ບ້ານດ່ານ ສ້າງກອງທຶນພັດທະນາບ້ານ ດ້ວຍການປົກປັກຮັກສາສິ່ງແວດ

Posting Date: 
25 Jun 2015

​​  ​ບ້ານ​ດ່ານ ​ສ້າງ​ກອງ​ທຶນ​ພັດທະນາ​ບ້ານ ດ້ວຍການປົກ​ປັກ​ຮັກ​ສາ​ສິ່ງ​ແວດ

                                                          ໂດຍ: ຄອນ​ທິບ ພວງ​​ເພັດ

​ໂດຍ​ປົກກະຕິ​ແລ້ວ ການ​ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ ​ເພື່ອ​ສະຫງວນ​ເປັນ​ບອ່ນ​ເ​ພາະພັນສັດ​ນໍ້າ ສັດປ່າ​ຢູ່​ແຫ​ລ່ງຈາກ​ທໍາ​ມະ​ຊາດ​ ​ແມ່ນ​ມີ​ຫລາຍ​ຮູບ​ແບບ. ​ເຊິ່ງການ​ສ້າງ​ຕັ້ງ​ວັງສະ​ຫງວນ ກໍ​ແມ່ນ​ໜຶ່ງ​ຮູບ​ແບບ​ຂອງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລອມ​ເຊັ່ນ​ດຽວ​ກັນ. ນອກຈາກ ວັງສະ​ຫງວນບ້ານເມືອງ​ແອດ​ແລ້ວ ວັງສະ​ຫງວນບ້ານ​ດ່ານ ກໍ​ເປັນ​ອີກ​ສະຖານ​ທີ່​ໜຶ່ງ​​ທີ່​ພົ້ນ​ເດັ່ນ ​ແລະ ​ເປັນຕົວ​ແບບທີ່​ດີ​ເຊັ່ນ​ດຽວ​ກັນ. ​ໃນປີ 2004-2005, ​ທລຍ​ ​ໄດ້​ໃຫ້ການ​ສະ​ໜັບສະ​ໜູນທຶນ ສໍາລັບສ້າງ​ຕັ້ງ​ວັງສະ​ຫງວນ ​ເປັນ​ຕົ້ນ​ແມ່ນ ທຶນ​ສໍາລັບ​ສ້າງ​ຕັ້ງ​ກອງ​ທຶນ​ບູລະນະວັງສະ​ຫງວນ ​ແລະ ສໍາລັບປັກປ້າຍໝາຍແລວ​ໃນ​ມູນ​ຄ່າ 3.000,000 ກີບ. ພາຍຫລັງ ທລຍ ມອບ​ຮັບ​ໂຄງການ​ໃຫ້​ແກ່ຊຸມ​ຊົນ​ແລ້ວ ຊາວບ້ານ​​ແມ່ນ​ໄດ້​ເອົາ​ໃຈ​ໃສ່ຄຸ້ມ​ຄອງ​ບໍລິຫານວັງສະຫງວນ​​ໃຫ້​ເກີດ​ເປັນ​ລາຍ​ຮັບ​ຂອງ​ບ້ານ ​ແລະ ສ້າງ​ຕັ້ງ​ເປັນ​ກອງ​ທຶນພັດທະນາ​ບ້ານ​ໄດ້​ດ້ວຍ​ຕົນ​ເອງ ທັງ​ຍັງ​ສາມາດ​ເປັນວັງສະ​ຫງວນຕົວ​ແບບໃຫ້​ຫລາຍ​ບ້ານ​ ທີ່ຢູ່​ໃກ້​ຄຽງ​ມາ​ຖອດຖອນ​ເອົາ​ບົດຮຽນ​ໄປຜັນຂະຫຍາຍ​ນໍາ​ໃຊ້ຢູ່​ໃນບ້ານ​ຂອງ​ຕົນ​ໄດ້​ຕື່ມ​ອີກ.

 

ບ້ານດ່ານກຸ່ມໂສເມືອງວຽງໄຊແຂວງຫົວພັນ ຕັ້ງ​ຢູ່ຫ່າງ​ຈາກ​ເທດສະບານ ແຂວງ ປະມານ 75 ກິ​ໂລ​ແມັດ ​ແລະ ຫ່າງ​ຈາກ ​ເມືອງ​ວຽງ​ທອງ 65 ກິ​ໂລແມັດ, ມີ​ຈຳນວນ​ປະຊາກອນທັງໝົດ337 ຄົນ,ຍິງ  152ຄົນ. ​ ​ ເຊິ່ງປະຈຸ​ບັນບ້ານມີ​ກອງ​ທຶນ​ພັດທະນາທີ່ມີ​​

ລາຍ​ຮັບ​​ມາ​​ຈາກ​ການ​ຂາຍ​ປາ​​ໃນ​ບໍລິ​ເວນ​ທີ່​ຕິດ​ກັບວັງສະ​ຫງວນຂອງ​ບ້ານ ​ໃນ​ມູນ​ຄ່າປະມານ 4.000.000 ກີບຕໍ່​ປີ ພາຍຫລັງ​ທີ່ ທລຍໃຫ້ການ​ສະໜັບສະໜູນ​ແຕ່ປີ 2004-2005​ ເປັນ​ຕົ້ນ​ມາ ​ເຊິ່ງສາມາດ​ສ້າງ​ລາຍ​ຮັບ​ໄດ້​ເຖິງ 48 ລ້ານ​ກີບ ​ອັນ​ເຮັດ​ໃຫ້ສາມາດ​ສ້າງສະ​ໂມສອນ​ບ້ານ​ຈົນ​ສໍາ​ເລັດ. ຍ້ອນ​ວ່າບ້ານ​ມີ​ຫົວຄິດ​ປະດິດ​ສ້າງ ​ແລະມີ​ການ​ຂະຫຍາຍ​ເນື້ອ​ທີ່​ວັງສະ​ຫງວນຕື່ມ​ອີກ​ຈໍາ​ນວນ​ໜຶ່ງ ​ເປັນ​ຕົ້ນ​ແມ່ນ​ໄດ້ກໍານົດ​​ເຂດຫວງ​ຫ້າມ​ເພີ່ມ​ຕື່ມ. ​ເພາະວ່າ​ວິທີ​ຈັດ​ຕັ້ງ​ປະຕິບັດ​ໃນ​ການ​ຄຸ້ມຄອງ​ບໍລິຫານ ວັງສະ​ຫງວນນີ້ແມ່ນຊາວບ້ານ​ໄດ້​ແບ່ງ​ອອກ​ເປັນ 2 ສ່ວນຄື: ສ່ວນ​ທີ່​ໜຶ່ງ ​ແມ່ນ​ວັງສະຫງວນ, ​ເຂດ​ທີ 2 ​ແມ່ນ​ເຂດ​ຫວງ​ຫ້າມ ​​ເຊິ່ງ​ໃນ​ນີ້​ກົດ​ລະບຽບ​ໃນ​ການ​ຄຸ້ມ​ຄອງ​ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ກັນເຊັ່ນ: ​ເຂດສະຫງວນ​ແມ່ນຊຸມ​ຊົນ​ໄດ້​ກໍານົດ​ໃຫ້​ເປັນ​ບອ່ນ​ເພາະ​ພັນ​ປາ, ຫ້າມ​ບໍ່​ໃຫ້ຫາ​ປາເດັດຂາດ, ຖ້າ​ຜູ້​ໃດ​ລະ​ເມິດ​ແມ່ນ​ຈະ​ຖຶກປັບ​ໃໝ, ສ່ວນ​ເຂດ​ຫວງ​ຫ້າມ ​ແມ່ນ​ເຂດນອກ​ວັງສະ​ຫງວນ ທີ່ຊາວບ້ານ​ກໍານົດ​ໃຫ້​ເປັນ​ບ່ອນ​ທີ່​ສາມາດ​ຫາ​ປາ​ໄດ້ ​ແຕ່ມີ​ລະບຽບ​ແບບແຜນ​ໃນ​ການ​ຊົມ​ໃຊ້ຢ່າ​ງ​ເຂັ້ມ​ງວດ ຫຼື ​ເປັນ​ເຂດ​ອະນຸຍາດ​ໃຫ້​ຊາວບ້ານຫາ​ປາ​ມາ​ກິນ​ ​ແລະ ຂາຍ​ໄດ້ ​ແຕ່ພາຍ​ໃຕ້​ການ​ຄຸ້ມຄອງ​ບໍລິຫານ​ຂອງ​ຄະນະ​ກໍາມະການ ​ແລະ ອໍານາດ​ການ​ປົກຄອງ​ບ້ານ ທີ່ປະຊາຊົນ​ພາຍ​ໃນ​ບ້ານ​ເປັນ​ຜູ້​ສ້າງ​ຕັ້ງ​ຂືນ​ດ້ວຍ​ຕົນ​ເອງ. ສະ​ນັນ, ຖ້າ​ຕ້ອງການ​ຫາ​ປາ​ໃນ​ຂົງ​ເຂດ​ດັ່ງກ່າວ​ ​ຕ້ອງ​ຂໍ​ອະນຸມັດ​ຈາກ​ອໍານາດ​ການ​ປົກຄອງ​ບ້ານ ​ແລະ ຄະນະ​ກໍາມະການ​ກນ, ຖ້າອໍານາດ​ການ​ປົກຄອງ​ບ້ານ​ ​ແລະ ຄະນະ​ກໍາມະການເຫັນ​ດີອະນຸມັດ​ໃຫ້ຫາ​ປາ​ໄດ້ ຊາວບ້ານ​ຈຶ່ງສາມາດ​ຫາ​ຮ່ວມ​ກັນໄດ້, ​ແຕ່​​ບ້ານ​ຈະ​ຕ້ອງ​ໄດ້ຊື້​ໃນ​ລາຄາ​ຖຶກກວ່າ​ທ້ອງ​ຕະລາດ​ໃນ​ຂົງ​ເຂດ​ດັ່ງກ່າວຕື່ມ​ອີກ. ສ່ວນ​ເງິນ​ທີ່​ໄດ້​ຈາກການ​ຂາຍ​ປາ​​ແມ່ນ​ເອົາ​ເຂົ້າ​ໃນ​ກອງ​ທຶນ​ພັດທະນາ​ບ້ານ. ດັ່ງ​ນັນ,ປະຈຸ​ບັນ ບ້ານ​ຈຶ່ງມີ​ເງິນ​ສໍາລັບສ້າງ​ສະ​ໂມ​ສອນ​ບ້ານ​ໄດ້​ດ້ວຍ​ຕົນ​ເອງ ​ແລະ ການ​ກໍ່ສ້າງ​​ແມ່ນ​ໄດ້​ສໍາ​ເລັດ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້, ພອ້ມກັນ​ນັ້ນ, ຊາວບ້ານຍັງ​ມີ​ແຫຼ່ງອາຫານ​ຈາກ​ທໍາ​ມະ​ຊາດ​ໄວ້​ບໍລິ​ໂພ​ກຕື່ມ​ອີກ. ພິ​ເສດ​ຍັງ​ມີ​ກອງ​ທຶນ​ໝູນວຽນຂອງ​ຕົນຈໍ​ານວນ​ທັງ​ໝົດ 3.000.000 ກີບ. ນອກຈາກ​ນີ້​ແລ້ວ ບ້ານ​ຍັງ​ໄດ້ກໍານົດ​ຂອບ​ເຂດຫວງ​ຫ້າມ​ສໍາລັບ​ເປັນ​ແຫ​ລ່ງອາຫານໃຫ້​ໂຮງຮຽນກຸ່ມ​ບ້ານ​ຂອງ​ຕົນ​ຕື່ມ​ອີກ ​ເພື່ອ​ເຮັດ​ແນວ​ໃດໃຫ້​ເ​ດັກ​ນ້ອຍ​ນັກຮຽນ​ພາຍ​ໃນ​ກຸ່ມ​ບ້ານ​ສາມາດ​ມີ​ອາຫານ​ປະ​ເພດທາດ​ໂປຼຕິນ​ ເປັນ​ອາຫານ​ທ່ຽງໄວ້​ບໍລິ​ໂພ​ກ​ຕື່ມ​ອີກ. ​ເມື່ອ​ບ້ານ​ມີ​ຜົນງານ​ທີ່​ພົ້ນ​ເດັ່ນ​ຄື​ດັ່ງກ່າວ ບັນ​ດາບ້ານໃກ້ຄຽງກໍ​ໄດ້​ມີ​ຄວາມ​ສົນ​ໃຈ​ເຊັ່ນ: ບ້ານແທ່ນ, ບ້ານງິ້ວ ກໍ​ໄດ້ມາຖອດຖອນບົດຮຽນ ​ແລະ ໄດ້ນໍາ​ເອົາໄປຜັນຂະຫຍາຍຈັດ​ຕັ້ງ​ປະຕິບັດ​ຢູ່​ບ້ານຂອງຕົນ ​ເຮັດ​ໃຫ້​ທັງສອງ​ບ້ານ ມີ​ກອງ​ທຶນ​ພັດທະນາ​ບ້ານ​ເຊັ່ນດຽວ​ກັນ.

ສະ​ນັ້ນ ​ເພື່ອ​ເປັນ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ​ວຽກ​ງານ​ດັ່ງກ່າວ​ນີ້ ທ່ານ.​ໄກ​ສຸກ ນາຍບ້ານ ບ້ານ​ດ່ານ​​ໄດ້ໃຫ້​ສໍາພາດ​ແກ່​ພວກ​ເຮົາ​ວ່າ:​ ໃນ​ຕໍ່ໜ້າພວກ​ເຮົາຈະຂະຫຍາຍຂອບເຂດວັງສະຫງວນອອກຕື່ມ, ຍ້ອນ​ວ່າມັນ​ສາມາດ​ເຮັດ​ໃຫ້​ພວກ​ເຮົາ​ມີ​ອາຫານ​ໄວ້​​ກິນພາຍ​ໃນ​ບ້ານ ​ແລະ  ບໍ່​​ໄກຈາກ​ບ້ານ,  ​ແຕ່​ກອ່ນ ບໍ່​ມີ​ວັງສະ​ຫງວນ ​ແລະ ວັງ​ຫວງ​ຫ້າມ ຊາວບ້ານ​ໄປ​ຫາ​ປາ​ໄກ​ຫລາຍ ບາງ​ເທື່ອ​ກໍ​ໄດ້​ພໍ​ກິນ ​ແຕ່​ບາງ​ເທື່ອ​ກໍ​ບໍ່​ໄດ້​ພໍ​ກິນ ປະຈຸ​ບັນ​ຖ້າ​ຢາກກິນ​ປາ ກໍ​ປຶກສາ​ກັບ​ຊາວບ້ານ​ເປັນ​ເອກະ​ພາບ​ລົງ​ຕຶກ​ເອົາ​ກໍ​ໄດ້​ກິນ​ເລີຍ  ​ແລະ ຍັງ​ໄດ້​ຫລາຍ​ຕື່ມ​ອີກ. ພວກ​ເຮົາ​ໄດ້​ຕົກລົງ​ກັບ​ຊາວບ້ານ​ວ່າ ໃນ​ຕໍ່ໜ້າຈະປະຕິບັດກົດລະບຽບທີ່ໄດ້ສ້າງຮ່ວມກັນມານັ້ນໃຫ້ເຄັງຄັດກວ່າ​ເກົ່າ, ແຕ່ລະປີຈະໄດ້ຊອກຫາປາມາປ່ອຍໃສ່ຕື່ມ. ຍ້ອນ​ວ່າພາຍຫຼັງທີ່ໄດ້ຮັບໂຄງການນີ້ແລ້ວ​ເຮັດ​ໃຫ້ຊີວິດປະຊາຊົນ​ໄດ້​ຮັບ​ການ​ປັບປຸງດີຂຶ້ນ, ຫຼຸດຜ່ອນ​ເວລາແມ່ຍິງແລະ​ໄປ​ຊອກ​ຫາອາຫານ​ມາກິນໄກ. ມີເວລາໄປເຮັດວຽກງານອຶ່ນ, ​ເຊັ່ນ​ຕໍ່າຫູກ ​ເຮັດ​ນາ ​ແລະ​ກິດຈະ​ກໍາ​ສ້າງ​ລາຍ​ຮັບ​ອື່ນໆ. ສະ​ນັ້ນປະຊາຊົນພາຍໃນບ້ານກໍ່ໄດ້ຮັບຜົນປະໂຫຍດຈາກວັງສະຫງວນຫລາຍ​ພໍ່​ສົມຄວນ ​ແຕ່​ເຖິງ​ແນວ​ໃດ​ກໍ່ຕາມ, ​ໃນແຕ່ລະປີພວກ​ເຮົາ​ກໍ່​ຍັງມີລາຍຮັບເຂົ້າບ້ານໄດ້ຈາກການຂາຍປາເປັນເງິນຄັງບ້ານ ​ແລະ ​ເຮັດ​ໃຫ້ກອງທຶນພັດທະນາບ້ານນັບມື້ເພີ່ມຂື້ນ.

ດັ່ງ​ນັ້ນ ຂ້າພະ​ເຈົ້າ​ຄິດ​ວ່າ ການ​​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ແວດ​ລອ້​ມຕິດ​ພັນ​ກັບ​ການພັດທະນາ​ ​ແມ່ນ​ດີ​ແທ້ ​ເພາະ​ມັນ​ສ້​າງປະຖົມ​ປັດ​ໃຈ​ໃຫ້​ປະຊາຊົນ​ບ້າ​ນຂອງ​ພວກ​ເຮົາ ສາມາດກຸ້ມ​ຕົນ​ເອງ ​ເພິ່ງ​ຕົນ​ເອງ​ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງໄດ້​ໃນ​ລະດັບ​ໜຶ່ງ ​ໃນ​ຕໍ່ໜ້າ ​ເພຶ່ອ​ເຮັດ​ໃຫ້​ບ້ານ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ພວກ​ເຮົາຈະ​ສືບ​ຕໍ່ສູ້​ຊົນ​ຕື່ມ​ອີກ.