ບ້ານສັນຄິງ, ກຸ່ມບ້ານ ນໍ້າອຸ່ນ ມີນໍ້າສະອາດຊົມໃຊ້ແລ້ວ

Posting Date: 
22 Aug 2017

ບ້ານ​ສັນ​ຄິງ, ກຸ່ມ​ບ້ານ ນໍ້າ​ອຸ່ນ ມີ​ນໍ້າ​ສະອາດ​ຊົມ​ໃຊ້​ແລ້ວ

ໂດຍ: ແວວ ທລຍ ​ເມືອງ​ຄູນ

 

          ຕົ້ນ​ເດືອນ​ສິງຫາ 2017ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ໄດ້ຈັດ​ພິທີ ມອບ-ຮັບ  ໂຄງ​ການ​ກໍ່ສ້າງ​​ລະບົບ​ນ້ຳ​ລິນ ບ້ານ ​ສັນຄີງ, ກຸ່ມບ້ານ ນ້ຳ​ອຸ່ນ  ​ເມືອງ​ຄູນ ​ແຂວງ​ຊຽງ​ຂວາງ ຂຶ້ນ ​ເຊິ່ງມີ​ຜູ້​ເຂົ້າ​ຮ່ວມ​ມາ​ຈາກຫ້ອງການ​ສາທາ​ລະນະ​ສຸກເມືອງ, ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້,​ ເລຂາ​ພັກ​ກຸ່ມ, ຄະນະ​ພັກ​ກຸ່ມ, ທລຍ ​ເມືອງ, ທລຍ ກຸ່ມ​ບ້ານ,ອຳນາດ​ການ​ປົກຄອງ​ຂັ້ນ​ບ້ານພ້ອມ​ດ້ວຍ​ພໍ່​ແມ່ປະຊາຊົນ ບ້ານ ສັນ​ຄີງ​ເຂົ້າ​ຮ່ວມ ທັງ​ໝົດ ຈຳນວນ 68 ຄົນ, ຍິງ 36 ຄົນ.

          ບ້ານ​ ສັນ​ຄີງ  ແມ່ນ​ບ້ານ​ໜຶ່ງ​ທີ່​ຂຶ້ນ​ກັບ​ກຸ່ມບ້ານ ນ້ຳອຸ່ນ  ​ເມືອງ​ຄູນ ​ແຂວງຊຽງ​ຂວາງ ປະກອບ​ມີ 86  ຫຼັງຄາ, ມີພົນລະ​ເມືອງ​ທັງ​ໝົດ 552 ຄົນ, ຍິງ 272 ຄົນ. ​ບ້ານ​ດັ່ງກ່າວ ປະກອບ​ມີ​ສອງ​ຊົນ​ເຜົ່າຄື: ຊົນ​​ເຜົ່າ​ມົ້ງ ແລະ ຊົນເຜົ່າລາວ ລຸ່ມ ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສາມັກຄີ ອາຊີບ​ຕົ້ນຕໍຂອງ​ເຂົາ​ເຈົ້າ​ ​​ແມ່ນເຮັດນາ, ປູກຝັງ ​ແລະ ລ້ຽງສັດ, ​ໃນ​ເມື່ອ​ກ່ອນ​ບ້ານ​ ສັນຄີງ   ​ແມ່ນ ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ ​ບໍ່​ມີ​ນ້ຳ​ສະອາດ​ຊົມ​ໃຊ້, ຜູ້ຍິງ ​ແລະ ​ເດັກນ້ອຍ​ຕ້ອງ​ໄດ້​ໄປ​ຕັກ​ນ້ຳ​ຢູ່​ໄກ, ​ເສຍ​ເວລາ​ໃນ​ການ​ທຳ​ການຜະລິດ ​ແລະ ຍາມ​ລະດູຝົນ​ແມ່ນ​ມັກ​ເກີດ​ພະຍາດ​ຖອກທ້ອງ.

          ຕົກ​ມາ​ຮອດ ຮອບ​ວຽນ 14 ​ປີ 2017 ທລຍ ​ໄດ້​ສະໜອງ​ທຶນ​ໃນ​ການ​ກໍ່ສ້າງ ລະບົບ​ນ້ຳ​ລິນ​ໃຫ້ ​ເຊິ່ງມີ​ຄວາມ​ຍາວທັງ​ໝົດ  5,600  ​ແມັດ, ລວມມີ 8 ກັອກ ​ເຊິ່ງ​ໄດ້ລົງມື​ກໍ່ສ້າງ​ໃນ​ວັນ​ທີ 28 ມິຖຸນາ 2017 ​ແລະ ສໍາ​ເລັດ​ໃນ​ວັນ​ທີ 28 ກໍລະກົດ 2017, ​ໃນ​ນັ້ນ ມູນ​ຄ່າ​ ທີ່ ທລຍ ສະໜອງ​ແມ່ນກວ່າ 138 ລ້ານ ກີບ, ​ແລະ ຊຸມ​ຊົນ​ປະກອບສ່ວນ​ທາງ​ດ້ານແຮງ​ງານ ​ແລະ ວັດຖຸທ້ອງ​ຖິ່ນທີ່​ຫາ​ໄດ້ ຄິດ​ເປັນ​ມູນ​ຄ່າ ກວ່າ   74 ລ້ານ ກີບ ຖ້າ​ທຽບ​ໃສ່​ແຜນ​ແມ່ນ​ລື່ນ​ຄາດໝາຍ.

          ທ່ານ ​ໄກ່​ແກ້ວ ນາຍບ້ານ ສັນ​ຄີງ ພ້ອມ​ດ້ວຍ​ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ບ້ານ​ໝົດ​ທຸກ​ຄົນ​ໄດ້​ກ່າວ​ວ່າ:  ມີ​ຄວາມ​ພາກພູມ​ໃຈ​ຫຼາຍ​ທີ່​ທາງ ທລຍ ​ໄດ້​ໃຫ້​ທຶນ​ສະໜັບສະໜູນ​ໃນ​ການ​ກໍ່​ສ້າງ ລະບົບ​ນ້ຳ​ລິນ​ໃຫ້ ​ເພາະວ່າ​ຊາວບ້ານ ຈະ​ສະດວກ​ສະບາຍ​ໃນ​ການ​ນຳ​ໃຊ້​ລະບົບ​ນ້ຳ​ລິນ, ຫຼຸດຜ່ອນ ​ເວລາ ​ແລະ ​ແຮງ​ງານ ຜູ້​ຍິງ ​ແລະ ​ເດັກນ້ອຍ ​ໄປ​ຕັກ​ນ້ຳ​ຢູ່​ໄກ,​ ໄດ້​ໃຊ້​ນ້ຳ​ທີ່​ສະອາດ, ຫຼຸດຜ່ອນ​ການ​ເກີດ​ພະຍາດ​ຖອກທ້ອງ ແລະ ຂໍສະ​ແດງ​ຄວາມ​ຂອບ​ໃຈອັນ​ລົ້ນ​ເຫຼືອ ​ມາ​ຍັງ ທລຍ ​ກໍ​ຄື ພັກ-ລັດ ທີ່​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ບ້ານຂອງ​ພວກ​ເຮົາ ​ພວກ​ຂ້າພະ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​​ເອົາ​ໃຈ​ໃສ່​ໃນ​ການປົກ​ປັກ​ຮັກສາ​, ສ້າງ​ກອງ​ທຶນ​ໃນ​ການ​ຄຸ້ມ​ຄອງ ເພື່ອ​ໃຫ້​​ ​ໂຄງການ​​ມີ​ຄວາມ​ຍືນ​ຍົງ ​ແລະ ນຳ​ໃຊ້​ໄດ້​ຕະຫຼອດ​ໄປ.

Attachment: