ທລຍ ເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດ

Posting Date: 
30 Jan 2015

ທລຍ ​ເນັ້ນ​ໃສ່​ການ​ພັດທະນາ​ຊັບພະຍາກອນ​ມະນຸດ

ໂດຍ: ແສງອາລຸນ ພິລາຈັນ

            ເພື່ອສ້າງ​ຄວາມ​ເປັນ​ເຈົ້າ​ການ​ໃຫ້​ແກ່​ຊຸມ​ຊົນ ​ໃນ​ການ​ພັດທະນາ​ຊົນນະບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ ​ໂດຍ​ສະ​ເພາະ​ເພື່ອເຮັດໃຫ້ວຽກ​ງານກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ(ທລຍ) ໄດ້ຖືກຈັດຕັ້ງປະຕິບັດໂດຍຄວາມເປັນເຈົ້າການຂອງຊຸມຊົນເອງ. ສະນັ້ນ ໃນ​ວັນ​ທີ 28-​30 ມັງກອນ 2015 ນີ້ ຢູ່ທີ່ເມືອງຊໍາເໜືອ, ແຂວງຫົວພັນ ທລຍ ໄດ້​ຈັດ​ກອງ​ປະຊຸມ​ທົບ​ທວນຄືນ ​ແລະ ຝຶກ​ອົບຮົມ​ກ່ຽວ​ກັບ​ວິທີ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະນັກງານພັດທະນາຊຸມ​ຊົນ ຈຳນວນ 34 ຄົນ ທີ່ມາຈາກ 5 ແຂວງພາກເໜືອຄື: ແຂວງຫົວພັນ, ແຂວງຜົ້ງສາລີ, ແຂວງຫລວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງຫລວງພະບາງ. ​ໂດຍ​ການ​ເປັນຄູຝຶກຂອງທ່ານ ​ທ່ານ ​ແສງ​ເພັດ ວັນນະ​ວົງ, ​ຫົວໜ້າ​ພະ​ແນ​ກພັດທະນາ​ຊຸມ​ຊົນ.

ຫົວຂໍ້ຫລັກໆທີ່ນຳມາຝຶກອົບຮົມຄັ້ງນີ້ ແມ່ນ:

·      ມາດຕະການໃນການ ການ​ປ້ອງ​ກັນ​ຜົນ​ກະທົບທາງດ້ານສັງຄົມ ເຊັ່ນ: ການປ້ອງກັນບັນຫາທີ່ອາດຈະເກີດຂຶ້ນຈາກການຈັດຕັ້ງປະຕິບັດໂຄງການຍ່ອຍ; 

·      ກອບ​ການ​ປະກອບສ່ວນ​ຂອງ​ຊຸມ​ຊົນ;

·       ການ​ເຂົ້າ​ຮ່ວມ​ຂອງ​ຊຸມ​ຊົນ ເຂົ້າໃນການ​ຕິດຕາມ​ກວດກາ ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ;

·      ​ເຕັກນິກວິທີການອຳນວຍຄວາມສະດວກໃຫ້ແກ່ຊຸມຊົນ,

·      ການນຳໃຊ້ກົນໄກການສະແດງຄຳຄິດຄຳເຫັນ ແລະ ແກ້ໄຂບັນຫາ ເພື່ອຮັບເອົາຄຳຄິດຄຳເຫັນ ຂອງພໍ່ແມ່ປະຊາຊົນ ​ໃນ​ກໍລະນີ​ທີ່ການຈັດຕັ້ງປະຕິບັດມີ​ບັນຫາ ເຊັ່ນ: ຊຸມຊົນບໍ່ມີສ່ວນ່ຮວມ, ການຈັດຕັ້ງປະຕິບັດບໍ່ມີຄວາມໂປ່ງໃສ ​ໂດຍ​ສະ​ເພາະສາມາດແຈ້ງໃຫ້ຫ້ອງການ ທລຍ ​ໂດຍ​ໂທ​ຫາ​ເບີ 161 ໂດຍບໍ່ໄດ້ເສັຽຄ່າໂທ ຫຼື ຜ່ານ​ຊ່ອງ​ທາງ​ອື່ນໆ.

 

ຜ່ານ​ການ​ຈັດ​ກອງ​ປະຊຸມ ​ແລະ ຝຶກ​ອົບຮົມ​ເປັນເວລາ 3 ວັນ ​ເຫັນ​ວ່າຜູ້ເຂົ້າຮ່ວມມີຄວາມເຂົ້າໃຈເພີ່ມຂຶ້ນກວ່າເກົ່າຊຶ່ງຈາກ​ນີ້​ໄປເຂົາເຈົ້າຈະ​ນຳ​ເອົາ​ບົດຮຽນ​ດັ່ງກ່າວ​ນີ້ ໄປຖ່າຍທອດ ​ແລະ ​ຝຶກ​ອົບຮົມ​ໃຫ້​ແກ່ຜູ້​ປະສານ​ງານ​ກຸ່ມ​ບ້ານ ​ໃນ​ຈຳນວນ 278 ກຸ່ມ​ບ້ານ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​​​ທັງນີ້ເພື່ອ​ຮັບປະກັນ​ໃຫ້​ແກ່​ການຈັດ​ຕັ້ງ​ປະຕິບັດ​ບັນດາໂຄງການຍ່ອຍ ທີ່ ທລຍ ຈະໃຫ້ການຊ່ວຍເຫລືອຢູ່​ໃນຮອບ​ວຽນ​ທີ່ 12 ຫຼື ​ສົກ​ປີ 2015-2016 ​ຈຳນວນປະມານ 442ໂຄງ​ການຍ່ອຍ ໃຫ້​ມີ​ປະສິດທິ​ຜົນ ​​ໂດຍສະເພາະຮັບປະກັນໃຫ້ຊຸມຊົນເປັນເຈົ້າການໃນການຈັດຕັ້ງປະຕິບັດ ຊຶ່ງແມ່ນຮູບ​ແບບ​ການ​ພັດທະນາ​ທີ່​ຍືນ​ຍົງ.