ຊຸມຊົນເປັນເຈົ້າການກໍ່ສ້າງໂຮງຮຽນປະຖົມ 3 ຫອ້ງ

Posting Date: 
11 Mar 2016

ຊຸມ​ຊົນ​ເປັນ​ເຈົ້າ​ການ​ກໍ່ສ້າງ​ໂຮງຮຽນ​ປະຖົມ 3 ຫອ້ງ

ໂດຍ: ​ເສລີ​ພອນ ອິນຕາ

            ບ້ານ​ດອນ​ບຸ່ງ ​ເປັນ​ບ້ານຊົນ​ເຜົ່າ​ກະ​ຕາງ ​ແລະ ເປັນ​ບ້ານໜຶ່ງທີ່​ຂື້ນ​ກັບ ​ກຸ່ມ​ກະ​ແຫຼງ ​ຫຼື ຂື້ນ​ກັບ10​ ບ້ານ​ທີ່​ນອນ​ໃນ​ເທບ​ສະ​ບາ​ນ​ເມືອງ​ແຕ່​ເປັນ​ບ້ານ​ຍັງ​ທຸກ​ຍາກ​ກ່ວາໝູ່ ຖ້າ​ທຽບ​ໃສ່ 10 ​ບ້ານ​ທີ່​ນອນ​ໃນ​ກຸ່ມ, ​​ມີ​ພົນລະ​ເມືອງ​ທັງໝົດ  497 ຄົນ, ຍິງ 255 ຄົນ,​ ມີ 97 ຄອບຄົວ, ​ ໃນ​ໄລຍະ​ຜ່ານ​ມາ ບ້ານ​ດັ່ງກ່າວ​ນີ້ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຊ່ວຍ​​ເຫຼືອຈັກ​ເທື່ອ, ​ດ່ັງ​ນັ້ນ, ໃນ​ຮອບ​ວຽນທີ13 ທລຍ ​ຈຶ່ງ​ໃຫ້ການ​ຊ່ວຍ​ເຫຼືອ​ ​ໂຄງການກໍ່ສ້າງ​ໂຮງຮຽນປະຖົມ​ 3 ຫອ້ງ, ເຊີ່ງ​ປະຈຸ​ບັນ​ແມ່ນ​ ຢູ່​ໃນ​ໄລຍະ​ກະກຽມການກໍ່ສ້າງ​. ສະນັ້ນ​ຊຸມ​ຊົນ​ຈຶ່ງໄດ້​ມີ​ສ່ວນ​ຮ່ວມ​​ໃນ​ການ​ປະກອບສ່ວນ​​ໄມ້​ ​ແລະ ​ແຮງ​ງານ​ອື່ນໆ​ ເຂົ້າ​ໃນ​ການກໍ່ສ້າງ​ໂຮງຮຽນ​ເຊັ່ນ:​​ ໄມ້​ໂຄງຫຼັງຄາ, ໄມ້​ແບບ,​ ໄມ້ຄໍ້າ​ແບບ, ຂຸດ​ຂຸມ​​ເສົາ ຕມ, ດິນ​ຖົມ​ພື້ນ, ອະນາ​ໄມ​ພື້ນ​ທີ່ອື່ນໆ ຊຶ່ງ​ລວມມູນ​ຄ່າ​ຂອງ​ໄມ້ທີ່ປະກອບສ່ວນ​​ທັງ​ໝົດ​ແມ່ນ.25,970,000..ກີບ. ຖ້າ​ຈະ​ຄິດ​ໄລ່​ຄ່າ​ແຮງ​ງານ​ປະກອບສ່ວນ​ໃນ​ການ​ກະກຽມ​ສະຖານ​ທີ່ ​ແລະ ​ດ້ານ​ອື່ນໆ ກໍ​ຈະ​ມີ​ມູນ​ຄ່າ​ເພີ່ມ​ຫລາຍ​ຂື້ນ​ຕື່ມ​ອີກ ​ເພາະຄ່າ​ແຮງ​ງານ​ນັ້ນ ອີງ​ຕາມ​ຄ່າ​ແຮງ​ງານ​ຮັບຈ້າ​ບທົ່ວ​ໄປ​ພາຍ​ໃນ​ເມືອງ ​ແມ່ນ ປະມານ 40,000 ຫາ 50,000 ກີບ ຕໍ່​ຄົນ ຕໍ່ມື້.

            ການ​ປະກອບສ່ວນ​ດັ່ງ​ກ່າວ​ນັ້ນ ​ທາງ​ບ້ານ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຫ້າວຫັນ ​​ເພາະ​ໂຄງການ​ນີ້ ​ແມ່ນ​ມາ​ຈາກ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ແທ້ໆ ​ເຂົາ​ເຈົ້າ​ຈຶ່ງ ສາ ມາດ​ປະກອບສ່ວນ​ໄມ້​ໄດ້​ຕາມ​ລາຍການ ​ແລະ​ ທ່ວງທັນ​ກັບ​ເວລາ​ການກໍ່ສ້າງ, ​ຍ້ອນ​ວ່າ ​ທ່ານ ບຸນ​ລອງ​ ເລຂາ​ຄະນະ​ພັກ​ບ້ານ​ ນາຍບ້ານໆດອນ​ບຸ່ງ ​ໂດຍ​ສົມທົບ​ກັບ​ອໍານາດ​ການ​ປົກຄອງ ​ແລະ ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ບ້ານ ​​ມີ​ການວາງ​ແຜນຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ພາຍ​ໃນ​ບ້ານ​ຢ່າງ​ລະອຽດ ພອ້ມກັນ​ນັ້ນ​ຍັງ​ໄດ້ ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້ແຕ່ລະຄົວເຮືອນ ຕາມລາຍການ ຂອງໄມ້  ທີ່​ຈະ​ປະກອບສ່ວນ ​ໃນ​ຄະນະ​ດຽວ​ກັນກໍ​ໄດ້​ວາງກຳນົດເວລາຢ່າງ​ຊັດ​ເຈັນ ​ເພື່ອ​ຮັບປະກັນ​ໃຫ້ວຽກ​ງານສຳເລັດກ່ອນຈະ​ເລີ້ມ​ລົງມືກໍ່ສ້າງ.

ມາຮອດປະຈຸ​ບັນ​ນີ້ ເຫັນວ່າການປະກອບສ່ວນໄມ້ດັ່ງກ່າວແມ່ນສຳເລັດຕາມຄາດໝາຍ ​ແລະ ພອ້ມ​ແລ້ວ​ທີ່​ຈະ​ລົງມື​ດໍາ​ເນີນ​ການ​ກໍ່ສ້າງ  ເພາະການປະກອບສ່ວນດັ່ງກ່າວແມ່ນມາ​ຈາກ​ຄວາມ​ສະມັກ​ໃຈ​ຂອງ​ຊຸມ​ຊົນ ​ເນື່ອງ​ຈາກເຂົາຄິດວ່າໂຄງການກໍ່ສ້າງໂຮງຮຽນຂອງບ້ານດອນບຸ່ງບໍ່ແມ່ນໂຄງການຂອງ​ເຂົາ​ເຈົ້າ​ເອງ ​ແລະ ​ລູກ​ຫລານ​ຂອງເຂົາ​ເຈົ້າ​ຈະ​ເປັນຈະ​ເປັນ​ຜູ້​ຊົມ​ໃຊ້. ນອກຈາກ​ນັ້ນ ​ໃນ​ເວລາ​ມີ​ກອງ​ປະຊຸມ​ບ້ານ ​ແລະ ມີ​ງານ​ຕ່າງໆ​ພາຍ​ໃນ​ບ້ານ ​ເຂົາ​ເຈົ້າ​ຍັງ​ຈະ​ໄດ້​ນໍາ​ໃຊ້ ​ໂຮງຮຽນ​ແຫ່ງ​ນີ້​ເປັນ​ສະຖານ​ທີ່​ຈັດ​ງານ​ຕ່າງໆ, ປະຊຸມ​ບ້ານ ​ແລະ ອື່ນໆ​ອີກ​ດ້ວຍ. ຕໍ່​ກັບ​ການ​ປະກອບສ່ວນ ທີ່​ຫ້າວຫັນ ​ແລະ ການ​ເຮັດ​ວຽກ​ທີ່​ມີ​ແບບ​ແຜນ​ດັ່ງກ່າວນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ ອໍານາດ​ການ​ປົກຄອງບ້ານ​ມີ​ຄວາມ​ເຂັ້ມ​ແຂງ ສາມາດ​ເປັນ​ຕົວ​ແບບ​ໃຫ້​ແກ່​ບ້ານ​ອື່ນໆ ທີ່​ໄດ້​ຮັບ​ໂຄງການ​ຊ່ວຍ​ເຫຼືອ​ຈາກລົດ​ຖະບານ, ອົງການ​ຈັດ​ຕັ້ງ​ຜູ້​ໃຫ້​ທຶນ​ອື່ນໆ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ​ແມ່ນ ທລຍ. ການ​ກໍ່ສ້າງ ​ໂຮງຮຽນ​ດັ່ງກ່າວ​ນີ້ ອໍານາດ​ການ​ປົກຄອງ ​ແລະ ປະຊາຊົນ​ບ້ານ​ບຸ່ງ​ດອນ​ບຸ່ງ ຍັງ​ໄດ້​ວາງ​ກໍານົດ​ເວລາ​ໃນ​ການ​ກໍ່ສ້າງ​ໄວ້​ວ່າ ຈະ​ໃຫ້​ສໍາ​ເລັດ​ກອ່ນລະດູຝຢນທີ່​ຈະ​ມາ​ເຖິງ.

Attachment: