ເມືອງນໍ້າບາກ ແຂວງຫລວງພະບາງ ໄດ້ຮັບທືນ ຈາກ ທລຍ 812.265.433 ກີບ

Posting Date: 
11 Mar 2016

 ​ເມືອງ​ນໍ້າ​ບາກ ​ແຂວງ​ຫລວງ​ພະ​ບາງ ໄດ້ຮັບທືນ

ຈາກ ທລຍ 812.265.433 ກີບ

-------------------

ໂດຍ: ພູທອນ ພົມມະພາວັນ

           ​ເມືອງ​ນໍ້າເມຶ​ອງນໍ້າ​ບາກ ​ແມ່ນ​​ເມືອງ​ທຸກ​ຍາກ ຂອງແຂວງ​ຫລວງ​ພະ​ບາງ ​ ​ແລະ ​ເປັນ​ເມືອງເປົ້າ​ໝາຍ​ທີ່ ທລຍ ​ໃຫ້ການ​ຊ່ວຍ​ເຫຼືອ ​​ເລີ້ມ​ແຕ່​ປີ 2010-2011. ຫລາຍ​ບ້ານ ​ແລະ ກຸ່ມ​ບ້ານ ຍັງ​ຂາດ​ເສັ້ນທາງ​ເຂົ້າ​ເຖິງ​ໄດ້ 2 ລະດູ ​ໂດຍ​ສະ​ເພາະ​ແມ່ນ ​ເສັ້ນທາງ​ລະຫວ່າງ​ບ້ານ ພາຍ​ໃນ​ກຸ່ມ ​ແລະ ​ເສັ້ນທາງ​ແຕ່​ກຸ່ມ ຫາ​ເມືອງ, ດັ່ງ​ນັ້ນ ​ສົກ​ປີ 2014-2015 ຮອບ​ວຽນ​ທີ່ 12 ນີ້ ​​ເມືອງ​ນໍ້າ​ບາກໄດ້​ຮັບ​ທຶນ​ສະ​ໜັບບ​ສະ​ໜູ​ນການ​ກໍ່ສ້າງ​ເສັ້ນທາງ ຈາກ ທລຍ ຫລາຍ​ກວ່າ​​ໂຄງການ​ຍ່ອຍ​ອຶ່ນໆດ ​ໃນ​ນັ້ນຈໍານວນທັງ​ໝົດທີ່ ​ເມືອງ​ນໍ້າ​ບາກ​ໄດ້​ຮັບ​ແມ່ນ  6 ​ໂຄງການ​ຍ່ອຍ ຊຶ່ງ​ປະກອບ​ດ້ວຍ: ການກໍ່ສ້າງເສັ້ນທາງ 4 ເສັ້ນຄື: ເສັ້ນທາງບ້ານລີ່ ແລະ ເສັ້ນທາງບ້ານດອນຄຳ,  ເສັ້ນຢູ່ບ້ານດ່ວນໃຕ້ ແລະ ສ້າງເສັ້ນທາງບ້ານລ້ອງຈົກ, ​ໂຄງການ​ສ້ອມ​ແປງນ້ຳລິນຢູ່ບ້ານຂັນເທິງ, ກຸ່ມຊົງຈາປະກອບມີ 1 ໂຄງການ ​ແລະ ໂຄງການ ​ແມ່ນ​ການ​ກໍ່ສ້າງ​ໂຮງຮຽນ​ປະຖົມ 3 ຫ້ອງ ຢູ່ບ້ານໜອງເໝືອ 1 ​ໂຄງການ. ຊຶ່ງ​ລວມມີຜູ້​ໄດ້​ຮັບຜົນປະ​ ໂຫຍ​ດທັງ​ໝົດ 2.456.ຄົນ, ຍິງ 1,212 ຄົນ.

 

         ສໍາລັບ​ຄວາມ​ຄືບ​ໜ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການນັ້ນ 5 ​ໂຄງການ​ທີ່​ໄດ້​ເລີ້ມ​​​ລົງມືຈັດຕັ້ງປະຕິບັດ​​​ແຕ່ເດືອນ 07/2015 ​ໄດ້​ສຳເລັດໃນເດືອນ 10/2015     ພອ້ມທັງໄດ້ຮັບການກວດກາ 100%  ແລະ ມອບຮັບຢ່າງເປັນທາງການ​ໃຫ້​ແກ່​ຊຸມ​ຊົນຄຸ້ມ​ຄອ​ງ​ນໍາ​ໃຊ້​ເປັນ​ປົກກະຕິແລ້ວ. ສໍາ​ລັບ​ມູນ​ຄ່າ​ໃນ​ການ​ກໍ່ສ້າງ​ ແລະ ສ້ອມ​ແປງ ທັງ​ໝົດ​ແມ່ນ   812.265.433 ກີບ.   

ສ່ວນອີກ 1 ໂຄງການ​ກໍ່ສ້າງ​ໂຮງຮຽນ​ປະຖົມ 3 ຫ້ອງ ຢູ່ບ້ານໜອງເໝືອ ຊຶ່ງເປັນໂຄງການທົດລອງໃນຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ ຫລື ເອີ້ນວ່າ ( CDD ) ​ແມ່ນກຳລັງຈັດຕັ້ງປະຕິບັດ ຄາດວ່າຈະສຳເລັດ ໃນໄວໆນີ້.

Attachment: