ທລຍ ເມືອງສະໝ້ວຍ ສຳເລັດການສຳຫຼວດອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ໂຄງການທີ່ຈະຈັດຕັ້ງປະຕິບັດໃນປີ 2020 [1]
ທລຍ ເມືອງສະໝ້ວຍ ສຳເລັດການສຳຫຼວດອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ໂຄງການທີ່ຈະຈັດຕັ້ງປະຕິບັດໃນປີ 2020
ໃນລະຫວ່າງວັນທີ 24ມີນາ-08ເມສາ 2020 ກອງທຶນຫູຸດຜອ່ນຄວາມທຸກຍາກ(ທລຍ)ເມືອງ
ສະໝ້ວຍ, ຂະແໜງກະສິກໍາ ແລະ ປ່າໄມ້ເມືອງສະໝ້ວຍ ໂດຍປະກອບມີຕາງໜ້າພະແນກກະສິກຳ-ປ່າໄມ້ແຂວງ, ທລຍ ແຂວງ, ທລຍ ເມືອງ, ຫອ້ງການທີ່ກ່ຽວຂ້ອງຂັ້ນເມືອງ ສົມທົບກັບຜູ້ປະສານງານຂັ້ນກຸ່ມບ້ານ, ອຳນາດການປົກຄອງບ້ານ, ທີມງານຈັດຕັ້ງປະຕິບັດຂັ້ນບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານໄດ້ລົງສຳຫຼວດອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມໂຄງການຍ່ອຍ ຢູ່ແຕ່ລະບ້ານທີ່ໄດ້ຮັບໂຄງການໃນປີ 2020 ເຊີ່ງມີຜູ້ເຂົ້າຮ່ວມທັງໜົດ 320 ຄົນ, ຍິງ 195 ຄົນ ໃນນັ້ນ ປະກອບມີ 9ໂຄງການ:
1. ໂຄງການສ້ອມແປງລະບົບນໍ້າລີນ ບ້ານບ້ານອາຊິງເໜື່່ອ ກຸ່ມເທດສະບານ;
2. ໂຄງການສ້ອມແປງລະບົບນຳລິນບ້ານອາຕຸກ ກຸ່ມອາຕຸກ;
3. ໂຄງການສ້ອມແປງເສັນທາງ ບ້ານຕັງໂກ ກຸ່ມອາຕຸກ;
4. ໂຄງການສ້ອມແປງເສັນທາງ ບ້ານບັນໄຕໃຫຍ່ ກຸ່ມອາຕຸກ;
5. ໂຄງການສ້ອມແປງຊົນລະປະທານ ບ້ານກິລິໃຫຍ່ ກຸ່ມອາສົກ
6. ໂຄງການສ້ອມແປງນ້ຳຫລິນ ບ້ານຕຣືບເໜືອ
7. ໂຄງການສ້ອມແປງນຳລິນ ບ້ານອາວອງ ກຸ່ມອາສົກ
8. ໂຄງການສ້ອມແປງນ້ຳລິນ ບ້ານກະວະ-ຕະວາຍ ກຸ່ມຕະລໍ
9. ໂຄງການສ້ອມແປງຊົນລະປະທານ ບ້ານຕະລໍເໜືອ ກຸ່ມຕະລໍ
ໂຄງການທັງໜົດເຫຼົ່ານັ້ນ ຈະໄດ້ນໍາໃຊ້ທຶນຊວ່ຍເຫຼືອອົງການພັດທະນາ ແລະ ຮວ່ມມືຂອງປະເທດສະວິດເຊີແລນ(SDC) ດ້ວຍງົບປະມານທັງໝົດກ່ວາ 1 ຕື້ກີບ ແລະ ນໍາໃຊ້ຮູບແບບຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ຊຶ່ງຄາດວ່າຈະເລີ່ມລົງມືຈັດຕັ້ງປະຕິບັດໃນຕົ້ນເດືອນພຶດສະພາ ປີ2020.