ຜົນສໍາເລັດຂອງການທົດລອງວຽກງານປັບປຸງຊີວິດການເປັນຢູ່

Posting Date: 
16 Jun 2015

                                                                                                                  

                                        

ຜົນ​ສໍາ​ເລັດ​ຂອງ​ການທົດ​ລອງ​ວຽກງານປັບປຸງ​ຊີວິດ​ການ​ເປັນ​ຢູ່                                                                        

ໂດຍ: ຄອນ​ທິບ ພວງ​ເພັດ

 

​ໃນຮອບວຽນ 12 (ສົກປີ 2014-2015)ການຈັດຕັ້ງປະຕິບັດວຽກງານການປັບປຸງ​ຊີວິດ​ການ​ເປັນ​ຢູ່​ເພື່ອ​ຄ້ຳປະກັນ​ດ້ານ​ໂພ​ຊະນາ​ການ​ ​ເຊິ່ງ​ແມ່ນ​ການ​ທົດ​ລອງ ທີ່​​ໄດ້​ຫັນ​ເອົາ​ຮູບ​ແບບ​ການ​ພັດທະນາ​ທີ່​ຂັບ​ເຄື່ອນ​ໂດຍ​ຊຸມ​ຊົນ​ແບບ​ເຕັມ​ຮູບ​ແບບ​ເຂົ້າ​ໄປ​ຈັດຕັ້ງ​ປະຕິບັດ​, ເນື່ອງ​ຈາກຈຸດປະສົງ​ຂອງ​ໂຄງການ​ທົດ​ລອງ​ນີ້ ​ແມ່ນ​ເພື່ອ​ຊອກ​ຫາ​ ຮູບ​ແບບ​ໃນ​ການຈັດ​ຕັ້ງ​ປະຕິບັດທີ່​ຕໍ່​ຍອດ​ໃຫ້​ກັບ​ການ​ນໍາ​ໃຊ້​ບັນດາ​ໂຄງການ​ຍ່ອຍ​ດ້ານ​ພື້ນຖານ​ໂຄງລ່າງຂອງ ທລຍ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ຊຸມ​ຊົນ​ໃນ​ໄລຍະ​ຜ່ານ​ມາ ຖຶກນໍາ​ໃຊ້​ຢ່າງ​ມີ​ປະສິດທິ​ພາບ ​ແລະ ປະສິດທິຜົນ​ສູງ, ​ໂດຍຮູບ​ແບບ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ແມ່ນນີ້ ແມ່ນປະຊາຊົນ​ຈະ​ເປັນ​​ເຈົ້າ​ການ​ຈັດ​ຕັ້ງ​ປະຕິບັດ​ດ້ວຍ​ຕົນ​ເອງ. ​ໂດຍ​ສະ​ເພາະ ​ແມ່ນ​ຊຸມ​ຊົນ​​ເປັນ​ຜູ້​ຕັດສິນຄັດ​ເລືອກ​ໂຄງການ​ ເພື່ອ​ສ້າງ​ເປັນ​ແຜນ​ພັດທະນາ​ບ້ານ​ຂອງ​ເຂົາ​ເຈົ້າ​ດ້ວຍຕົວ​ຂອງ​ເຂົາ​ເຈົ້າ​ເອງ ​ແລະ ສິ່ງ​ທີ່​ແຕກ​ຕ່າງຈາກ​ແຜນ​ພັດທະນາ​ບ້ານ​ຂອງ ທລຍ II ​ແມ່ນແຜນ​ພັດ ທະນາ​ບ້ານ​ຈະ​​ແບ່ງ​ອອກ​ເປັນ 2 ອົງ​ປະກອບ​ໃຫຍ່ ຄື ​ແຜນ​ກິດຈະ​ກໍາ​ຂອງ​ກຸ່ມຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນ(ກຊກ) ​ແລະ ​ແຜນ​ເຄື່ອນ​ໄຫວ​ລວມຂອງ​ບ້ານ, ​ເຊິ່ງ​ແຜນ​ເຄື່ອນ​ໄຫວ​ລວມຂອງ​ບ້ານ ​ແມ່ນ​ທຸກ​ຄົນ​ພາຍ​ໃນ​ບ້ານ​ຕ້ອງ​ໄດ້​ຮ່ວມ​ກັນ​ຈັດ​ຕັ້ງ​ປະຕິບັດ​ເຊັ່ນ: ການ​ອະນາ​ໄມ​ສະພາບ​ສິ່ງ​ແວດ​ລອ້ມພາຍ​ໃນ​ບ້ານ, ການ​ສ້ອມ​ແປງ​ເສັ້ນທາງ​ເຂົ້າ​ບ້ານ, ການ​ສ້ອມ​​ແປງ​ຄູ​ກັນ​ນໍ້າ ຫຼື ​ຊົນລະປະທານຂະໜາດ​ນ້ອຍ​ທີ່​ເປ​ເພ​ນ້ອຍ ລວມ​ໄປ​ເຖິງ​ການຂຸດ​ຄອງ​ລະບາຍ​ນໍ້າ​ໃສ່​ໜອງ​ປາ, ນາ ຫຼື​ເປັນ​ບອ່ນ​ ເກັບ​ກັກ​ນໍ້າ​ໄວ້​ໃຫ້​ສັດລ້ຽງ ທີ່​ຊຸມ​ຊົນ​ມີ​ຄວາມ​ສາມ​າດ​ສ້ອມ​ແປງ ​ແລະ ຈັດ​ຕັ້ງ​ປະຕິບັດໄດ້​ດ້ວຍ​ຕົນ​ເອງ. 

 

ນອກຈາກ​ການ​ຄັດ​ເລືອກ​ໂຄງການ​ແລ້ວ ການ​ສ້າງ​ຕັ້ງ​ກຸ່ມ ກຊກ ​ໂຄງການ​​ແມ່ນ​ເລັ່ງ​ໃສ່ພັດທະນາ​ແມ່ ຍິງ​ເປັນ​ສ່ວນ​ໃຫຍ່​ເຊັ່ນ ​ໃນ​ເວລາ​ສ້າງ​ຕັ້ງກຸ່ມ ກຊກ ​​ແມ່ນ​ໄດ້​ໃຫ້​ບຸລິ​ມາ​ສິດ​ແກ່​ແມ່ຍິງ ​ແລະ ມີ​ຂອບ​ເຂດ​ຈໍາກັດ ຄື: ​ໃນ​ເບືອ​ງຕົ້ນ ບ້ານ​ໜຶ່ງສາມາດ​ສ້າງ​ຕັ້ງ​ກຸ່​ມ​ໄດ້ 3-4 ກຸ່ມ ກຊກ ​ແຕ່​ສາມາດ​ຂະ​ຫຍາ​ຍ​ໄດ້ ຖ້າ​ຫາກ​ບ້ານ​ມີ​ຄວາມ​ເຂັມ​ແຂງ​ ແລະໃຫ້​ບຸລິມະສິດ​ແກ່​ຄົວ​ເຮືອນທຸກ​ຍາກ​ທີ່​ສຸດ​ພາຍ​ໃນ​ບ້ານ​ໄດ້​ຮັບ​ທຶນກອ່ນ ໃນ​ຄະນະ​ທີ່​​ ກອ່ນຈະ​​ໂອນ​ງົບປະມານ​ອຸດ​ໜູນກຸ່ມ ກຊກ ​ແມ່ນ​ແຕ່ລະກຸ່ມ​ຈະ​ຕ້ອງ​ມີ​ຄວາມ​ເຂັ້ມ​ແຂງ ຮູ້ຈັກ​ຄຸ້ມ​ຄອງ​ບໍລິຫານການເງິນ​ຂອງ​ກຸ່ມ​ຕົນ​ເອງ​ໄດ້​ດີ​ເສັຍກອ່ນ ​ແລະ ມີ​ກໍານົດ​ເວລາ ຢ່າງ​ໜ້ອຍ 3 ​ເດືອນ, ກຸ່ມຈະ​ຕ້ອງ​ມີ​ການ​ປະຊຸມ ສ່ອງ​ແສງ​ລາຍ​ງານ ​ແລະ ປຶກສາ​ຫາລືວຽກງານ​ພັດທະນາ​ບ້ານ, ຝາກເງິນ ​ແລະ ກູ້​ຢືມ​ພາຍ​ໃນ ຫຼື ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານບັນຊີ​ການ​ເງິນ​ກຸ່ມ ​ເຊັ່ນ​: ຈະ​ຕ້ອງ​ປະຕິບັດ​ໄດ້ ກ່ຽວ​ກັບການ​ເຮັດ​ບົດສະຫລຸບ​ລາຍງານ, ການຝາກ, ການກູ້​ຢືມ ຕາມ​ກໍານົດ​ເວລາ ​ແລະ ລະບຽບ​ການ​ດ້ານ​ການ​ເງິນ​ຂອງ​ກຸ່ມ​ໄດ້​ເປັນ​ຢ່າງດີ ພອ້ມທັງ​ຜ່ານ​ຂະ​ບວນການປະ​ເມີນ​ຄວາມ​ເຂັ້ມ​ແຂງ​ກອ່ນ, ຖ້າ​ກຸ່ມ​ໃດ ປະຕິບັດ​ໄດ້​ຕາ​ມາດຖານ​ຕົວ​ຊີ້​ວັດຢັ້ງຢືນ​ຄວາມ​ເຂັ້ມ​ແຂງ​ຂອງ​ກຸ່ມ​ແລ້ວ ຜູ້ປະສານ​ງານ​ບ້ານ ​ແລະ ທລຍ ​ເມືອງ​ ຈຶ່ງ​ສາມາດສະ​ເໜີ​ຂໍ​ອະນຸມັດ​ໃຫ້​ໂອນ​ທຶນ​ສະ​ນັບ​ສະ​ໜູນ​ໃຫ້ບ້ານ ​ເພື່ອ​ແຈກ​ຢາຍ​ໃຫ້ ກຸ່ມ ກຊກ ບົນ​ພື້ນຖານແຜນການ​ພັດທະນາ​ທີ່​ເປັນບຸລິມະສິດ​ຂອງ​ບ້ານ. ຊຶ່ງ​ຮູ​ບ​ແບບ​ທີ່​ສໍາຄັນ​ທີ່​ສຸດກໍ​ແມ່ນ​ ທລຍ ​ໄດ້​ຜັນ​ຂະຫຍາຍ ​ແລະປະຕິບັດແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດຖະ ບານ ກ່ຽວ​ກັບການ​ສ້າງ​ນັກ​ພັດທະນາ​ກອນ​ກັບທີ່ ​ດ້ວຍ​ຮູບ​ແບບ​ການ​ສ້າງ​ຄູ​ຝຶກ​ຈາກ​ບ້ານ​ທີ່​ໄດ້​ຮັບ​ທຶນ​ກອ່ນ 2-4 ຄົນ​ໃຫ້​ໄດ້​ໃນ​ແຕ່ລະ​ກິດຈະ​ກໍາ, ​ໃນ​ກໍລະນີ​​ຂະຫຍາຍ​ບ້ານ​ໃໝ່ ແມ່ນ​ຄູ​ຝຶກ​ທີ່​ໄດ້​ສ້າງ​ໄວ້ຈະ​ຖືກ​ໄປ​ຝຶກ​ອົລຮົມ​ໃຫ້​ບ້ານ​ຕໍ່​ໄປ ຫຼື ​ເອີ້ນ​ວ່າການ​ສ້າງ​ຄວາມ​ເຂັ້ມ​ແຂງແມ່ນ​ນໍາ​ໃຊ້​ຮູບ​ແບບລະຫວ່າງຊຸມ​ຊົນຖ່າຍ​ທອດ​ໃຫ້​ຊຸມຊົນ(Farmer to Farmer) ນັ້ນ​ເອງ. 

