ກຸ່ມຜະລິດບ້ານແກ້ງກວີຕົ້ນ ແບບໃນການແກ້ໄຂຄວາມທຸກຍາກຢ່າງຖາວອນ

Posting Date: 
10 Oct 2013

ບ້ານແກ້ງກວີເປັນບ້ານທຸກຍາກໜຶ່ງໃນ ເມືອງເຊໂປນ ແຂວງສະຫວັນນະເຂດ ເຊິ່ງຫ່າງຈາກ ເທດສະບານ ເມືອງ ໄປ ທາງ ທິດຕາ ເວັນຕົກ ປະມານ 18 ກິ ໂລ ແມັດ. ສິ່ທ້າທາຍຕໍ່ການພັດທະນາເສດ ຖະກິດ-ສັງຄົມຂອງບ້ານ ກໍ່ຄືບັນດາ ຄອບຄົວຜູ້ທຸກຍາກທົ່ວໄປທ່ີບໍ່ມີຄວາມສາມາດ ໃນການສ້າງກິດຈະກຳເພື່ອສ້າງລາຍຮັບສຳລັບຄອບຄົວຢ່າງຍືນຍົງ ຍ້ອນເຂົ້າບໍ່ເຖິງຕະຫລາດ ແລະ ບໍ່ມີຄວາມສາມາດໃນການບໍລິຫານທຸລະກິດຄອບຄົວແບບເອກະເທດ.

