ບ້ານ ອົມເພຍ ມີນໍ້າລິນຊົມໃຊ້ຢ່າງສະດວກສະບາຍແລ້ວ

Posting Date: 
09 Oct 2013

ບ້ານ ອົມ​ເພຍ ມີ​ນໍ້າ​ລິນ​ຊົມ​ໃຊ້​ຢ່າງ​ສະດວກ​ສະບາຍ​ແລ້ວ


ໂດຍ: ​ແສງ​ອາ​ລຸນ ພິລາ​ຈັນ


          ພາຍຫລັງ​ທີ່​ສໍາ​ເລັດ​ໃນການ​ລົງ​ໄປ​ມອບ​ເຄື່ອງ​ຊ່ວຍ​ເຫລືອຂອງ​ສະມາຄົມ​ສົ່ງ​ເສີມ​ເດັກນ້ອຍ​ລາວ​ຈາກປະ​ເທດ​ຍີ່ປຸ່ນ​ໃຫ້​ແກ່ ບ້ານຕີນ​ຕົກ, ກຸ່ມ​ເພຍ​ເລາະ​ເກົ່າ, ບ້ານ ນາ​ລໍາ, ກຸ່ມ​ນາ​ລໍາ ​ເມືອງ​ໃໝ່ ​ແຂວງ​ຜົ້ງ​ສາລີ ​ໃນ​ວັນ​ທີ 25-26 ກັນຍາ 2013.


            ເພື່ອ​ເປັນ​ການ​ແລກປ່ຽນ​ບົດຮຽນ ທີ່​ທາງ ທລຍ ​ໄດ້​ນໍາ​ໃຊ້​ໃນ​ໄລຍະ​ຜ່ານ​ມາ ວ່າ​ມີ​ຈຸດ​ດີ ​ແລະ ຈຸ​ດ ອ່ອນ​ຄື​ແນວ​ໃດ ​​ເພື່ອ​ປັບປຸງ​ແບບ​ແຜນ​ວິທີ​ການ​ເຮັດ​ວຽກ ​ແລະ ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ​ຂອງ ທລຍ ສໍາ​ເລັດ​ຕາມ​ແຜນ​ທີ່​ວາງ​ໄວ້ ​ໃຫ້​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ພ້ອມ​ທັງ​ປຸກລະດົມ ​ແລະ ມອບ​ຄວາມ​ເປັນ​ເຈົ້າ​ໃຫ້​ແກ່​ອໍານາດ​ການ​ປົກຄອງ​ບ້ານ ກໍ​ຄື​ປະຊາຊົນ​ພາຍ​ໃນ​ບ້ານ​ເຊີດ​ຊູ​ຈິດ​ໃຈຄວາມ​ຮັບຜິດຊອບ​ຕາມ​ຄໍາ​ຂັວນທີ່​ວ່າ: ຮັກ​ຊາດ ​ແລະ ພັດທະນາ ຄວາມເປັນເຈົ້າໃນການນໍາ​​ໃຊ້ສິ່ງ​ປຸກ​ສ້າງ​ໄດ້​ຢ່າງ​ຍາວ​ນານ.


            ໃນ​ວັນ​ທີ 27 ກັນຍາ 2013 ທ່ານ ບຸນ​ກວ້າງ ສຸວັນນະ​ພັນ, ຜູ້​ອໍານວຍ​ການ​ບໍລິຫານ ພ້ອມ​ດ້ວຍ​ທີ​ມງານ ທລຍ ​​ໄດ້​ນໍາພາ ທ່ານ ອໍາ​ໄພ ຫລ້າ​ດວງ​ພັນ, ຮອງ​ຫົວໜ້າ​ກົມ​ບັນດາ​ເຜົ່າ, ຄະນະ​ກໍາມາທິການ​ບັນດາ​ເຜົ່າ​ສະພາ​ແຫ່ງ​ຊາດ, ທ່ານ ນາງ ບົວ​ຄໍາ ວໍລະ​ອຸ່ນ​ຄໍາ, ຮອງ​ເຈົ້າ​ເມືອງ​ເມືອງ​ຂົວ, ທ່ານ ​ສົມ​ຊາຍ ຄໍາ​ທະ​ມາ, ຜູ້ຕາງໜ້າ​ສະມາຄົມ​ສົ່ງ​ເສີມ​ເດັກນ້ອຍ​ລາວ​ຈາກປະ​ເທດ​ຍີ່ປຸ່ນ, ລົງ​ຕິດຕາມ​ກວດກາ​ການກໍ່ສ້າງ​ສ້ອມ​ແປງນໍ້າ​ລິນ​ບ້ານ ອົມ​ເພຍ, ກຸ່ມ​ແສນ​ລາດ ​ເມືອງ​ຂົວ. ບ້ານ​ດັ່ງກ່າວ​ເປັນ​ບ້ານ ຊົນ​ເຜົ່າ​ກຶມ​ມຸ, ມີ 52 ຫລັງຄາ​ເຮືອນ, 57 ຄອບຄົວ, ມີ​ປະຊາກອນ​ທັງ​ໝົດ 324 ຄົນ, ຍິງ 152 ຄົນ ອາຊີບ​ຕົ້ນຕໍ​ແມ່ນ​ເຮັດ​ໄຮ່, ປູກ​ສາລີ, ໝາກ​ແໜ່ງ, ກາ​ເຟ ​ແລະ ຄ່າ. ບ້ານ​ດັ່ງກ່າວ​ຕັ້ງ​ຫ່າງ​ຈາກ​ເທດສະບານ​ເມືອງ​ປະມານ 17 ກິ​ໂລ​ແມັດ ​ແຕ່​​ເສັ້ນທາງ​ໃນ​ການ​ເຂົ້າ​ຫາ​ແມ່ນ​ທຸລະກັນດານ ​ເຊິ່ງ​​ໃຊ້ເວລາ​​ເດີນທາງ​ໂດຍ​ລົດ​ກະບະ​ທີ່​ຂັບ​ເຄື່ອນ 4 ລໍ້ ກວ່າ 1 ຊົ່ວ​ໂມງ ຈຶ່ງ​ຮອດ​ບ້ານ​ດັ່ງກ່າວ.


            ສໍາລັບ​ຮອບ​ວຽນ​ທີ 10 ສົກ​ປີ 2012-2013 ບ້ານ​ອົມ​ເພຍ ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ​ໂຄງການການ​ສ້ອມ​ແປງນໍ້າ​ລິນຈາກ ທລຍ ​​ໃນ​ນັ້ນ ກ່ອນ​ຈະ​ໄດ້​ໂຄງການ​ສ້ອມ​ແປງ​ນໍ້າ​ລິນ​ດັ່ງກ່າວ​ນັ້ນ ປະຊາຊົນ​ໝົດ​ບ້​ານ​ໄດ້ພ້ອມ​ພາກັນ​ຕັດສິນ​ໃຈຄັດ​ເລືອກ​ບຸລິມະສິດ​ຄວາມ​ຕ້ອງການ ມາ​ແຕ່ຂັ້ນ​ບ້ານ, ​ໂດຍຜ່ານ​ການປ້ອງ​ກັນ​ເອົາ​ໂຄງການດັ່ງກ່າວ​ຈາກ​ຕົວ​ແທນ​ບ້ານ ​ແລະ ​ຕັດສິນ​​ເອົາຢູ່ຂັ້ນ​ກຸ່ມ​ບ້ານ ​ແລະ ​ຕົວ​ແທນ​ກຸ່ມ​ບ້ານປ້ອງ​ກັນ​ຮັບຮອງເອົາ​ໂຄງການ​ດັ່ງກ່າວ​ຢູ່ຂັ້ນ​ເມືອງ ​ໂດຍປະສານ​ສົມທົບ​ກັບ​ຫ້ອງການຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອ​ເຍືອງ​ໃສ່​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ຂອງ​ເມືອງ​ວ່າ ​ໂຄງການ​ດັ່ງກ່າວ​ບໍ່​ໄດ້​ຊໍ້າ​ຊ້ອນ​ກັນ.


​ໂຄງການ​ສ້ອມ​ແປງ​ນໍ້າ​ລິນ​ບ້ານ​ດັ່ງກ່າວ ​ໄດ້​ເລີ່​ມກໍ​ສ້າງ​ໃນ​ວັນ​ທີ 26 ສິງຫາ 2013 ​ແລະ ສໍາ​ເລັດ​ໃນວັນ​ທີ 23 ກັນຍາ 2013 ​ເຊິ່ງນໍ້າ​ລິນ​ດັ່ງກ່າວ​ມີ​ຄວາມ​ຍາວ​ເຖິງ 2,800 ​ແມັດ ​ແລະ ປະກອບມີ 4 ກ໊ອກ ​ເຊິ່ງມີມູນຄ່າ​ການ​ກໍ່ສ້າງ​ສ້ອມ​ແປງ​ທັງ​ໝົດ 105 ກວ່າ​ລ້ານ​ກີບ ​ໃນ​ນັ້ນ ຊຸມ​ຊົນ​ປະກອບສ່ວນ​ທາງ​ດ້ານ​ແຮງ​ງານ ​ແລະ ວັດຸ​ຖທ້ອງ​ຖິ່ນ ຄິດ​ເປັນ​ມູນ​ຄ່າ 9 ລ້ານ​ກວ່າ​ກີບ.


ທ່ານ ທອງ​ດີ ສຸລິ​ພອນ, ນາຍບ້ານ ບ້ານ​ອົມ​ເພຍ ​ໄດ້​ກ່າວ​ວ່າ: “ນໍ້າ​ລິນ​ຢູ່​ບ້ານ​ຂອງ​ພວກ​ຂ້າພະ​ເຈົ້າ ​ໃນ​ເບື້ອງ​ຕົ້ນ​ໄດ​້ຮັບ​ການ​ສະໜັບສະ​ໜູນ​ຈາກ ອົງການ​ແຄ​ນາໆ​ຊາດ ສະຫະພາບ​ເອີ​ລົບ​ໃນ​ປິ 2012 ພາຍຫລັງ​ທີ່​ຊົມ​ໃຊ້​ມາ​ໃນ​ໄລຍະ​ໜຶ່ງ ​ໄດ້​ມີ​ໂຕ​ອົ້ນ​ກັດ​ທໍ່​ເຮັດ​ໃຫ້​ທໍ່​ນໍ້າ​ລິນ​ຮົ່ວ ​ແຕກ ​ເຊິ່ງ​ເຮັດ​ໃຫ້​ມີ​ນໍ້າ​ຊົມ​ໃຊ້​ບໍ່​ພຽງພໍ ​ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ເດືອນ ພຶດສະພາ ຫາ ​ເດືອນ​ກໍລະກົດ ສະ​ນັ້ນ ປະຊາຊົນ​ພາຍ​ໃນ​ບ້ານ​ໂດຍ​ສະ​ເພາະ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ​ຕ້ອງ​ໄປ​ຕັກ​ນໍ້າ​ຢູ່ຫ້ວຍດ່ວນ ທີ່​ຫ່າງ​ຈາກ​ບ້ານ 2 ກິ​ໂລ​ແມັດ ​ເຊິ່ງ​ໃຊ້​ເວລາ​ໃນ​ການ​ເດີນທາງ​ 1 ຊົ່ວ​ໂມງ” “ ພາຍຫລັງ​ທີ່ ທລຍ ກໍ່ສ້າງ​ສ້ອມ​ແປງ​ນໍ້າ​ລິນ​ໃຫ້​ສໍາ​ເລັດ ​ແລະ ມອບ​ໃຫ້​ພວກ​ເຮົາ​ຄຸ້ມ​ຄອງ​ນໍາ​ໃຊ້​ແລ້ວ ພວກ​ເຮົາ​ຊາວບ້ານ​ໝົດ​ທຸກ​ຄົນ​ມີ​ຄວາມ​ພາກພູມ​ໃຈ ​ແລະ ສະດວກ​ສະບາຍ​ກວ່າ​ແຕ່​ກ່ອນ​ຫລາຍ ສາມາດ​ຊົມ​ໃຊ້​ນໍ້າ​ໄດ້​ທຸກ​ລະດູ ​ແລະ ພວກ​ເຮົາ​ໄດ້​ມີ​ການ​ສ້າງ​ຕັ້ງ​ກອງ​ທຶນ​ບູລະນະ​ສ້ອມ​ແປງ ​​ເພື່ອ​ຮັບ​ໃຊ້​ສ້ອມ​ແປງ​ນໍ້າ​ລິນ​ແຫ່ງ​ນີ້​ໃນ​ເວລາ​ເປ່​ເພ ​ແລະ ຖືກ​ຊົມ​ໃຊ້​ຢ່າງ​ຍາວ​ນານ”.


​ໃນ​ການ​ລົງ​ຢ້ຽມຢາມ ​ແລະ ຕິດຕາມ​ການ​ກໍ່ສ້າງ​ສ້ອມ​ແປງ​ນໍ້າ​ບ້ານ​ອົມ​ເພຍ, ກຸ່ມ​ແສນ​ລາດ​ໃນ​ເທື່ອ​ນີ້ ​ເພື່ອ​ໃຫ້​ມີ​ຄວາມໝາຍ​ສໍາຄັນ ​ແລະ ມີ​ຜົນປະ​ໂຫຍ​ດ​ໃຫ້​ແກ່ພໍ່​ແມ່​ປະຊາຊົນ​ນັ້ນ ທ່ານ ນາງ ບົວ​ຄໍາ ວໍລະ​ອຸ່ນ​ຄໍາ​ໄດ້​ກ່າວ​ວ່າ: “​ໃນ​ເມື່ອ ທລຍ ​ໄດ້ກໍ່ສ້າງ​ສ້ອມ​ແປງ​ນໍ້າ​ລິນ​ໃຫ້​ແລ້ວ ຢາກ​ຊັກ​ຊວນ​ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ບ້ານ ຈົ່ງ​ເປັນ​ເຈົ້າ​ການ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງ​ຕັ້ງ​ກອງ​ທຶນ​ບູລະນະ​ສ້ອມ​ແປງ ​ເພື່ອ​ເຮັດ​ແນວ​ໃດ ຈະ​ສາມາດ​ປົກ​ປັກ​ຮັກສາ​ນໍ້າ​ລິ​ນ​ແຫ່ງ​ນີ້​ໄດ້​ຊົມ​ໃຊ້​ຢ່າງ​ຍາວ​ນານ ​ແລະ ກຸ້ມ​ຄ່າ​ທີ່​ສຸດ”.


ທ່ານ ອໍາ​ໄພ ຫລ້າ​ດວງ​ພັນ, ຮອງ​ຫົວໜ້າ​ກົມ​ບັນດາ​ເຜົ່າ, ຄະນະ​ກໍາມາທິການ​ບັນດາ​ເຜົ່າ​ສະພາ​ແຫ່ງ​ຊາດ


ໄດ້​ກ່າວ​ຕີລາຄາຕໍ່ການລົງຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດການກໍ່ສ້າງສ້ອມແປງນໍ້າລິນບ້ານອົມເພຍວ່າ: ສໍາລັບ​ການ​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ບ່ານອົມເພຍນີ້ ​ແມ່ນ​ເປັນ​ໂອກາດ​ອັນ​ດີ ທີ່​ໄດ້​ເຫັນ​ຮູບ​ແບບ​ວິທີ​ການ​ເຮັດ​ວຽກ​ຂອງ ທລຍ ທີ່​ໄດ້​ນໍາ​ໃຊ້​ຮູບ​ແບບ​ການ​ພັດທະນາ​ທີ່​ຂັບ​ເຄື່ອນ​ໂດຍຊຸມ​ຊົນ​ເອງ ​ເຊິ່ງ​ເປັນ​ຮູບ​ແບບ​ທີ່​ວາງ​ແຜນ​ແຕ່​ລຸ່ມ​ຂື້ນ​ເທິງ ​ນັບ​ແຕ່ການວາງ​ແຜນ​ພັດທະນາ​ບ້ານ, ກຸ່ມ​ບ້ານ, ​ເມືອງ ຕະຫລອດ​ຮອດ​ການ​ສໍາ​ຫລວດ​ອອກ​ແບບ, ການຈັດ​ຊື້-ຈັດ​ຈ້າງ, ການຈັດ​ຕັ້ງ​ປະຕິບັດ ​ແລະ ການ​ປົກ​ປັກ​ຮັກສາ ​ແມ່ນ​ຊຸມຊົນມີສ່ວນຮ່ວມແຕ່ຕົ້ນ ແລະ ​ເປັນ​ຜູ້​ເຮັດ​ເອງ


ຂ້າພະ​ເຈົ້າ​ຄິດ​ວ່າ ການລົງຕິດຕາມການກໍ່ສ້າງໂຄງການຍ່ອຍຕ່າງໆ ເປັນປະຈໍານັ້ນ​ ຈຶ່ງຈະເຮັດໃຫ້ໂຄງ ການເຫລົ່ານັ້ນ ຖືກຈັດຕັ້ງ​ປະຕິບັດ​ສໍາ​ເລັດຕາມຄາດໝາຍ ທັງ​ເຮັດ​ໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນ ເຊິ່ງສະແດງອອກຢູ່ບ່ອນວ່າ ລານກ໊ອກແຕ່ລະຈຸດໄດ້ມີການມຸງຫລັງຄາ, ຮົ້ວອ້ອມ, ມີກະຕ່າຂີ້ເຫຍື້ອຍ ແລະ ມີສະພາບທີ່ສະອາດງາມຕາ.ທ່ານກ່າວ​ຕື່ມ​.