ມາຈາກ ປະຊາຊົນ ຈັດຕັ້ງປະຕິບັດໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນ

Posting Date: 
13 Jun 2014

 ມາຈາກ ປະຊາຊົນ  ຈັດຕັ້ງປະຕິບັດໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນ

ໂດຍ: ສິນ​ນະຄອນ ອິນ​ທິລາດ

      ນີ້ແມ່ນຄຳຂັວນ ທີ່ທຸກໆຄົນໄດ້ ຮ້ອງພ້ອມກັນກ່ອນ ທີ່ ທ່ານ ບຸນກວ້າງ ສຸວັນນະພັນ  ຜູ້ອຳນວຍການ ທລຍ ທັງເປັນປະທານກອງປະຊຸມ  ໄດ້ກ່າວ ມີຄຳເຫັນ ເປີດພິທີ ກອງປະຊຸມຝຶກອົບຮົມ ກ່ຽວກັບການນຳໃຊ້ ວິທີການພັດທະນາ ທີ່ຂັບເຄື່ອນໂດຍຊຸມຊົນເອງ ແບບເຕັມຮູບແບບ ຢູ່ 3 ແຂວງເປົ້າໝາຍ ຂອງ ທລຍ ຄັ້ງວັນທີ 13-16 ພຶດສະພາ 2014 ທີ່ສູນຝຶກ ອົບຮົມຮ່ວມມືສາກົນລາວ ຍີ່ປຸ່ນ ນະຄອນຫຼວງວຽງຈັນ.

ກອງປະຊຸມ ຝຶກອົບຮົມດັ່ງກ່າວໄດ້ ຈັດຂື້ນ ໃນຖາມກາງ ທີ່ ແຕ່ລະແຂວງກຳລັງ ແຂ່ງຂັນກັນກໍ່ສ້າງ ໂຄງການຍ່ອຍ  ໃນຮອບວຽນ 11

ການຝຶກອົບຮົມດັ່ງກ່າວມີ ທ່ານ ຊາໂກຊີ ອີຊີຫາລະ ຊ່ຽວຊານດ້ານການພັດທະນາແບບຍືນຍົງປະຈຳພາກພື໊ນຕາເວັນອອສ່ຽງໄຕ້ ຕາງໜ້າຜູ້ໃຫ້ທຶນຈາກ ທະນາຄານໂລກ ເຂົ້າຮ່ວມເປັນຄະນະປະທານ  ແລະທ່ານ ກາມີນີ  ບາຕູວີທາ ຊຽງຊານດ້ານພັດທະນາສັງຄົມ  ເປັນຜູ້ອຳນວຍຄວາມສະດວກ (ຄູຝືກ)     ເຊິ່ງຈະໄດ້ດຳເນີນໄປເປັນເວລາ 4ວັນ ມີພະນັກງານ ທລຍ 5ຕົວເມືອງ 3ແຂວງ ແລະ ຈາກ ສູນກາງ ພ້ອມດ້ວຍ ຜູ້ປະສານງານກຸ່ມບ້ານ ໆລະກຸ່ມ ນອກນັ້ນຍັງມີ ພະນັກງານ ຈາກໂຄງການ ຄປພ ທີ່ເປັນ ໂຄງການໜຶ່ງຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຫຼື ທລຍ.

ສະນັ້ນ ໃນຄຳຂັວນ ທີ່ ຜູ້ເຂົ້າຮ່ວມໄດ້ ພາກັນຮ້ອງ ມັນໄດ້ສອດຄ່ອງ ກັບຫົວຂໍ້ ຂອງກອງປະຊຸມ ຍ້ອນວ່າ ການພັດທະນາທີ່ນຳໃຊ້ຮູບ

ແບບ ຂັບເຄື່ອນດ້ວຍຊຸມຊົນ ກໍແມ່ນທຸກໆວຽກງານທີ່ ໄດ້ຈັດຕັ້ງປະຕິບັດ ໃນຂັ້ນຕອນຕ່າງໆ ປະຊາຊົນຕ້ອງມີສ່ວນຮ່ວມ ນັບຕັ້ງແຕ່

ການມີສ່ວນຮ່ວມ ໃນການວາງແຜນການ  ຄົນສ່ວນຫຼາຍທີ່ມີສິດຕັດສິນໃຈພາຍໃນບ້ານ ບໍ່ວ່າຍິງ ຫຼືຊາຍ ຕ່ຳສຸດບໍ່ຕ້ອງຫຼຸດ 50%  ເຊິ່ງການມີສ່ວນຮ່ວມນີ້ມັນບໍ່ໄດ້ໝາຍແຕ່ພຽງການເຂົ້າຮ່ວມເທົ່ານັ້ນ  ຕ້ອງໄດ້ປະກອບຄຳຄິດຄຳເຫັນ ໃນການວາງແຜນການນັ້ນ ດ້ວຍ

ເຫດດ້ວຍຜົນ ເຫັນດີມັນກໍຕ້ອງມີເຫັນຜົນວ່າເຫັນດີຍ້ອນຫຍັງ  ຖ້າບໍ່ເຫັນດີ ມັນກໍຕ້ອງໄດ້ບອກວ່າ ເປັນຫຍັງຈຶ່ງບໍ່ເຫັນດີ . ເພື່ອແຜນ

ການດັ່ງກ່າວນັ້ນ ຈຶ່ງເປັນແຜນພັດທະນາບ້ານ ຫຼື ກຸ່ມບ້ານ ທີ່ແທ້ຈິງ ເຊິ່ງຈະເຮັດໃຫ້ ປະຊາຊົນທຸກໆຄົນພາຍໃນບ້ານ,ກຸ່ມບ້ານໄດ້ຮັບ

ປະໂຫຍດ ແລະ ບ້ານຫຼືກຸ່ມກໍຈະມີການພັດທະນາ ມີການປ່ຽນແປງໄປໃນທາງທີ່ດີຂື້ນ.

ຫຼັງຈາກມີສ່ວນຮ່ວມໃນການວາງແຜນແລ້ວ ຕ້ອງມີສ່ວນຮ່ວມໃນການ ຕິດຕາມກວດກາ ແລະຈັດ

ຕັ້ງປະຕິບັດ ດ້ວຍຊຸມຊົນເອງ ນັບຕັ້ງແຕ່ຂະບວນການຈັດຊື້-ຈັດຈ້າງ ກໍຕ້ອງແມ່ນເຮັດດ້ວຍຊຸມຊົນ

ລວມທັງການມີສ່ວນຮ່ວມ    ທາງດ້ານແຮງງານແລະວັດສະລຸ ຕ່າງໆ ທີ່ມີໃນທ້ອງຖິນ ຕາມຄວາມອາດສາມາດ ທີ່ຊຸມຊົນເຮັດໄດ້. ໂດຍບໍ່ມີຜົນກະທົບໃນທາງລົບ  ແລະ ການມີສ່ວນຮ່ວມ ອັນສຸດທ້າຍຄື ທຸກຄົນຕ້ອງມີສ່ວນຮ່ວມໃນການ

ປົກປັກຮັກສາຄຸ້ມຄອງນຳໃຊ້ ແລະໄດ້ຮັບປະໂຫຍດຮ່ວມກັນ.

ໃນຂັ້ນຕອນຕ່າງໆ ທີ່ເວົ້າມານັ້ນ  ແຕ່ຕົ້ນຈົນຮອດຜົນສໍາເລັດ

ເຫັນໄດ້ວ່າ ຊຸມຊົນໄດ້ເຮັດເອງ ຈຶ່ງໝາຍຄວາມວ່າ ມີຜົນສຳ

ເລັດດ້ວຍການຂັບເຄື່ອນ ຈາກຊຸມຊົນ  ເຊິ່ງເປັນເປົ້າໝາຍໃນ

ການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ເຮັດໃຫ້ຊຸມຊົນ ສາມາດ

ຂັບເຄື່ອນການພັດທະນາ ໄປດ້ວຍຕົວເຂົາເຈົ້າເອງ ຖືກຕາມ

ຄຳຂວັນ ທີ່ວ່າ ມາຈາກປະຊາຊົນ ໂດຍປະຊາຊົນ ແລະເພື່ອຜົນປະໂຫຍດຂອງປະຊາຊົນ

Attachment: