ທລຍ ສະໜັບສະໜູນ ການກໍ່ສ້າງຊົນລະປະທານ ບ້ານຫ້ວຍຄະ

Posting Date: 
13 Jul 2015

ທລຍ ສະໜັບສະໜູນ ການກໍ່ສ້າງຊົນລະປະທານ ບ້ານ​ຫ້ວຍ​ຄະ

 

                                                       ໂດຍ: ຂົງຄຳອີນຍະຊາງ

                                      

   ໂຄງການກໍ່ສ້າງຊົນລະປະທານບ້ານຫ້ວຍຄະກຸ່ມບ້ານສະເມືອງລອງ ແຂວງຫຼວງນ້ຳທາແມ່ນໜື່ງໃນໂຄງການທີ່ໄດຮັບທຶນສະໜັບສະໜູນຈາກ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)ປະຈຳຮອບວຽນທີ12​ (ສົກປີ 2014-2015)ໂດຍຜ່ານຂະບວນການວາງແຜນແບບມີສ່ວນຮ່ວມ ​ໃນ​ທຸກໆ​ຂັ້ນ​ຕອນ ​ແລະ ສອດຄ່ອງ​ກັບ ຄຳຂັວນຂອງ​ພັກທີ່ວ່າ:ທຸກສີ່ງທຸກຢ່າງມາຈາກປະຊາຊົນໂດຍປະຊາຊົນເພື່ອຜົນປະໂຫຍດຂອງປະຊາຊົນ ໂຄງການດັ່ງກ່າວ ມີຂະໜາດ 4x5 ​ແມັດ,ໂດຍນຳໃຊ້ງົບປະມານການກໍ່ສ້າງທັງໝົດ 77 ລ້ານກ່ວາກີບ,​ ໃນນັ້ນ ທຶນຂອງທລຍ 69 ລ້ານກ່ວາກີບແລະຊຸມຊົນປະກອບສ່ວນ 7 ລ້ານກ່ວາກີບເປັນ​​ຕົ້ນແມ່ນທາງດ້ານວັດຖຸທ້ອງຖີ່ນແລະແຮງງານຂອງຊຸມຊົນ,​ ໂດຍແມ່ນບໍລິສັດພອນຈະເລີເປັນຜູ້ຮັບເໝົາກໍ່ສ້າງ,​​ ເຊີ່ງລົງມືຈັດຕັ້ງປະຕິບັດໂຄງການ ມາແຕ່ວັນທີ 3/4/2015 ​ແລະ ມາຮອດປະຈຸບັນສຳເລັດ 100% .​

    ໃນນັ້ນທີມງານທລຍແລະພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງລົງໄປກວດ100% ​ ​ໃນ​ຄັ້ງ​ວັນ​ທີ 3 ມິຖຸນາ 2015 ເຊີ່ງມີທ່ານກຸມແສງອີນສະຫວັດຫົວໜ້າໜ່ວຍງານກໍ່ສ້າງຮາກຖານຈາກຫ້ອງການພັດທະນາຊົນນະບົດແລະລືບລ້າງຄວາມທຸກຍາກເມືອງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງສົມທົບກັບບໍລິສັດຜູ້ຮັບເໝົາ-ກໍ່ສ້າງລົງໄປກວດກາ​ໂຄງການດັ່ງກ່າວ ເຫັນ​​ວ່າສຳເລັດ100% ​ແລະ ຖືກຕ້ອງຕາມມາດຕະຖານເຕັກນິກທີ່ໄດ້ກໍານົດໄວ້ ພ້ອມ​ນີ້​ທາງ​ບໍລິສັດ​ຜູ້​ຮັບ​ເໝົາ​ກໍ​ສ້າງ​ຍັງ​ຈະ​ໄດ້​ໃຫ້ການ​ຄໍ້າປະກັນ​ເປັນ​ເວລາ 1 ປີ​ຕື່ມ​ອີກ.

      ພາຍຫຼັງໂຄງການກໍ່ສ້າງໄດ້ສຳເລັດລົງແລ້ວໄດ້ມອບໂຄງການດັ່ງກ່າວໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນບ້ານເປັນຜູ້ຄຸ້ມ​ຄອງ ​ແລະ ຊົມໃຊ້​ ​​ໂດຍໄດ້ແບ່ງຄວາມຮັບຜິດຊອບໃຫ້ແກ່ແຕ່ລະຄອບຄົວເພື່ອສ້າງຄວາມສະ ດວກສະບາຍໃນການຊົມໃຊ້, ໃນນັ້ນ ​ໄດ້ສ້າງກອງທຶນບູລະນະສ້ອມແປງຂັ້ນບ້ານຂຶ້ນ ​ເພື່ອ​ນໍາ​ໃຊ້​ເງິນໃນກໍລະນີທີ່​ຊົນລະປະທານເກີດມີການເປ່ເພເສຍຫາຍ​ເຊິ່ງຊ່ວຍເຮັດໃຫ້ໂຄງການດັ່ງກ່າວມີຄວາມຍືນຍົງ ​ແລະ ​ເຮັດ​ໃຫ້​ປະຊາຊົນ​ບ້ານ​ຫ້ວຍ​ຄະ ​ແລະ ປະຊາຊົນ ພາຍ​ໃນ​ກຸ່ມ​ບ້ານ​ສະ ​ເມືອ​ງລອງ ມີ​ຄວາມ​ສະດວກ​ສະບາຍ​ໃນ​ການ​ເຮັດ​ການ​ກະ​ເສດ​ຕ່າງໆ ​ໄດ້​ສອງ​ລະດູ ອັນ​ເປັນ​ເງື່ອນ​ໄຂ ​ເຮັດ​ຊ່ວຍ​​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບ້ານ​ຫ້ວຍ​ຄະ ກໍ​ຄື​ປະຊາຊົນ​ພາຍ​ໃນ​ກຸ່ມ​ບ້ານ​ສະ ​ໃນ​ລະດັບ​ໃດ​ໜຶ່ງ.

Attachment: