ຖ້າການເປັນຜູ້ອຳນວຍຄວາມສະດວກໄດ້ດີ ປະຊາຊົນ ຈະມີຄວາມເຂັ້ມແຂງ

Posting Date: 
17 Jan 2014

ຖ້າ  ​​ການ​ເປັນຜູ້ອຳນວຍ​ຄວາມ​ສະ​ດວກ​​ໄດ້​ດີ

ປະຊາຊົນ​ຈະ​ມີ​ຄວາມ​ເຂັ້ມ​ແຂງ

ໂດຍ: ແສງເພັດ ວັນນະວົງ

 

ວຽກ​ງານພັດທະນາຊົນນະບົດ  ບໍ່​ມີ​ຄວາມ​ຍືນ​ຍົງ ​ ​

ຍ້ອນ ຊຸມຊົນບໍ່​ມີ​ຄວາມ​ເປັນ​ເຈົ້າ​ການ​

ຊຸມ​ຊົນບໍ່​ມີ​ຄວາມ​ເປັນ​ເຈົ້າ​ການ  

ຂຶ້ນ​ກັບ​​​ ວິທີ​ການສ້າງ​ຄວາມ​ເຂັ້ມ​ແຂງ​.

 

​​​ໃນ​ລະຫວ່າງ​ວັນ​ທີ່ 7-9 ມັງກອນ 2014 ຜ່ານ​ມານີ້ ພະ​ແນ​ກພັດທະນາຊຸມ​ຊົນຈຶ່ງ​ໄດ້​ຈັດ​ຊຸດ​ຝຶກ​ອົບຮົມ ​ກ່ຽວ​ກັບ​ວິທີ​ການ​ເປັນ​ຜູ້ອຳນວຍ​ຄວາມ​ສະດວກ​​ໃຫ້​ແກ່​ຊຸມ​ຊົນ ​ໃຫ້​ແກ່​ພະນັກງານໂຄງການ​ປັບ​ປຸງ​ຊີວິດ​ການ​ເປັນ​ຢູ່ ​ເພື່ອ​ຄ້ຳປະກັນ​ທາງ​ດ້ານ​ໂພຊະ​ນາ​ການ  ຊຶ່ງ​ເປັນ​ໂຄງການ​ທົດ​ລອງ​ຂອງ ທລຍ ​​ໂດຍ​ມີຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 26 ຄົນ, ​ເປັນ​ຍິງ 11 ຄົນ.  ​ສຳລັບ​ຊຸດ​ຝຶກ​ອົບຮົມ​ຢູ່​​ເມືອງ​ວຽງ​ທອງ, ແຂວງ​ຫົວພັນ​ນັ້ນ ໂດຍ​ການ​ເປັນ​ຄູ​ຝຶກຂອງ ທ່ານ ຄຳ​ພັນ ພັນທະ​ວົງ ຜູ້​ຮັບຜິດຊອບ​ວຽກ​ງານ​ພັດທະນາ​ຊຸມ​ຊົນ ປະຈຳ​ໂຄງການ ທລຍ ​ແຂວງ​ຫລວງ​ພະ​ບາງ ​ແລະ ທ່ານ ນາງ ຕົງ​ສອນ ທ່ໍ  ຜູ້​ຮັບຜິດຊອບ​ວຽກ​ງານ​ພັດທະນາ​ຊຸມ​ຊົນ ປະຈຳ​ໂຄງການ ທລຍ ​ແຂວງ​ຫົວພັນ ​ແລະ ສຳລັບ​ຊຸດ​ຝຶກ​ອົບຮົມ​ຢູ່​​ເມືອງ​ເຊ​ໂປ​ນ, ແຂວງ​ສະຫວັນ​ນະ​ເຂດນັ້ນ ​ໂດຍ​ການ​ເປັນ​ຄູ​ຝຶກ​ຂອງ ທ່ານ ສຸກ​ສະໝອນ​ ແສງອາ​ລຸນ ຜູ້​ຮັບຜິດຊອບ​ວຽກ​ງານ​ພັດທະນາ​ຊຸມ​ຊົນ ປະຈຳ​ໂຄງການ ທລຍ ​ແຂວງສາລະ​ວັນ ​ແລະ ທ່ານ ສິນ​ນະຄອນ ອິນ​ທິລາດ ຜູ້​ຮັບຜິດຊອບ​ວຽກ​ງານ​ພັດທະນາ​ຊຸມ​ຊົນ ປະຈຳ​ໂຄງການ ທລຍ ​ແຂວງ​ສະຫວັນ​ນະ​ເຂດ.

ການ​ຝຶກ​ອົບຮົມ​ຊຸດ​ນີ້ ​​ເປັນ​ການ​ນຳ​​ເອົາປະສົບການ ​ແລະ ບົດຮຽນຕົວ​ຈິງ ຈາກ​ການ​ພັດທະນາ​ຊົນນະບົດ ຕາມ​ຮູບ​ແບບຂອງ ທລຍ ທີ່​ເຄີຍ​ຈັດ​ຕັ້ງ​ປະຕິບັດ​​ໃນ​ໄລຍະ​ຜ່ານ​ມາ ​ຈົນ​ມາ​ຮອດ​ປະຈຸ​ບັນ ຊື່​ງ​ເປັນ​ວິທີ​ທີ່​ເນັ້ນ​ໃສ່​​ໃຫ້​ພ່ໍ​ແມ່​ປະຊາຊົນຢູ່​ຂັ້ນ​ບ້ານ ​ມີ​ສ່ວນ​ຮ່ວມ​ໃນ​ການປຶກສາ​ຫາ ​ແລະ ມອບ​ສິດ​ໃຫ້​ເຂົາ​ເຈົ້າເປັນ​ຜູ້​ຕັດສິນ​ບັນຫາ​ຕ່າງໆ​ໃນ​ການ​ພັດທະນາຊຸມຊົນຂອງເຂົາເຈົ້າໂດຍ​ເຂົາ​ເຈົ້າ​ເອງ ​ຊຶ່ງ​​ຕິດ​ພັນ​ກັບການຜັນຂະຫຍາຍ​​ທິດ 3 ສ້າງ​ຂອງ​ລັດຖະບານ ​ໂດຍ​ສະ​ເພາະ​ແມ່ນການສ້າງ​ບ້ານ​ໃຫ້​ເປັນ​ຫົວໜ່ວຍ​ພັດທະນາ.

_______________________________________________