ທລຍ ເພີ່ມທະວີແລກປ່ຽນບົດຮຽນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ກັບສະຖາບັນການສຶກສາ

Posting Date: 
06 Aug 2013

ທລຍ ​​ເພີ່ມທະວີແລກປ່ຽນ​ບົດຮຽນ​ວຽກ​ງານ​ພັດທະນາ​ຊົນນະບົດ​ ແລະ ແກ້ໄຂຄວາມທຸກຍາກ ກັບສະຖາບັນການສຶກສາ

​ໂດຍ: ​ ທລຍ

 

ເພື່ອເປັນການແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງກັບສະຖາບັນການສຶກສາທີ່ຕິດພັນກັບວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ທັງເພື່ອເປັນການປະກອບສ່ວນເຂົ້າໃນກໍ່ສ້າງນັກພັດທະນາຊົນນະບົດໜຸ່ມນ້ອຍຕາມທິດທາງ ຂອງພັກ ແລະ ລັດເຮົານັ້ນ ​ໃນ​ວັນ​ທີ 2 ສິງຫາ 2013 ກອງ​ທຶນ​ຫຼຸດ ຜ່ອນຄວາມທຸກ​ຍາກ ​ແລະ ຄະນະ​ກະ​ເສດ​ສາດນາບົງ, ມະຫາວິທະຍາ​ໄລ​ແຫ່ງ​ຊາດໄດ້​ຈັດກອງປະຊຸມສຳມະນາກ່ຽວກັບວຽກງານພັດທະນາຊົນນະບົດແລະ ​​ລຶບລ້າງຄວາມທຸກຍາກຢູ່ ສປປ ລາວ ຂື້ນ​ທີ່​ຫ້ອງ​ປະຊຸ​ມຂອງຄະນະ​ກະ​ເສດ​ສາດ​ນາ​ບົງ ໂດຍ​ການ​ໃຫ້​ກຽດ​ເປັນ​ປະທານຮ່ວມ ຂອງ ຮອງ ຮສ.ດຣ. ອຸດົມ ພອນ​ຄໍາ​ເພັງ, ຄະນະບໍດີ ຄະນະກະ​ເສດ​ສາດ(ຄກສ) ແລະ ​​ທ່ານ ດຣ. ບຸນກວ້າງ ສຸວັນນະພັນ ຜູ້ອໍານວຍການບໍລິຫານ ກອງທຶນຫລຸດຜ່ອນ ຄວາມທຸກຍາກ (ທລຍ) ຕະຫຼອດຮອດການ​ເຂົ້າ​ຮ່ວມ​ຂອງຄະນະພາກວິຊາທີ່ກ່ຽວຂ້ອງ, ຄະນະອາຈານປະຈຳ, ນັກສຶກສາປີສຸດທ້າຍ​ ​ໃນພາກວິຊາຕ່າງໆເຊັ່ນ: ​ເສດຖະກິດຊົນນະບົດແລະເຕັກ ໂນໂລຊີ, ອາຫານ, ປູກຝັງ, ລ້ຽງສັດແລະການປະມົງ,ຜູ້ຕາງໜ້າຫ້ອງການ ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ (ຄພທສ) ​ແລະ ພະນັກງານ ທລຍ ລວມ​ທັງ​ໝົດຈຳນວນ 150 ກວ່າ​ທ່ານ.

ກອງປະຊຸມ ໄດ້ມີການແລກປ່ຽນຫຼາຍຫົວຂໍ້ທີ່ສຳຄັນ ໂດຍສະເພາະ ທລຍ ໄດ້ນຳໃຊ້ຮູບແບບການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນເອງ ເຊິ່ງເປັນການຜັນຂະນະໂຍບາຍຂອງພັກ ແລະ ລັດເຮົາທີ່ວ່າ ທຸກສິງທຸກຢ່າງ ຕ້ອງມາຈາກປະຊາຊົນ, ຈັດຕັ້ງປະຕິ ບັດໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ. ຈຸດພິເສດຂອງຮູບແບບນີ້ ແມ່ນພໍ່ແມ່ປະຊາຊົນ ເປັນຜູ້ສ້າງແຜນພັດທະນາບ້ານດ້ວຍຕົນເອງ, ຈັດຕັ້ງປະຕິບັດເອງ ແລະ ບໍລິຫານຄຸ້ມຄອງໂຄງການຊ່ວຍເຫຼືອຕ່າງໆດ້ວຍຕົນເອງ. ການເຮັດວິທີນີ້ຈະ ເຮັດໃຫ້ຊາວບ້ານມີຄວາມເຂັ້ມແຂງ, ມີຄວາມເປັນເຈົ້າການໃນການພັດທະນາບ້ານຂອງເຂົາເຈົ້າ ແລະ ເຮັດໃຫ້ໂຄງ ການໄດ້ຖືກນຳໃຊ້ຕະຫຼອດໄປ.

ພ້ອມນີ້, ອີກໜຶ່ງຫົວຂໍ້ທີ່ ທລຍ ໄດ້ຖືກຍົກຂຶ້ນມາແລກປ່ຽນ ແມ່ນວິທີການປັບປຸງຊີວິດການເປັນຢູ່ທີ່ຕິດພັນກັບດ້ານໂພຊະນາການໂດຍນຳໃຊ້ຮູບແບບການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນເຊັ່ນດຽວກັນ. ປະຈຸບັນ ກຳລັງດຳເນີນເຮັດການທົດລອງ ຢູ່ເມືອງວຽງທອງ ແຂວງຫົວພັນ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍຢູ່ບົນພື້ນຖານ ຂອງ ວິໃສທັດຂອງໂຄງການທີ່ວ່າ ເພື່ອປ່ຽນແປງຊີວິດຂອງພວກເຮົາໝົດທຸກຄົນດ້ວຍການມາໂຮມກັນເປັນກຸ່ມ ເພື່ອພ້ອມກັນເປັນເຈົ້າການ ແລະ ບຸກທະລຸດ້ານຊີ ວິດການເປັນຢູ່ ແລະ ໂພຊະນາການ.

 

ຖ້າຫາກໂຄງການທົດລອງນີ້ ມີຜົນສຳເລັດ, ຈະໄດ້ຖືກນຳສະເໜີຕໍ່ລັດຖະບານເຮົາ ເພື່ອນຳໃຊ້ເຂົ້າໃນການແກ້ໄຂຄວາມທຸກຍາກ ຂອງ ພໍ່ແມ່ປະຊາຊົນທຸກຍາກໃນຂອບເຂດທົ່ວປະເທດ ທັງນີ້ ເພື່ອເປັນການປະກອບສ່ວນໃນການປະຕິບັດຄາດໝາຍສູ້ຊົນ ໃນດ້ານຕ່າງໆ ລວມທັງເປົ້າໝາຍ ຂອງ ພັກ-ລັດເຮົາ, ໂດຍສະເພາະການແກ້ໄຂຄວາມທຸກຍາກໃຫ້ໄດ້ໃນປີ 2015 ແລະ ນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020.

     

ທ່ານ ຮອງ ຮສ.ດຣ. ອຸດົມ ພອນ​ຄໍາ​ເພັງ ໄດ້​ກ່າວ​ວ່າ : ກອງ​ປະຊຸມ​ໃນ​ຄັ້ງນີ້​ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສໍາຄັນ​ຫລາຍ ​ເພາະວ່າ ທາງ ທລຍ ​ໄດ້​ນໍາ​ເອົາ​ຄວາມ​ຮູ້ ​ແລະ ປະສົບ​ປະການ​ຕົວ​ຈິງ​ທີ່​ຕົນ​ເອງ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຜ່ານ​ມາ ມາ​ເຜີຍ​ແຜ່​ຕໍ່​ຄູ​ອາຈານ ​ໂດຍ​ສະພ​າະ​ແມ່ນ ອ້າຍ​ເອື້ອຍ​ນ້ອງ​ນັກ​ສຶກສາ​ຢູ່ຄະນະກະ​ເສດ​ສາດ, ມະຫາວິທະຍາໄລແຫ່ງຊາດ ​ໄດ້​ຮຽນ​ຮູ້ ​ແລະ ​ເຂົ້າ​ໃຈຕໍ່​ກັບ​ການ​ພັດທະນາ​ທີ່​ຂັບ​ເຄື່ອນ​ໂດຍ​ຊຸມ​ຊົນ​ຢ່າງ​ເລີກ​ເຊິ່ງ ​ແລະ ພ້ອມ​ທີ​ຈະ​ນໍາ​ເອົາ​ຄວາມ​ຮູ້​ທີ​ໄດ້​ຮຽນ​ຮູ້​ໃນ​ຄັ້ງ​ນີ້​ໄປ​ຜັນ​ຂະຫຍາຍ​ໃນ​ວຽກ​ງານ​ຂອງ​ຕົນ ກໍ​ຄື​ການ​ພັດທະນາ​ປະ​ເທດ​ຊາດ​ບ້ານ​ເມືອງ ​ໃຫ້​ມີ​ຄວາມ​ສີວິ​ໄລ ຕາມທິດທາງ ຄືພັກ-ລັດ ໄດ້ກຳນົດເອົາໄວ້.