ຝຶກອົບຮົມ ໃຫ້ຄວາມຮູ້ພື້ນຖານໂພຊະນາການ ແມ່ ແລະ ເດັກ [1]
ຝຶກອົບຮົມ ໃຫ້ຄວາມຮູ້ພື້ນຖານໂພຊະນາການ ແມ່ ແລະ ເດັກ
ເພື່ອເຮັດໃຫ້ປະຊາຊົນທີ່ທຸກຍາກ ເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງການບໍລິການທີ່ຖືກຕ້ອງຕາມຫຼັກສຸຂະອະນາໄມ ເຮັດໃຫ້ເດັກນ້ອຍ ແລະ ແມ່ຍິງໃນໄວຈະເລີນພັນ ກໍຄືແມ່ຖືພາ ແມ່ລູກອ່ອນໄດ້ຮັບຄວາມເອົາໃຈໃສ່ ເບິ່ງແຍງ ຊ່ວຍເຫຼືອຈາກຄອບຄົວ ໂດຍສະເພາະໃຫ້ເຂົາເຈົ້າ ໄດ້ຮັບສານອາຫານພຽງພໍ, ຮູ້ຈັກວິທີປຸງແຕ່ງອາຫານທີ່ຮັບປະກັນແລະຖືກຫຼັກດ້ານໂພຊະນາການ ເພື່ອສ້າງພູມຄຸ້ມກັນ ຮັກສາສຸຂະພາບຂອງແມ່ແຕ່ເລິ່ມຖືພາ ແລະ ໃຫ້ເດັກມີການຈະເລີນເຕີບໂຕໃນເກນມາດຖານທີ່ ກະຊວງສາທາລະນະສຸກວາງອອກ ເຮັດໃຫ້ອັດການຕາຍຂອງແມ່ ແລະ ເດັກໃນຊົນນະບົດຫຼຸດລົງເທື່ອລະກ້າວ.
ໃນລະຫວ່າງວັນທີ 21/2/2021 ເຖິງ ວັນທີ 28/02/2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງຊໍາໃຕ້ ໄດ້ສົມທົບກັບອົງການປົກຄອງບ້ານ ໄດ້ຝຶກອົບຮົມຄວາມຮູ້ພື້ນຖານໂພຊະນາການໃຫ້ແມ່ ແລະ ເດັກໃຫ້ແກ່ບ້ານເປົ້າໜາຍທັງໜົດ 23 ບ້ານ
ໃນຊຸດອົບຮົມໃນເທື່ອນີ້ ໄດ້ມີການລົງສ້າງກຸ່ມໂພຊະນາການ, ຝຶກອົບຮົມ ຄວາມຮູ້ພຶ້ນຖານດ້ານໂພຊະນາການສໍາລັບແມ່ ແລະ ເດັກ ໃຫ້ຄະນະຮັບຜິດຊອບໂພຊະນາການຂັ້ນບ້ານ (ກພກ)ຈໍານວນ 23 ບ້ານ ມີຜູ້ເຂົ້າຮ່ວມທັງໝົດ 764 ຄົນ, ຍິງ 721 ຄົນ, ຊົນເຜົ່າ 301 ຄົນ.
ຜ່ານການຝຶກອົບຮົມເປັນເວລາ 8 ວັນ ຜ່ານມາ ເຫັນວ່າ ປະຊາຊົນ ກໍຄືອົງການປົກຄອງທ້ອງຖິ່ນໃນບ້ານເປົ້າໝາຍ ທລຍ ແມ່ນມີຄວາມສົນໃຈ ແລະ ໄດ້ປະກອບຄໍາຄິດຄໍາເຫັນ ສອບຖາມຄົ້ນຄວ້າ ຢ່າງເປັນຂະບວນຟົດຟື້ນ; ໂດຍສະເພາະ ແມ່ຍິງທີ່ເປັນສະມາຊິກ ກພບ ໄດ້ເຂົ້າຮ່ວມຈໍານວນຫຼາຍ ເຮັດໃຫ້ການຝຶກອົບຮົມ ແລະ ການສ້າງຕັ້ງກຸ່ມ ໂພຊະນາການ ສໍາເລັດຕາມແຜນການທີ່ວາງໄວ້ໃນເບື້ອງຕົ້ນ ແລະ ພ້ອມທີ່ຈະນໍາເອົາຄວາມຮູ້ຈາກການຝຶກອົບຮົມໃນຄັ້ງນີ້ໄປຜັນຂະຫຍາຍເຂົ້າສູ່ການດໍາລົງຊີວິດຕົວຈິງ.