ປະກາດຮັບສະຫມັກ ຜູ້ປະສານງານໂຄງການ ຂັ້ນແຂວງ (ຜົ້ງສາລີ)

Country: 
Lao PDR
Project: 
ກອງທືນຫລຸດຜ່ອນຄວາມທຸກຍາກ
Position Description: 
ຜູ້ປະສານງານໂຄງການ ຂັ້ນແຂວງ (ຜົ້ງສາລີ)
Grant No.: 
H685-LA
Project No.: 
P 123480
Date of Issue: 
Tuesday, May 17, 2016
Closing Date: 
Tuesday, May 31, 2016

ກອງ​ທຶນ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ເປັນ​ໂຄງ​ການ​ໜຶ່ງ​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ ກໍ່​ຄື​ຄະ​ນະ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງຄວາມ​ທຸກ​ຍາກ​ຂັ້ນ​ສູນ​ກາງ, ຫ້ອງວ່າ​ການ​ລັດ​ຖະ​ບານ ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ທະ​ນາ​ຄານ​ໂລກ, ອົງ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ປະ​ເທດ​ສະ​ວິດ​ເຊີ​ແລນ,ອົງ​ການຊ່ວຍເຫລືອອົດ​ສ໌​ຕາ​ລີ ແລະ ກອງທຶນ​ພັດ​ທະ​ນາ​ສັງ​ຄົມ​ຂອງ​ຍີ່​ປຸ່ນ ເພື່ອ​ສະ​ໜອງພື້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ນ້ອຍ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ປະ​ຊາ​ຊົນ​ຢູ່​ກຸ່ມ​ບ້ານ​ທີ່​ທຸກ​ຍາກລວມທັງກິດຈະກໍາປັບປຸງຊີວິດການເປັນຢູ່ ເພື່ອເຊື່ອມສານດ້ານໂພຊະນາການ (ຄປພ). ທ​ລຍ ໄດ້​ຮັບ​ການ​ສືບ​ຕໍ່​ໂຄງ​ການ​ໄລ​ຍະ​ທີ​ສອງ(2012-2016)ຊຶ່ງປະຈຸບັນມີ​ຄວມ​ຕ້ອງ​ການ ພະ​ນັກ​ງານ ຜູ້ປະສານງານໂຄງການ ຂັ້ນແຂວງ 01ຕຳ​ແໜ່ງ ປະຈຳ ຢູ່ຫ້ອງການ ທລຍ ແຂວງ ຜົ້ງສາລີ ລາຍ​ລະ​ອຽດ​ດັ່ງ​ລຸ່ມນີ້:

 ໜ້າທີ່ ແລະ ຄວາມຮັບຜິດຊອບຫລັກ:

  • ວາງແຜນ, ຕິດຕາມ, ກວດກາ ແລະ ປະສານສົມທົບກັບທີມງານ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆຂອງໂຄງການຢູ່ຂັ້ນແຂວງ/ເມືອງ ເພື່ອຮັບປະກັນໃຫ້ທຸກກິດຈະກຳສຳເລັດຕາມກຳນົດເວລາ ແລະ ມີຄຸນນະພາບສູງ
  • ກະກຽມແຜນງົບປະມານ ແລະ ກວດກາຕິດຕາມການຄຸ້ມຄອງບໍລິຫານດ້ານການເງິນ ແລະ ຊັບສົມບັດຂອງໂຄງການ ຢູ່ຂັ້ນແຂວງ ແລະ ເມືອງ
  • ຊ່ວຍເຫລືອໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ແລະ ແກ້ໄຂບັນຫາ ພ້ອມທັງໃຫ້ຄຳແນະນຳແກ່ ທິມງານເພື່ອເຮັດໃຫ້ຂະບວນການປະຕິບັດໂຄງການມີຄວາມສະດວກ, ມີຄຸນນະພາບ ແລະ ດຳເນີນໄປຕາມແຜນທີ່ກຳນົດໄວ້
  • ປະສານສົມທົບ ແລະ ຮ່ວມມືຢ່າງໃກ້ຊິດກັບການນຳຂັ້ນແຂວງ ແລະ ທຸກໆພະແນກການທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳຂອງກອງທຶນຫລຸດຜ່ອນຄວາມທຸກຍາກ
  • ປະເມີນເບິ່ງທ່າແຮງ ແລະ ຄວາມສາມາດຂອງທີມງານຂັ້ນແຂວງ, ຂັ້ນເມືອງ, ຂັ້ນກຸ່ມບ້ານ ແລະ ຂັ້ນບ້ານທີ່ຢູ່ພາຍໃຕ້ຄວາມຮັບຜິດຊອງຂອງກອງທຶນ ພ້ອນທັງອອກແບບວິທີການປັບປຸງ ຫລື ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງດັ່ງກ່າວຕາມຄວາມເໝາະສົມ.
  • ຮັບຜິດຊອບໃນການລາຍງານຜົນຄວາມຄືບໜ້າ ກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳຂອງກອງທຶນຢູ່ໃນແຂວງ ປະຈຳງວດ ຫລື​ ປະຈໍາປີ ໃຫ້ທັນກັບກໍານົດເວລາທີ່ວາງໄວ້ ຢ່າງຄົບຖ້ວນ ແລະ ໃຫ້ໄດ້ຮັບຜົນດີ.
  • ປະກອບສ່ວນໃນການສ້າງລະບົບຕິດຕາມການພັດທະນາຊົນນະບົດທີ່ຍືນຍົງ ແລະ ຮັບປະກັນໃນການກະຈາຍຂໍ້ມູນຂ່າວສານ ແລະ ປະສານງານດ້ານການພັດທະນາຊົນນະບົດໃຫ້ພາກສ່ວນຕ່າງໆທີ່ເປັນຄູ່ ຮ່ວມໃນການພັດທະນາດ້ວຍກັນ.
  • ປະຕິບັດໜ້າທີ່ອື່ນໆ ຕາມຄວາມຮຽກຮ້ອງຕ້ອງການຂອງໂຄງການ.

