ທິດທາງການພັດທະນາ ຂອງເມືອງຊ່ອນ ແຂວງຫົວພັນ [1]
ທິດທາງການພັດທະນາ ຂອງເມືອງຊ່ອນ ແຂວງຫົວພັນ
ເມືອງຊ່ອນ ແມ່ນໜຶ່ງໃນ 4 ເມືອງທຸກຍາກ ທີ່ອົງການປົກຄອງຂອງເມືອງ ຈະໄດ້ເຂົ້າຮ່ວມກອງປະຊຸມລະດົມຄວາມຄິດໃສ່ຮ່າງແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງ 4 ເມືອງທຸກຍາກ ເຊິ່ງຈະຈັດຂຶ້ນໃນວັນທີ 30 ມັງກອນ 2019, ທີ່ສະຖາບັນຂົງຈຶ ມະຫາວິທະຍາໄລແຫ່ງຊາດ. ກອງປະຊຸມດັ່ງກ່າວນີ້ ຈັດຂຶ້ນພາຍໃຕ້ການຮ່ວມມື ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ກັບ ອົງການປົກຄອງແຂວງ ຂອງ 4 ແຂວງ ຄື: ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະ ເຊກອງ ໂດຍພາຍໃຕ້ການສະໜັບສະໜູນດ້ານງົບປະມານ ຂອງລັດຖະບານ ສປ ຈີນ.
ກອງປະຊຸມນີ້ ແມ່ນຂັ້ນຕອນທີ 4 ຂອງຂະບວນການຮ່າງແຜນງານ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ (ພຊລທ) ເພື່ອລະດົມທຶນ ພາຍຫຼັງທີ່ໄດ້ຈັດກອງປະຊຸມລະດົມຄວາມເຫັນກັບທ້ອງຖິ່ນຫຼາຍຄັ້ງ ແລະ ກັບກະຊວງຂະແໜງການຂັ້ນສູນກາງ 3 ຄັ້ງ. ຜົນຂອງການລະດົມຄວາມເຫັນຄັ້ງນີ້ ຈະເປັນຂໍ້ມູນເພື່ອປັບປຸງຮ່າງແຜນງານ ເພື່ອຂໍຄວາມເຫັນໂດຍຫຼັກການຈາກຂັ້ນເທິງ ແລ້ວນໍາໄປປຶກສາຫາລື ກັບທະນາຄານໂລກ ແລະ ສູນສາກົນແກ້ໄຂຄວາມທຸກຍາກ ສປ ຈີນ. ແນໃສ່ສູຊົນໃຫ້ສໍາເລັດ ໃນເດືອນ 6 ປີ 2020 ນີ້. ຈຸດປະສົງຂອງກອງປະຊຸມມື້ນີ້ແມ່ນ:
1. ເພື່ອເປັນການທົດລອງ ນໍາສະເໜີຮ່າງແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງເມືອງຊ່ອນ, ເມືອງໜອງແຮດ, ເມືອງນອງ ແລະ ເມືອງກະລຶມ ເຊິ່ງເປັນເມືອງທຸກຍາກ ນອນໃນບຸລິມະສິດຂອງລັດຖະບານ ຂອງການແກ້ໄຂຄວາມທຸກຍາກ ທັງຍັງເປັນເມືອງເປົ້າໝາຍຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ
2. ເພື່ອສ້າງຄວາມເຂົ້າໃຈອັນດີ ຕໍ່ທິດທາງ ນະໂຍບາຍ ພຊລທ ຂອງລັດຖະບານເຮົາ ສ້າງພຶ້ນຖານໃຫ້ການລະດົມທຶນຊ່ວຍເຫຼືອ ບັນດາເມືອງທຸກຍາກໃນສະເພາະໜ້າ ແລະ ຍາວນານ;
3. ເພື່ອລະດົມຄວາມເຫັນ ຂອງບັນດາຜູ້ໃຫ້ທຶນ, ບັນດານັກຄົ້ນຄວ້າເຂົ້າໃສ່ຮ່າງແຜນງານ ພຊລທ ທີ່ຄະນະວິຊາການຂອງເມືອງຂອງແຂວງ ໄດ້ຮ່າງຂຶ້ນໂດຍພື້ນຖານ.
ບາງຂໍ້ມູນກ່ຽວກັບເມືອງຊ່ອນ
ສະພາບຈຸດພິເສດທົ່ວໄປ:
- ເມືອງຊ່ອນ ເປັນເມືອງສ້າງຕັ້ງຄືນໃໝ່ ໄດ້ 5 ປີ, ທົ່ວເມືອງມີເນື້ອທີ່ທັງໝົດ 2.129ກິໂລຕາແມັດ ໃນນັ້ນເນື້ອທີ່ປ່າໄມ້ 185.200 ເຮັກຕາ, ເນື້ອທີ່ປູກຝັງ 10.500 ເຮັກຕາ; ເນື້ອທີ່ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ 182.038 ເຮັກຕາ, ປ່າສະຫງວນຂອງເມືອງ 1.500 ເຮັກຕາ, ປ່າຜະລິດ/ປ່າຊົມໃຊ້ 23.828 ເຮັກຕາ ແລະ ປ່າຟື້ນຟູ 2.000 ເຮັກຕາ.
- ອີງຕາມການປະເມີນ ຕາມດຳລັດ 348/ລບ ໃນປີ 2019 ຜ່ານມາ ແມ່ນມີ 21 ບ້ານທຸກຍາກ (61,76% ຂອງຈໍານວນບ້ານທັງໝົດ) ແລະ ມີ 665 ຄົວເຮືອນທຸກຍາກ (25,10% ຂອງຄົວເຮືອນທັງໝົດ)
- ຊາຍແດນທິດເໜືອຕິດກັບເມືອງສົບກົບແຂວງເຊິນລາສສຫວຽດນາມ, ທິດໃຕ້ຕິດກັບ ເມືອງຮ້ຽມແລະເມືອງຫົວເມືອງ; ທິດຕາເວັນອອກຕິດກັບເມືອງແອດແລະເມືອງຊຳເໜືອ; ທິດຕາເວັນຕົກຕິດກັບເມືອງໂພນທອງແລະເມືອງວຽງຄຳແຂວງຫຼວງພະບາງ.
- ເປັນເມືອງພູດອຍ, ຫ່າງໄກສອກຫຼີກ, ມີພູຜາສູງຊັນ ມີພື້ນທີ່ທຳການຜະລິດໜ້ອຍ, ສະມັດຕະພາບການຜະລິດຕ່ຳ, ປະຊາຊົນສ່ວນໃຫຍ່ ອາໄສຢູ່ລຽບຕາມສາຍນ້ຳແອດ, ນໍ້າເປີ້ເຊິ່ງພໍຈະມີພື້ນທີ່ທຳການຜະລິດປູກຝັງ-ລ້ຽງ ສັດ. ຄວາມສູງຈາກລະດັບໜ້ານ້ຳທະເລປະມານ 980 ແມັດ, ມີອາກາດຊູ່ມເຢັນ, ອຸນຫະພູມສູງສຸດສະເລ່ຍ 30 ອົງສາເຊແລະຕ່ຳສຸດ5ອົງສາເຊ, ປະລິມານນໍ້າຝົນສະເລ່ຍ 2.100 ມິນລີແມັດຕໍ່ປີ;
ທ່າແຮງໃນການພັດທະນາ:
- ພື້ນຖານໂຄງລ່າງເຊັ່ນ: ລະບົບເສັ້ນທາງພາຍໃນເທດສະບານເມືອງ, ສຳນັກງານຫ້ອງການ, ລະບົບໄຟຟ້າ, ນໍ້າປະປາ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໄດ້ຮັບການພັດທະນາພໍສົມຄວນ,
- ມີໜໍ່ແໜງ ຕົວແບບການປູກຝັງ-ລ້ຽງສັດ, ການຄ້າ-ການບໍລິການ, ການຕໍ່າຫູກ-ທໍໄໝແລະອື່ນໆ ໂດຍການສະໜັບສະໜູນ ຈາກກອງທຶນຫຼຸດຜາອນຄວາມທຸກຍາກ ນັບແຕ່ປີ 2012 ເປັນຕົ້ນມາ;
- ການຜະລິດຂອງປະຊາຊົນ ຄ່ອຍໆຫັນຈາກການຜະລິດແບບທໍາມະຊາດ, ກະແຈກກະຈາຍພໍກຸ້ມກິນກຸ້ມຢູ່ຂອງປະຊາຊົນ ມາເປັນການຜະລິດເປັນສິນຄ້າຫຼາຍຂື້ນ;
- ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ;
- ມີມູນເຊື້ອທາງດ້ານປະຫວັດ ສາດ, ວັດທະນາທຳຮີດຄອງປະເພນີທີ່ເປັນເອກະລັກຂອງເຜົ່າ ແລະຂອງຊາດ;
- ມີຊື່ສຽງທາງດ້ານສີໄມ້ລາຍມື ທາງດ້ານຫັດຖະກຳຕໍ່າຫູກ, ການຈັກສານທີ່ຢູ່ທັງພາຍໃນ ແລະຕ່າງປະເທດ;
- ເປັນເມືອງທາງຜ່ານໄປສູ່ ເມືອງແຂວງຫຼວງພະບາງ ແລະ ແຂວງບັນດາພາກເໜືອ.
ເປົ້າໝາຍຈຸດສູມການພັດທະນາຮອດປີ 2024.
- ລາຍໄດ້ສະເລ່ຍຕໍ່ຫົວຄົນ ຈະໃຫ້ໄດ້ປະມານ 1.079 ໂດລາ/ຄົນ/ປີ;
- ພົນລະເມືອງສ່ວນໃຫຍ່ຕ້ອງມີລະດັບການສຶກສາຈົບມັດທະຍົມຕອນປາຍ,
- ອັດຕາການຂາດສານອາຫານຂອງປະຊາຊົນ ແລະ ອັດຕາການຕາຍ ຂອງເດັກຕໍ່າກວ່າອາຍຸ5ປີໃຫ້ຫຼຸດລົງ;
- ປະຊາຊົນ ມີອາຍຸຍືນສະເລ່ຍ 68ປີ;
- ເລັ່ງໃສ່ຍົກສູງສະມັດຕະພາບການຜະລິດ, ພັດທະນາສີມືແຮງງານ, ການສ້າງອາຊີບທີ່ໝັ້ນຄົງ, ຄວບຄູ່ກັບແນວຄິດສ້າງສັນຂອງປະຊາຊົນ ແລະເອົາໃຈໃສ່ຈັດສັນພື້ນທີ່ທໍາການຜະລິດ ໃຫ້ປະຊາຊົນຄຸ້ມຄອງນໍາໃຊ້ໃຫ້ມີຜົນສໍາເລັດສູງ.
- ຫັນປ່ຽນ ເອົາການຜະລິດຈາກພາກກະສິກຳຊົນນະບົດ ມາເປັນການຜະລິດເປັນສິນຄ້າຕາມທິດຫັນເປັນອຸດສະຫະກຳ-ທັນສະໄໝ ແລະ ກົນໄກຕະຫຼາດ;
- ສຸມໃສ່ຈັດຕັ້ງປະຕິບັດເນື້ອໃນ 4 ບຸກທະລຸຄື: ດ້ານຈິນຕະນາການ, ກົນໄກລະບອບລະບຽບການຄຸ້ມຄອງ-ບໍລິຫານລັດ, ພັດທະນາຊັບພະຍາກອນມະນຸດ ແລະ ແກ້ໄຂຄວາມທຸກຍາກ;
- ຂຸດຄົ້ນທ່າແຮງບົ່ມຊ້ອນ ພາຍໃນເມືອງເຊັ່ນ: ບຸກຄະລາກອນ, ຊັບສິນແລະອຶ່ນໆ ເພື່ອ ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ;
- ສຸມໃສ່ນໍາພາປະຊາຊົນ ສ້າງພື້ນຖານການຜະ ລິດທີ່ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເທື່ອລະກ້າວ;
- ພັດທະນາສີມືແຮງງານ,ຮັບປະກັນການສ້າວຽກ ເຮັດງານທໍາ, ມີອາຊີບທີ່ແນ່ນອນ ແລະ ໝັ້ນຄົງ
- ສົ່ງເສີມ ແລະດຶງດູດການລົງທຶນຂອງປະຊາຊົນ,ເອກະຊົນພາຍໃນແລະຕ່າງປະເທດໃຫ້ຫຼາຍຂື້ນ;
- ພັດທະນາເສດຖະກິດ-ສັງຄົມໂດຍຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
- ຕັ້ງໜ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານສາມສ້າງຕາມມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 03/ກມສພ, ລົງວັນທີ 15 ກຸມພາ 2012 ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາໃຫ້ມີຜົນສຳເລັດສູງ.
ຂ່າວ: ສ. ວັນນະວົງ