ບ້ານສີຊຽງໃໝ່ ມີນໍ້າລິນຊົມໃຊ້ຢ່າງສະດວກສະບາຍ

Posting Date: 
06 Aug 2015

ບ້ານສີຊຽງໃໝ່ ມີ​ນໍ້າ​ລິນ​ຊົມ​ໃຊ້​ຢ່າງ​ສະດວກ​ສະບາຍ

 

ໂດຍ: ທລຍ ​ເມືອງ​ຄູນ

 

          ​ໃນ​ຕອນ​ແລງຂອງວັນທີ່ 15 /07/2015 ​ໄດ້ ​ເປີດ​ກອງ​ປະຊຸມ ມອບ-ຮັບ  ໂຄງ​ການ​ກໍ່ສ້າງ​​ລະບົບ​ນ້ຳ​ລິນ ບ້ານ ​ສີຊຽງໃໝ່ ກູ່ມງານ  ​ເມືອງ​ຄູນ ​ແຂວງ​ຊຽງ​ຂວາງ​ ​ເຊິ່ງມີ​ຜູ້​ເຂົ້າ​ຮ່ວມ​ມາ​ຈາກຫ້ອງການ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ເມືອງ, ສາທາ​ເມືອງ, ທລຍ ​ເມືອງ, ກຸ່ມ​ບ້ານ,ອຳນາດ​ການ​ປົກຄອງ​ຂັ້ນ​ບ້ານພ້ອມ​ດ້ວຍ​ພໍ່​ແມ່ປະຊາຊົນ ບ້ານ ​​ສີຊຽງໃໝ່ໝົດ​ບ້ານ.

          ບ້ານ​ ສີຊຽງໃໝ່  ແມ່ນ​ບ້ານ​ໜຶ່ງ​ທີ່​ຂຶ້ນ​ກັບ​ກຸ່ມງານ, ​ເມືອງ​ຄູນ, ​ແຂວງ​ຊຽງ​ຂວາງ ປະກອບ​ມີ 74  ຫຼັງຄາ,​ ພົນລະ​ເມືອງ​ທັງ​ໝົດ 525 ຄົນ, ຍິງ 266 ຄົນ, ​ເປັນ​ບ້ານ​ຊົນ​ເຜົ່າລາວລຸ່ມ ອາຊີບ​ຕົ້ນຕໍ​ແມ່ນ ເຮັດນາ ​ແລະ ຍຶດຖື​ການປູກຝັງ ​ແລະ ລ້ຽງສັດ ເປັນອາຊີບສຳຮອງ. ​ໃນ​ເມື່ອ​ກ່ອນ​ບ້ານ​ ​ ສີຊຽງໃໝ່     ​ແມ່ນມີ​ຄວາມ​ຫຍຸ້ງຍາກ​ຫຼາຍ ​ບໍ່​ມີ​ນ້ຳ​ສະອາດ​ຊົມ​ໃຊ້, ຜູ້ຍິງ ​ແລະ ​ເດັກນ້ອຍ​ຕ້ອງ​ໄດ້​ໄປ​ຕັກ​ນ້ຳ​ຢູ່​ໄກ,​ ເສຍ​ເວລາ​ໃນ​ການ​ທຳ​ຜະລິດ ​ໂດຍ​ສະ​ເພາະ ຍາມ​ລະດູຝົນ​ແມ່ນ​ມັກ​ເກີດ​ພະຍາດ​ຖອກທ້ອງ.

          ຕົກ​ມາ​ຮອດ ຮອບ​ວຽນທີ 12 (ສົກ​ປີ 2014-2015) ທລຍ ​ໄດ້​ສະໜອງ​ທຶນ​ໃນ​ການ​ກໍ່ສ້າງລະບົບ​ນ້ຳ​ລິນ​ໃຫ້ ​ເຊິ່ງ

ມີ​ຄວາມ​ຍາວ 7,000  ​ແມັດ, ລວມມີທັງ​ໝົດ 17 ກ໊ອກ ທີ່​ມີມູນ​ຄ່າ​​ໃນການ​ກໍ່ສ້າງ​ທັງ​ໝົດ​ແມ່ນ  330,430,000  ກີບ ​ໃນ​ນັ້ນ​ຊຸມ​ຊົນ​ປະກອບສ່ວນ​ແຮງ​ງານ ​ແລະ ວັດຖຸທ້ອງ​ຖິ່ນ ຄິດ​ເປັນ​ມູນ​ຄ່າ    30,430,000 ກີບເຊິ່ງ​ໄດ້​ເລີ່​ມ​ກໍ່ສ້າງ​ໃນ​ວັນ​ທີ 3/2/2015 ​​ແລະ ສໍາ​ເລັດ​ໃນວັນ​ທີ 9/4/2015.

          ທ່ານ ສົມ ນາຍ​ບ້ານ ບ້ານ​ສີຊຽງໃໝ່  ພ້ອມ​ດ້ວຍ​ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ບ້ານ​ໝົດ​ທຸກ​ຄົນ​ໄດ້​ກ່າວ​ວ່າ: “ມີ​ຄວາມ​ພາກພູມ​ໃຈ​ຫຼາຍ​ທີ່​ທາງ ທລຍ ​ໄດ້​ໃຫ້​ທຶນ​ສະໜັບສະໜູນ​ໃນ​ການ​ກໍ່​ສ້າງ ລະບົບ​ນ້ຳ​ລິນ​ໃຫ້ພວກ​ເຮົາ ​ເພາະວ່າ​ຊາວບ້ານ ຈະ​ມີ​ຄວາມ​ສະດວກ​ສະບາຍ​ໃນ​ການ​ນຳ​ໃຊ້​ລະບົບ​ນ້ຳ​ລິນ, ຫຼຸດຜ່ອນ ​ເວລາ ​ແລະ ​ແຮງ​ງານ ທີ່​​ໄປ​ຕັກ​ນ້ຳ​ຢູ່​ໄກ,​ໄດ້​ໃຊ້​ນ້ຳ​ທີ່​ສະອາດ, ຫຼຸດຜ່ອນ​ການ​ເກີດ​ພະຍາດ​ຖອກທ້ອງ ແລະ ຂໍສະ​ແດງ​ຄວາມ​ຂອບ​ໃຈອັນ​ລົ້ນ​ເຫຼືອ ​ມາ​ຍັງ ທລຍ ​ກໍ​ຄື​ພັກ-ລັດ ທີ່​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ພວກ​ເຮົາມາ​ຕະຫລອດ ພວກ​ຂ້າພະ​ເຈົ້າ ພ້ອມ​ແລ້ວ​ທີ່​ຈະ​​ເອົາ​ໃຈ​ໃສ່​ໃນ​ການປົກ​ປັກ​ຮັກສາ​, ສ້າງ​ກອງ​ທຶນ​ບູລະນະ​ສ້ອມ​ແປງ​ນໍ້າ​ລິນ​ແຫ່ງ​ນີ້ ເພື່ອ​ໃຫ້​​ ​ໂຄງການ​​ມີ​ຄວາມ​ຍືນ​ຍົງ ​ແລະ ນຳ​ໃຊ້​ໄດ້​ຕະຫຼອດ​ໄປ.