ທລຍ ສະໜັບສະໜູນຊຸກຍູ້ສົ່ງເສີມທາງດ້ານການສຶກສາຢ່າງຕໍ່ເນື່ອງ

Posting Date: 
08 Oct 2013

ທລຍ ສະໜັບສະໜູນຊຸກຍູ້​ສົ່ງ​ເສີມ​ທາງ​ດ້ານ​ການ​ສຶກສາ​ຢ່າງ​ຕໍ່​ເນື່ອງ


ໂດຍ: ​ແສງ​ອາ​ລຸນ ພິລາ​ຈັນ


ເມື່ອ​ເວົ້າ​ເຖິງ​ການ​ສຶກສາ ຮໍ່າຮຽນ​ນັ້ນ ກໍ​ປະກອບ​ດ້ວຍ​ຫລາຍ​ປັດ​ໃຈ ​ແລະ ​​ເປັນ​ຂະ​ແໜງ​ການ​ໜຶ່ງ​ທີ່ ທລຍ ​ໄດ້​ໃຫ້​ຄວາມ​ສໍາຄັນ​ມາ​ຕະຫລອດ ເພາະ​ໃນ​ເມື່ອ​ມີ​ໂຮງຮຽນ​ແລ້ວ ​ແຕ່​ຍັງ​ຂາດ​ອຸປະກອນ ການ​ຮຽນ​ການ​ສອນ ​ແລະ ຍານ​ພະ​ຫະນະ​ເດີນທາງຫາ​ໂຮງຮຽນສໍາລັບນ້ອງ​ນ້ອຍ​ນັກຮຽນ​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກ ຫລີກ. ການ​ສຶກສາ​ນີ້​ໄດ້​ແມ່ນ​ປັດ​ໃຈ​ໜຶ່ງ​ທີ່​ສໍາຄັນ​ທີ່​ສຸດ​ທີ່​ຈະ​ນໍາພາ​ຕົນ​ເອງ ​ແລະ ຄອບຄົວ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຢ່າງ​ແທ້​ຈິງ.


ສະ​ນັ້ນ ​ໃນ​ວັນ​ທີ 23 ກັນຍາ 2013 ທ່ານ ​ໂຮມ ຊົງ​ປະດິດ, ຜູ້ຕາງໜ້າ​ສະມາຄົມ​ສົ່ງ​ເສີມ​ເດັກນ້ອຍ​ລາວ​ຈາກ​ປະ​ເທດ​ຍີ່ປຸ່ນ ​ໂດຍ​ປະສານ​ສົມທົບ​ກັບ ທ່ານ ບຸນ​ກວ້າງ ສຸວັນນະ​ພັນ, ຜູ້​ອໍານວຍ​ການ​ບໍລິຫານ ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ລົງ​ໄປ​ມອບ​ພາຫະນະ​ເດີນທາງ​ສໍາລັບ​ໃນ​ການ​ຮຽນ, ​​ເຄື່ອງນຸ່ງ​ຮົ່ມ​ສໍາລັບ​ນັກຮຽນ ​ແລະ ປະຊາຊົນ ຈາກ​ປະ​ເທດ​ຍີ່ປຸ່ນ ​ໃຫ້​ແກ່​ນ້ອງ​ນ້ອຍ​ນັກຮຽນ​​ທີ່​ທຸກ​ຍາກ​ຫ່າງ​ໄກ​ສອກຫລີກ ຢູ່​ແຂວງ​ອຸດົມ​ໄຊ ​​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ​ຂອງ ທ່ານ ຄໍາ​ແພງ ຈິດຕະວົງ, ຮອງ​ເຈົ້າແຂວງ​ອຸດົມ​ໄຊ, ທ່ານ ອໍາ​ໄພ ຫລ້າ​ດວງ​ພັນ, ຮອງ​ຫົວໜ້າ​ກົມ​ບັນດາ​ເຜົ່າ, ຄະນະ​ກໍາມາທິການ​ບັນດາ​ເຜົ່າ​ສະພາ​ແຫ່ງ​ຊາດ, ຕາງໜ້າ​ຫ້ອງການ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ແຂວງ, ​ຮອງ​ເຈົ້າ​ເມືອງ​​ປາກ​ແບ​ງ, ເຈົ້າ​ເມືອງ​​ແບ​ງ, ພະນັກງານ ​ທລຍ ສູນ​ກາງ, ​ແຂວງ ​ແລະ ​ເມືອງ ແລະ ຕະຫລອດ​ຮອດອໍານາດ​ການ​ປົກຄອງ​ບ້ານ ​ແລະ ພໍ່​ແມ່​ປະຊາຊົນ ​ເຂົ້າ​ຮ່ວມ​ເປັນ​ຈໍານວນ​ຫລວງຫລາຍ.​


ບ້ານ​ຫ້ວຍກະ, ​ເມືອງ​ປາກ​ແບ​ງ ​ແຂວງ​ອຸດົມ​ໄຊ ​ເປັນ​ບ້ານ​ໜຶ່ງທີ່​ທາງ​ສະມາຄົມ​ສົ່ງ​ເສີມ​ເດັກນ້ອຍ​ລາວ​ຈາກປະ​ເທດ​ຍີ່ປຸ່ນ ​ໄດ້​ມາ​ມອບ​ເຄື່ອງ​ໃນ​ເທື່ອ​ນີ້ ​ເຊິ່ງ​ເປັນ​ບ້ານທຸກ​ຍາກ​ຫ່າງ​ໄກ​ສອກຫລີກ ​ເຊິ່ງພາຍ​ໃນ​ບ້ານ ມີ​ໂຮງຮຽນ​ພຽງ​ແຕ່ ໜຶ່ງຫລັງ ​ແລະ 1 ຫ້ອງຮຽນ ​ເຊິ່ງຮຽນ​ຄວບ​ຊັ້ນ ປ 1 ຫາ ປ 3 ນ້ອງ​ນ້ອຍ​ນັກຮຽນ​ຢູ່​ບ້ານ​ດັ່ງກ່າວ ຖ້າ​ຢາກ​ຮຽນ​ຕໍ່ ປ4- ປ5 ​ແລະ ຊັ້ນ​ມັດທະຍົມ​ນັ້ນ ຕ້ອງ​ໄດ້​ຍ່າງ​ໄປຮຽນຢູ່ ມັດທະຍົມ​ສົມບູນ ​ເມືອງ​ປາກ​ແບ​ງ ​ໂດຍ​​ໃຊ້​ເວລາ​ຍ່າງ ​2 ຊົ່ວ​ໂມງ​ເຄິ່ງ ​​ໄດ້ສ້າງ​ຄວາມ​ຫຍຸ້ງຍາກ​ລໍາ​ຍາກ​ໃຫ້​ແກ່​ເຂົາ​ເຈົ້າ​ພໍ​ສົມຄວນ.  ​ເຊິ່ງ​ໃນ​ການ​ການ​ມອບ​ເຄື່ອງ​ດັ່ງກ່າວ​ໃນ​ເທື່ອນີ້ ບ້ານ​ຫ້ວຍ​ກະ​ໄດ້​ຮັບ: ລົດຖີບ​ຈໍານວນ 7 ຄັນ, ​ເຄື່ອງນຸ່ງ​ນັກຮຽນ 38 ຊຸດ​, ເຄື່ອງນຸ່ງ​ຮົ່ມ​ຈໍານວນ 104 ຊຸດໃຫ້​ແກ່​ປະຊາຊົນບ້ານ​ດັ່ງກ່າວຈໍານວນ 104ຄອບຄົວ.


ນອກ​ນັ້ນ ​ໃນ​ວັນ​ທີ 24 ກັນຍາ 2013 ທາງ​ສະມາຄົມ​ຍັງໄດ້ມອບຊຸດ​ ເຄື່ອງນຸ່ງຮົ່ມ 83 ຊຸດ​ໃຫ້​ແກ່ພໍ່ແມ່ປະຊາຊົນ​ບ້ານ ກັນ​ວາງ ຈໍານວນ 83 ຄອບຄົວ, ​ເມືອງ​ແບ​ງ ​ແຂວງ​ອຸດົມ​ໄຊ. ເຊິ່ງການ​ມອບ​ຮັບ​ເຄື່ອງ​ຢູ່ 2 ບ້ານ ໃນ​ເທື່ອ​ນີ້ ມີ​ມູນ​ຄ່າ​ທັງ​ໝົດ 50 ກວ່າ​ລ້ານ ກີບ.


 ທ່ານ ​ໂຮມ ຊົງ​ປະດິດ, ຜູ້ຕາງໜ້າ​ສະມາຄົມ​ສົ່ງ​ເສີມ​ເດັກນ້ອຍ​ລາວ​ຈາກປະ​ເທດ​ຍີ່ປຸ່ນ ​​ໄດ້​ກ່າວ​ວ່າ: ສໍາລັບ​ການ​ມອບ​ເຄື່ອງ​ໃນ​ລັກສະນະນີ້ ​ໂດຍ​ສົມທົບ​ກັບ ທລຍ ​ເຊິ່ງ​ເປັນ​ຄັ້ງ​ປະຖົມມະ​ເລີກ ​ແລະ ​ເປັນ​ຄັ້ງ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສໍາຄັນ ​ໃນ​ການ​ເປີດ​ສາກ​ການ​ສົ່ງ​ເສີມ​ອຸປະກອນ​ການ​ຮຽນ​ຈາກ ສະມາຄົມ ​ແລະ ຄົງ​ຈະ​ມີ​ເທື່ອ​ຕໍ່ໆ​ໄປ​ໃນ​ອະນາຄົດ ທັ້ງນີ້​ ກໍ​ເພື່ອ​ເປັນ​ສົ່ງ​ເສີມ ​ແລະ ກະຕຸກ​ຊຸກຍູ້​ເດັກນ້ອຍ​ລາວ ທີ່​ອາ​ໄສ​ຢູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ ຕັ້ງ​ໃຈ​ສຶກສາ​ຮໍ່າຮຽນ​ຢ່າງ​ຈິງ​ຈັງ ​ແລະ ​ເປັນ​ຮູບ​ປະ​ທໍາ ຢ່າງ​ມີ​ຜົນ​ສໍາ​ເລັດ


ນອກຈາກ ການ​ມອບ​ເຄື່ອງ​ດັ່ງກ່າວ​ນີ້​ແລ້ວ ທ່ານ ບຸນ​ກວ້າງ ສຸວັນນະ​ພັນ, ຜູ້​ອໍານວຍ​ການ​ບໍລິຫານ ທລຍ ພ້ອມ​ດ້ວຍ​ທີ​ມງານ ທລຍ ​​ໄດ້​ນໍາພາ ທ່ານ ອໍາ​ໄພ ຫລ້າ​ດວງ​ພັນ, ຮອງ​ຫົວໜ້າ​ກົມ​ບັນດາ​ເຜົ່າ, ຄະນະ​ກໍາມະການ​ບັນດາ​ເຜົ່າ​ສະພາ​ແຫ່ງ​ຊາດ, ທ່ານ ​ໂຮມ ຊົງ​ປະດິດ, ຜູ້ຕາງໜ້າ​ສະມາຄົມ​ສົ່ງ​ເສີມ​ເດັກນ້ອຍ​ລາວ​ຈາກປະ​ເທດ​ຍີ່ປຸ່ນ, ລົງ​ຕິດຕາມ​ກວດກາ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ​ຕ່າງໆ ຢູ່ ​​ແຂວງ​ອຸດົມ​ໄຊ ​ເປັນ​ຕົ້ນ​ແມ່ນ​ ໂຄງການ​ກໍ່ສ້າງ​ຂົວ​ບ້ານ​ຫ້ວຍ​ກະ, ນໍ້າ​ລິນ​ບ້ານ​ສົມ​ພອນ, ກຸ່ມ​ສົມ​ໄຊ ​ແລະ ​ໂຄງການ​ກໍ່ສ້າງ​​ເສັ້ນທາງ​ບ້ານ​ພູ​ສອນ, ກຸ່ມ​ນໍ້າ​ພູນ ​ແລະ ກາ​ນກໍ່ສ້າງ​ໂຄງການຍ່ອຍ​ຈໍານວນ​ໜຶ່ງ​ຢູ່​ແຂວງ​ຜົ້ງ​ສາລີ ທັ້ງນີ້ ກໍ​ເພື່ອ​ເປັນ​ການ​ແລກປ່ຽນ​ບົດຮຽນ ທີ່​ທາງ ທລຍ ​ໄດ້​ນໍາ​ໃຊ້​ໃນ​ໄລຍະ​ຜ່ານ​ມາ ວ່າ​ມີ​ຈຸດ​ດີ ​ແລະ ຈຸ​ດອ່ອນ​ຄື​ແນວ​ໃດ ​​ເພື່ອ​ປັບປຸງ​ແບບ​ແຜນ​ວິທີ​ການ​ເຮັດ​ວຽກ ​ແລະ ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ​ຂອງ ທລຍ ສໍາ​ເລັດ​ຕາມ​ແຜນ​ທີ່​ວາງ​ໄວ້ ​ໃຫ້​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ພ້ອມ​ທັງ​ປຸກລະດົມ ​ແລະ ມອບ​ຄວາມ​ເປັນ​ເຈົ້າ​ໃຫ້​ແກ່​ອໍານາດ​ການ​ປົກຄອງ​ບ້ານ ກໍ​ຄື​ປະຊາຊົນ​ພາຍ​ໃນ​ບ້ານ​ເຊີດ​ຊູ​ຈິດ​ໃຈຄວາມ​ຮັບຜິດຊອບ​ຕາມ​ຄໍາ​ຂັວນທີ່​ວ່າ: ຮັກ​ຊາດ ​ແລະ ພັດທະນາ ຄວາມເປັນເຈົ້າໃນການນໍາ​​ໃຊ້ສິ່ງ​ປຸກ​ສ້າງ​ໄດ້​ຢ່າງ​ຍາວ​ນານ.


ທ່ານ ອໍາ​ໄພ ຫລ້າ​ດວງ​ພັນ ​ໄດ້​ກ່າວ​ວ່າ: ສໍາລັບ​ການ​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ແຂວງອຸດົມ​ໄຊໃນເທື່ອ​ນີ້ ​ແມ່ນ​ເປັນ​ໂອກາດ​ອັນ​ດີ ທີ່​ໄດ້​ເຫັນ​ຮູບ​ແບບ​ວິທີ​ການ​ເຮັດ​ວຽກ​ຂອງ ທລຍ ທີ່​ໄດ້​ນໍາ​ໃຊ້​ຮູບ​ແບບ​ການ​ພັດທະນາ​ທີ່​ຂັບ​ເຄື່ອນ​ໂຍຊຸມ​ຊົນ​ເອງ ​ເຊິ່ງ​ເປັນ​ຮູບ​ແບບ​ທີ່​ວາງ​ແຜນ​ແຕ່​ລຸ່ມ​ຂື້ນ​ເທິງ ​ນັບ​ແຕ່ການວາງ​ແຜນ​ພັດທະນາ​ບ້ານ, ກຸ່ມ​ບ້ານ, ​ເມືອງ ຕະຫລອດ​ຮອດ​ການ​ສໍາ​ຫລວດ​ອອກ​ແບບ, ການຈັດ​ຊື້-ຈັດ​ຈ້າງ, ການຈັດ​ຕັ້ງ​ປະຕິບັດ ​ແລະ ການ​ປົກ​ປັກ​ຮັກສາ ​ແມ່ນ​ຊຸມ​ເປັນ​ຜູ້​ເຮັດ​ເອງ


ຂ້າພະ​ເຈົ້າ​ຄິດ​ວ່າ ການລົງຕິດຕາມການກໍ່ສ້າງໂຄງການຍ່ອຍຕ່າງໆ ເປັນປະຈໍານັ້ນ​ ຈຶ່ງຈະເຮັດໃຫ້ໂຄງ ການເຫລົ່ານັ້ນ ຖືກຈັດຕັ້ງ​ປະຕິບັດ​ສໍາ​ເລັດຕາມຄາດໝາຍ ທັງ​ເຮັດ​ໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນ.ທ່ານກ່າວ​ຕື່ມ​.