ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານຕິດຕາມ-ປະເມີນຜົນ

Posting Date: 
11 Jul 2017

ທລຍ ​ເສີມສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ພະນັກງານ​ຕິດຕາມ-ປະ​ເມີນ​ຜົນ

ໂດຍ: ທລຍ

​​          ໃນ​ລະຫວ່າງ​ວັນ​ທີ 26-30 ມິຖຸນາ 2017ພະ​ແນ​ກຕິດຕາມ ​ແລະ ປະ​ເມີນ​ຜົນ ທລຍ ຂັ້ນ​ສູນ​ກາງ ​ໄດ້​ຈັດ​ກອງ​ປະຊຸມ​ທົບ​ທວນຫົກເດືອນຕົ້ນປີ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້​​ແກ່ພະນັກງານຕິດຕາມ ​ແລະ ປະ​ເມີນ​ຜົນ​ຂັ້ນ​ແຂວງຂຶ້ນ ທີ່​ຫ້ອງ​ປະຊຸມ​ຊັ້ນ​ສອງ ​ໂຮງ​ແຮມ​ວັນ​ຊະນະຣີ​ເວີ​ໄຊ໌ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ກ້ວາງ ສຸວັນນະ​ພັນ ຜູ້ອຳນວຍການ​ບໍລິຫານ​ກອງ​ທຶນ​ຫຼຸດຜ່ອນ​ຄວາມທຸກ​ຍາກ; ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ມີ​ພະນັກງານ​ຕິດຕາມ-ປະ​ເມີນ​ຜົນ ທລຍ ​ແຂວງ 9 ​ແຂວງ ​ແລະ ທລຍ ສູນ​ກາງ ລວມ​ທັງ​ໝົດ 15 ຄົນ, ຍິງ 4 ຄົນ.

 ຈຸດ​ປະສົງ​ຂອງ​ການ​ຈັດ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ແມ່ນ:

1.     ທົບ​ທວນ​ວຽກ​ງານ​ຕິດຕາມ-ປະ​ເມີນ​ຜົນ ຂອງ ທລຍ (ລວມທັງ​ພາລະ​ບົດບາດ)

2.    ນຳ​ສະ​ເໜີ​ຜົນ​ການ​ປະ​ເມີນ ທລຍ 2 ​ແລະ ​ແຜນການ​ປະ​ເມີນ ທລຍ 3

3.    ນຳ​ສະ​ເໜີ​ການ​ປະ​ເມີນ​ຜົນ​ທຽບ​ໃສ່​ຕົວ​ຊີ້​ວັດ ທລຍ 3 ລວມທັງ​ວິທີ​ຄິດ​ໄລ່ ​ແລະ ​ແຫຼ່ງຂໍ້​ມູນ

4.    ທົບ​ທວນ​ວຽກ​ງານ​ການ​ລາຍ​ງານ ​ແລະ ການ​ນຳ​ສະ​ເໜີ​ຂໍ້​ມູນ

5.    ນຳ​ສະ​ເໜີ​ວຽກ​ງານ​ກົນ​ໄກ​ການສະ​ແດງ​ຄຳ​ຄິດ-ຄຳ​ເຫັນ ​ແລະ ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ

6.    ກວດ​ສອບ ​ແລະ ຢັ້ງຢືນ​ຄວາມ​ຖືກ​ຕ້ອງ​ຂອງ​ຂໍ້​ມູນ ຜ່ານ​ຖານ​ຂໍ້​ມູນ

7.    ວຽກ​ງານ​ຈຸດ​ສຸມ ​ແລະ ທີ່​ຕັ້ງ​ໂຄງການ​ຍ່ອຍ​ຂອງ​ແຕ່​ລະ​ບ້ານ

 

ທີ່ກອງ​ປະຊຸມ​ໄດ້​ມີ​ການ​ລາຍ​ງານ, ປຶກສາ​ຫາລື ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ​ແລະ ວາງ​ແຜນ​ໃນ​ຕໍ່ໜ້າ​ຢ່າງ​ກົງ​ໄປ​ກົງ​ມາ ​ໂດຍ​ສະ​ເພາະ​ແມ່ນ ​ເຮັດ​ແນວ​ໃດ ​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ທລຍ 3 ດໍາ​ເນີນ​ໄປ​ຕາມ​ລະບຽບ, ຫລັກການ ​ແລະ ມີ​ປະສິດ​ທິພາ​ບ ​ແລະ ປະສິດທິ​ຜົນ.​

ທ່ານ ບຸນກ້ວາງ ສຸວັນນະ​ພັນ ຜູ້ອຳນວຍການ​ບໍລິຫານ​ກອງ​ທຶນ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ ​ໄດ້​ໃຫ້​ທິດ​ຊີ້​ນຳກ່ຽວ​ກັບ​ວຽກ​ງານ​ຕິດຕາມ-ປະ​ເມີນ​ຜົນວ່າ: “ ​ໃຫ້​ເອົາ​ໃຈ​ໃສ່​ໃນການ​ຕິດຕາມ​ຄວາມ​ຄືບ​ໜ້າ(ການ​ກໍ່ສ້າງ, ຄວາມ​ເຂັ້ມ​ແຂງ, ການ​ປະສານ​ງານ ​ແລະ ການ​ເງິນ+ຈັດ​ຊື້-ຈັດ​ຈ້າງ), ບ່ອນ​ອີງ​ໃນ​ການ​ຂຽນ​ບົດ​ປະ​ເມີນ​ຕ່າງໆ ​​ເຊິ່ງຜູ້​ຮັບຜິດຊອບ​ຕ້ອງ​​ເກັບ​ກຳຂໍ້​ມູນ​ພື້ນຖານລະອຽດ ​ເຊິ່ງການ​ປະ​ເມີນ​ວຽກ​ງານ​ຕ່າງໆ ​ຕ້ອງ​ປະກອບ​ມີ: ຕົວ​ຊີ້​ວັດ(ປະລິມານ ​ແລະ ຄຸນ​ນະພາບ), ຜົນ​ກະທົບ.

ນອກ​ນັ້ນ; ຜູ້ອຳນວຍການ ຍັງ​ໄດ້ອະທິບາຍ​ກ່ຽວ​ກັບ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ເຊິ່ງທ່ານ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ ​ເປົ້າ​ໝາຍ, ຄວາມ​ກ້າວໜ້າ, ຕົວ​ແບບ ​ແລະ ອື່ນໆ ​ເຊິ່ງສະ​ແດງ​ໃຫ້​ເຫັນ​​ເຖິງ​ບາດກ້າວ ​ແລະ ວິທີ​ການ​ຂະຫຍາຍຕົວ​ຂອງ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ແກ້​ໄຂຄວາມທຸກ​ຍາກຕາມ​ເປົ້າ​ໝາຍ​ຂອງ​ລັດຖະບານ.

​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ຕິດຕາມ-ປະ​ເມີນ​ຜົນ​ຂອງ ທລຍ ມີ​ປະສິດທິ​ຜົນ ​ແລະ ຄຸນ​ນະພາ​ບນັ້ນ

ທ່ານ ປອ ຫັດ​ທະ​ຈັນ ພິມ​ພັນທະ​ວົງ ຫົວໜ້າ​ພະ​ແນ​ກຕິດຕາມ-ປະ​ເມີນ​ຜົນ ​ໄດ້​​ນຳ​ສະ​ເໜີ ​ແລະ ​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ ທລຍ ​ເປັນ​ຕົ້ນ​ແມ່ນ: ຕົວ​ຊີ້​ວັດ ທລຍ 3 ພ້ອມ​ທັງ​ວິທີ​ຄິດ​ໄລ່ (Indicator); ການ​ປະ​ເມີນ​ຜົນ​ກະທົບ​ຂອງ​ໂຄງການ ທລຍ 2; ບົດ​ປິດ​ໂຄງການ​ກອງ​ທຶນ​ຫຼຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ​ໄລຍະ​ທີ 2; ໜ້າ​ທີ່​ຂອງ​ພະນັກງານ​ຕິດຕາມ-ປະ​ເມີນ​ຜົນ​ຄື: ຕ້ອງ​ມີ​ການ​ກວດກາ ​ແລະ ຢັ້ງຢືນ​ຄວາມ​ຖືກຕ້ອງ; ພະນັກ​ງານ​ຕິດຕາມ-ປະ​ເມີນ​ຜົນ ຕ້ອງ​ໃຫ້​ກຳ​ໄດ້​ຕົວ​ຊີ້​ວັດຂອງ ທລຍ ຄື: 7 ຕົວຊີ້ວັດຜົນໄດ້ຮັບເປົ້າໝາຍຂອງການພັດທະນາໂຄງການ (PDO) ​ແລະ 14 ຕົວຊີ້ວັດຜົນໄດ້ຮັບໄລຍະຈັດຕັ້ງປະຕິບັດ (Intermediate Indicators) ​ເພື່ອ​ໃຫ້​ສາມາດ​ອະທິບາຍ​ໃຫ້​ພະນັກງານ ທລຍ ​ແລະ ພາກສ່ວນ​ອື່ນໆ​ໄດ້; ແລະ ພະນັກງານ​ຕິດຕາມ-ປະ​ເມີນ​ຜົນ​ທຸກ​ຄົນ​ຕ້ອງ​ເປັນ​ເຈົ້າ​ການ ​ແລະ ​ເປັນ​ແກນ​ຫຼັກ​ໃນ​ການ​ປະສານ​ງານ, ​ເຕົ້າ​ລວມຄວາມ​ສາມັກຄີ​ແຕ່ລະ​ໜ່ວຍ​ງານ​ໃຫ້​ສອດຄ່ອງ​ກັນ​ດີ ​ເພື່ອ​ການ​ເຮັດ​ວຽກທີ່​ສະດວກ ​ແລະ ວ່ອງ​ໄວ.

 

ວຽກ​ງານ​ພັດທະນາ​ຊຸມ​ຊົນ ກໍ​ເປັນ​ວຽກ​ງານ​ໜຶ່ງ​ທີ່​ຕິດ​ພັນ​ກັບ​ວຽກ​ງານຕິດຕາມ-ປະ​ເມີນ​ຜົນ ​ແລະ ຜູ້​ສະໜອງ​ຂໍ້​ມູນ​ໃນ​ດ້ານ​ຕ່າງໆ​ກ່ຽວ​ກັບ​ວຽກ​ງານ​ພັດທະນາ​ຊຸມ​ຊົນ ສະ​ນັ້ນ ​ເພື່ອ​ເຮັດ​ໃຫ້ ກອງ​ປະຊຸມ​ມີ​ເນື້ອ​ໃນ ​ແລະ ມີ​ຄວາມ​ໝາຍ​ສໍາຄັນ​ນັ້ນ. ທ່ານ ​ແສງ​ເພັດ ວັນນະ​ວົງ ຫົວໜ້າ​ພະ​ແນ​ກພັດທະນາ​ຊຸມ​ຊົນ ​ໄດ້​ນຳ​ສະ​ເໜີ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ພັດທະນາ​ຊຸມ​ຊົນ ພ້ອມ​ທັງ​ເນັ້ນ​ໜັກ​ບາງ​ບັນຫາ​ສຳຄັນ​: “ຫົວໜ້າ​ໂຄງການ ທລຍ ຂັ້ນ​ແຂວງ ຕ້ອງ​ກຳ​ໄດ້​ບັນດາ​ໜ້າ​ວຽກ​ຂອງ​ແຕ່ລະ​ໜ່ວຍ​ງານ​ໃຫ້​ລະອຽດ ​ເພື່ອ​ອະທິບາຍ ຫຼື ​ແນະນຳ​​ໃຫ້​ແຕ່ລະ​ໜ່ວຍ​ງານ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ຖືກຕ້ອງ; ຫົວໜ້າ​ໂຄງການ​ຕ້ອງ​ອະທິບາຍ​ກ່ຽວ​ກັບ​ວຽກ​ງານ ກສກ ​ໃຫ້​ແຕ່ລະ​ໜ່ວຍ​ງານ​ເຂົ້າ​ໃຈ ​ແລະ ນຳ​ໄປ​ຈັດ​ຕັ້ງ​ປະຕິບັດ ​ເພື່ອ​ສາມາດ​ບັນລຸ​ຕາມ​ຕົວ​ຊີ້​ວັດ​ຂອງ ທລຍ; ພະນັກງານ​ຕິດຕາມ-ປະ​ເມີນ​ຜົນ ຕ້ອງ​ເປັນ​ແກນ​ຫຼັກ​ໃນ​ການ​ປະສານ​ງານ​ນຳ​ແຕ່ລະ​ໜ່ວຍ​ງານ​ ເພື່ອ​ໃຫ້​ມີ​ຄວາມ​ສາມັກຄີກັນ​ດີ; ພະນັກງານ​ຕິດຕາມ-ປະ​ເມີນ​ຜົນ ຕ້ອງ​ຕິດຕາມ​ການຈັດ​ຕັ້ງ​ປະຕິບັດ​ທຸກ​ໜ້າ​ວຽກ​ ຂອງ​ແຕ່ລະ​ໜ່ວຍ​ງານ​ຢ່າງ​ລະອຽດ

ນອກຈາກທ່ານ​ຜູ້ອຳນວຍການ ​ແລະ ​ບັນດາ​ທ່ານ​ຫົວໜ້າ​ພະ​ແນ​ກ​ ​ໄດ້​ນຳ​ສະ​ເໜີ​ແລ້ວ ບັນດາ​ຜູ້​ຮັບຜິດຊອບ​ແຕ່ລະ​ໜ້າ​ວຽກຂອງ​ພະ​ແນ​ກຕິດຕາມ-ປະ​ເມີນ​ຜົນ​ ທລຍ ​ສູນ​ກາງ​ກໍ່​ໄດ້​ນຳ​ສະ​ເໜີ ​ແລະ ຖອດ​ຖອນ​ບົດຮຽນ ​ເປັນ​ຕົ້ນ​ແມ່ນ: ວຽກ​ງານ​ການ​ລາຍ​ງານ(ຄວາມ​ສຳຄັນ​ຂອງ​ການ​ລາຍ​ງານ, ການ​ລາຍ​ງານ​ແມ່ນ​ຫຍັງ, ​ໄລຍະ​ຂອງ​ການ​ລາຍ​ງານ, ຮູບ​ແບບ​ຂອງ​ການ​ລາຍ​ງານ ​ແລະ ​ເນື້ອ​​ໃນ​ຂອງ​ການ​ລາຍ​ງານ). ຈຸດປະສົງ: ​ເພື່ອ​ເປັນ​ການ​ແນະນຳ​ກ່ຽວ​ກັບ​ການ​ຂຽນ​ບົດ​ລາຍ​ງານ, ປັບປຸງ​ລະບົບ​ການ​ລາຍ​ງານ​ຂອງ ທລຍ ​ໃຫ້​ແທດ​ເໝາະ​ ​ແລະ ທ່ວງທັນ​ກັບ​ຄວາມ​ຕ້ອງການ​ຂອງ​ພາກສ່ວນ​ລັດ, ລາຍ​ງານ​ໃຫ້​ສາຍ​ຕັ້ງ​ຮັບ​ຮູ້​ຢ່າງ​ທ່ວງທັນກ່ຽວກັບ​ບັນດາ​ໜ້າ​ວຽກທີ່​ຈັດ​ຕັ້ງ​ປະຕິບັດ​ຢູ່​ຂັ້ນ​ທ້ອງ​ຖິ່ນ. ວຽກ​ງານ​ກົນ​ໄກ​ການສະ​ແດງ​ຄຳ​ຄິດ-ຄຳ​ເຫັນ ​ແລະ ​ແກ້​ໄຂ​ບັນຫາ. ຈຸດປະສົງ: ​ເພື່ອ​ເປັນ​ການ​ປຶກສາ​ຫາລື, ຖອດ​ຖອນ​ບົດຮຽນ ​ແລະ ປັບປຸງວຽກ​ງານ​ດັ່ງກ່າວ​ໃຫ້​ດີ​ຂຶ້ນ ​ໂດຍ​ການ​ນຳ​ໃຊ້​ຫຼາກ​ຫຼາຍ​ຮູບ​ແບບ​ເພື່ອ​ຮັບ ປະກັນ​ວ່າ ວຽກ​ງານ​ດັ່ງກ່າວ​ຖືກ​ຈັດ​ຕັ້ງ​ປະຕິບັດ ​ແລະ ​ເຮັດ​ໃຫ້​ວຽກ​ງານ​ດັ່ງກ່າວ​ສາມາດ​ບັນລຸ​ໄດ້​ຕາມ​ຕົວ​ຊີ້​ວັດ.

ວຽກ​ງານ​ການ​ຄຸ້ມ​ຄອງ​ລະບົບ​ຖານ​ຂໍ້​ມູນ ຈຸດປະສົງ: ສິດສອນ, ​ແນະນຳ ​ແລະ ຝຶກ​ໃຫ້​ບັນດາ​ຜູ້​ຄຸ້ມ​ຄອງ​ລະບົບ​ຖານ​ຂໍ້​ມູນ​ຢູ່​ຂັ້ນ​ແຂວງ​ ສາມາດ​ຕິດຕາມ, ​ແນະນຳ​ໃຫ້​ພະນັກງານ​ຢູ່​ຂັ້ນ​ເມືອງ​ໄດ້; ນອກ​ນັ້ນ, ກໍ່​ເພື່ອ​ເຮັດ​ໃຫ້​ຜູ້​ຮັບຜິດຊອບ​ລະບົບ​ຖານ​ຂໍ້​ມູນ​ຢູ່​ຂັ້ນ​ແຂວງ ສາມາດ​ຈັດການ​ລະບົບ​ຖານ​ຂໍ້​ມູນ​ໄດ້ ​ເປັນ​ຕົ້ນ​ແມ່ນ ການ​ດຶງ​ເອົາ​ຂໍ້​ມູນ​ທີ່​ມີ​ຢູ່​ໃນ​ລະບົບ​ຖານ​ຂໍ້​ມູນ​ອອກ​ມາ​ວິ​ເຄາະ​ວ່າ ຖືກ ຫຼື ບໍ, ຄົບ​ຖ້ວນ ຫຼື ຍັງ ​ແລະ ອື່ນໆ ​ເພື່ອ​ນຳ​ເອົາ​ບັນດາ​ຂໍ້​ມູນ​ຕ່າງ​ມາ​ຂຽນ​ເປັນ​ບົດ​ລາຍ​ງານ, ບົດ​ປະ​ເມີນ ​ແລະ ​ເປັນ​ບ່ອນ​ອີງ​ເຖິງ​ການ​ປະຕິບັດ​ວຽກ​ງານ​ຂອງ ທລຍ ວ່າ​ແຕ່ລະ​ໜ້າ​ວຽກ​ຈະ​ບັນລຸ​ໄດ້​ຕາມ​ຕົວ​ຊີ້​ວັດ ຫຼື ບໍ; ນອກ​ນັ້ນ, ກໍ່​ເພື່ອ​ເປັນ​ການ​ກະກຽມ​ຄວາມ​ພ້ອມ​ຂອງ​ຂໍ້​ມູນ ​ເພື່ອສະໜອງ​ໃຫ້​ແກ່​ຂະ​ແໜງ​ການ​ກ່ຽວຂ້ອງ​ຕາມ​ທີ່​ຕ້ອງການ.