ຍ້ອນຫັຍງ ທລຍ ຈຶ່ງໄດ້ຮັບລາງວັນຈາກ ASIAN

Posting Date: 
23 Dec 2015

ຍ້ອນ​ຫັຍ​ງ ທລຍ ຈຶ່ງ​ໄດ້​ຮັບ​ລາງວັນຈາກ ASIAN

                                                                                      ໂດຍ: ດຣ. ຄອນ​ທິບ ພວງ​ເພັດ

            ນ​ວັນ​ທີ 13-17 ຕຸລາ 2015 ລາວ​ເຮົາ​ໄດ້​ມີ​ໂອກາດ ​ເປັນ​ເຈົ້າພາບຈັດ​ກອງ​ປະຊຸມ​ລັດຖະມົນຕີ ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ອາ​ຊ່ຽນ​ຄັ້ງ​ທີ່ 9 ​​ຊຶ່ງ ລັດຖະບານ​ໄດ້​ມອບ​ໝາຍ​ໃຫ້ ຄະນະພັດທະນາຊົນ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ ​ ​ແລະ ​ເປັນ​ຄະນະ​ຮ່ວມ​ຈັດ​ກອງ​ປະຊຸມ​ດັ່ງກ່າວ​ໂດຍຫ້ອງ​ວ່າການ​ນະຄອນຫລວງ​ວຽງ​ຈັນ ພາຍ​ໃຕ້ນະ​ໂຍບາຍ 4P’s  ຄື: ( Public Private and  People Partnership ) ຊຶ່ງ​ມີ​ຄວາມ​ໝາຍ​ໃນ​ພາສາ​ລາວ​ເຮົາ​ວ່າ: ສົ່ງ​ເສີມ ການ​ເປັນ​ຄູ່​ຮ່ວມ ລະຫວ່າງ​ພາກ​ລັດ ​ເອກະ​ຊົນ ​ແລະ ປະຊາຊົນ ​ເພື່ອບັນລຸ ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍຶນຍົງ. ​​

ໃນຊ່ວງ​ໄລຍະ ດໍາ​ເນີນ​ກອງ​ປະຊຸມ​ດັ່ງກ່າວ ຫລາຍ​ທ່ານ​ອາດ​ຈະ​ເຫັນ ​ແລະ ​ໄດ້ອ່ານ​ຂ່າວ ບໍ່​ວ່າ​ຈະ​ເປັນ​ໃນ​ໜັງສືພິມ​ຕ່າງໆ ກໍ່​ຄື​ທາງ​ໂທລະພາບ ທີ່​ໄດ້​ລາຍ​ງານ​ໄປ​ແລ້ວ​ນັ້ນ​ວ່າ ທລຍ ​ໄດ້​ຮັບ​ລາງວັນ ພັດທະນາ​ຊົນນະບົດ​ດີ​ເດັ່ນ, ​ແຕ່ຫລາຍ​ທ່ານ​ອາດ​ຈະ​ຍັງ​ບໍ່​ທັນ​ຮູ້​ວ່າ ຍ້ອນ​ຫັຍ​ງ ທລຍ ຈຶ່ງ​ເປັນ​ກຽດໄດ້​ຮັບລາງວັນ​ດັ່ງກ່າວ, ຄໍາ​ຕອບ​ຂອງ​ຄໍາ​ຖາມ​ນີ້  ທລຍ ມີ​ຄໍາ​ຕອບ​ໃຫ້​ບັນດານ​ທ່ານ​ໄດ້​ຮັບ​ຊາບ​ວ່າ: ​ເນື່ອງ​ຈາກ ຮູບ​ແບບ ​ແລະ ວິທີ​ການຈັດ​ຕັ້ງ​ປະຕິບັດ​ຂອງ ທລຍ ສາມາດປະຕິ​ບັດ​ໄດ້​ທິດ​ຊີ້ນໍາ​ດ້ານ​ການ​ພັດທະນາ  4 P ຄື: ( Public Private and  People Partnership )  ຫຼື ສົ່ງ​ເສີມ ການ​ເປັນ​ຄູ່​ຮ່ວມ ລະຫວ່າງ​ພາກ​ລັດ ​ເອກະ​ຊົນ ​ແລະ ປະຊາຊົນ ​ເພື່ອບັນລຸ ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍຶນຍົງ ຊຶ່ງ​ໄລຍະ​ຜ່ານ​ມາ ທລຍ ​ແມ່ນ​ໄດ້​ນໍາ​ໃຊ້​ຮູບ​ແບບ​ໃນ​ການຈັດ​ຕັ້ງ​ປະບັດພາຍ​ໃຕ້​ຄໍາ​ຂັວນທີ່​ວ່າ: ມາ​ຈາກ​ປະຊາຊົນ​ ​ໂດຍປະຊາຊົນ ​ແລະ ​ເພື່ອ​ຜົນ​ປະ​ໂຫຽດຂອງ​ປະຊາຊົນ ພາຍ​ໃຕ້ການ​ພັດທະນາ​ທີ່​ຂັບ​ເຄື່ອນ​ໂດຍ​ຊຸມ​ຊົນ ຫຼື ພວກ​ເຮົາມັກ​​ໃຊ້​ທາງ​ວິຊາ​ການຫຍໍ້ໆ​ວ່າ CDD (Community Driven development) ນັບ​ແຕ່​ເລີ້ມ​ສ້າງ​ຕັ້ງ​ໂຄງການ​ ປີ 2013 ​ເປັນ​ຕົ້ນ​ມາ. ການ​ນໍາ​ໃຊ້​ຮູບ​ແບບ​ດັ່ງກ່າວ ​ແມ່ນ​ ທລຍ ພະຍາຍາມ​ປະຕິບັດ​ໃຫ້​ໄດ້ຕາມ​ຄໍາ​ຂັວນທີ່​ວ່າ: ມາ​ຈາກ​ປະຊາຊົນ​ ​ໂດຍປະຊາຊົນ ​ແລະ ​ເພື່ອ​ຜົນ​ປະ​ໂຫຽດຂອງ​ປະຊາຊົນນັ້ນ​ເອງ, ຮູບ​ແບບ​ນີ້ ​ເປັນ​ຮູບ​ແບບການ​ພັດທະນາ​ຊົນນະບົດ​ ທີ່​ມີ​ທຸກ​ພາກ ສ່ວນ​ເຂົ້າ​ຮ່ວມ​ຢ່າງ​ທົ່ວ​ເຖິງ ​ຊຶ່ງ​ມັນສະ​ແດງ​ອອກ​ຢູ່​ບ່ອນ​ວ່າ ຕະຫລອດ​ໄລຍະ 13 ປີ ຜ່ານ​ມາ ທີ່ພັກ ​ແລະ ລັດຖະບານ ສ ປ ປ ລາວ ​ມີ​ແນວທາງ​ນະ​ໂຍບາຍ​ອັນ​ຖືກຕ້ອງ​ໂດຍ​ໄດ້​ກໍານົດ​ເອົາ​ການ​ພັດທະນາ​ຊົນນະບົດ​ຮອບດ້ານ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ​ເປັນ​ສະໜາມຮົບ​ອັນ​ດັບ​ໜຶ່ງ ​ແລະ ​ເປັນ​ໜ້າ​ທີ່​ການ​ເມືອງ​ຂອງ​ທົ່ວ​ປວງ​ຊົນ ພາຍ​​ໃຕ້​ການ​ຊີ້​ນໍາ​ຂອງ​ຫ້ອງ​ວ່າການ​ລັດຖະບານ ​ໂດຍ​ສະ​ເພາະ ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ ​ໄດ້​ເອົາ​ໃຈ​ໃສ່​ຊີ້​ນໍາ​ ນໍາພາ​ຢ່າງ​ໃກ້​ສິດ ​ແລະ ​ແທດ​ເຖິງ ບວກ​ກັບ​ການ​ປະກອບສ່ວນ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ​ເຈົ້າ​ແຂວງ, ​ເຈົ້າ​ເມືອງ ພ້ອມ​ດ້ວຍ​ອໍານາດ​ການ​ປົກຄອງ​ບ້ານ ​ແລະ ປະຊາຊົນ​ບັນດາ​ເຜົ່າ ​ເປົ້າ​ໝາ​ຍ ທລຍ ​ໄດ້​ເຂົ້າ​ຮ່ວມ​ຈັດ​ຕັ້ງ​ປະຕິບັດ​ໂຄງການ ​ແລະ ກິດຈະ​ກໍາ​ຂອງ ທລຍ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ຈຶ່ງ​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ໄດ້​ຖຶກນໍາ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ. ສະພາບ​ສິ່ງ​ກໍ່ສ້າງ​ເຫລົ່າ​ນັ້ນ ທີ່​ສໍາ​ເລັດຫລາຍປີຜ່ານ​ມາ ກໍ່​ຍັງ​ສາມາດ​ນໍາ​ໃຊ້​ ​ແລະ ​ເອື້ອ​ອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ດໍາລົງ​ຊີວິດ​ຂອງ​ປະຊາຊົນ​ເຂດ​ຫ່າງ​ໄກ​ສອກຫລີກ ​ໄດ້​ເຖິງ 98 ​% ນີ້​ສ່ອງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ໃນ​ການ​ຄຸ້ມ​ຄອງ​ນໍາ​ໃຊ້​ໂຄງການ​ຍ່ອຍ.

 ນອກ​ນັ້ນ ​ໂຄງການຍ່ອຍ​ທັງ​ໝົດ​ທີ່ ທລຍ ກໍ່ສ້າງ ​ ​ໄດ້​ປະກອບສ່ວນ​ເຮັດ​​​ໃຫ້ປະຊາຊົນ​ບັນດາ​ເຜົ່າ​ເຂດ​ຊົນນະບົດ​ກວາມ​ເອົາ 75% ຂອງ​ພົນລະ​ເມືອງ​ລາວ​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ ການ​ເຂົ້າ​ເຖິງ ​ແລະ ການ​ບໍລິການ​ຂອງ​ລັດ.

            ການ​ປະກອບສ່ວນ​ຂອງ​ພາກ​ເອກະ​ຊົນ ​ໂດຍ​ສະ​ເພາະ ບັນດາ​ບໍລິສັດ​ຫ້າງ​ຮ້ານ​ຕ່າງໆ ກໍ່​ໄດ້​ມີ​ສ່ວນ​ຮ່ວມ​ຢ່າງ​ແຂງ​ແຮງ​ເຊັ່ນ: ປະກອບ​ສວ່ນ​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​, ຈັດ​ສົ່ງ​ວັດ​ສະ​ດຸ​ກໍ່ສ້າງ​ໂຄງການ​ຍ່ອຍ​ດ້ານ​ຕ່າງໆ​ຂອງ ທລຍ ​ໃຫ້ການ​ສະໜັບສະໜູນ​ແກ່​ປະຊາຊົນຜູ້​ທຸກ​ຍາກ ​ແລະ ດອ້ຍ​ໂອກາດ ​ໃນມູນ​ຄ່າ​ຕໍ່າ ​ແຕ່​ໄດ້​ມາດຕະຖານ, ມີ​ຫລາຍ​ໂຄງການ ທີ່​ບໍລິສັດ​ປະກອບສ່ວນຊ່ວຍ​ເຫຼືອ ​ການ​ກໍ​ສ້າງ​ໂຄງການ​ໃຫ້​ປະຊາຊົນ​​ ໂດຍ​ບໍ່​ໄດ້​ຄິດ​ໄລ່ມູນ​ຄ່າ​ເພີ່ມຕື່ມ ຕາມ​ຄວາມ​ຮຽກຮ້ອງ​ຂອງ​ຊາວບ້ານ.

ສໍາລັບ​ປະຊາຊົນຜູ້​ທຸກ​ຍາກ​ເອງທີ່​ເ​ປັນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຽດ​ໂດຍ​ກົງ ກໍ​ໄດ້​ມີ​ສ່ວນ​ຮ່ວມ​ຢ່າງ​ຫ້າວຫັນ ​ແລະ ​ເປັນ​ຂະ​ບວນຟົດ​ຟື້ນ ​ໃຫ້ການ​ສະໜັບສະ​ໜູນ ມີ​ສ່ວນ​ຮ່ວມ ກັບ​ໂຄງການ ທລຍ ​ໂດຍ​ສະ​ເພາະ​ແມ່ນປະກອບສ່ວນ​ເລີ້ມ​ແຕ່ ການວາງ​ແຜນ​ພັດ ທະນາ​ບ້ານ, ​ແຜນ​ພັດທະນາ​ກຸ່ມບ້ານ ​ແລະ ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ເມືອງ, ​ໃນ​ເວລາ​ຈັດ​ຕັ້ງ​ປະຕິບັດ ປະຊາຊົນ​ຍັງ​ໄດ້ປະກອບສ່ວນ ​ເປັນ​ເງິນສົດ​ໂດຍ​ອີງ​ຕາມ​ຄວາມ​ອາດ​ສາມາດ​ຂອງ​ຊາວບ້ານ, ​ແຮ​ງງານ, ອາຫານ​ການ​ກິນ ​ແລະ ສິ່ງ​ອໍານວຍ​ຄວາມ​ສະດວກ​ດ້ານ​ຕ່າງໆຕື່ມອີກ. ພາຍຫລັງ​ສໍາ​ເລັດ​​ໂຄງການ​ຍ່ອຍ​ແລ້ວ ປະຊາຊົນ​ຍັງ​ສືບ​ຕໍ່ນໍາ​ໃຊ້​ຢ່າງ​ມີ​ປະສິດທິພາບ ​ແລະ ມີ​ປະສິດທິ​ຜົນ, ມີ​ການ​ປົກ​ປັກ​ຮັກສາ ບູລະນະ​ສ້ອມ​ແປງ​ຢ່າງ​ມີ​ແບບ​ແຜນ ​ແລະ ​ເປັນ​ລະບົບ ​ເຮັດ​ໃຫ້​ໂຄງການ​ມີ​ຄວາມ​ຍືນ​ຍົງ ນໍາ​ໃຊ້​ຢ່າງ​ກຸ້ມ​ຄ່າ, ຊຶ່ງການ​ປະກອບສ່ວນ​ດັ່ງກ່າວ​ນັ້ນ ບໍ່​ສາມາດ​ຕີ​ລາຄາ​ອອກ​ມາ​ເປັນ​ມູນ​ຄ່​າການ​ປະກອບສ່ວນ​ໄດ້​. ນອກຈາກ​ນັ້ນ, ຜູ້​ໃຫ້​ທຶນ​ຈາກ​ຫລາຍ​ປະ​ເທດ​ກໍ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ ​ແລະ ​ເອົາ​ໃຈ​ໃສ່ ​ເຊັ່ນ​: ທະນາຄານ​ໂລກ, ລັດຖະບານ ປະ​ເທດ​ອົດ​ສະ​ຕາ​ລີ, ອົງການ​ພັດທະນາປະ​ເທດສະ​ວິດ​ເຊີ​ແລ່ນ,​ ອົງການ​ພັດທະນາ​ສັງ​ຄົມ​ຢີ່ປຸ່ນ ກໍ່​ສຸມ​ທຸກ​ກໍາ​ລັງ​ເຂົ້າ​ໃສ່​ການ​ຊ່ວຍ​ເຫຼືອ ລັດຖະບານ​ລາວ ກໍ່​ຄື ທລຍ ​ໃນ​ຫລາຍ​ດ້ານ ລວມທັງ ທຶນຮອນ ​ແລະ ການ​ໃຫ້​ການ​ຕິດຕາມ ກວດກາ ປະ​ເມີນ​ຜົນ ​​​ໃຫ້​ຄໍາ​ແນະ​ນໍາ ​ແລະ ​ເປັນ​ທີ່​ປຶກສາຂະ​ບວນການຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​​ໃກ້​ສິດ​ຕິດ​ແທດ​ກັບໂຄງການ ​ແລະ ປະຊາຊົນ. ດັ່ງ​ນັ້ນ, ຈຶ່ງ​ເຮັດ​ໃຫ້​ວຽກງານ ທລຍ ​ໄດ້​ຮັບ​ຜົນ​ສໍາ​ເລັດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍຶນຍົງ, ຊຶ່ງຜົນ​ຂອງ​ການຈັດ​ຕັ້ງ​ປະຕິບັດຂອງ ທລຍ ນີ້ ຈຶ່ງແມ່ນໜຶ່ງ​ອົງ​ປະກອບ​ຂອງ​ຫລາຍໆ​ໂຄງການ​ພັດທະນາ​ຊົນນະບົດ ປະກອບສ່ວນ​ເຂົ້າ​ໃນ​ການ​ຫລຸດຜ່ອນອັດ​ຕາ​ສ່ວນ​ຄວາມທຸກ​ຍາກ​ (ຈາກ ​8,11% ​ໃນ​ປີ 2014 ​ເປັນ 6,59% ​ໃນ​ປີ 2015).

​ໂດຍຜ່ານ​ກອງ​ປະຊຸມ ​ປຶກສາ​ຫາລື ຄັດ​ເລືອກ​ ຫລາຍ​ກອງ​ປະຊຸມ ທີ່ມີ​ຜູ້​ເຂົ້າ​ຮ່ວມ​ຈາກ ຫລາຍ​ອົງການ​ຈັດ​ຕັ້ງ​ຈາກ ພາກ​ລັດ ​ແລະ ​ເອກະ​ຊົນ​ໃນ​ລາວ ​ເຂົ້າ​ຮ່ວມ  ​ແລະ ດ້ວຍ​ເຫດຜົນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ທລຍ ຈຶ່ງ​ຖືກ​ຄັດ​ເລືອກ​​ໃຫ້​ໄດ້​ຮັບ​ລາງວັນ ​ໂຄງການ​ພັດທະນາ​ຊົນນະບົດ​ດີ​ເດັ່ນຂອງ​ອາ​ຊ່ຽນ ​ໃນ​ວັນ​ທີ 17 ຕຸລາ 2015 ຊຶ່ງ​ມັນ​ເປັນ​ລາງວັນ​ ທີ່​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ​ລາວ ​ແລະ ທຸກ​ພາກ​ສວ່ນທີ່​ໃຫ້ການ​ສະ​ນັ​ບສະ​ໜູນ ທລຍ.