ວຽກງານຕິດຕາມ-ປະເມີນຜົນໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ ຕໍ່ການປະເມີນ ຄວາມຍືນຍົງຂອງການຍ່ອຍ

Posting Date: 
23 Jul 2015

ວຽກງານຕິດຕາມ-ປະເມີນຜົນໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ

ຕໍ່ການປະເມີນ ຄວາມຍືນຍົງຂອງການຍ່ອຍ

​ໂດຍ: ຫັດ​ທະ​ຈັນ ພິມ​ພັນທະ​ວົງ

ເພື່ອປະຕິບັດຕາມເຈດຈຳນົງຂອງຜູ້ໃຫ້ທຶນ ກ່ຽວກັບການຕິດຕາມໂຄງການຍ່ອຍ ຫລັງຈາກທີ່ໄດ້ເຮັດສຳເລັດແລ້ວ ໂດຍສະເພາະແມ່ນການກວດສອບ 6-12 ເດືອນ ຫລັງຈາກໂຄງການຍ່ອຍໄດ້ມີການມອບຮັບໃຫ້ກັບຊຸມຊົນ ລວມທັງການກະກຽມຄວາມພ້ອມເພື່ອການເຮັດປະເມີນຜົນກະທົບໄລຍະທ້າຍຂອງໂຄງການ ທີ່ຈະຈັດຂື້ນຢູ່ແຂວງ ຜົ້ງສາລີ, ອຸດົມໄຊ, ຫລວງພະບາງ ແລະ ແຂວງ ອັດຕະປືື  ຕາມລາຍຊື່ກຸ່ມບ້ານທີ່ໄດ້ກຳນົດໄວ້ຈາກການສຳຫລວດໄລຍະຕົ້ນ,  ໄດ້ມີການຝຶກອົບຮົມກ່ຽວກັບວຽກງານດັ່ງກ່າວ ເຊິ່ງໄດ້ຈັດຂື້ນຢູແຂວງ ຜົ້ງສາລີ, ຊຽງຂວາງ ແລະ ແຂວງ ອັດຕະປື ລະຫວ່າງວັນທີ 23 ມິຖຸນາ - 5 ກໍລະກົດ 2015. ເຊິ່ງພະນັກງານຕິດຕາມປະເມີນຜົນທັງ 10 ແຂວງທີ່ ທລຍ ໄດ້ໃຫ້ການສະໜັບສະໜູນແມ່ນໄດ້ເຂົ້າຮ່ວມການຝຶກອົບຮົມດັ່ງກ່າວ ລວມທັງພະນັກງານຕິດຕາມ-ປະເມີນຜົນຂັ້ນເມືອງທັງ 5 ເມືອງ  ແລະ ຜູ້ປະສານງານແຂວງໃນແຂວງທີ່ໄດ້ຈັດຝຶກອົບຮົມຢູ່  ທັງໝົດມີ 28 ຄົນເປັນຍິງ 8 ຄົນມາຈາກທລຍສູນກາງ 5 ຈາກແຂວງ 15 ແລະເມືອງ 8 ທ່ານ.

ຜົນໄດ້ຮັບການຝຶກອົບຮົມໃນຄັ້ງນີ້ເຫັນວ່າເປັນທີ່ເພິ່ງພໍໃຈຫລາຍ ເພາະພະນັກງານແຂວງ ແລະ ເມືອງທຸກຄົນທີ່ເຂົ້າຮ່ວມແມ່ນສາມາດ ເຂົ້າໃຈວິທີການແລະຂັ້ນຕອນຂອງການດໍາເນີນການເພື່ອກະກຽມກຸ່ມບ້ານເປົ້າໜາຍທີ່ຈະມີການປະເມີນຜົນໄລຍະທ້າຍຂອງການຈັດຕັ້ງປະຕິບັດໂຄງການຍ່ອຍຂອງທລຍ, ພ້ອມນັ້ນກໍເຂົ້າໃຈກ່ຽວກັບການນໍາໃຊ້ແບບຟອມເພື່ອປະເມີນຄວາມເຂົ້າໃຈກ່ຽວກັບການນໍາໃຊ້ເຄື່ອງມື ກົນ​ໄກ​ສະ​ແດງຄໍາຄິດເຫັນ ແລະ ແກ້ໄຂບັນຫາ ແລະ ເຂົ້າໃຈການນໍາແບບຟອມການເກັບກໍາຂໍ້ມູນທີ່ຈະໃຊ້ເຂົ້າໃນການປະເມີນຜົນຄວາມຍືນຍົງຂອງໂຄງການຍ່ອຍ. ທັງໝົດເຫລົ່ານີ້ຈະເປັນອົງປະກອບສໍາຄັນໃຫ້ແກ່ການສະແດງຜົນງານ ໃນການກະກຽມໃຫ້ແກ່ວຽກງານ ທລຍ 3. ເພື່ອຮັບປະກັນທາງດ້ານງົບປະມານ ແລະ ເວລາແມ່ນມີຄວາມຈຳເປັນທີ່ພະນັກງານຕິດຕາມ-ປະເມີນຜົນແຂວງຕ້ອງໄດ້ອະທິບາຍລະອຽດ ກ່ຽວກັບຂັ້້ນຕອນ ແລະ ຄວາມສຳຄັນຂອງວຽກງານດັ່ງກ່າວ. ສະນັ້ນເວລາພະນັກງານແຕ່ລະຄົນຂັ້ນແຂວງ ແລະ ເມືອງລົງຕິດຕາມວຽກພາກສະໜາມ ຕ້ອງໄດ້ນຳແບບຟອມທີ່ພະແນກຕິດຕາມ-ປະເມີນຜົນ ໄດ້ກຳນົດຂື້ນ ເພື່ອສອບຖາມຕົວຈິງນຳພໍ່ແມ່ປະຊາຊົນແລະລວບລວມເກັບກຳແບບຟອມທັງໝົດທີ່ໄດ້ສອບຖາມສົ່ງໃຫ້ກັບພະນັກງານຕິດຕາມ-ປະເມີນຜົນເປັນຜູ້ວິເຄາະຂໍ້ມູນແລະຂຽນບົດລາຍງານໃນຂັ້ນຕໍ່ໄປ.