ປະກາດຮັບສະຫມັກພະນັກງານຈັດຊື້-ຈັດຈ້າງ ທລຍ ແຂວງ ຈຳນວນ 08 ຕໍາແໜ່ງ(ຊຽງຂວາງ, ຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ຜົ້ງສາລີ, ສາລະວັນ, ເຊກອງ ແລະ ອັດຕະປື)

Country: 
Lao PDR
Project: 
ກອງທືນຫລຸດຜ່ອນຄວາມທຸກຍາກ
Position Description: 
ພະນັກງານຈັດຊື້-ຈັດຈ້າງ ຂັ້ນແຂວງ
Grant No.: 
H685-LA
Project No.: 
P123480
Date of Issue: 
Wednesday, December 21, 2016
Closing Date: 
Saturday, December 31, 2016

ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ຊຶ່ງເປັນໂຄງການພາຍໃຕ້ທຶນຈາກທະນາຄານໂລກ, ອົງການຮ່ວມມືດ້ານການພັດທະນາຂອງປະເທດສະວິດເຊີແລນ ແລະ ລັດຖະບານລາວ ເພື່ອສະໜອງພຶ້ນຖານໂຄງລ່າງຂະໜາດນ້ອຍ ແລະ ສ້າງຄວາມເຂັ້ມແຂງ ໃຫ້ປະຊາຊົນຢູ່ກຸ່ມບ້ານທີ່ທຸກຍາກ. ປະຈຸບັນ ທລຍ ໄດ້ຮັບການສືບຕໍ່ໂຄງການໄລຍະທີ III (2017-2020). ສະນັ້ນ, ຈຶ່ງມີຄວາມຕ້ອງການ ພະນັກງານ ຈັດຊື້ຈັດຈ້າງ ທລຍ ແຂວງ 08 ຕໍາແໜ່ງ ເພື່ອປະຈໍາ ແຂວງ ຊຽງຂວາງ, ຫລວງນໍ້າທາ, ອຸດົມໄຊ, ຫລວງພະບາງ, ຜົ້ງສາລີ, ສາລະວັນ, ເຊກອງ ແລະ ອັດຕະປື (ແຂວງລະ 01 ຕຳແໜ່ງ)

 v  ຄວາມຮຸູ້ ແລະ ປະສົບການຂອງຜູ້ສະໝັກ:

1.   ຈັດຊື້ຈັດຈ້າງ ທລຍ ແຂວງ (08 ຕໍາແໜ່ງ).

  • ຕ້ອງຈົບວິຊາສະເພາະດ້ານວິສະວະກຳ, ບໍລິຫານທຸລະກິດ ຫລື ຂະແໜ່ງການອື່ນໆທີ່ກ່ຽວຂ້ອງ
  • ມີປະສົບການດ້ານການເປັນຄູຝຶກ ແລະ ຜູ້ອຳນວຍຄວາມສະດວກ ແກ່ຊຸມຊົນ ທີ່ຢູ່ຫ່າງໄກສອກຫລີກ ຢ່າງໜ້ອຍ 5 ປີ ແລະ ເຄີຍເຮັດວຽກກັບອົງການຈັດຕັ້ງພາຍໃນປະເທດ ຫລື ອົງການຈັດຕັ້ງສາກົນອື່ນໆ
  • ມີປະສົບການໃນການຝຶກອົບຮົມ ກ່ຽວກັບວຽກງານຈັດຊື້-ຈັດຈ້າງ ໃຫ້ແກ່ຊຸມຊົນ
  • ຮູ້ຈັກ ແລະ ຄຸ້ນເຄີຍກັບການດຳເນີນການເຮັດວຽກ ຂອງອຳນາກການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງສາກົນ
  • ມີປະສົບການ ແລະ ມີຄວາມຮູ້ ກ່ຽວກັບລະບຽບ, ຫລັກການ ແລະ ຂັ້ນຕອນ ການດຳເນີນການຈັດຊື້-ຈັດຈ້າງ ຂອງລັດຖະບານ ແລະ ຂອງທະນາຄານໂລກ
  • ສາມາດນຳໃຊ້ຄອມພິວເຕີໄດ້ດີ ເປັນຕົ້ນແມ່ນ MS Office
  • ສາມາດນຳໃຊ້ພາສາລາວ ແລະ ພາສາອັງກິດໄດ້ດີ ເປັນຕົ້ນແມ່ນ (ການຂຽນ, ການກວດແກ້, ການເຮັດບົດລາຍງານ ແລະ ການເວົ້າ)
  • ເປັນຄົນທີ່ມີຄຸນນະທຳ, ຄວາມຊື່ສັດ
  • ສາມາດເຮັດວຽກໄດ້ດ້ວຍໂຕເອງ ແລະ ສາມາດແກ້ໄຂບັນຫາໄດ້ດີ
  • ມີການສືສານ ແລະ ມະນຸດສຳພັນດີ, ມີການເຮັດວຽກເປັນທີມທີ່ເຂັ້ມແຂງ, ສາມາດສ້າງຄວາມເຂັ້ມແຂງ ໃຫ້ກັບທີມ ງານໄດ້
  • ມີປະສົບການ ແລະ ສາມາດເດີນທາງໄປເຮັດວຽກຢູ່ຂັ້ນເມືອງ ແລະ ຢູ່ບ້ານ ທີ່ຫ່າງໄກສອກຫລີກໄດ້ເປັນໄລຍະເວລາທີ່ ດົນໄດ້

ໝາຍເຫດ: ຫ້ອງການ ທລຍສະໜັບສະໜູນໃຫ້ແມ່ຍິງຜູ້ທີ່ມີຄວາມຮູ້ຄວາມສາມາດເໝາະສົມສະໝັກ ແລະ ຖ້າເປັນຜູ້ຍິງ ໂດຍສະເພາະແມ່ນຊົນເຜົ່າ  ແລະ ເຄີຍເຮັດວຽກກ່ຽວກັບການພັດທະນາ ຊົນນະບົດມາກ່ອນ ຈະໄດ້ຮັບການພິຈາລະນາເປັນກໍລະນີພິເສດ.

ສຳລັບທ່ານທີ່ສົນໃຈ ຈະສະໝັກ ສາມາດພົວພັນ ແລະ ສອບຖາມກ່ຽວກັບໜ້າວຽກລະອຽດ ແລະ ຍື່ນເອກະ ສານສະໝັກ (ໃບຄຳຮ້ອງສະໝັກງານ, ຊີວະປະຫວັດລະບຸລາຍລະອຽດຂອງການເຮັດວຽກໃນແຕ່ລະໄລຍະ, ສຳເນົາໃບຂັບຂີ່, ໃບຜ່ານງານ, ສຳເນົາບັດປະຈຳ ຕົວ ຫລື ປື້ມສຳມະໂນຄົວ) ພ້ອມດວ້ຍຮູບຖ່າຍຂະໜາດ 3x4 (01 ໃບ) ໄປຫາຫ້ອງການ ທລຍ ສູນກາງ ຊຶ່ງຕັ້ງຢູ່ຫ້ອງການລັດຖະບານ (ສຳນັກງານນາຍົກລັດຖະມົນຕີ), ນະຄອນຫລວງວຽງຈັນ (ຕິດຕໍ່ ທ່ານ ນາງ ປ່ຽງເງິນ ໄຊສົງຄາມ ແລະ ນາງ ເຂັມພອນ ມະນີເພັດ ໂທລະສັບ 021 261479-80, ແຟັກ 021 261 481, Email: piengngeune@prflaos.org,khemphone@prflaos.org

 

ວັນທີປິດຮັບສະໝັກ 31 ທັນວາ 2016.

(ເອກະສານສະໝັກທຸກຢ່າງ ຈະບໍ່ອະນຸຍາດໃຫ້ຖອນຄືນ)