ເຖິງຢ່າງໃດກໍ່ດີ, ທ່າແຮງບົ່ມຊ້ອນຂອງບ້ານແກວກວີ ແມ່ຍິງບ້ານມີພູມປັນຍາ ບົ່ມຊ້ອນທາງດ້ານການຕໍ່າມີ່ແຜ່ນແພມາແຕ່ປູ່ຍ່າຕາຍາຍ ທີ່ເປັນເຊື້ອສາຍຊົນເຜົ່າຜູ່ໄທ ແລະຍັງມີ ກອງທຶນພັດທະນາບ້ານ ທ່ີທຸກຄົນສາມາດຢືມເພື່ອມາລົງທືນໄດ້. ແຕ່ວ່າໃນໄລຍະຜ່ານມາ, ຜູ້ທຸກຍາກບໍ່ມີຄວາມກ້າຫານ ກູ້ຢືມເງິນຈາກກອງທຶນພັດທະນາບ້ານ ຍ້ອນມີຄວາມເປັນຫວ່ງວ່າ ຈະບໍ່ສາມາດໃຊ້ຄືນເງິນກູ້ຢືມໄດ້. ການສ້າງກຸ່ມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແມ່ນເພື່ອແກ້ໄຂຄວາມທຸກຍາກ ບົນພື້ຖານ ທ່າແຮງບົ່ມຊ້ອນ ແລະ ເພື່ອເປີດໂອກາດໃຫ້ຜູ້ທຸກຍາກໄດ້ເຂົ້າເຖິງທຶນຮອນ ເພື່ອສ້າງລາຍຮັບໃຫ້ຄອບຄົວ, ທລຍ, ລອງ ໄດ້ອຳນວຍຄວາມສະດວກ ໃຫ້ຄອບຄົວທີ່ທຸກຍາກ. ກຊກ ມິລະບົບການຈັດຕັ້ງ ແລະ ນິຕິກຳຢ່າງຄັກແນ່. ລະຫວ່າງວັນທີ 4 7 ກັນຍາ 2012, ໂຄງການປັບປຸງຊີວິດ ການເປັນຢູ່ ແລະ ໂພສະນາການ ຂອງ ທລຍ ຈິ່ງໄດ້ນຳພາກຸ່ມ  ດັ່ງກ່າວໄປຢ້ຽມຢາມສະຖານທີ່ການຜະລິດຫັດຖະກຳຕໍ່າຫູກ, ຍ້ອມສີທຳມະຊາດ ແລະ ຫັດຖະກຳເຂັນຝ້າຍທີ່ບ້ານລະຫານໍ້າ ເມືອງສອງຄອນ ແຂວງສະຫວັນນະເຂດ; ຫັດຖະກຳຕໍ່າຫູກບ້ານສະຜ່າຍ ເມືອງຊະນະສົມບູນ, ສູນຫັດຖະກຳວານິດຖາ ຫຼັກ 17 ເມືອງປາກເຊ, ຫັດຖະກຳ     ຕໍ່າຫູກຂອງຊົນເຜົ່າກະຕູບ້ານຈັດສັນຕາດຜາສ້ວມ ເມືອງ ບາຈຽງຈະເລີນສຸກ, ຫັດຖະກຳໄມ້-ຫວາຍ ແລະ ຕະຫຼາດ ຈຳໜ່າຍ ເມືອງຈຳປະສັກ ແຂວງຈຳປາສັກ.ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ສະໜອງທາງດ້ານວິຊາ ການ ເປັນຕົ້ນແມ່ນ ການສ້າງລະບົບການບໍລິຫານ ແລະ ຄຸ້ມ ຄອງການເງິນ, ເຕັກນິກໃນການຕໍ່າຫູກມີ່  ແລະ   ອອກແບບ ລາຍມີ່,   ຮ່າງລະບຽບຫຼັກການຕ່າງໆ   ເພື່ອໃຫ້ການຈັດຕັ້ງ ຂອງກຸ່ມມີຄວາມເປັນລະບຽບ ແລະ ຍື່ນຍົງ (ເຊັ່ນ:   ລະບົບ ບັນຊີການເງິນ,   ກອງທຶນຝາກປະຢັດ,   ແຜນການຕະຫລາດ ແລະ ການບໍລິຫານຄຸ້ມຄອງກຸ່ມ) ແລະ ຊອກຫາຕະຫຼາດຈຳໜ່າຍຜະລິດຕະພັນ.ສ່ວນສະຫະພັນແມ່ຍິງບ້ານ ແມ່ນນຳພາການຜະລິດ, ສະຫະພັນ ແມ່ຍິງເມືອງເປັນຕະຫຼາດຈຳໜ່າຍ ເຊິ່ງໃນໄລຍະໝໍ່ໆມານີ້ ມີ ໂຄງການສອງມືນາງຢູນະຄອນຫຼວງວຽງຈັນທີ່ເປັນໂຄງການສົ່ງເສີມສີມືແມ່ຍິ່ງລາວໃນທົ່ວປະເທດ, ໜ່ວຍງານໜຶ່ງເມືອງໜຶ່ງຜະລິດຕະພັນເມືອງໄກສອນ ແຂວງສະຫວັນນະເຂດ, ຮ້ານວິລະບູຕິກ ເມືອງວິລະບູລີ ແຂວງສະຫວັນນະເຂດ ແລະ ບໍລິສັດວານິຖາຫຼັກ  17    ເມືອງປາກເຊ   ແຂວງຈຳປາສັກ ໄດ້ສະເໜີເຈດຈຳນົງຈະເກັບຊື້ຜະລິດຕະພັນແພຝ້າຍທັງໝົດ ຈາກກຸ່ມຜະລິດບ້ານແກ້ງກວີ, ແຕ່ວ່າທາງກຸ່ມກໍ່ຍັງບໍ່ສາມາດ ຕອບສະໜອງໃຫ້ຕາມຄວາມຕ້ອງການຂອງຕະຫຼາດໄດ້ເທື່ອ ອີງຕາມບົດລາຍງານປະຈຳໄຕມາດ   (  ແຕ່ເດືອນ ກັນຍາ   2012  ຫາ   ກຸມພາ 2013 ຂອງ ກຸ່ມຜະ ລິດບ້ານແກ້ງກວີ  ໄດ້ຊີ້ໃຫ້ເຫັນວ່າ,  ສະມາຊິກພາຍ ໃນກຸ່ມໄດ້ເພີ່ມຈາກ 8 ທ່ານ ມາເປັນ 20 ທ່ານ, ສາມາດຜະລິດສິ້ນໄດ້   419   ຜືນ,  ມີລາຍຮັບທັງໝົດ ພາຍໃນ 6 ເດືອນ 34.376.000 ກີບ, ສະເລັ່ຍລາຍ ຮັບຕໍ່ຄົນ  1.718.000  ກີບ  ຫຼື   286.334 ກີບຕໍ່ ຄົນ ຕໍ່ ເດືອນ.   ເຫັນໄດ້ວ່າ,  ລາຍຮັບຕໍ່ເດືອນ ຂອງ ກຸ່ມ   ແມ່ນມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ.