ກອງປະຊຸມສະພາບໍລິຫານ ທລຍ ຄັ້ງທີ 23

Posting Date: 
02 Jan 2018

ກອງ​ປະຊຸມ​ສະພາ​ບໍລິຫານ ທລຍ ຄັ້ງ​ທີ 23 

        ໂດຍ: ​ຄອນ​ທິບ ພວງ​ເພັດ

ກອງ​ປະຊຸມ​ສະພາ​ບໍລິຫານ ທລຍ ສະ​ໄໝ​ສາມັນ​ຄັ້ງ​ທີ 23 ​ໄດ້​ໄຂ​ຂື້ນ​ໃນຕອນ​ເຊົ້າ​ຂອງ​ວັນ​ທີ 27 ທັນວາ 2017 ທີ່​​ໂຮງ​ແຮມ​ແລນ​ມາກ ນະ​ຄອນ​ຫລວງ​ວຽງ​ຈັນ.

ຈຸດປະສົງ​ຂອງ​ກອງ​ປະຊຸມ  ແມ່ນເພື່ອທົບທວນຄືນ, ການຈັດຕັ້ງປະຕິບັດວຽກງານ ທລຍ ທີ່​ໄດ້​ລະບຸ​ໄວ້​ໃນ​ຂໍ້​ຕົກລົງ​ຂອງກອງປະຊຸມຄັ້ງທີ່ 22  ຫຼື 1 ປີຜ່ານມາ ແລະ ເພື່ອຂໍທິດຊີ້ນໍາຈາກ ສະພາບໍລິຫານ ສໍາລັບການສືບ​ຕໍ່ຈັດ ຕັ້ງປະຕິບັດວຽກງານໃນ​ປີ 2018.

ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ໃຫ້​ກຽດ​​ເປັນ​ປະທານໂດຍ ​ທ່ານ  ປ.ອ  ລຽນ​  ທີ​ແກ້ວ  ລັດຖະມົນຕີ ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ປະທານ​ສະພາ​ບໍລິຫານ ທລຍ ພອ້ມດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ ທ່ານລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ ແລະ ທ່ານຮອງເຈົ້າແຂວງ 10 ​ແຂວງ​ເປົ້າ ທີ່ ທລຍ ​ໃຫ້ການ​ສະໜັບ​ສະ​ໜູນ. ພິ​ເສດ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ​ໄດ້​ມີ​​ຜູ້ຕາງໜ້າ ຫ້ອງການ​ທະນາຄານ​ໂລກ ແລະ ຜູ້ຕາງໜ້າ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC) ຊຶ່ງ​ລວມຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 58 ທ່ານ, ຍິງ 16 ທ່ານ.

ໃນ​ກອງ​ປະຊຸມ​​ ທ່ານ ບຸນ​ກວ້າງ ສຸວັນນະ​ພັນ ຜູ້​ອໍານວຍ​ການ​ບໍລິຫານ ກອງ​ທຶນ​ຫລຸດ​ຜອ່ນຄວາມທຸກ​ຍາກ ໄດ້ລາຍ​ງານວ່າ ການ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ທລຍ ປະ​ຈໍາປີ 2017 ມີຈໍານວນ 348 ໂຄງການຍ່ອຍ ທີ່ໄດ້ຈັດຕັ້ງປະຕິບັດ ແລະ ນໍາໃຊ້ງົບປະມານ 10,4 ລ້ານໂດລາສະຫະລັດ ແລະ ທຶນປະກອບສ່ວນຊຸມຊົນ 726.000 ໂດລາສະຫະລັດ ເທົ່າກັບ 7%. ​ໃນ​ນັ້ນ, ມີຈຳນວນ 306 ໂຄງການຕັ້ງຢູ່ບ້ານທຸກ ແລະ ທຸກທີ່ສຸດ  ເທົ່າກັບ 88% ຂອງບ້ານທັງໝົດ ທີ່ໄດ້ຮັບໂຄງການ

ມາຮອດກາງເດືອນທັນວາທີ 2017 ຄວາມຄືບໜ້າໂດຍສະເລ່ຍແມ່ນ 88 % ແລະ ການເບີກຈ່າຍງົບປະມານ ຫລາຍກວ່າ 90% ຂອງງົບປະມານທັງໝົດ, ສ່ວນທີຍັງເຫລືອຄາດວ່າຈະສຳເລັດຢ່າງຊ້າສຸດໃນເດືອນມັງກອນ 2018.

ສ່ວນວຽກງານປັບປຸງຊີວິດການເປັນຢູ່ ກໍາລັງເຮັດທົດລອງຢູ່ ແຂວງຫົວພັນ ແລະ ສະຫວັນນະເຂດ ໃນນັ້ນ ໄດ້ມີການສ້າງຕັ້ງກຸ່ມຊ່ວຍເຫລືອທັງໝົດ ຈໍານວນ 915 ກຸ່ມ ຢູ່​ໃນ 165 ບ້ານທຸກ​ຍາກ ​ແລະ ມີ​ຈໍານວນ​ສະມາຊິກ​ທັງ​ໝົດ 10,220 ຄົນ, ​ໃນ​ນັ້ນ ທລຍ ​ໄດ້​ໃຫທຶນ​ສະໜັບສະໜູນ​ທັງ​ໝົດ 9,8 ຕື້ ກີບ ​ໄດ້​ປ່ອຍ​ກູ້​ໃຫ້​ສະມາຊິກ​ກຸ່ມ ກຊກ ຈໍານວນ​ທັງ​ໝົດ 9,7 ຕື້ ກີບ ຫຼື ​ເທົ່າ​ກັບ 99%. ສ່ວນກຸ່ມ​ທ້ອນເງິນ​ພາຍ​ໃນ​ກຸ່ມ ຈໍານວນ 1,5 ຕື້ ກີບ.

ການປະເມີນຜົນປະຈຳປີ 6 ເດືອນທ້າຍປີ 2017 ຂອງຜູ້ໃຫ້ທຶນ ເຫັນວ່າ ມີຜົນສໍາເລັດລົງ ໂດຍສະເພາະວຽກ ທລຍ ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທຸກຍາກ ຢູ່ເຂດຫ່າງໄກສອກຫລີກ. ມອບຄວາມເປັນເຈົ້າການໃຫ້ແກ່ເຂົາເຈົ້າເປັນຜູ້ຄຸ້ມຄອງ.

          ກອງປະຊຸມໃນຄັ້ງນີ້  ຍັງໄດ້ປະກາດການຈັດຕັ້ງໃໝ່ຂອງການຈັດຕັ້ງໃໝ່ຂອງ ທລຍ

§  ໄດ້ແຕ່ງຕັ້ງຄະນະສະພາບໍລິຫານຊຸດໃໝ່ ຈໍານວນ 23 ທ່ານ

§  ໄດ້ສະເໜີແຕ່ງຕັ້ງ ທ່ານ ຈິດ ທະວີໃສ ເປັນຜູ້ອໍານວຍການບໍລິຫານ ທລຍ ຜູ້ໃໝ່, ສ່ວນທ່ານ ບຸນກວ້າງ, ສຸວັນນະພັນ ອິງຕາມດໍາລັດຂອງນາຍົກລັດຖະມົນຕີ ໄດ້ເຂົ້າຮັບບໍານານ. ນອກຈາກນັ້ນ ກໍ່ໄດ້ສະເໜີແຕ່ງຕັ້ງ ຮອງຜູ້ອໍານວຍການ ບໍລິຫານ ທລຍ 2 ທ່ານ. ຜູ້ທີ່ 1. ທ່ານ ປະສອນໄຊ ອິນຊີຊຽງໃໝ່ ແລະ ຜູ້ທີ 2 ທ່ານ ສີສະຫວັດ ເກີດກອງ.