ທລຍ ເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດ

Posting Date: 
11 Feb 2015

ທລຍ ​ເນັ້ນ​ໃສ່​ການ​ພັດທະນາ​ຊັບພະຍາກອນ​ມະນຸດ

 

ໂດຍ: ຫັດ​ທະ​ຈັນ ພິມ​ພັນທະ​ວົງ

​ ​ເພື່ອປະຕິບັດ​​ຕາມ​ທິດ​ເນື້ອ​ໃນ​ 4 ບຸກທະລຸຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ 9 ຂອງ​ພັກ​ ກໍ​ຄື​ບຸກທະລຸທາງ​ດ້ານ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໂດຍ​ສະ​ເພາະ ​ແມ່ນ​ການ​ບໍາລຸງ​ສ້າງ ​ແລະ ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ພະນັກງານ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຮອບດ້ານ​ນັ້ນ ​ໃນ​ລະຫວ່າງ​ວັນ​ທີ 21 ມັງກອນ ຫາ 04 ກຸມພາ 2015. ພະ​ແນ​ກຕິດຕາມ-ປະ​ເມີນ​ຜັນ ​ໄດ້ລົງຕິດຕາມ ແລະ ທໍາຄວາມເຂົ້າໃຈຄືນກ່ຽວກັບຄວາມໝາຍ-ຄວາມສຳຄັນຂອງຂໍ້ມູນທີ່ກ່ຽວຂ້ອງກັບຕົວຊີ້ວັດຜົນໄດ້ຮັບຂອງໂຄງການ ໃຫ້ແກ່ພະນັກງານຂັ້ນແຂວງ ໂດຍສະເພາະ ​ແມ່ນ​ຜູ້ປະສານງານຂັ້ນແຂວງ ​ແລະ ຜູ້​ຮັບຜິດຊອບ​ວຽກ​ຕິດຕາມ-ປະ​ເມີນ​ຜົນ​ຂັ້ນ​ແຂວງ ຢູ່ 6 ​ແຂວງພາກເໜືອ (ແຂວງຫລວງນໍ້າທາ, ອຸດົມໄຊ, ຜົ້ງສາລີ, ຫລວງພະບາງ, ຊຽງຂວາງ ແລະ ແຂວງຫົວພັນ) ພ້ອມດຽວກັນນັ້ນກໍເພື່ອໃຫ້ຄວາມ ກະຈ່າງແຈ້ງກ່ຽວກັບພາລະບົດບາດຂອງພະນັກງານຕິດຕາມ-ປະເມີນຜົນ ເຊິ່ງມີຄວາມໝາຍແຕກຕ່າງກັບຜູ້ປ້ອນຂໍ້ມູນ ເພາະຜູ້ປະເມີນຜົນແມ່ນເປັນບຸກຄົນທີ່ສາມາດຕີລາຄາ ຜົນໄດ້ຮັບຂອງໂຄງການ ຕາມຕົວຊີ້ວັດທີ່ເຫັນດີລະຫວ່າງຜູ້ໃຫ້ທຶນ ແລະ ລັດຖະບານແຫ່ງ ສ ປປ ລາວ.

ສໍາລັບ​ການ​ລົງ​ຕິດຕາມ ​ແລະ ຊຸກຍູ້ ກໍ​ຄື​ການ​ຝຶກ​ອົບຮົມ​ກັບ​ທີ່​ໃນ​ເທື່ອ​ນີ້ ​ແມ່ນໄດ້ຊີ້ນໍາ ຕົວຊີ້ວັດຜົນໄດ້ຮັບ ແລະ ການເກັບກຳຂໍ້ມູນ ລວມທັງການປ້ອນຂໍ້ມູນເຂົ້າໃນລະບົບຖານຂໍ້ມູນ, ນອກນັ້ນ ກໍ່ຍັງມີວຽກງານການລາຍງານ, ການປະເມີນ ແລະ ການກວດກາຄວາມຖືກຕ້ອງຂອງຂໍ້ມູນ, ລະຫັດຂໍ້ມູນ, ຄວາມ ຈໍາເປັນຂອງວຽກງານ ກົນ​ໄກ​ສະ​ແດງ​ຄໍາ​ຄິດ​ຄໍາ​ເຫັນ ​ແລະ ​ແກ້​ໄຂບັນຫາ (ກສກ), ວຽກແຜນທີ່, ການໃສ່ຊື່ໂຄງການທີ່ເປັນພາສາລາວ ແລະ ພາສາອັງກິດ ແລະ ວຽກອື່ນໆ. ຍ້ອນເຫດຜົນທີ່ວ່າວຽກງານຕິດຕາມປະເມີນຜົນແມ່ນກ່ຽວຂ້ອງກັບທຸກພະແນກ ສະນັ້ນ ຈິ່ງມີຄວາມຈຳເປັນຕ້ອງ ໄດ້ທຳຄວາມເຂົ້າໃຈຄືນໃໝ່ໃຫ້ທຸກຄົນ ໃນແຕ່ລະຂັ້ນ ເພື່ອມີສ່ວນຮ່ວມໃນການກວດກາ ແລະ ສະໜອງຂໍ້ມູນໃຫ້ມີຄວາມຖືກຕ້ອງທີ່ສຸດ.

ພ້ອມດຽວກັນນີ້ກໍ່ຍັງໄດ້ມີການຖອດຖອນບົດຮຽນລະຫວ່າງຜູ້​ຮັບຜິດຊອບ​ວຽກ ຕິດຕາມ-ປະເມີນຜົນຂັ້ນ​ແຂວງ ທີ່ເຂົ້າສັງກັດໃໝ່ ແລະ ພະນັກງານເກົ່າທີ່ມີປະສົບການ ເພາະ​ໃນໄລຍະຕໍ່ໄປແມ່ນ ຈະໃຫ້ພະນັກງານທີ່ຜ່ານການເຮັດວຽກກ່ຽວກັບວຽກງານຕິດຕາມ-ປະເມີນຜົນ ຫລາຍປີ ແລະ ມີຜົນງານດີ ໄປຊ່ວຍບາງແຂວງທີ່ແມ່ນພະນັກງານບັນຈຸໃໝ່ ເພື່ອໃຫ້ເຂົາເຈົ້າເຫລົ່ານັ້ນສາມາດຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ​ເພື່ອ​ແບ່ງ​ເບົາ​ພາລະ​ຂອງ ຜູ້​ຮັບຜິດຊອບ​ວຽກ​ດັ່ງກ່າວ​ຢູ່ ຂັ້ນສູນກາງ. ​​ເຊິ່ງໄດ້​ມີການປະຕິບັດທົດ​ລອງ​ຕົວ​ຈິງ​ເຊັ່ນ​ວ່າ ເອົາຜູ້​ຮັບຜິດຊອບ​ວຽກຕິິດຕາມປະເມີນຜົນແຂວງຜົ້ງສາລີ ມາຖອດ ຖອນບົດຮຽນຢູ່ແຂວງຫລວງພະບາງ ແລະ ຜູ້​ຮັບຜິດຊອບ​ວຽກຕິິດຕາມປະເມີນຜົນແຂວງແຂວງຊຽງຂວາງ ມາຖອດຖອນບົດ ຮຽນຢູ່ແຂວງຫົວພັນ.

ຜ່ານ​ການ​ລົງ​ຕິດຕາມ ​ແລະ ຝຶກ​ອົບຮົມ​ກັບ​ທີ່ ​ເປັນ​ໄລຍະ​ເວລາ 15 ວັນ ​ເຫັນ​ໄດ້​ວ່າ ປະສົບຜົນສຳເລັດຕາມຄາດໝາຍທີ່​ວາງ​ໄວ້ ເພາະເຫັນໄດ້ວ່າພະນັກງານທຸກ ຄົນແມ່ນມີຄວາມເຂົ້າໃຈກ່ຽວບັນດາຕົວຊີ້ວັດທີ່ສໍາຄັນຂອງ ທລຍ ພ້ອມທັງວິທີເກັບກໍາຂໍ້ມູນຕາມໂຄງຮ່າງທີ່ໄດ້ກໍານົດໄວ້ ເປັນແຫລ່ງຂໍ້ມູນຕ່າງໆຕາມແບບຟອມຂອງ ທລຍ ທີ່ກໍານົດໄວ້ໃນໄລຍະຕົ້ນ. ເພື່ອຮັບປະກັນປະສິດທິພາບຂອງໜ້າວຽກໃນອະນາຄົດແມ່ນໄດ້ສະເໜີໃຫ້ຜູ້ປະສານງານແຂວງ ໃນແຕ່ລະແຂວງເປັນຜູ້ສືບຕໍ່ ແລະ ຜັນຂະຫຍາຍຄວາມຮູ້ດັ່ງກ່າວໃຫ້ພະນັກງານຂອງຕົນ ພ້ອມທັງການ ກວດກາ ແລະ ຮັບຮອງຄວາມຖືກຕ້ອງຂອງຂໍ້ມູນຢ່າງ​ມີ​ປະສິດ​ຕິ​ຜົນ.

Attachment: