ແມ່ຍິງເຂດຊົນນະບົດມີຄວາມເຂັ້ມແຂງໃນຂະບວນການແກ້ໄຂຄວາມທຸກຍາກ

Posting Date: 
02 Feb 2018

 

ແມ່ຍິງເຂດຊົນນະບົດມີຄວາມເຂັ້ມແຂງໃນຂະບວນການແກ້ໄຂຄວາມທຸກຍາກ

 

ໂດຍ: ທລຍ

ໃນປະຈຸບັນ ແມ່ຍິງໃນຂັ້ນຊຸມຊົນທັງໝົດມີ 1,791 ທ່ານ ທີ່ກຳລັງເຮັດໜ້າທີ່ເປັນຜູ້ອຳນວຍຄວາມສະດວກ, ຕິດຕາມຊຸກຍູ້, ຊ່ວຍເຫລືອ, ຄຸ້ມຄອງບໍລິຫານ ໃນຂະບວນການຈັດຕັ້ງປະຕິບັດວຽກງານພັດທະນາ ແລະ ແກ້ໄຂຄວາມທຸກຍາກໃນຊຸມຊົນເຂົາເຈົ້າເອງ ຢູ່ 263 ກຸ່ມ, 43 ເມືອງໃນ 10 ແຂວງ ທີ່ ກອງທືນຫລຸດຜ່ອນຄວາມທຸກຍາກ (ທລຍ) ຈັດຕັ້ງປະຕິບັດຢູ່. ຈໍານວນແມ່ຍິງດັ່ງກ່າວ ໄດ້ເຮັດໜ້າທີຂອງຕົນໄປຄຽງຄູ່ກັບການສະໜັນສະໜູນ ຂອງພະນັກງານ ທລຍ ພາກສະໜາມ. ໃນຈຳນວນແມ່ຍິງທີ່ກ່າວມານັ້ນ ແມ່ນຜູ້ທີ່ໄດ້ຮັບການຄັດເລືອກແບບມີສ່ວນຮ່ວມໃນຊຸມຊົນເຂົາເຈົ້າເອງເພື່ອປະກອບເຂົ້າໃນແຕ່ລະຄະນະ. ໃນນັ້ນມີຜູ້ປະສານງານກຸ່ມບ້ານຍິງ ທັງໝົດ 431 ທ່ານ ຫລື 56% ຂອງຈໍານວນທີ່ມີທັງໝົດ ແລະ ແມ່ຍິງໃນຄະນະບໍລິຫານຄຸ້ມຄອງກຸ່ມຊ່ວຍເຫລືອເຊິ່ງກັນ ແລະ ກັນ ມີຈຳນວນທັງໝົດ 1,360 ທ່ານ ຫລື 85% ຂອງຄະນະທີ່ມີທັງໝົດ. ເພື່ອສະໜັບສະໜູນ ແລະ ມອບສິດໃຫ້ແກ່ເຂົາເຈົ້າໃນການຈັດຕັ້ງປະຕິບັດວຽກງານພັດທະນາຢູ່ໃນຂັ້ນຊຸມຊົນເຂົາເຈົ້າເອງ, ໃນແຕ່ລະປີ ທລຍ ໄດ້ເຊີນໃຫ້ແຕ່ລະຄະນະເຂົ້າຮ່ວມກອງປະຊຸມ ແລະ ຝຶກອົບຮົມ ເພື່ອທົບທວນຄວາມອາດສາມາດ ແລະ ຝຶກອົບຮົມຄືນໃຫ້ແຕ່ລະດ້ານ ໂດຍອີງຕາມຮອບວຽນໂຄງການ ແລະ ໜ້າທີ່ຮັບຜິດຊອບຂອງເຂົາເຈົ້າ.

 

ສຳລັບຜູ້ປະສານງານກຸ່ມບ້ານ ແມ່ນໄດ້ຮັບການຝຶກອົບຮົມຢ່າງໜ້ອຍ 4 ຄັງຕໍ່ປີ ເພື່ອເພີ່ມທັກສະຕາມພາລະບົດບາດຂອງເຂົາເຈົ້າຄື: ອຳນວຍຄວາມສະດວກ, ຈັດກອງປະຊຸມ ແລະ ຝຶກອົບຮົມ ເພື່ອເພີ່ມຄວາມຮູ້ ແລະ ຄວາມສາມາດໃຫ້ແກ່ຊຸມຊົນໃນການວາງແຜນ ແລະ ທົບທວນແຜນພັດທະນາບ້ານ; ຕິດຕາມ ແລະ ຊຸກຍູ້ຂະບວນການຈັດຕັ້ງປະຕິບັດໂຄງການຍ່ອຍ ທີ່ໄດ້ຮັບການສະໜັບສະໜູນຈາກ ທລຍ; ສ້າງ​ເງື່ອນ​ໄຂ​ສະ​ເພາະ​ໃຫ້​ແກ່ແມ່ຍິງ​ມີສ່ວນຮ່ວມໃນ​ຂະບວນ​ການ​ຕັດສິນ​ໃຈ​ຕ່າງໆ; ສະໜັບສະໜູນ​ໃຫ້ແມ່ຍິງກ້າ​ຄິດ ​ກ້າ​ຕັດສິນ​ໃຈ​ໃນ​ສິ່ງ​ທີ່​ຕົນ​ເອງ​ຕ້ອງການ; ຊຸກຍູ້ຄວາມເປັນເຈົ້າການຂອງຊຸມຊົນໃນການກວດສອບທາງສັງຄົມຂັ້ນບ້ານ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ ໃນໄລຍະຈັດຕັ້ງປະຕິບັດໂຄງການຍ່ອຍ;

 

ສ່ວນຄະນະບໍລິຫານຄຸ້ມຄອງກຸ່ມຊ່ວຍເຫລືອຊຶ່ງກັນ ແລະ ກັນ (ກຊກ) ໃນກິດຈະກຳປັບປຸງຊິວິດການເປັນຢູ່ ເຊື່ອມສານໂພຊະນາການນັ້ນ ແມ່ນເຮັດໜ້າທີ່ໃນການຄຸ້ມຄອງບໍລິຫານ ກຊກ ກ່ຽວກັບການທ້ອນເງິນ, ການກູ້ຢືມເງິນ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດກິດຈະກຳສ້າງລາຍຮັບ ທີ່ສຳຄັນແມ່ນເຮັດໜ້າທີ່ຊຸກຍູ້ການຈັດກອງປະຊຸມຂອງສະມາຊິກກຸ່ມຢ່າງປົກກະຕິ ປະມານ 2 ຄັ້ງຕໍ່ເດືອນ ເພື່ອປຶກສາຫາລືຽວກັບບັນຫາທີ່ພົບ ແລະ ແລກປ່ຽນບົດຮຽນ ທີ່ຕິດພັນກັບການຈັດຕັ້ງປະຕິບັດກິດຈະກໍາສ້າງລາຍຮັບ ແລະ ສະພາບການດຳລົງຊີວິດຢູ່ໃນຄອບຄົວຂອງສະມາຊິກ ກຊກ ເຊັ່ນ: ການປູກຝັງລ້ຽງສັດ, ການສຶກສາຂອງລູກ, ໂພຊະນາການ, ການຮັກສາສຸະພາບ ແລະ ສຸຂະອະນາໄມ, ການຜະລິດເປັນສິນຄ້າ, ການພັດທະນາບ້ານ ແລະ ອື່ນໆ.

 

ປະສົບການທີ່ໄດ້ຈາກການຈັດຕັ້ງປະຕິບັດໂຕຈິງຂອງທັງສອງຄະນະ ໄດ້ຊ່ວຍຍົກສູງບົດບາດຂອງເຂົາເຈົ້າໃນສັງຄົມ ແລະ ເປັນທີ່ນັບຖືຂອງປະຊາຊົນພາຍໃນບ້ານ, ນອກຈາກນັ້ນ ເຂົາເຈົ້າຍັງໄດ້ຮັບໂອກາດ ເຂົ້າຮັບການຄັດເລືອກເຂົ້າເປັນຄະນະຈັດຕັ້ງຕ່າງໆຂັ້ນບ້ານເຊັ່ນ ນາຍບ້ານ, ຮອງນາຍບ້ານ, ຄະນະສະຫະພັນຍິງ. ກໍລິນີມີໂຄງການອື່ນເຂົ້າມາໃນບ້ານ ເຂົາເຈົ້າຈະໄດ້ຮັບບູລິມະສິດທຳອິດ ເພື່ອເຂົ້າຮັບການຄັດເລືອກເປັນຜູ້ປະສານງານ ຫຼື ຄະນະອື່ນໆຂອງໂຄງການ. ຈາກການຊ່ວຍເຫລືອຊຸມຊົນກັນເອງຂອງ​ເຂົາ​ເຈົ້າ ໄດ້​ເຮັດໃຫ້ ປະຊາຊົນຄົນອື່ນໆພາຍໃນບ້ານ ແລະ ຄອບຄົວຂອງຕົນເອງ ມີຊີວິດການເປັນຢູ່ທີ່ດີຂຶ້ນເປັນກ້າວໆ.

 


Attachment: