ຊຸດຝຶກອົບຮົມ ການເປັນຄູຝຶກ ໃຫ້ພະນັກງານ ທລຍ ແລະ ພະນັກງານ ຈາກຂະແໜງການທີ່ກຽວຂ້ອງ ຈາກຝ່າຍລັດ ຂັ້ນແຂວງ ແລະ ເມືອງ ໃນວຽກງານປ້ອງກັນການແຜ່ລະບາດພະຍາດ ໂຄວິດ-19 ຢູ່ຮາກຖານຊຸມຊົນ ຊົນນະບົດໃນ ສປປ ລາວ [1]
ຊຸດຝຶກອົບຮົມ ການເປັນຄູຝຶກ ໃຫ້ພະນັກງານ ທລຍ ແລະ ພະນັກງານ
ຈາກຂະແໜງການທີ່ກຽວຂ້ອງ ຈາກຝ່າຍລັດ ຂັ້ນແຂວງ ແລະ ເມືອງ
ໃນວຽກງານປ້ອງກັນການແຜ່ລະບາດພະຍາດ ໂຄວິດ-19 ຢູ່ຮາກຖານຊຸມຊົນ ຊົນນະບົດໃນ ສປປ ລາວ
ການແຜ່ລະບາດຂອງພະຍາດໂຄວິດ-19ມີຜົນກະທົບທີ່ຮ້າຍແຮງຕໍ່ຊີວິດ ແລະ ເສດຖະກິດ-ສັງຄົມຂອງບັນ ດາປະເທດທີ່ພວມພັດທະນາ ຊຶ່ງມີຄວາມສາມາດໃນການປິ່ນປົວຍັງອ່ອນນ້ອຍ, ໃນນັ້ນ ລວມມີ ສປປ ລາວ, ຜູ້ທີ່ໄດ້ຮັບຜົນກະທົບກ່ວາໝູ່ແມ່ນຜູ້ດ້ອຍໂອກາດທີສຸດໃນສັງຄົມ ໂດຍສະເພາະແມ່ນຜູ້ທຸກຍາກຢູ່ເຂດຊົນນະບົດ.
ຢູ່ ສປປ ລາວ, ເຖິງວ່າມີຜູ້ຕິດເຊື້ອນ້ອຍ ແລະ ບໍ່ທັນມີການເສຍຊີວິດ, ບໍ່ມີຜູ້ຕິດເຊຶ້ອຢູ່ຊົນນະບົດກໍ່ຕາມ, ແຕ່ຄວາມສ່ຽງທີ່ພະຍາດຈະແຜ່ລະບາດຕໍ່ຊຸມຊົນຊົນນະບົດແມ່ນມີສູງຫຼາຍ ເນື່ອງຈາກລະບົບການກວດພະຍາດ ແລະ ການປິ່ນປົວຍັງຂາດເຂີນ. ສະນັ້ນ, ລັດຖະບານຈຶ່ງໄດ້ດຳເນີນມາດຕະການປ້ອງກັນຢ່າງເຂັ້ມງວດ ເພື່ອຕ້ານການແຜ່ລະ ບາດຮອບ2ຂອງພະຍາດໂຄວິດ-19ໂດຍມີການປູກຈິດສໍານຶກ ປຸກລະດົມ ຮຽກຮ້ອງທົ່ວສັງຄົມທັງພາຍໃນ ແລະຕ່າງ ປະເທດ. ໜຶ່ງໃນນັ້ນລັດຖະບານ ສປປ ລາວ ໄດ້ຮັບທຶນຊ່ອຍເຫຼືອລ້າຈຳນວນ 500.000 ໂດລາສະຫະລັດ ຈາກອົງ ການຮ່ວມມືເພື່ອການພັດທະນາ ຂອງປະເທດສະວິດເຊີແລນ (SDC) ເພື່ອນໍາໃຊ້ເຂົ້າໃນການປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຢູ່ 900ບ້ານ ແລະ ຢູ່ໂຮງຮຽນ 92 ແຫ່ງ ທີ່ນອນໃນ 35 ເມືອງທຸກຍາກ ຂອງ 10 ແຂວງເປົ້າໝາຍຂອງ ທລຍ ຄື: ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ສະຫັວນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື.
ສະນັ້ນ; ໃນລະຫວ່າງວັນທີ 22-27 ຕຸລາ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ
ປ່າໄມ້ ຈຶ່ງໄດ້ຈັດຊຸດຝຶກອົບຮົມ ເພື່ອສ້າງຄູຝຶກ ໃຫ້ພະນັກງານ ທລຍ ແລະ ພະນັກງານຈາກຂະແໜງການທີ່ກຽວຂ້ອງ ຈາກຝ່າຍລັດ ຂັ້ນແຂວງ ແລະ ເມືອງ ໃນວຽກງານປ້ອງກັນການແຜ່ລະບາດພະຍາດ ໂຄວິດ-19 ຢູ່ຮາກຖານຊຸມຊົນ ຊົນນະບົດໃນ ສປປ ລາວ ຂຶ້ນຢູ່ 3 ຈຸດຄື: ແຂວງຫຼວງພະບາງ, ຫົວພັນ ແລະ ສາລະວັນ ໂດຍໃຫ້ກຽດເປັນປະທານຮ່ວມກ່າວເປີດ ໂດຍພະແນກກະສິກໍາ ແລະ ປ່າໄມ້ແຂວງ, ພະແນກສາທາລະນາສຸກແຂວງ ແລະ ຄະນະອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການເປັນຄູຝຶກທີ່ມາຈາກ ກົມອະນາໄມແລະສົ່ງເສີມສຸຂະພາບ, ກົມປິ່ນປົວແລະ ຟຶ້ນຟູໜ້າທີ່ການກະຊວງສາທາລະນະສຸກ, ສູນກາງສະຫະພັນແມ່ຍິງລາວ, ກົມແຜນການແລະການຮ່ວມມືກະຊວງສຶກສາທິການແລະກິລາ ແລະ ການເຂົ້າຮ່ວມຂອງ ຂະແໜງການທີ່ກຽວຂ້ອງອ້ອມຂ້າງ ແຂວງ ແລະ ເມືອງ ຜູ້ປະສານງານທລຍ,ພະນັກງານ ທລຍ ຈາກ 10 ແຂວງ, 35 ເມືອງ ເຂົ້າຮ່ວມທັງໝົດ 250 ກວ່າທ່ານ.
ຈຸດປະສົງຂອງຊຸດຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອໃຫ້ຜູ້ເຂົ້າຮ່ວມ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມຮູ້ພື້ນຖານວິທີການປ້ອງກັນການລະບາດພະຍາດ ໂຄວິດ-19 ແລະ ພະຍາດໄວຣັສອື່ນໆ ແລະ ຮູ້ວິທີປຸກລະດົມ ສ້າງຄວາມຮັບຮູ້ວຽກງານດັ່ງກ່າວນີ້ ໃຫ້ແກ່ອາສາສະໝັກແພດບ້ານ, ຄູອາຈານ ລວມທັງພໍ່ແມ່ປະຊາຊົນພາຍໃນບ້ານເປົ້າໝາຍໂຄງການ,ເພື່ອໃຫ້ຜູ້ເຂົ້າຮ່ວມ ຮູ້ວິທີການເຮັດຜ້າອົດປາກ, ດັງ ແລະ ການປຸງແຕ່ງນໍ້າຢາຂ້າເຊື້ອ, ນໍ້າຢາລ້າງມືແບບງ່າຍດາຍ ໂດຍໃຊ້ວັດສະດູທີ່ຫາໄດ້ງ່າຍໃນທ້ອງຖີ່ນ ເພື່ອໄປສອນກຸ່ມເປົ້າໝາຍຢູ່ຂັ້ນທ້ອງຖິ່ນ.
ພາຍຫຼັງສໍາເລັດການຝຶກອົບຮົມຊຸດນີ້ແລ້ວ ບັນດານັກສໍາມະນາກອນຈະສາມາດລົງຜັນຂະຫຍາຍ ແລະ ຝຶກອົບ ຮົມຖ່າຍຖອດຄວາມຮູ້ ກ່ຽວກັບວິທີການປ້ອງກັນການລະບາດພະຍາດ ໂຄວິດ-19 ແລະ ວິທີການເຮັດຜ້າອັດປາກ, ດັງແບບງ່າຍດາຍ ໃຫ້ແກ່ຊຸມຊົນຢູ່ 900 ບ້ານ ຢ່າງມີຜົນສໍາເລັດ.