ຫົວໜ້າຫ້ອງການ ທະນາຄານໂລກ ປະຈຳ ສປປ ລາວ ເຂົ້າລາຍງານ ການຮັບຮອງໃຫ້ທືນຊ່ວຍເຫຼືອ 30 ລ້ານໂດລາສະຫະລັດ ເຂົ້າໃນການຈັດຕັ້ງປະຕິບັດ ທລຍ III

Posting Date: 
26 May 2016

ຫົວໜ້າ​ຫ້ອງການ ທະນາຄານ​ໂລກ ປະຈຳ​ ສປປ ລາວ ​ເຂົ້າ​ລາຍ​ງານ

​ການ​ຮັບຮອງ​ໃຫ້​ທືນຊ່ວຍ​ເຫຼືອ 30 ລ້ານ​ໂດ​ລາ​ສະຫະລັດ ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ ທລຍ      III

​ໂດຍ: ທລຍ

        ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ​ໄລຍະ II ປີ 2012-2015 ຜ່ານ​ມາ, ​ໂດຍ​ນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອ​ຫລ້າ ​ແລະ ທຶນ​ສົມທົບ​ລັດຖະບານ ຈຳນວນ​ທັງ​ໝົດ 1.426 ​ໂຄງການ ເຊັ່ນ: ໂຄງການ​ກໍ່ສ້າງ ​ແລະ ສ້ອມ​ແປງເສັ້ນທາງ​ຊົນນະບົດ ຈຳນວນ 225 ​ເສັ້ນ (ຍາວທັງ​ໝົດ 1.228 ກິ​ໂລ​ແມັດ); ​ໂຄງການ​ຂົວ​ຂ້າມ​ນ້ຳ 45 ​ແຫ່ງ; ​ໂຄງການຈັດ​ສັນ​ຜັງ​ບ້ານ ​ແລະ ທໍ່​ລອດ​ທາງ 18 ​ແຫ່ງ; ​ໂຄງການ​ສະໜອງຕາ​ຄ່າ​ຍ​ໄຟຟ້າ​ຂະໜາດ​ນ້ອຍ 18 ​ແຫ່ງ; ​ໂຄງການກໍ່ສ້າງ ​ແລະ ສ້ອມ​ແປງ​ໂຮງຮຽນ 386 ​ແຫ່ງ (ລວມ 955 ຫ້ອງ); ​ໂຄງການກໍ່ສ້າງ ​ແລະ ສ້ອມ​ແປງ​ລະບົບ​ນ້ຳ​ສະອາດ 711 ​ແຫ່ງ; ​ໂຄງການ​ກໍ່ສ້າງ ​ແລະ ສ້ອມ​ແປງ​ຊົນລະປະທານ ​ແລະ ຝາຍ​ກັ້ນ​ນ້ຳ 63 ​ແຫ່ງ ​ແລະ ​ໂຄງການ​ຕະຫຼາດ​ຊຸມ​ຊົນ 10 ​ແຫ່ງ , ມີມູນ​ຄ່າ 300 ກວ່າ​ຕື້​ກີບ, ທີ່​ນອນ​ຢູ່​ເຂດ​ເປົ້າ​ໝາຍ​ຫຼາຍ​ກວ່າ 1.300 ກວ່າ​ບ້ານ, ກວມ​ເອົາ 683.797 ກວ່າ​ຄົນ. ​ໃນ​ນັ້ນ, ​ເປັນ​ເພດ​ຍິງ​ກວມ​ເອົາ​ 50 % ​ແລະ ຊົນ​ເຜົ່າ​ສ່ວນ​ນ້ອຍ​ຫຼາຍ​ກວ່າ 60 % ຂອງ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທັງ​ໝົດ. ຄຽງ​ຄູ່​ກັນນັ້ນ, ​ໃນການຈັດ​ຕັ້ງ​ປະຕິບັດ​​ວຽກ​ງານຂອງ ທລຍ ທີ່​ສົ່ງ​ເສີມ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ແລະ ປະຊາຊົນ ໃຫ້ເພີງຕົນ​ເອັງ, ກຸ້ມ​ຕົນ​ເອັງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອັງ ກໍ​ເປັນສິ່ງ​ສຳຄັນ​ທີ່ປະກອບ​ສ່ວນໃນການຍູ້​ແຮງ​ໃຫ້​ວຽກ​ງານ​ຂອງ​ຕົນ​ມີ​ຜົນສຳ​ເລັດຢ່າງຕໍ່ເນື່ອງ ແລະ ບັນລຸເປົ້າໝາຍຕາມ​ແຜນການ​ທີ່​ວາງ​ໄວ້.

        ດັ່ງ​ນັ້ນ, ​ໃນ​ວັນ​ທີ 25 ພືດ​ສະພາ 2016 ທີ່​ຫ້ອງ​ຮັບແຂກ​ຊັ້ນ I ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ນາງ ຊາລີເບີນນິ່ງແຮມ (Sally Burningham), ຫົວໜ້າ​ຫ້ອງການ​ທະນາຄານ​ໂລກ ປະຈຳ ສປປ ​ລາວ ພ້ອມ​ດ້ວຍ​ຄະນະ ກໍ​ໄດ້​ເຂົ້າ​ລາຍ​ງານ ກ່ຽວ​ກັບ​ການ​ຮອງ​ຮັບ​ໃຫ້​ທຶນ ມູນ​ຄ່າ 30 ລ້ານ​ໂດ​ລາ​ສະຫະລັດ ​ທີ່​ມີທຶນ​ສົມທົບລັດຖະບານ ມູນ​ຄ່າ 6 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ໂຄງການ ທລຍ III, ​​ເປັນ​ກຽດ​ຕ້ອນຮັບ ​ແລະ ພົບ​ປະ ​​ຕາງໜ້າ​ໃຫ້​ລັດຖະ ບານ ໂດຍ ທ່ານ ສົມ​ສະ​ນິດ ສຸວັນນະ​ລາດ, ຮອງ​ລັດຖະມົນຕີ, ຮອງ​ຫົວໜ້າ​ຄະນະ​ພັດທະນາ​ຊົນນະ ບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຂັ້ນ​ສູນ​ກາງ ພ້ອມ​ດ້ວຍ​ຄະນະ ​ແລະ ຜູ້ຕາງໜ້າ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

        ​ໃນ​ວາລະ​ໂອກາດດັ່ງກ່າວ, ທ່ານ ສົມ​ສະ​ນິດ ສຸວັນນະ​ລາດ ກໍ​ໄດ້​ສະ​ແດງຄວາມ​ຂອບ​ໃ​ຈ ​ແລະ ດີ​ໃຈ​ຫຼາຍ ທີ່​ໄດ້​ຕ້ອນຮັບ​ ແລະ ພົບປະ ທ່ານ ນາງ ຊາລີເບີນນິ່ງແຮມ ​ແລະ ​ລາຍ​ງານ​ບາງ​ວຽກ​ງານ​ຈຳ ນວນ​ໜຶ່ງ​ ເຊັ່ນ: ບັນຫາທີ່ໜຶ່ງ: ພາຍຫຼັງ​ທີ່​ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ຄະນະ​ລັດ ຖະບານ​ຊຸດ​ໃໝ່​ແລ້ວ, ລັດຖະບານ​ໄດ້​ມີ​ການ​ປັບປຸງ​ກົງຈັກ​ຂອງ​ຄືນ​ໃໝ່. ​ໃນ​ນັ້ນ, ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຂັ້ນ​ສູນ​ກາງ  ຍ້ອນ​ວ່າ​ໄດ້​ມີ​ຜົນງານ​ພົ້ນ​ເດັ່ນ​ຫຼາຍ​ດ້ານ ​ໃນ​ການ​ແກ້​ໄຂ​ຄວາມ ທຸກ​ຍາກ ຂອງ​ປະຊາຊົນບັນດາ​ເຜົ່າ ​ໃນ​ໄລຍະ​ຜ່າ​ມາ, ລັດຖະບານ​ຈຶ່ງ​ໄດ້​ຍົກ​ຖານະ​ບົດບາດ​ຂອງ ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຂັ້ນ​ສູນ​ກາງ ​ໃຫ້​ສູງ​ເດັ່ນ​ຂຶ້ນ ​ແລະ ສ້າງ​ຕັ້ງ​ເປັນ​ກະຊວງ ​ແລະ ​ໄປ​ສັງ​ກັດ​ຢູ່​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້, ​ແຕ່​ວ່າ ​ໃນ​ສະ​ເພາະ​ໜ້າ​ນີ້ ​ແມ່ນ​ຍັງ​ຮັກສາ​ກົງຈັກ ຂອງ ຄພທສ ​ໄວ້​ຄື​ເກົ່າ ຈົນ​ກວ່າ​ຈະ​ມີ​ກາ​ນສ້າງ​ຕັ້ງ​ເປັນ​ກະຊວງ​ກະສິກໍາ-ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ, ການ​ປ່ຽນ​​ແປງ​ຄື​ດັ່ງກ່າວ​ນີ້ ​ແມ່ນ​ບໍ່​ມີ​ຫຍັງ​ກະທົບ​ເຖິງ​ການ​ຮ່ວມ​ມື​ຂອງ​ພວກ​ເຮົາ ແລະ ເປັນໂອກາດດີ ເພື່ອຮັດແໜ້ນການຮ່ວມມື ເພື່ອແກ້ໄຂຄວາມທຸກຍາກ ໂດຍພາຍໃຕ້ການຊີ້ນຳ-ນຳພາ ຂອງລັດຖະມົນຕີຜູ້ໃໝ່, ແຕ່ເຖີງຢ່າງໃດກໍຕາມ ທະນາຄານໂລກຍັງໃຫ້ການສືບຕໍ່ສະໜັບສະໜູນໃນອະນາຄົດ; ບັນຫາທີ່ສອງ: ສະ​ແດງ​ຄວາມ​ຂອບ​ໃຈ​ ​ແລະ ຕີ​ລາຄາ​ສູງ ຕໍ່​ທະນາຄານ​ໂລກ ກໍ​ຄື ຄູ່​ຮ່ວມ​ໃຫ້​ທຶນ ທີ່​ໄດ້​ໃຫ້ການ​ສະໜັບສະໜູນວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຢູ່ ສປປ ລາວ ມາ​ຢ່າງ​ຕໍ່​ເນື່ອງ ​ແລະ ມີ​ຜົນ​ສໍາ​ເລັດ​ດີ, ເປັນຕົ້ນແມ່ນ: ທາງ​ດ້ານ​ວິຊາ​ການ, ດ້ານ​ການ​ເງິນ ​ແລະ ດ້ານ​ບໍລິຫານ​ຈັດການ​ໂຄງການ ທລຍ II ແລະ ການ​ຮ່າງ​ມາດຕະຖານ​ຄວາມທຸກ​ຍາກ 2016-2020 ເພື່ອ​ກວດກາ​ປະ​ເມີ​ນ​ຄວາມທຸກ​ຍາກ ​ແລະ ​ນຳ​ໃຊ້ຂໍ້​ມູນ​ດັ່ງກ່າວ​​ໃນການ​ສ້າງ​ໂຄງການ​ແກ້​ໄຂ​ຄວາມທຸກ​ຍາກ ຢູ່ ສປປ ລາວ ແລະ ບັນຫາອື່ນໆ ທີ່ສໍາຄັນໃນການຮ່ວມມືໃນຕໍ່ໜ້າ.

        ໃນຕອນທ້າຍ, ທ່ານ ນາງ ຊາລີ ເບີນນິ່ງແຮມ, ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ກໍໄດ້ກ່າວຄວາມຂອບໃຈ ມາຍັງລັດຖະບານລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ການຈັດຕັ້ງປະຕິບັດວຽກງານ ຂອງ ທລຍ ໃນໄລຍະຜ່ານມາ ແລະ ຕໍ່ໜ້າ ໃຫ້ບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ວ່າງໄວ້. ພ້ອມກັນນັ້ນ, ທ່ານ ມີຄວາມຕ້ອງການໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງປະສານສົມທົບກັນ ແລະ ມີແຜນພັດທະນາໄປລວງດຽວກັນ ເພື່ອຮັບປະກັນການພັດທະນາຊົນນະບົດ ຢູ່ ສປປ ລາວ ມີປະສິດທິພາບ ແລະ ປະສິດທິຜົນ ດີ​ຂື້ນ​ເລື້ອຍໆ ​ໃນ​ອານາ​ຄົດ.