ໂຄງການຍ່ອຍຕ່າງໆທີ່ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານລາວ ມີຄຸນນະພາບ ແລະ ຜົນປະໂຫຍດແກ່ຊຸມຊົນເຂດຫ່າງໄກສອກຫລີກທີ່ສຸດ

Posting Date: 
20 Feb 2015

ໂຄງການ​ຍ່ອຍ​ຕ່າງໆ​ທີ່​ໄດ້​ຮັບທຶນສະໜັບສະໜູນ​ຈາກລັດຖະບານລາວ

ມີ​ຄຸນ​ນະພາ​ບ ​ແລະ ຜົນ​ປະ​ໂຫຍ​ດ​ແກ່​ຊຸມ​ຊົນ​ເຂດ​ຫ່າງ​ໄກ​ສອກຫລີກ​ທີ່​ສຸດ

 

                           ໂດຍ : ​ແສງ​ອາ​ລຸນ ພິລາ​ຈັນ

ກອງທຶນຫລຸດຜ່ອນຄວາມທຸກຍາກ(ທລຍ) ໄດ້ຖືກສ້າງຕັ້ງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 073/ນຍລົງວັນທີ 31 ພຶດສະພາ 2002 ເພື່ອສະໜັບສະໜູນນຶ່ງໃນບັນດາເປົ້າໝາຍທີ່ສຳຄັນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລະນະໂຍບາຍຂອງລັດຖະບານໃນການລຶບລ້າງຄວາມ ທຸກຍາກປີ​ໃຫ້​ໄດ້​ໃນ​ປີ 2015 ​ໂດຍ​ພື້ນຖານແລະນຳພາປະເທດຊາດໃຫ້ຫລຸດພົ້ນອອກຈາກສະພາບດ້ອຍພັດທະ ນາໃນປີ 2020.

ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ເປັນຜູ້ສະໜອງປັດໃຈເພື່ອພັດທະນາກຸມ່ບ້ານເປົ້າໝາຍທີ່ນອນຢູ່ໃນບັນດາເມືອງທີ່ທຸກຍາກໂດຍຜ່ານຂະບວນ ການຕັດສິນໃຈແບບມີສ່ວນຮ່ວມທີ່ຫ້າວຫັນຂອງຊຸມຊົນ, ສ້າງຂີດຄວາມສາມາດເພື່ອມອບສິດໃຫ້ຊາວບ້ານທຸກຍາກເປັນຜູ້ວາງແຜນ, ຈັດຕັ້ງປະຕິບັດແລະຄຸ້ມຄອງ ທຸກການລົງທຶນຢູ່ໃນກຸ່ມບ້ານດ້ວຍຕົນເອງຕາມຮູບແບບການແບ່ງຂັ້ນຄຸ້ມຄອງແລະຄວາມໂປ່ງໃສເປັນຫລັກ, ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ, ສະໜັບສະ ໜູນຂະບວນການຕັດສິນໃຈແລະການແກ້ໄຂຂໍ້ຂັດແຍ່ງແບບມີສ່ວນຮ່ວມຕັ້ງແຕ່ຂັ້ນບ້ານ, ກຸ່ມບ້ານແລະເມືອງໂດຍໃຫ້ມີສ່ວນຮ່ວມຢ່າງກ້ວາງຂວາງ ຂອງຊາວບ້ານ, ເພດຍິງແລະຊົນເຜົ່າສ່ວນນ້ອຍ, ຊ່ວຍເຫລືອຊາວບ້ານໃນການພັດທະນາໂຄງລ່າງຂະໜາດນ້ອຍແລະໃຫ້ເຂົາເຈົ້າໄດ້ຮັບການບໍລິການດ້ານຕ່າງໆ ຕາມຄວາມຈຳເປັນແລະເໝາະສົມ, ທັງ​ເປັນ​ການ​ຜັນ​ຂະຫຍາຍ​ວຽກ​ງານ 3 ສ້າງ ​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ​ຂັ້ນ​ບ້ານ, ​ເປັນ​ການ​ປະກອບສ່ວນ​ເຮັດ​ໃຫ້​ບ້ານ​ທຸກ​ຍາກ​ໄດ້ ພົ້ນ​ຄວາມທຸກ​ຍາກ ກາຍ​ເປັນ​ບ້ານ​ພັດທະນາ​ໃນ​ອະນາຄົດ.

ດ້ວຍຜົນງານທີ່ເຫັນເປັນຮູບປະທຳທີ່ທລຍໄດ້ຈັດຕັ້ງປະຕິບັດຜ່ານມານັ້ນແລະຄວາມໄວ້ວາງໃຈຂອງລັດຖະບານກໍ່ຄືຜູ້ໃຫ້ທຶນຈຶ່ງໄດ້ສຶບຕໍ່ໃຫ້ທຶນແກ່ທລຍໃນການສຶບຕໍ່ຈັດຕັ້ງປະຕິບັດທລຍ 2 ເຊິ່ງນັບແຕ່ປີ (2011-2016) ໃນນັ້ນໄດ້ປະກອບມີຜູ້ໃຫ້ທຶນຫລາຍພາກສ່ວນໃຫ້ການສະໜອງທຶນໃນໂຄງການໄລຍະ 2 ນີ້ເຊິ່ງມີມູນຄ່າທັງໝົດປະມານ 68,3 ລ້ານ​ ​ໂດລາສະຫະລັດໂດຍປະກອບມີ:

1)    ທະນາຄານໂລກຈຳນວນ 25 ລ້ານໂດລາສະຫະລັດ

2)    ອົງການພັດທະນາຂອງປະເທດສະວິດເຊີແລນ 13,2 ລ້ານໂດລາສະຫະລັດ

3)    ອົງການອົດສເອດ, ປະເທດອົດສຕາລີ 17,5 ລ້ານໂດລາສະຫະລັດ

4)    ກອງທຶນພັດທະນາສັງຄົມປະເທດຍີ່ປຸ່ນ 2,6 ລ້ານໂດລາສະຫະລັດ

ນອກຈາກ​ການ​ຊ່ວຍ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ແລ້ວ ລັດຖະບານ​ລາວ​ເຮົາ​ຍັງ​ໄດ້​ປະກອບສ່ວນທຶນຮອນ 10 ລ້ານໂດລາສະຫະລັດ ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ລັດຖະບານ​ລາວ​ເຮົາ​ໄດ້​ເອົາ​ໃຈ​ໃສ່ ​ແລະ ​ໃຫ້​ຄວາມ​ສໍາຄັນ​ຕໍ່​ກັບ​ວຽກ​ງານ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ທີ່​ໄດ້​ປະກອບສ່ວນ​ທຶນຮອນ​ຈໍານວນ​ມະຫາສານ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ ທລຍ.​ເຊິ່ງມາ​ຮອດ​ປະຈຸ​ບັນ​ໄດ້​ມີ​ໂຄງການ​ຍ່ອຍ​ພາຍ​ໃຕ້​ທຶນ​ຊ່ວຍ​ເຫລືອ​ຂອງ​ລັດຖະບານ​ລາວ​ເຮົາ​ໄດ້​ຖືກ​ຈັດ​ຕັ້ງ​ປະຕິບັ​ດທັງ​ໝົດ 223 ​ໂຄງການ ​ໂດຍ​ນໍາ​ໃຊ້​ທຶນທັງ​ໝົດ​ກວ່າ 48 ​ຕື້​ກີບ ​ແລະ ​ໄດ້​ມີ​ການ​ປະສານ​ສົບ​ທົບ ​ແລະ ຮ່ວມ​ມື​ລະຫວ່າງ ທລຍ ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ, ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ມີ​ການ​ຕິດຕາມ-ປະ​ເມີນ​ຜົນ​ຈາກ​ກະຊວງ​ທີ່​ກ່ຽວຂ້ອງ ​ແລະ ອໍານາດ​ການ​ປົກຄອງ​ຢ່າງ​ໃກ້ຊິດ.

ຄັ້ງ​ຫລ້າ​ສຸດ ​ໃນ​ລະຫວ່າງ​ວັນ​ທີ 5 ຫາ 18 ມັງກອນ 2015, ທລຍ ​ໄດ້​ປະສານ​ສົມທົບ​ກັບ​ຕົວ​ແທນ​ຈາກ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ສະພາ​ແຫ່ງ​ຊາດ, ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຊຽງ​ຂວາງ, ​ແຂວງຫົວພັນ, ​ແລະ ​ແຂວງ​ຫລວງ​ນໍ້າ​ທາ ຮ່ວມ​ກັນ​ບັນດາ​ຫ້ງການ​ເມືອງ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ ​​ເພື່ອ​ກວດກາ-ປະ​ເມີນ​ຜົນ​ບັນດາ​ໂຄງການ​ຍ່ອຍ​ພາຍ​ໃຕ້​ທຶນຊ່ວຍ​ເຫລືອ​ຂອງ​ລັດຖະບານ​ລາວ​ ທີ່​ຈັດ​ຕັ້ງ​ປະຕິບັດ​ສໍາ​ເລັດ ​ເຊິ່ງ​ເຫັນ​ວ່າ​ຜົນ​ການ​ຕິດຕາມ ທຸກ​ພາກສ່ວນ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ມາດຖານ ​ແລະ ຄຸ​ນນະພາ​ບການ​ກໍ່ສ້າງ​ໂຄງການ​ຕ່າງໆ​ເຫລົ່າ​ນັ້ນ ​ແລະ ​ເປັນ​ໂຄງການ​ຕົວ​ແບບ​ທີ່​ສາມາດ​ປຸກລະດົມ​ໃຫ້​ພໍ່​ແມ່​ປະຊາຊົນ​ເປັນ​ເຈົ້າ​ການ​ໃນ​ການ​ເຂົ້າ​ຮ່ວມ​ພັດທະນາ​ທ້ອງ​ຖິ່ນ​ຂອງ​ຕົນ​ຢ່າງ​ຕັ້ງໜ້າ​ເຊັ່ນ: ການ​ປະກອບສ່ວນ​ດ້ານ​ແຮງ​ງານ, ວັດຖຸ​ທ້ອງ​ຖິ່ນ.... ​ສິ່ງ​ທີ່​ສໍາຄັນໂຄງການ​ເຫລົ່າ​ນັ້ນ ​ໄດ້​ຕັ້ງ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ. ສະ​ນັ້ນ ​ໂຄງການ ທລຍ ຈຶ່ງ​ກາຍ​ເປັນ​ເຄື່ອງມື​ອັນ​ສໍາຄັນ​ຂອງ​ພັກ-ລັດ​ເຮົາ ​ເພື່ອ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ທີ່​ອາ​ໃສ​ຢູ່​ເຂດ​ທຸກ​ຍາກ​ທີ່​ສຸດ​ຂອງ​ປະ​ເທດ ທັງ​ເປັນ​ການ​ສົ່ງ​ເສີມ​ບົດບາດ​ຍິງ -ຊາຍ, ສົ່ງ​ເສີມ​ສິດສະ​ເໝີ​ພາບ ລະຫວ່າງ​ຍິງ-ຊາຍ, ​ເຮັດ​ໃຫ້​ເດັກນ້ອຍ​ໃນ​ໄວ​ຮຽນ​ໄດ້​ເຂົ້າ​ເຖິງ​ການ​ສຶກສາ, ການ​ຮັກສາ​ສຸຂະພາບ, ​ເຂົ້າ​ເຖິງ​ແຫ​ລ່ງນໍ້າ.... ​ໂດຍ​ສະ​ເພາະ ທລຍ ສັງ​ເກດ​ເຫັນ​ວ່າ ​ໂຄງການ​ຍ່ອຍ​ພາຍ​ໃຕ້​ທຶນ​ຊ່ວຍ​ເຫລືອ​ຂອງ​ລັດຖະບານ​ລາວ​ ມັນ​ໄດ້​ເຮັດ​ໃຫ້​ທຸກ​ຊັ້ນ​ຄົນ​ໃນ​ສັງຄົມ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນໍາພາ​ຂອງ​ພັກ-ລັດ​ເຮົາ​ຫລາຍ​ຂຶ້ນ​ກວ່າ​ເກົ່າ.         

                        ທ່ານ ອຳໄພ ຫຼ້າດວງພັນ  ຮອງ​ຫົວໜ້າ​ກົມ​ບັນດາ​ເຜົ່າ, ຄະນະ​ກໍາມາທິການ​ບັນດາ​ເຜົ່າ​ສະພາ​ແຫ່ງ​ຊາດ ​ໄດ້ຕາງໜ້າ​ໃຫ້​ຄະນະ​ຕິດຕາມ ​ແລະ ກວດກາ​ໂຄງການ​ຍ່ອຍ​ໃນ​ເທື່ອ​ນີ້ ​ໄດ້​ສະຫລຸບ​ຕີ​ລາຄາ​ວ່າ: “ ປະຊາຊົນ​ສ່ວນ​ໃຫຍ່​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ​ມີ​ຄວາມເປັນ​ເຈົ້າ​ການສູງ​ຕໍ່​ກັບ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ ​ເຊິ່ງ​ເຮັດ​ໃຫ້ການ​ກໍ່ສ້າງ​ໂຄງການ​ຕ່າງໆມີ​ຄຸນ​ນະພາ​ບ ​ແລະ ມີ​ຜົນ​ປະ​ໂຫຍ​ດຫລາຍ​ໃຫ້​ແກ່​ປະຊາຊົນ​ບັນດາ​ເຜົ່າ​ເຂດ​ຫ່າງ​ໄກ​ສອກຫລີກ ພ້ອມ​ດຽວ​ກັນ​ນັ້ນ ສິ່ງ​ກໍ່ສ້າງ​ເຫລົ່າ​ນັ້ນ ກໍ​ໄດ້​ຖືກ​ນໍາ​ໃຊ້​ຢ່າງ​ກຸ້ມ​ຄ່າ​ ດ້ວຍ​ການ​ສ້າງ​ຕັ້ງ​ກອງ​ທຶນ​ປົກ​ປັກ​ຮັກສາ ​ແລະ ບູລະນະສ້ອມ​ແປງ ດ້ວຍ​ຄວາມ​ສະໝັກ​ໃຈ​ຂອງ​ຊຸມ​ຊົນ”.