ທລຍ ເປັນສ່ວນໜຶ່ງໃນການສະໜັບສະໜູນແລະອໍານວຍຄວາມສະດວກໃນການໄປມາຫາສູ່ໃຫ້ແກ່ຊຸມຊົນ [1]
ທລຍ ເປັນສ່ວນໜຶ່ງໃນການສະໜັບສະໜູນແລະອໍານວຍຄວາມສະດວກໃນການໄປມາຫາສູ່ໃຫ້ແກ່ຊຸມຊົນ
ເມືອງອາດສະພອນ ເປັນເມືອງ ເປົ້າໝາຍໜຶ່ງ ທີ່ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ການຊ່ວຍເຫຼືອ ໃນປີ 2016 ເປັນຕົ້ນມາ ແລະໄດ້ນໍາໃຊ້ງົບປະມານ ຫຼາຍກວ່າ 4 ຕື້ກວ່າກີບ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງທີ່ຂື້ນກັບຂະແໜງການ ຍທຂ ເຊັ່ນ:
- ກໍ່ສ້າງຫຼືສ້ອມແປງເສັ້ນທາງ ຈໍານວນ 10 ເສັ້ນ, ກໍ່ສ້າງ ຂົວເບຕົງ, ຂົວໄມ້ ແລະ ຂົວຈົມ 3 ແຫ່ງ , ການວາງທໍ່ລອດທາງເພື່ອເຮັດໃຫ້ ເສັ້ນທາງສາມາດນໍາໃຊ້ໄດ້ຢ່າງສະດວກສະບາຍ ທັງ 2 ລະດູການໄດ້ 3 ແຫ່ງ.
ສໍາລັບການປະກອບສ່ວນຂອງຊຸມຊົນ ນອກຈາກປະກອບສ່ວນໃນເວລາມີການກໍ່ສ້າງແລ້ວ ແມ່ນໄດ້ມີການສ້າງກອງທຶນບົວລະບັດຮັກສາທາງ ໂດຍເກັບເງິນ ເດືອນລະ 2,000-5,000ກີບຕໍ່ຄອບຄົວ.
ການກໍ່ສ້າງຂົວ ສ້ອມແປງເສັ້ນທາງ ກໍແມ່ນ ບຸລິມະສິດໜື່ງທີ່ສໍາຄັນ ເຊິ່ງໄດ້ບັນຈຸໃນແຜນພັດທະນາກຸ່ມບ້ານ ຂອງແຕ່ລະກຸ່ມ ພາຍໃນ 9 ກຸ່ມເປົ້າໝາຍ ຂອງ ທລຍ ໃນເມືອງດັ່ງກ່າວ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນໄດ້ ເຂົ້າເຖິງການບໍລິການ ເຮັດໃຫ້ການໄປມາສະດວກສະບາຍຂຶ້ນ ເປັນຕົ້ນແມ່ນ ການໄປມາຄ້າຂາຍ ຜົນຜະລິດ ກໍຄືການຄ້າຂາຍ ທົ່ວໄປ ເປັນແຫຼ່ງລາຍຮັບເຮັດໃຫ້ ເສດຖະກິດດີຂື້ນ ຊຸມຊົນມີລາຍຮັບ ແກ້ໄຂຊີວິດການເປັນຢູ່ ນໍາພາຄອບ ຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຫຼາຍບ້ານກາຍເປັນບ້ານພັດທະນາ.