ຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາລາວ ເຂົ້າລາຍງານຜົນຂອງການກວດກາ ການຈັດຕັ້ງປະຕິບັດວຽກງານ ທລຍ 2 ປະຈໍາ 6 ເດືອນທ້າຍປີ 2014

Posting Date: 
23 Dec 2014

ຫົວໜ້າ​ຫ້ອງການ ທະນາຄານ​ໂລກ ​ປະ​ຈໍາ​ລາວ​

​ເຂົ້າລາຍ​ງານ​ຜົນ​ຂອງ​ການກວດກາ ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ທລຍ 2

ປະຈໍາ 6 ​ເດືອນທ້າຍ​ປີ 2014

ໂດຍ: ​ແສງ​ອາ​ລຸນ ພິລາ​ຈັນ

 

            ໃນ​ວັນ​ທີ 19 ທັນວາ 2014 ຜ່ານ​ມາ​, ທ່ານ ນາງ ຊາລີ ​ເບີ​ນນິ່ງ​ແຮມ(Sally Burningham), ຫົວໜ້າ​ຫ້ອງການ ທະນາຄານ​ໂລກ ​ປະ​ຈໍາ​ລາວ​ ພ້ອມ​ດ້ວຍ​ຜູ້​ຕາງໜ້າ​ຈາກ ກົມ​ການ​ຄ້າ ​ແລະ ພົວພັນ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອົດ​ສະຕຣາລີ ຈໍານວນ 4 ທ່ານ ​ໄດ້​ເຂົ້າ​ລາຍ​ງານ​ຜົນ​ຂອງ​ການດໍາ​ເນີນກວດກາ ​ການຈັດ​ຕັ້ງ​ວຽກ​ງານ ທລຍ 2 ປະຈຳ 6 ​ເດືອນ​ທ້າຍ​ປີ 2014 ​ໃຫ້​ແກ່​ ທ່ານ ບຸນ​ເຮືອງ ດວງ​ພະຈັນ, ລັດຖະມົນຕີ​ປະ​ຈໍາ​ຫ້ອງ​ວ່າການ​ລັດຖະບານ, ຫົວໜ້າ ຄພທສ ​ເຊິ່ງມີ​​ເນື້ອ​ໃນ​ສຳຄັນ​ ດັ່ງ​ຕໍ່​ໄປ​ນີ້:

1.    ​ທລຍ ສາມາດ​ຈັດ​ຕັ້ງ​ປະຕິບັດບັນລຸ​ຈຸດປະສົງ ​ເປົ້າ​ໝາຍ ​ທີ່ທາງ​ທະນາຄານ​ໂລກ ​ໄດ້​ຕັ້ງ​ໄວ້;

2.    ​ເຫັນ​ໄດ້​ວ່າ​ ໂຄງການ​ທົດ​ລອງ ນຳ​ໃຊ້ການ​ພັດທະນາ​ທີ່​ຂັບ​ເຄື່ອນ​ໂດຍ​ຊຸມ​ຊົນ​ເອງ ທີ່​ກໍາລັງ​ດໍາ​ເນີນ​ຢູ່ 5 ​ເມືອງ ມີ​ຜົນ​ສໍາ​ເລັ​ດສູງ ​ເພາະ​ສາມາດ​ເຂົ້າ​ເຖິງຊຸມ​ຊົນຜູ້​ທຸກ​ຍາກ​ໄດ້​ໂດຍ​ແທ້​ຈິງ;

3.    ​ເພື່ອ​ເຮັດ​​ໃຫ້ມີ​ຄວາມ​ຍືນ​ຍົງ ​ໃນ​ການ​ພັດທະນາ ທລຍ ​ໄດ້ມອບ​ຄອວາ​ມ​ເປັນ​ເຈົ້າ​ການໃຫ້​ຊຸມ​ຊົນ​ເປັນ​ຜູ້​ຄຸ້ມ​ຄອງບໍລິຫານ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ ພ້ອມ​ດຽວ​ກັນ​ກໍ​ໄດ້ມອບຄວາມ​ເປັນ​ເຈົ້າ​ການ​ຂອງ​ອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນ ​​ເປັນ​ຜູ້​ຊີ້​ນຳໆ​ພາການ​ພັດທະນາ​ຢູ່​​ແຕ່ລະທ້ອງ​ຖີ່​ນຂອງ​ເຂົາ​ເຈົ້າ;

4.    ອິງ​ໃສ່​ການ​ປະ​ເມີນ​ໃນ​ໄລຍະ​ຜ່ານ​ມາ ​ຖື​ວ່າ​​ມີຫລາຍດ້ານ​ໄດ້​ຮັບ​ຜົນ​ສໍາ​ເລັດ ຜູ້​ໃຫ້​ທຶນ​ມີ​ຄວາມ​ເພິ່ງ​ພໍ​ໃຈຕໍ່​ການຈັດ​ຕັ້ງ​ປະຕິບັດວຽກ​ງານ ທລຍ 2, ​ແຕ່​​ເຖິງ​ແນວ​ໃດ​ກໍ​ຕາມ​ຜູ້​ໃຫ້​ທຶນ​ ຢາກ​ໃຫ້​​ເພີ່ມ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ ດ້ານ​ການຄຸ້ມ​ຄອງ​ບໍລິຫານເງິນ​ໂຄງການ​ຍ່ອຍ​ໃຫ້​ແກ່​ຊຸມ​ຊົນ ເພາະ​ວ່າ​ເປັນ​ພື້ນຖານ ​ເຮັດ​ໃຫ້ການ​ພັດ​ທະ​ນາ​ມີ​ຄວາມ​ຍືນ​ຍົງ;

5.    ເຫັນ​ໄດ້​ວ່າ 75 ​ເປີ​ເຊັນ​ຂອງ​ໂຄງການ​ຍ່ອຍ ​ໄດ​້ສໍາ​ເລັດ​ສໍາລັບ​ຮອບ​ວຽນ​ທີ 11;

6.    ສໍາລັບ​​ການຈັດ​ຕັ້ງ​ປະຕິບັດໂຄງການ​ຍ່ອຍຮອບ​ວຽນ​ທີ 9 ​ແລະ 10 ​ຍັງ​ບໍ່​ທັນ​ສໍາ​ເລັດ​ພຽງ 6 ​ໂຄງການ ​ແລະ ຈະ​ໃຫ້​ສໍາ​ເລັດ ​ໃນ​ເດືອນ​ເມສາ 2015

7.    ໃນ​ຮອບ​ວຽນ​ທີ 11 ມີ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ຈາກ ທລຍ 474,660 ຄົນ ​ໃນ​ນັ້ນ ​ເຄິ່ງໜຶ່ງ​ແມ່ນ​ແມ່ຍິງ, ສຳລັບຊົນ​ເຜົ່າ​ ກວາ​ມ​ເອົາ​ເຖິງ 68 ​ເປີ​ເຊັນ;

8.    ທະນາຄານ​ໂລກ ​ເຫັນ​ດີ​​ໃນ​ຫລັກການ ​ເພີ່ມທຶນ​ໃຫ້​ແກ່​ລັດຖະບານ ສປປ ລາວ ຈຳນວນ 30 ລ້ານ​ໂດ​ລາ​ສະຫະລັດ​ ເພື່ອ​ຂະຫຍາຍວຽກ​ງານ ທລຍ 2 ຈົນ​ຮອດ​ຮອບ​ວຽນ​ທີ 14 ຫລື ທ້າຍ​ປີ 2017 ທັງ​ນີ້​ເພື່ອປຸງ​ສິ່ງ​ອໍານວຍ​ຄວາມ​ສະດວກ​ດ້ານ​ພື້ນຖານ​ໂຄງ​ລ່າງ​ ຢູ່ໃນ 10 ​ແຂວງ​ເປົ້າ​ໝາຍ ຕື່ມ​ອີກ ຫຼື ຈະ​ສາມາດ​ສ້າງ​ໂຄງການຍ່ອຍ​ໄດ້ ປະມານ 650 ​ໂຄງການ.

​ເພື່ອ​ເຮັດ​ການ​ພົບ​ປະ ​ແລະ ​ລາຍ​ງານຜົນ​ຂອງ​ການກວດກາ ​ການຈັດ​ຕັ້ງ​ວຽກ​ງານ ທລຍ 2 ປະຈຳ 6 ​ເດືອນ​ທ້າຍ​ປີ 2014 ​ໃນ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ນັ້ນ ທ່ານ ບຸນ​ເຮືອງ ດວງ​ພະຈັນ, ລັດຖະມົນຕີ​ປະ​ຈໍາ​ຫ້ອງ​ວ່າການ​ລັດຖະບານ, ຫົວໜ້າ ຄພທສ ​ໄດ້​ມີ​ຄວາມ​ຄິດ​ຄວາມເຫັນຕໍ່​ການ​ມາລາ​ຍງານ​ໃນ​ຄັ້ງນີ້​ວ່າ:

ຂ້າພະເຈົ້າຕາງໜ້າໃຫ້ລັດຖະບານສປປ ລາວກໍ່ຄືປະຊາຊົນລາວບັນດາເຜົ່າຂໍສະແດງຄວາມຂອບໃຈແລະຮູ້ບຸນຄຸນມາຍັງບັນດາຜູ້ໃຫ້ທຶນຊຶ່ງມີທະນາຄານ ໂລກເປັນໃຈກາງທີ່ໄດ້ໃຫ້ການຊ່ວຍເຫຼືອໃນໄລຍະຜ່ານມາແລະຍັງສືບຕໍ່ໃຫ້ການຊ່ວຍເຫຼືອເປັນທຶນຈຳນວນ 25 ລ້ານໂດລາໃນໄລຍະທ້າຍຂອງທລຍII, ພິເສດແມ່ນຜູ້ໃຫ້ທຶນໄດ້ຕົກລົງໂດຍຫຼັກການທີ່ຈະສືບຕໍ່ທລຍIII.

 ເພື່ອຍົກສູງປະສິດທິຜົນຂອງທລຍໂດຍສະເພາະແມ່ນທລຍ III ຂຶ້ນໃຫ້ສູງກວ່າເກົ່າ, ຕອບສະ ໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງແຜນພັດທະນາເສດຖະກິດສັງຄົມກໍ່ຄືແຜນພັດທະນາ ຊົນນະບົດລຶບລ້າງຄວາມທຸກຍາກໄລຍະ 2016-2020 ໂດຍສະເພາະ ແມ່ນເປົ້າໝາຍການພັດທະນາ ຍືນຍົງທີ່ວ່າສູ້ຊົນລຶບລ້າງຄວາມທຸກຍາກໃນທຸກໆຮູບແບບ ແລະ ຢູ່ທຸກໆບ່ອນຂ້າພະເຈົ້າສະເໜີວ່າ:

-ພວກເຮົາຕ້ອງໄດ້ຮີບຮ້ອນຮ່າງແຜນທລຍIII ຂຶ້ນ, ຕາມຈິດໃຈຂອງຂ້າພະເຈົ້າແມ່ນຢາກໃຫ້ ສຳເລັດກ່ອນເດືອນພຶດສະພາ 2015 ເພື່ອຈະໄດ້ເອົາເຂົ້າຜ່ານກອງປະ ຊຸມລັດຖະບານ.

-    ສະເໜີຮ່ວມກັນຄົ້ນຄວ້າແລະ ຈັດສຳມະນາເຜີຍແຜ່ຜົນການຄົ້ນຄວ້າເປັນແຕ່ລະໄລຍະໃນປະ ເດັນຕ່າງໆທີ່ກ່ຽວຂ້ອງກັບທລຍກໍ່ຄືການແກ້ໄຂຄວາມທຸກຍາກເພື່ອສົ່ງເສີມຄວາມຮັບຮູ້ ເຂົ້າໃຈແລະ ການປະກອບສ່ວນຂອງສັງຄົມເຂົ້າໃນການຍູ້ແຮງການແກ້ໄຂຄວາມທຸກຍາກທີ່ ລັດຖະບານພວກເຮົາຖືວ່າເປັນພາລະກຳປະ ຫວັດສາດແລະເປັນໜ້າທີ່ຂອງທົ່ວສັງຄົມ.

ອີງໃສ່ຜົນສຳເລັດດັ່ງຂ້າງເທິງ, ຂ້າພະເຈົ້າຂໍຖືໂອກາດນີ້ແຈ້ງໃຫ້ບັນດາທ່ານຊາບວ່າ, ໃນປະຈຸ ບັນລັດຖະບານ ໄດ້ເຫັນດີໂດຍພື້ນຖານໃຫ້ນຳສະເໜີທລຍຮັບລາງວັນອາຊຽນດ້ານການພັດທະນາ ຊົນນະບົດ ແລະລຶບລ້າງຄວາມທຸກຍາກ; ພິທີຮັບລາງວັນຈະໄດ້ຈັດຂຶ້ນໃນໂອກາດກອງປະຊຸມລັດຖະມົນຕີພັດທະນາຊົນ ນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນທີ່ສປປລາວເປັນເຈົ້າພາບໃນປີ 2015 ແລະກໍ່ຖືໂອກາດນີ້ເຊີນທະນາຄານໂລກກໍ່ຄືຜູ້ໃຫ້ທຶນເຂົ້າເປັນເຈົ້າພາບ ຮ່ວມກັນ.

ອີກເທື່ອໜຶ່ງຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຄະນະຊ່ຽວຊານທະນາຄານໂລກ, ທິມງານທລຍທັງຢູ່ສູນກາງແລະທ້ອງຖິ່ນທີ່ໄດ້ເຮັດວຽກດ້ວຍຄວາມຮັບຜິດຊອບສູງຈັດຕັ້ງປະຕິບັດ ຕາມຄາດໝາຍສູ້ ຊົນຂອງລັດຖະບານ, ຍັງໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກອົງການປົກຄອງທ້ອງຖິ່ນແລະປະຊາຊົນບັນ ດາບ້ານເປົ້າໝາຍເປັນຢ່າງດີ