ທລຍ ໃຫ້ຄວາມສໍາຄັນຕໍ່ມາດຕະການປ້ອງກັນຜົນກະທົບ ຕໍ່ສິ່ງແວດລອ້ມ ແລະ ສັງຄົມໃນການພັດທະນາຊົນນະບົດ

Posting Date: 
24 Mar 2015

ທລຍ ​ໃຫ້​ຄວາມ​ສໍາຄັນຕໍ່​ມາດ​ຕະ​ການ​ປ້ອງກັນຜົນ​ກະທົບ​

ຕໍ່ສິ່ງ​ແວດ​ລອ້ມ ​ແລະ ສັງຄົມໃນ​ການ​ພັດທະນາ​ຊົນນະບົດ

ໂດຍ: ຄອນ​ທິບ ພວງ​ເພັດ

ການ​ປ້ອງ​ກັນສິ່ງ​ແວດ​ລອ້ມ ​ແລະ ສັງຄົມ ​ແມ່ນ​ມາດ​ຕະການ​ໜຶ່ງທີ່ ທລຍ ​ໃຫ້​ຄວາມ​ສໍາຄັນ ​ແລະ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ເພ​າະ​ວ່າ​ແມ່ນ​ຂອດ​ສໍາຄັນ​ທີ່ຕິດ​ພັນຄວາມ​ຍືນ​ຍົງຂອງ​ໂຄງການກໍ​ຄື​ການ​ພັດທະນາ​ຊົນນະບົດ​ໃນປະ​ເທດ.

 

ຕອນ​ເຊົ້າ​ຂອງ ວັນ​ທີ 23 ​ມີນາ 2015 ທລຍ ​ໄດ້​ຈັດ​ກອງ​ປະຊຸມ ກ່ຽວ​ກັບການປ້ອງກັນຜົນ​ກະທົບ​ຕໍ່ສິ່ງ​ແວດ​ລອ້ມ ​ແລະ ສັງຄົມຂື້ນ ທີ່​ຫ້ອງ​ປະຊຸມຂອງ ໂຮງ​​ແຮມເສດຖາ​ພາລາ​ສ ​ໂດຍ​ການ​ເປັນ​ປະທານ ຂອງ ທ່ານ ບຸນ​ກວ້າງ ສຸວັນນະ​ພັນ ຜູ້ອໍານ​ວຍການ​ບໍລິຫານ ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ, ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ, ຫອ້ງວ່າການ​ລັດຖະບານ ​ແລະ ທ່ານ ຊາ​ໂຕ​ຊິ ອີ​ຊີ​ຮາຣະ ຜູ້​ຊີ້​ນໍາ​ວຽກ​ງານ ທລຍ ຫ້ອງການ​ທະນາຄານ​ໂລກ ​ປະ​ຈໍາ ສ ປປ ລາວ. ​ໃນ​ກອງ​ປະຊຸມ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 76 ທ່ານ, ​ໃນ​ນັ້ນ ມີ ​ແມ່ຍິງ​ຈໍານວນ 19 ທ່ານ ທີ່​ມາ​ຈາກ ກະຊວງ​, ອົງການ​ຈັດ​ຕັ້ງ​ມາ​ຫາ​ຊົນ, ອົງການ​ຈັດ​ຕັ້ງ​ຂອງ​ພັກ-ລັດ ​ແລະ ອົງການ​ຈັດ​ຕັ້ງສາກົນ ​ລວມ​ທັງ​ໝົດ 57 ພາກສ່ວນ.

 

ຈຸດ​ປະສົງ​ຂອງ​ກອງ​ປະຊຸມ ​ແມ່ນ ​ເພື່ອນຳສະເໜີນະໂຍບາຍ ແລະ ມາດຕະການໃນການປ້ອງກັນຜົນກະທົບທາງສັງຄົມ ແລະ ສິ່ງ ແວດລ້ອມ ສຳລັບການຈັດຕັ້ງປະຕິບັດວຽກງານ​​ໄລຍະເພີ່ມທຶນຂອງ ທລຍ 2 (2016); ​ແລະ ເພື່ອເພີ່ມຂອດການປະສານງານກັບທຸກພາກສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານ ທລຍ 2.

     ການ​ດໍາ​ເນີນກອງ​ປະຊຸມ ​ແມ່ນ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດທີ່​ດີ, ຍ້ອນ​ວ່າ ຫລັງຈາກຜູ້ຕາງ

 ໜ້າ​ພະນັກງານ​ວິຊາ​ການ ຂອງ ທລຍ ​ສະ​ໜີມາດ​ຕະການ​ປ້ອງກັນ​ຜົນ​ກະທົບທາງ​ສິ່ງ​ແວດ​ລ້ອມ ​ແລະ ມາດ​ຕະການ​ປ້ອງກັນ​ຜົນ​ກະທົບທາງສັງຄົມ​ແລ້ວ ບັນດາຜູ້ເຂົ້າຮ່ວມກໍໍ່​ໄດ້​ມີ​ການ​ປະກອບຄຳຄິດ​ຄໍາເຫັນ​ໃສ່ມາດ​ຕະການດັ່ງກ່າວ​ຢ່າງ​ມີ​ບັນ​ຍາ​ກາດ​ຟົດ​ຟື້ນ. ຊຶ່ງ​ຜູ້​ແທນ​ແມ່ນ​ໃຫ້​ຄວາມ​ສົນ​ໃຈ​ຫລາຍຕໍ່​ກັບ​ມາດ​ຕະການດັ່ງກ່າວ ​ແລະ ​ໃຫ້ການ​ສະ​ນັບ​ສະ​ໜູນ ​ເຫັນ​ດີ​ເປັນ​​ເອກະ​ພາບ​ກັບ ທລຍ. ນອກຈາກ​ນັ້ນ, ຜູ້ເຂົ້າ​ຮ່ວມຍັງ​ໄດ້​ມີ​ການ​ແລກປ່ຽນ​ບົດຮຽນ ​ແລະປະສົບ​ການ​ຊຶ່ງ​ກັນ ​ແລະ ກັນຕື່ມ​ອີກ. ສິ່ງ​ທີ່​ສໍາຄັນ​ທີ່​ສຸດ​ແມ່ນ ຜູ້​ເຂົ້າ​ຮ່ວມມີ​ຄວາມ​ເຂົ້າ​ໃຈຕໍ່ກັບ​ຂະ​ບວນການ ​ແລະ ລະບຽບຫລັກການ ຂອ​ງການປ້ອງ​ກັນ​ຜົນ​ກະທົບຕໍ່ສິ່ງ​​ແວດ​ລອ້ມ ​ແລະ ສັງຄົມ ທີ່ ທລຍ ນໍາ​ໃຊ້​ເຂົ້າ​ໃນ​ການຈັດ​ຕັ້ງປະຕິບັດ​​ໄດ້​ເປັນ​ຢ່າງ​ດີ. ສະ​ນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າ ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ຮັບ​ຜົນ​ສໍາ​ເລັດ​ຕາມ​ຈຸດປະສົງ ລະດັບ​ຄາດໝາຍ​ທີ່​ວາງ​ໄວ້. ​ໃນ​ອະນາຄົດ​ຈະ​ເຮັດ​ໃຫ້​ຂອດ​ຮ່ວມ​ມື​ປະສານ​ງານ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ ​ແລະ​ຄູ່​ຮ່ວມ​ພັດທະນາ​ຂອງ ທລຍ ​ໄດ້​ຮັບ​ການ​ປັບປຸງ​ດີ​ຂື້ນ​​ເທື່ອ​ລະ​ກ້າວ​.

 

ທ່ານ ບຸນ​ກວ້າງ ສຸວັນນະ​ພັນ, ຜູ້​ອໍານວຍ​ການ​ບໍລິຫານ ທລຍ, ປະທານກອງປະຊຸມ​ໃນ​ຄັ້ງ​ນີ້​ກ່າ​ວ່າ: “ກອງ​ປະຊຸມ​ຄັ້ງ​ນີ້​ເປັນ​ກອງ​ປະຊຸມ​ສຸດ​ທີ່​ມີ​ຄວາມ​ສໍາຄັນ​ຫລາຍ ​ເນື່ອງ​ຈາກ​ວ່າ ​ມາດ​ຕະການ​ປ້ອງ​ກັນ​ຜົນ​ກະທົບ​ທາງ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ​ຂອງ ທລຍ ທີ່​ໄດ້​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ດັ່ງກ່າວ​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ຊົນນະບົດ ​ແກ້​ໄຂຄວາ​ມທຸກ​ຍາກ​ໃຫ້​ແກ່​ປະຊາຊົນ​ບັນດາ​ເຜົ່າ.   ຂ້າ​ພະ​ເ​ຈົ້າຄິດ​ວ່າ ຖ້າ​ທຸກໆ​ອົງການ​ຈັດຕັ້ງ​ ມີ​ລະບຽບ​ຫລັກ ການ ​ແລະ ມີ​ນະ​ໂຍບາຍ​ສະ​ເພາະ ທີ່ນໍາ​ເອົາ​ໄປ​ຈັດ​ຕັ້ງ​ປະຕິບັດ​ເປັນ​ຮູບ​ປະ​ທໍາ​ແບບ​ນີ້ ກໍ່​ຈະ​ເຮັດ​ໃຫ້​ສັງຄົມ ​ແລະ ສິ່ງ​​ແວດ​ລ້ອມ​ບໍໍ່​ມີ​ບັນຫາ ຫຼື ບໍ່​ໄດ້​ຮັບ​ຜົນ​ກະທົບ​ຫລາຍ ແລະ ຈະ​ເຮັດ​ໃຫ້ກາ​ນພັດທະນາ​ມີ​ຄວາມ​ຍືນ​ຍົງ, ສັງຄົມມີ​ຄວາມ​ສະຫງົບ​ປອດ​ໄພ ປ້ອງ​ກັນ​ໄດ້ບັນຫາ​ຂໍ້​ຂັດ​ແຍ່ງ, ການ​ນໍາ​ໃຊ້​ຊັບ​ພະຍາກອນ​ທໍາ​ມະ​ຊາດ​ກໍ່​ມີ​ຄວາມ​ຍາວ​ນານ ​ແລະ ປະຊາຊົນ​ກໍ່​ຈະ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ ​ແລະ ລັດຖະບານ ທີ່​ຕ້ອງການ​ພັດທະນາ​ປະ​ເທດ​ໃຫ້​ມີ​ຄວາມ​ຍືນ​ຍົງ ​ແລະ ມີ​ຄວາມ​ໝັ້ນ​ຄົວ​ໃນ​ການ​ດໍາລົງ​ຊີວິດ.​