ນະໂຍບາຍທີ່ສໍາຄັນ ຕໍ່ກັບການສະໜັບສະໜູນ ບ້ານທຸກຍາກ ຂອງ ທລຍ

Posting Date: 
10 Feb 2015

ນະ​ໂຍບາຍທີ່​ສໍາຄັນ​ ຕໍ່​ກັບການ​ສະໜັບ​ສະ​ໜູນ

ບ້ານ​ທຸກ​ຍາກ ຂອງ ທລຍ

ໂດຍ: ສິນ​ນະຄອນ ອິນ​ທິລາດ

ຕົວ​ເລກກໍາ​ນົດໝາຍ 66% ໂຄງການຍ່ອຍ ແລະ  60% ຂອງງົບປະມານ ຕ້ອງ​ໄດ້​ຮັບ​ການ​ຈັດ​ສັນ​ເຂົ້າ​ໃສ່ບ້ານທີ່ທຸກຍາກ ​ແມ່ນຕົວ​ຊີ້​ວັດ​ ຫຼື ນະ​ໂຍບາຍທີ່​ສໍາຄັນ  ຂອງ ທລຍທີ່ຈະຕອ້ງ​ເອົາ​ໃຈ​ໃສ່ປະຕິບັດໃຫ້ໄດ້ ​ໃນ​ຂະບວນການ​ຈັດ​ຕັ້ງ​ປະຕິບັດ ທລຍ ທັງ​ນີ້ ​ເພື່ອ​ສະໜັບສະໜູນນະໂຍບາຍຂອງລັດຖະບານ ​​ແກ້​ໄຂ​ຄວາມທຸກ​ຍາກ​ໃຫ້​ໄດ້​ໂດຍ​ພື້ນຖານ​ໃນ​ປີ 2015.

            ​ເພື່ອ​ຮັບປະກັນ​ວ່າ​ຜູ້​ທຸກ​ຍາກ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ ສະ​ນັ້ນ ກອງປະຊຸມໄດ້ດຳເນີນໄປເປັນເວລາ 3 ວັນຊຶ່ງເລີ່ແຕ່ວັນທີ 28 ຫາວັນທີ 30 ມັງກອນ 2015ເນື້ອໃນກອງປະຊຸມ​ ​ແລະຝຶກອົບຮົມແມ່ນຄົ້ນຄ້ວາກ່ຽວກັບບັນຫາແລະວິທີແກ້ໄຂການຈັດຕັ້ງປະຕິບັດກອງປະຊຸມແລະຝຶກອົບຮົມຕ່າງເພື່ອສ້າງຄວາເຂັ້ມແຂງໃຫ້ແກ່ຊຸມຊົນ; ຝຶກຄືນການຈັດກອງປະຊຸມແລະຝຶກອົບຮົມກິດຈະກຳຕ່າງໆທີ່ກະກຽມຈະຈັດຕັ້ງປະຕິບັດໃນຮອບວຽນ 12 ນີ້. ລວມທັງ ເປັນການເປີດໂອກາດໃຫ້ ແກ່ບັນດາພະນັກງານ ທລຍ 

ໄດ້ມີການພົບປະຄົ້ົ້ນຄວ້າປືກສາຫາລື,  ຖອດຖອນບົດຮຽນໃນການຈັດຕັ້ງປິຕິບັດວຽກງານຜ່ານມາ ແລະ ​ເປັນ​ການກະກຽມໃຫ້ແກ່ການຈັດຕັ້ງປະຕິບັດໃນຮອບວຽນ ຕໍ່ໄປໃຫ້ມີປະສິດຕິພາບ ປະຕິບັດໄດ້​​ນະ​ໂຍບາຍ,​ ຕົວຊີ້​ວັດ​ຂອງ​ໂຄງການ​ວາງ​ອອກໄດ້​ດີຂື້ນກວ່າ​ເກົ່າ  ແລະ ເພື່ອໃຫ້ບັນລຸ​ໄດ້​ບັນດາຕົວຊີ້ວັດຕ່າງໆທີ່ ໄດ້ກໍານົດໃວ້ໃນນະໂຍບາຍຂອງ  ທລຍ ​ໃນໄລຍະ 2 ນັ້ນ.  ທຸກໆປີ  ທລຍ ສູນກາງໄດ້ມີການເປີດກອງປະຊຸມ ວິຊາການຂື້ນ ໂດຍມີພະນັກງານພັດທະນາ​ຊຸມຊົນຈາກ​ 10 ແຂວງ ເປົ້າ​ໝາຍໃນທົ່ວປະເທດເຂົ້າຮ່ວມ.   

ສຳລັບປີນີ້ ພະແນກພັດທະນາຊຸມຊົນ ໄດ້ຈັດກອງປະຊຸມ ຢູ່ 2 ພາກ, ຊຶ່ງພາກເໜືອ​ແມ່ນໄດ້ຈັດຂື້ນຢູ່ແຂວງ ຫົວພັນ​ ແລະ  ມີ 5 ແຂວງເຂົ້າຮ່ວມ,  ສໍາລັບພາກກາງ ແລະພາກ​ໃຕ້ ແມ່ນໄດ້ຈັດຂື້ນຢູ່ແຂວງ ສະຫວັນນະເຂດ  ໂດຍມີພະນັກງານ​ຈາກ ແຂວງຊຽງຂວາງ, ສາລະວັນ, ອັດຕະປື, ເຊກອງ ແລະ  ສະຫວັນນະເຂດ ເຂົ້າຮ່ວມ ທັງໝົດ  66 ທ່ານ, ​ໃນ​ນັ້ນ ມີ​​ແມ່ຍິງ 13 ທ່ານ.

ກອງປະຊຸມໄດ້ມີການຍົກເອົາ ສິ່​ງທີ່​ພົ້ນ​ເດັ່ນ, ຂໍ້​ສະ​ດວກ, ບັນຫາ ແລະສິງຫຍໍ້ທໍ້ຕ່າງໆມາເປັນປະເດັນ ໃນການຖອດ​ຖອນ​ບົດຮຽນ,  ປືກສາຫາລື ຄົ້ນຄວ້າ ຊອກຫາວິທີແກ້ໄຂ​​ ​ເພື່ອ​ຈະ​ນໍາ​ເອົາ​ໄປ​ເປັນ​ບົດຮຽນ ​ແລະ ປັບປຸງ​ເຂົ້າ​ໃ​ຈການ ​ຈັດ​ຕັ້ງ​ປະຕິບັດ​ໃນ​ຕໍ່ໜ້າ ​ເພື່ອ​ເຮັດ​ໃຫ້​ວຽກງານມີ​ປະສິດ​ຕິ​ພາບ ​ແລະ ມີ​ປະສິດ​ຕິ​ຜົນ​ດີ,   ເຊິ່ງໃນນັ້ນ,  ​ໄດ້​ນໍາ​ເອົາບັນດາຕົວຊີ້ວັດຕ່າງໆມາຄົ້ນຄວ້າ ເປັນຕົ້ນແມ່ນຕ້ອງໄດ້ເອົາໃຈໃນການວາງແຜນ ເພື່ອໃຫ້ບັນດາໂຄງການຍ່ອຍທີ່ໄດ້ກໍ່ສ້າງທັງໝົດ ໃນແຕ່ລະແຂວງບັນລຸ​ໄດ້ ຕາມຕົວ​ຊີ້​ວັດ ຊຶ່ງ​ຖື​ໄດ້​ວ່າ ​ເປັນ​ຕົວ​ເລກ​ຄາດໝາຍ ທີ່​ວາງ​ໄວ້ ​ໂດຍສະ​ເພາະ​ແມ່ນ 66% ຂື້ນ​ໄປຂອງ​ໂຄງ​ການ​ຍ່ອຍ ​ແລະ 60% ຂອງງົບປະມານ​ທັງໝົດ ​ແມ່ນບ້ານທີ່ທຸກຍາກຕ້ອງໄດ້ຮັບ​ການ​ຊ່ວຍ​ເຫຼືອ​ຈາກ ທລຍ. ດັ່ງນັ້ນໃນຊ່ວງ​ໄລຍະເວລາຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ ທລຍ ຮອບ​ວຽນ​ທີ 12(ສົກ​ປີ 2015-2016)ນີ້​ຕ້ອງ​ໃຫ້​ບັນລຸ​ຕາມ​ໂຕ​ຊີ້​ວັດ​ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້.  ​ເຖິງ​ແນວ​ໃດ​ກໍ່ຕາມ, ໃນ​ໄລຍະ​ຜ່ານມາ ກໍ​ມີ​ຫລາຍ​ແຂວງ​ປະຕິບັດ​ໄດ້ ​ແລະ ສາມາດ​ເປັນ​ຕົວ​ແບບ​​ໄດ້, ດັ່ງ​ທີ່ ທ່ານ ສີ​ນະຄອນ ອິນ​ທິລາ​ດ ພະນັກງານ​ພັດທະນາ​ຊຸມ​ຊົນ​ແຂວງ​ສະຫັວນນະ​ເຂດ​ໄດ້​ໃຫ​ສໍາພາດ​ວ່າ: ສໍາລັບ ທລຍ ແຂວງ ສະຫວັນນະເຂດຂອງ​ພວກ​​ເຮົາ​​ແລ້ວ ໃນ​ໄລຍະ​ຜ່ານ​ມາ​ກໍໍ່​ແມ່ນ​ໄດ້ບັນລຸຕາມ​ຄາດໝາຍ​ສູ້​ຊົນ​ທີ່​ທາງ ທລຍ ວາງ​ອອກ ​ໂດຍ​ສະ​ເພາະ​ພາຍ​ໃນ​ສົກ​ປີ 2014-2015ນີ້ ​ແມ່ນ ພວກ​ເຮົາ​ປະຕິບັດ​ໄດ້​ເກີ​ນຄາດ  ໝາຍ ​ເພາະວ່າ 95% ຂອງຈໍານວນງົບປະມານ ແລະ 90% ຂອງຈໍານວນໂຄງການ ​ແມ່ນ​ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫຼືອບ້ານທີ່ທຸກຍາກ,  ຍ້ອນຄວາມ​ເອົາ​ໃຈ​ໃສ່​ຄື​ແນວນັ້ນ ມັນສາ ມາດຊ່ວຍເຫຼືອບ້ານທຸກ​ຍາກ​ໃຫ້​ຫຼຸດພົ້ນອອກຈາກຄວາມທຸກຍາກຢູ່​ແຂວງ​ສະຫວັນ​ນະ​ເຂດ ກາຍເປັນບ້ານພົ້ນທຸກ ແລະ ຈົນ​ເຮັດ​ໃຫ້​ຫລາຍ​ບ້ານ ມີ​ເງື່ອນ​ໄຂກ້າວໄປສູ່ບ້ານພັດທະນາ ຕາມນະໂຍບາຍ 3 ສ້າງຂອງລັດຖະບານວາງ​ອອກ​ເຊັ່ນ​:  ບ້ານຕັງ​ອາ​ໄລ​ເກົ່າ ກຸ່ມ​ຕັງ​ອາ​ໄລ, ບ້ານ ນາກ​ອງ ກຸ່ມ ຕໍາ​ລວງ ​ແລະ ບ້ານ​ອາ​ສິງສະລີ ກຸ່ມອາ​ສີ​ງເມືອງນອງ​, ນອກຈາກ​ນັັ້ນ​ຍັງ​ມີ​ອີກ​ 3 ບ້ານ ຂອງ​ເມືອງ​ເຊ​ໂປ​ນ ​ແລະ 3 ບ້ານ​ຂອງ​ເມືອງ​ວິລະ​ບູລີ.  ດັ່ງ​ນັ້ນ ຈຶ່ງ​​ເວົ້າ​ໄດ້​ວ່າ ວຽກ​ງານ ທລຍ ​ເປັນ​ການ​ສ້າງ​ປະຖົມ​ປັດ​ໃຈ ​ໃຫ້​ແກ່​ບ້ານ​ທີ່​ທຸກ​ຍາກ​ກາຍ​ເປັນ​ບ້ານ​ພັດທະນາ​ໃນ​ອະນາຄົດ.