ຜູ້ອໍານວຍການບໍລິຫານ ທລຍ ເອົາໃຈໃສ່ຊີ້ນໍາອ້າຍນ້ອງພະນັກງານ

Posting Date: 
09 Oct 2013

ຜູ້​ອໍານວຍ​ການ​ບໍລິຫານ ທລຍ ​ເອົາ​ໃຈ​ໃສ່​ຊີ້​ນໍາ​ອ້າຍ​ນ້ອງ​ພະນັກ​ງານ


ໂດຍ: ​ແສງ​ອາ​ລຸນ ພິລາ​ຈັນ


          ພາຍຫລັງ​ທີ່​ສໍາ​ເລັດ​ໃນການ​ລົງ​ໄປ​ມອບ​ເຄື່ອງ​ຊ່ວຍ​ເຫລືອຂອງ​ສະມາຄົມ​ສົ່ງ​ເສີມ​ເດັກນ້ອຍ​ລາວ​ຈາກປະ​ເທດ​ຍີ່ປຸ່ນ​ໃຫ້​ແກ່ ບ້ານຕີນ​ຕົກ, ກຸ່ມ​ເພຍ​ເລາະ​ເກົ່າ, ບ້ານ ນາ​ລໍາ, ກຸ່ມ​ບ້ານນາ​ລໍາ ​ເມືອງ​ໃໝ່ ​ແຂວງ​ຜົ້ງ​ສາລີ ​ໃນ​ວັນ​ທີ 25-26 ກັນຍາ 2013 ນັ້ນ. ​ໃນ​ວັນ​ທີ 27 ກັນຍາ 2013 ທ່ານ ບຸນ​ກວ້າງ ສຸວັນນະ​ພັນ, ຜູ້​ອໍານວຍ​ການ​ບໍລິຫານ ທລຍ ​ໄດ້​ຖື​ໂອກາດ​ນີ້ ​ໂອ​້ລົມ, ທົບ​ທວນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​​ໃນ​ໄລຍະຜ່ານ​ມາ​ ​ພ້ອມ​ທັງ​ໃຫ້​ທິດ​ຊີ້​ນໍາ ​ອ້າຍ​ນ້ອງພະນັກງານ ທລຍ ​ແຂວງ​ຜົ້ງ​ສາລີ ທັ້ງນີ້ ກໍ​ເພື່ອ​ເປັນ​ການ​ປັບປຸງ​​ແບບແຜນ​ວິທີ​ເຮັດ​ວຽກ​ໃຫ້ເປັນລະບົບ ແລະ ໄວຂຶ້ນ​ກວ່າ​ເກົ່າ.


ທ່ານ ສີ​ອໍາພອນ ບຸດ​ສະ​ດີ, ຜູ້​ປະສານ​ງານ ທລຍ ​ແຂວງ​ຜົ້ງ​ສາລີ ​ໄດ້​ລາຍ​ງານ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ຮອບ​ວຽນ​ທີ່ 10 (2012-2013) ວ່າ: “ທລຍ ​ແຂວງ​ຜົ້ງ​ສາລີ​ໄດ້​ຈັດ​ຕັ້ງ​ປະຕິບັດ​ທັງ​ໝົດ 25 ​ໂຄງການ ​ໂດຍ​ກວາ​ມ​ເອົາ 4 ຂະ​ແໜງ​ການທີ່​ກ່ຽວຂ້ອງ ​ໄດ້​ແກ່: ສຶກສາ​ທິການ ​ແລະ ກິລາ, ສາທາລະນະ​ສຸກ, ກະສິກໍາ ​ແລະ ປ່າ​ໄມ້, ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໂດຍ​ນໍາ​ໃຊ້​ງົບປະມານ​ທັງ​ໝົດ 5 ຕື້ກີບ ​ເຊິ່ງມາ​ຮອດ​ປະຈຸ​ບັນ ​ໄດ້​ສໍາ​ເລັດ​​ແລ້ວ 8 ​ໂຄງການ ​ແລະ ສ່ວນ​ທີ່​ເຫລືອ​ແມ່ນ​ມີ​ຄວາມ​ຄືບ​ໜ້າ​ຫລາຍ​ກວ່າ 50% ​ແລະ ຄາດ​ວ່າ​ຈະ​ໃຫ້​ສໍາ​ເລັດ​ໃນ​ໄວໆ​ນີ້”


ທ່ານ ສີ​ອໍາພອນ ກ່າວ​ອີກ​ວ່າ: “ສາ​ເຫດ​ທີ່​ພາ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ​ລ້າ​ຊ້ານັ້ນ ​ແມ່ນ​ຖືກ​ໄລຍະ​ລະດູຝົນ, ອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ຕໍ່​ກັບ​ລະບຽບ, ຫລັກການ​ຂອງ ທລຍ ​ເທົ່າ​ທີ່​ຄວນ, ບໍລິສັດ​ຜູ້​ຮັບ​ເໝົາ​ບໍ່​ພຽງພໍ ​ແລະ ​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ​ໃຫ້​ສໍາ​ເລັດ​ຕາມ​ແຜນ​ທີ່​ວາງ​ໄວ້​ນັ້ນ ຂ້າພະ​​ເຈົ້າ ຂໍ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ຕັ້ງ​ໜ້າ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ​ຕົນ​ທີ່​ໄດ້​ຖືກ​ມອບ​ໝາຍ​ໃຫ້​ສໍາ​ເລັດ​ຢ່າງ​ມີ​ປະສິດ​ຕິ​ພາບ ​ແລະ ປະສິດ​ຕິ​ຜົນ”.


 ​ເພື່ອ​ເຮັດ​ໃຫ້ການ​ຢ້ຽມຢາມ​ເຮັດ​ວຽກ​ໃນ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສໍາຄັນ​ ​ແລະ ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ອ້າຍ​ນ້ອງ​ພະນັກງານນັ້ນ ທ່ານ ບຸນ​ກວ້າງ ສຸວັນນະ​ພັນ, ຜູ້​ອໍານວຍ​ການ​ບໍລິຫານ ທລຍ ​ໄດ້​ກ່າວ​​ໂອ້​ລົມ ​ແລະ ​ໃຫ້​ທິດ​ເຍືອງ​ທາງ​ແກ່​ອ້າຍ​ນ້ອງພະນັກງານ ທລຍ ຜົ້ງ​ສາລີ​ວ່າ: “ກ່ອນ​ອື່ນ​ກໍ​ຂໍ​ຊົມ​ເຊີຍ​ມາ​ຍັງ​ອ້າຍ​ນ້ອງ​ພະນັກງານ ທລຍ ​ແຂວງ​ຜົ້ງ​ສາລີ​ໝົດ​ທຸກ​ຄົນ ທີ່​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ​ສໍາ​ເລັດ​ເປັນ​ສ່ວນ​ໃຫຍ່ ​ແຕ່​ສິ່ງ​ທີ່​ເອົາ​ໃຈ​​ໃສ່ ແລະ ຄວນ​ປັບປຸງ ​ ​ ​ຕື່ມ​ນັ້ນ ​ແມ່ນ​ການເກັບກໍາ ແລະ ປ້ອນ​ຂໍ້​ມູນບໍ່ຄົບຖ້ວນຄື​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ເວລາ​ຜ່ານ​ບຸລິມະສິດ​ຄວາມ​ຕ້ອງການ​ຂອງ​ກຸ່ມ​ບ້ານ​ຢູ່​ຂັ້ນ​ເມືອງ ​ແມ່ນ​ຢາກ​ໃຫ້​ປະສານ​ສົມທົບ​ກັບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂັ້ນ​ເມືອງ ວ່າ​ບຸລິມະສິດ​ຂອງ​ກຸ່ມ​ບ້ານ​ຕ່າງໆ​ບໍ່​ໄດ້​ຊໍ້າ​ຊ້ອນ​ກັບ​ແຜນ​ພັດທະນາ​​ເສດຖະກິດ-ສັງຄົມ​ຂອງ​ເມືອງ, ຖ້າ​ໂຄງການ​ໃດ​ທີ່​ສໍາ​ຫລວດ​ແລ້ວ​​ເປັນ​ໄປ​ບໍ່​ໄດ້ ກໍໃຫ້ເລື່ອນບຸລິມະສິດທີ່ 2 ຂຶ້ນມາແທນ ແລ້ວລາຍງານໃຫ້ ທລຍ ສູນກາງຊາບນໍາ”.


ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນຫ່ວງ​ເປັນ​ໄຍຂອງ​ການ​ນໍາ​ ທລຍ ຂັ້ນ​ສູນ​ກາງ ​ໂດຍ​ສະ​ເພາະ​ແມ່ນ ທ່ານ ບຸນ​ກວ້າງ ສຸວັນນະ​ພັນ, ຜູ້​ອໍານວຍ​ການ​ບໍລິຫານ ທລຍ ຍາມ​ໃດ​ກໍ​ທຸມ​ເທ່ສະຕິ​ປັນຍາ ຄົ້ນ​ຄິດ​ເຖິງ​ແບບ​ແຜນ​ວິທີ​ການ​ເຮັດ​ວຽກ​ທີ່​ໃໝ່ໆ ​ແລະ ບົດຮຽນ​ທີ່​ຕົນ​ໄດ້​ຖອດ​ຖອນ​ມາ​ຈາກ​ປະ​ເທດ​ອື່ນ ​ເພື່ອ​ມາ​ເຜີຍ​ແຜ່​ໃຫ້​ແກ່​ອ້າຍ​ນ້ອງ​ພະນັກງານ ທລຍ ໝົດ​ທຸກ​ຄົນ​ໄດ້​ນໍາ​ໃຊ້​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງຕົນ ໃຫ້​ແທດ​ເໝາະ​ ​ແລະ ​ເໝາະ​ສົມ ເພື່ອໃຫ້​ເກີດ​ມີ​ຜົນ​ປະ​ໂຫຍ​ດສູງ​ສຸດ​ ​ແກ່​ພໍ່​ແມ່​ປະຊາຊົນ​ຜູ້​ທຸກ​ຍາກ ຫ່າງ​ໄກ​ສອກຫລີກ​ໃນ​ເຂດ​ພື້ນ​ທີ່​ເປົ້າ​ໝາຍ​ຂອງ ທລຍ ຢ່າງ​ທົ່ວ​ເຖິງ ​ແລະ ​ເປັນ​ຮູບ​ປະ​ທໍາ​ຢ່າງ​ແທ້​ຈິງ.