 

ໂດຍ​ປະຕິບັດ​ຕາມ​ຂະ​ບວນການ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ປະ​ຈຸ​ບັນ ​ການ​ທົອລອງ​ດັ່ງກ່າວ​ນີ້ ສາມາດບັນລຸເປົ້າໝາຍ 85ບ້ານ (100%),​ ສ້າງຕັ້ງກຸ່ມຊ່ວຍເຫລືອເຊິ່ງກັນແລະກັນ​ໄດ້ 306 ກຸ່ມ ມີ​ສະມາຊິກ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດໂດຍ​ກົງຈາກ​​ໂຄງການ ທັງ​ໝົດ 4.374 ຄົນ (ຍິງ 3​.182 ຄົນ, ຖື​ວ່າລື່ນຄາດໝາຍ 17% ຖ້າ​ທຽບ​ໃສ່ແຜນການທີ່​ວາງ​ໄວ້​ແມ່ນ 260 ກຸ່ມ.ພ້ອມດຽວກັນນັ້ນຍັງໄດ້ສ້າງຕັ້ງສະໂມສອນໂພຊະນາການ

ໄດ້ 15 ແຫ່ງ ມີ​ຈໍານວນ​ສະມາຊິກ​ທັງ​ໝົດ 429 ຄົນ, ຖືວ່າບັນລຸຄາດໝາຍເຊັ່ນດຽວກັນ. ສໍາລັບ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຽດມາ​ຮອດ​ປະຈຸ​ບັນ ມີ​ຈໍານວນທັງ​ໝົດ 4.405 ​ຄົວ​ເຮືອນ 26,430 ຄົນ. ຕໍ່​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງ​ກ່າວ ​ແມ່ນ​ສາມາດ​ເຮັດ​ໃຫ້​ປະຊາຊົນ​ໃນ​ບ້ານເປົ້າ​ໝາຍ​ທົດ​ລອງ ມີຊີວິດ​ການ​ເປັນ​ຢູ່​ດີ​ຂື້ນ​ກວ່າ​ເກົ່າ, ມີ​ລາຍ​ຮັບ​ເພີ່ມ​ຂື້ນ ​ແລະໄດ້ກາຍມາ​ເປັນ​ຕົວ​ແບບ ​​ໃນ​ການ​ການ​ພັດທະນາ​ຊຸມ​ຊົນ ​ແລະ ລຶບລ້າງ​ຄວາມທຸກ​ຍາກ. ຍ້ອນ​ວ່າ ປະຊາຊົນມີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການຈັດ​ຕັ້ງ​ປະຕິບັດ​ທຸກ​ຂັ້ນ​ຕອນ ລວມທັງຍັງ​ມີ​ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ ກອງ​ທຶນ​ຂອງກຸ່ມຕົນ​ເອງ​ໄດ້ນໍາ​ອີກ​ດ້ວຍ. 

 

 ຄາດ​ວ່າ ​ໃນ​ອະນາຄົດ ຮູບ​ແບບ​ໃນ​ການຈັດ​ຕັ້ງ​ປະຕິບັດ​ດັ່ງກ່າວ​ນີ້ ​ແມ່ນ​ຈະ​ຖືກນໍາ​ເອົາ​ໄປ​ຜັນ​ຂະຫຍາຍ ​ເຂົ້າ​ໃນ ການຈັດ​ຕັ້ງ​ວຽກ​ງານ ທລຍ ​ໄລຍະ 2-3 ​ເຊິ່ງ​ສອດຄ່ອງ ​ແລະ ຕິດ​ພັນ​ກັບ ​ແນວທາງນະ​ໂຍບາຍການ​ສ້າງ​ນັກ​ພັດທະນາ​ກອນ​ກັບ​ທີ່​ໄດ້​ຕື່ມ​ອີກ.