ບ້ານ ຈ່າວາດມີນໍ້າລິນຊົມໃຊ້ຢ່າງສະດວກສະບາຍ

Posting Date: 
06 Jul 2016

 ບ້ານ ຈ່າວາດມີ​ນໍ້າ​ລິນ​ຊົມ​ໃຊ້​ຢ່າງ​ສະດວກ​ສະບາຍ  

​ໂດຍ: ຂົງຄໍາ ອີນຍະ​ຊາງ

 

-       ບ້ານ​ຈ່າວາດ​ເປັນ​ບ້ານໜື່ງທີ່​ຂື້ນ​ກັບ ກຸ່ມ​ສົມປານ ​ເມືອງ​ລອງ ​ແຂວງຫຼວງນ້ຳ​ທາ ມີ​ໄລຍະ​ທາງ​ຫ່າງ​ໄກ​ຈາກ​ເທດສະບານ​ເມືອງ​ລອງ ​ແຂວງ​ຫລວງ​ນໍ້າ​ທາ 68ກີ​ໂລ​ແມັດ,ຈາກກຸ່ມ18 ກິໂລແມັດ. ບ້ານ​ດັ່ງກ່າວເປັນ​ຊົນ​ເຜົ່າ​ອາຄາ,ຖື​ສາສະໜາຜີ, ປະ ກອບ​ມີ 38ຫຼັງຄານ​ເຮືອນ,ມີ 49ຄອບຄົວ ​ແລະ ມີ​ພົນລະ​ເມືອງທັງໝົດ 233 ຄົນ, ຍິງ115ຄົນ,ອາຊີບ​ຫຼັກຕົ້ນຕໍ່ຂອງ​ພໍ່​ແມ່​ປະຊາຊົນ​​ແມ່ນ​ເຮັດ​ໄຮ່,ເຮັດ​ສວນ ​ແລະ ປູກຝັງ​ລ້ຽງສັດ​ແມ່ນອາຊີບສໍາຮອງ.​

ທ່ານ ອາພີ ນາຍບ້ານ​ບ້ານ​ຈ່າວາດໃຫ້​ຮູ້​ວ່າ: “ໃນ​ໄລຍະ​ຜ່ານ​ມາ ການ​ຊົມ​ໃຊ້​ນ້ຳ​ແມ່ນ​ມີ​ຄວາມ​ຫຍຸ້ງ ຍາກຫຼາຍ ​ເນື່ອງ​ຈາກວ່າ​ບໍ່ມີນໍ້າໃຊ້ຢູ່​ກັບບ້ານ ຕ້ອງ​ໄດ້​ໄປ​ຕັກ​ນໍ້າ​​ແມ່ ມາ​ຊົມ​ໃຊ້“.

    ຕົກ​ມາ​ຮອກ​ສົກ​ປີ 2015-2016ບ້ານ​ດັ່ງກ່າວ ​ໄດ້​ຮັບ​ທຶນຊ່ວຍເຫຼືອຈາກ ກອງ​ທຶນຫຼຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ​​ໂດຍ​ສະ​ເພາະ​ແມ່ນໂຄງການ​ກໍ່ສ້າງລະບົບນ້ຳ​ລີ​ນ,ປະກອບມີ1ຫົວງານ,1ອ່າງເກັບນໍ້າ, 5ລານກ໊ອກ ແລະ ມີຄວາມຍາວຫ່າງຈາກຫົວງານໄປຫາລານກ໋ອກ 2000 ແມັດ ​ເຊິ່ງ​ໄດ້ນຳໃຊ້ງົບປະມານລວມທັງໝົດ135ລ້ານກວ່າກີບ,ໃນນັ້ນທຶນຂອງ ທລຍ124 ລ້ານກວ່າກີບ ແລະ ຊຸມຊົນປະກອບສ່ວນໂດຍສະເພາະແມ່ນວັດຖຸທ້ອງຖິ່ນ ແລະ ແຮງງານຄິດໄລ່ເປັນເງິນ11ລ້ານກວ່າກີບ.

 ໂຄງການດັ່ງກ່າວ​ໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນວັນທີ13/5/2015 ​ເປັນ​ຕົ້ນ​ມາ ​ປະຈຸ​ບັນ​ໂຄງການ​ດັ່ງກ່າວໄດ້ສຳ​ເລັດ 100% ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ບ້ານ​ໄດ້ຊົມ​ໃຊ້​ນ້ຳ​ເປັກ​ປົກກະຕິ.ພາຍຫຼັງທີ່​​ໂຄງການ​ກໍ່ສ້າງ​ໄດ້​ສຳ​ເລັດ​ລົງ​ໄປ ປະຊາຊົນ​ພາຍ​​ໃນ​ບ້ານ​ແມ່ນ​ໄດ້​ແບ່ງຄວາມ​ຮັບຜິດຊອບ ​ໃຫ້​ແຕ່​ລະ​ຄອບ​ຄົວ,​ແຕ່​ລະ​ກຸ່ມ​ນຳ​ໃຊ້​ນ້ຳ ​ເຮັດ​ຮົ້ວ​ອ້ອມ, ​ແລະ ​ເຮັດ​ເຮືອນ​ມຸງກ໊ອກ,​ກະຕ່າ​ຂີ້​ເຫຍື້ອ​ ​ເພື່ອ​ສ້າງ​ຄວາມ​ສະດວກ​ສະບາຍ​ໃນ​ການ​ຊົມ​ໃຊ້, ສ້າງ​ຕັ້ງ​ກອງ​ທຶນບູລະນະ​ສ້ອມ​ແປງ​ ​ເພື່ອ​ນຳ​ໃຊ້​ໃນ​ກໍລະນີ​ເກີດ​ມີ​ການ​ເປ່​ເພ ຂອງ​ລະບົບ​ນ້ຳ​ລີ​ນ, ນອກຈາກ​ນັ້ນ​ປະຊາຊົນ​ພາຍ​ໃນ​ບ້ານ ​ໄດ້ກໍານົດເອົາ​ຂອບ​ເຂດບໍລິ​ເວນ​ຫົວ​ງານນ້ຳ​ລີ​ນ​ເປັນ​ປ່າ​ສະຫງວນຂອງ​ບ້ານ ​ເພື່ອ​ເປັນ​ການ​ປົກ​ປັກ​ຮັກສາ​ແຫຼ່ງນ້ຳ​ເຮັດ​ໃຫ້​ມີ​ນ້ຳ​ກິນ - ນຳ​ໃຊ້​ຕະຫຼອດປີ.