​​ວຽກ​ງານໂຄງການ​ຍ່ອຍຮອບວຽນ11​ຜ່ານ​ມາຂອງ ທລຍ ຂັ້ນ​ເມືອງ. ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນສຳ​ເລັດ​ຂອງ​ວຽກ​ງານ​ດ້ານ​ດີ ແລະ ຂໍ້​ຄົງ​ຄ້າງ​ພາຍ​ໃນ​ເມືອງ​ຂອງ​ຕົນ​ແລະ​ຖອດ​ຖອນ​ບົດຮຽນ​ຊຶງ​ກັນ​ແລະ​ກັນ.​​ ​ຈາກນັ້ນ ກອງ​ປະຊຸມ​ໄດ້​ມີ​ການ​ປຶກສາ​ຫາລື ຮ່ວມ​ກັນ​ກ່ຽວ​ກັບ​ແຜນ​ພັດທະນາ​ກຸ່ມ​ບ້ານທີ່ ທລຍ ​ໃຫ້ການ​ສະໜັບສະໜູນ​ກຸ່ມ​ບ້ານ​ໂດຍ​ສະ​ເພາະ​ແມ່ນ​ການ​ກໍ່ສ້າງ​ໂຄງ​ກາ​ຍ່ອຍ​ຮອບ​ວຽນ​ທີ່ 12 ສົກ​ປີ(2014-2015)​ເພື່ອໃຫ້ຊຸມ​ຊົນ​ຢູ່​ເຂດ​ຫ່າງ​ໄກ​ຊອກ​ຫຼີກ​ໄດ້​ຮັບ​ການ​ແກ້​ໄຂຄວາມ​ທຸກ​ຍາກ​ໄດ້​ທົ່ວ​ເຖິງ ສະ​ນັ້ນ. ​ໂຄງການ​ທີ່​ຈະ​ໄດ້​ຮັບ​ການ​ກໍ່ສ້າງ ​ໃນ 8 ​ເມືອງ ​​ແຂວງຫົວພັນ​ມີຈຳນວນ​ທັງໝົດ 125 ​ໂຄງການ​ຍ່ອຍ​ໃນ​ທົ່ວ​ແຂວງ ​​ໂດຍ​ນໍາ​ໃຊ້ງົບປະມານ 19 ຕື້​ກວ່າ​ກີບ.


​ໂຄງການ​ຕ່າງໆ​ເຫ​ລົ່ານັ້ນ​ໄດ້​ກວາ​ມ​ເອົາ 4 ຂະແໜງການເປັນຫຼັກຄື:ຂະແໜງສາທາລະນະ​ສຸກ,ຂະແໜງສຶກສາທິການ ​ແລະ ກິລາ,ຂະແໜງກະສິກຳ-ປ່າໄມແລະຂະແໜງ​ໂຍທາທິການ ​ແລະ ຂົນ​ສົ່ງຄື:​ ເມືອງວຽງໄຊມີຈຳນວນ 5 ກຸ່ມບ້ານໄດ້ຮັບການຊ່ວຍເຫຼືອຈຳນວນ 11 ​ໂຄງການຍ່ອຍຕົກ​​ເປັນມູນຄ່າກໍ່ສ້າງປະມານ 1ຕື້ 189 ລ້ານກ່ວາກີບ,​ເມືອງຊຽງຄໍ້ 5 ກຸ່ມບ້ານໄດ້ຮັບການຊ່ວຍເຫຼືອ 16 ​ໂຄງການຍ່ອຍງົບປະມານການກໍ່ສ້າງຈຳນວນ 1ຕື້822 ລ້ານກ່ວາກີ,ເມືອງຊ່ອນ 5 ກຸ່ມບ້ານໄດ້ຮັບການຊ່ວຍເຫຼືອ 12 ​ໂຄງການຍ່ອຍ​ ​ງົບປະມານການກໍ່ສ້າງ​ 1ຕື້826 ລ້ານກ່ວາກີບ,ເມືອງຮ້ຽມ 4 ກຸ່ມບ້ານໄດ້ຮັບການວຍເຫຼືອ 8 ​ໂຄງການຍ່ອຍງົບປະມານການກໍ່ສ້າງ 1ຕື້189 ລ້ານກ້ວາກີບ,​ເມືອງກວັນ 9 ກຸ່ມບ້ານໄດ້ຮັບການຊ່ວຍເຫຼືອ 22 ​ໂຄງການຍ່ອຍຄາດຄະເນງົບປະມານໃນການກໍສ້າງ 3ຕື້747 ລ້ານກ່ວາກີບ,ເມືອງຊຳໃຕ້ ​8 ກຸ່ມບ້ານໄດ້ຮັບການຊ່ວຍເຫຼືອ  18 ​ໂຄງການຍ່ອຍງົບປະມານາດຄະເນການກໍ່ສ້າງ 3ຕື້104 ລ້ານກ່ວາກີບ,​​ເມືອງຫົວເມືອງ 8 ກຸ່ມບ້ານໄດ້ຮັບການຊ່ວຍເຫຼືອ 16 ໂຄງການຍ່ອຍງົບປະມານຄາດຄະເນໃນການກໍ່ສ້າງ 3ຕື້210 ລ້ານກ່ວາກີບແລະເມືອງຊຳ​​ເໜືອ 8 ກຸ່ມບ້ານໄດ້ຮັບການຊ່ວຍເຫຼືອ 22 ​ໂຄງການຍ່ອຍຄາດຄະເນງົບປະມານການກໍ່ສ້າງ 3ຕື້93 ລ້ານກ່ວາກີບ.


            ​ໃນ​ຕອນ​ທາ​ຍຂອງກອງ​ປະຊຸມ​​ຍັງ​ໄດ້​ຮັບ​ຟັງ​ການ​ໂອ​ລົມ​ຂອງ​ທ່ານ​ ພັນ​ທອງ ​ໄຊ​ສົມ​ພັນ ຫົວໜ້າ​ຫ້ອງການ​ພັດທະນາ​ຊົນນະບົດ​ແຂວງ ທັງ​ເປັນ​ຜູ້​ປະສານ​ງານ​ຝ່າຍ​ລັດ​ຂັ້ນ​ແຂວງ​ ​ໄດ້​ໃຫ້​ທິດ​ຊີ້​ນຳ​ທີ​ມງານ​ຂັ້ນ​ກຸ່ມ​ບ້ານ​ເພື່ອ​ບໍ່​ໃຫ້ການ​ກໍ່ສ້າງ​ຫຼ້າ​ຊ້າ ​ແມ່ນກະກຽມ​​ການ​ປະກອບສ່ວນ​ດ້ານແຮງ​ງານ​ແລະວັດ​ສະດຸ​ທ້ອງ​ຖິ່ນ​ເຂົ້າ​ໃນ​ການ​ກໍ່ສ້າງ​ແລະ​ການຈັດ​ຊື້-ຈັດ​ຈ້າງ​ໂຄງການ​ຍ່ອຍ.​ຖ້າ​ຫາກ​ວ່າການ​ກໍ່ສ້າງ​ໂຄງການ​ຍ່ອຍ​ຕ່າງໆ​ພາຍ​ໃນ 8 ​ເມືອງ​ນີ້​ສຳ​ເລັດ​ພ້ອມ​ທັງ​ມອບ​ໃຫ້​ຊຸມ​ຊົນ​ເປັນ​ຜູ້​ຊົມ​ໃຊ້​ແລ້ວ​ແມ່ນ​ສາມາດ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ຊາວບ້ານ​ໄດ້​ຢ່າງ​ຫຼວງ​ຫຼາຍ.