ຄຸນວຸດທິ ແລະ ປະສົບການ:

  • ຮຽນຈົບດ້ານບໍລິຫານລັດ ຫລື ບໍລິຫານທຸລະກິດ, ສັງຄົມວິທະຍາ, ວິສະວະກຳ, ການພັດທະນາ ຫລື ຂະແໜງການທີ່ກ່ຽວຂ້ອງອື່ນໆ
  • ມີປະສົບການຢ່າງໜ້ອຍ 5-7 ປີ ກ່ຽວກັບການຄຸ້ມຄອງບໍລິຫານວຽກພັດທະນາຊົນນະບົດ ຊຶ່ງລວມມີການວາງແຜນ, ການຄຸ້ມຄອງບໍລິຫານງົບປະມານ, ການຈັດຕັ້ງປະຕິບັດ, ການລາຍງານ ແລະ ຕິດຕາມປະເມີນຜົນໂຄງການ.
  • ມີຄວາມສາມາດ ແລະ ປະສົບການໃນການຄຸ້ມຄອງບໍລິຫານພະນັກງານ
  • ສາມາດຄຸ້ມຄອງບໍລິຫານຫ້ອງການ ຊຶ່ງລວມມີ ການກວດກາວຽກງານບໍລິຫານ ແລະ ການເງິນ, ການຈັດຕັ້ງ ແລະ ອຸປະກອນຫ້ອງການ ແລະ ການນຳໃຊ້ຊັບສົມບັດຄົງທີ່ຂອງໂຄງການ.
  • ມີປະສົບການກ່ຽວກັບການເຮັດວຽກພັດທະນາຊົນນະບົດ, ການວາງແຜນແຕ່ລຸ່ມຂຶ້ນເທິງ, ການພັດທະນາແບບມີສ່ວນຮ່ວມ.
  • ມີປະສົບການໃນການປະສານງານກັບອຳນາດການປົກຄອງ ຂັ້ນແຂວງ ແລະ ເມືອງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການສື່ມວນຊົນຕ່າງໆ
  • ມີຄວາມຮູ້ດ້ານພາສາອັງກິດໃນລະດັບປານກາງ
  • ຮູ້ນຳໃຊ້ຄອມພິວເຕີ ເພື່ອຂຽນບົດລາຍງານ ໂດຍນຳໃຊ້ MS word, MS Excel ແລະ ອື່ນໆ

 ເງື່ອນໄຂອື່ນໆ ທີ່ຕ້ອງການ:

·         ມີທັດສະນະ ແລະ ຄຸນສົມບັດໃນການເປັນຜູ້ນໍາພາທີ່ດີ (ມີຫລັກໝັ້ນດ້ານສິລະທຳ, ເປັນກາງ ແລະ ໂປ່ງໃສ, ມີການວິເຄາະ, ພິຈາລະນາ ແລະ ແກ້ໄຂບັນຫາໄດ້ດີ, ກ້າຕັດສິນໃຈ,...)

·         ສາມາດເຮັດວຽກແບບອິດສະຫລະ, ສາມາດເຮັດວຽກພາຍໃຕ້ຄວາມກົດດັນ ຕາມຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ຂອງໂຄງການ ແລະ ພາຍໃຕ້ການຄວບຄຸມ ແລະ ຊີ້ນຳຈາກຂັ້ນເທິງໜ້ອຍທີ່ສຸດ.

·         ສາມາດເດີນທາງໄປເຮັດວຽກໃນເຂດຫ່າງໄກສອກຫລີກ

·         ສາມາດສື່ສານພາສາຊົນເຜົ່າໃດໜຶ່ງທີ່ນໍາໃຊ້ກັນຢູ່ໃນທ້ອງຖິ່ນ ແຂວງ ຜົ້ງສາລີ ຈະໄດ້ຮັບການພິຈາລະນາເປັນພິເສດ.

·         ຜູ້ສະໝັກທີ່ເປັນເພດຍິງ ຫລື ຊົນເຜົ່າຈະໄດ້ຮັບການພິຈາລະນາເປັນພິເສດ

 ເອກະສານຍື່ນສະໝັກປະກອບມີ:

ໃບ​ຄຳ​ຮ້ອງ​ສະ​ໝັກ​ງານຂຽນດ້ວຍຕົນເອງ ເຊິ່ງ​ລະ​ບຸ​ຊື່ຕຳ​ແໜ່ງ,ບ່ອນ​ປະ​ຈຳ​ການ ແລະ ຄວາມຮູ້ຄວາມສາມາດ ປະສົບການທີ່ສອດຄ່ອງຄວາມຕ້ອງການ, ​ຊີ​ວະ​ປະ​ຫວັດຂອງຜູ້ສະໝັກ ທີ່ລະບຸກ່ຽວກັບປະ​ສົບ​ການ​ຜ່ານ​ມາຢ່າງລະອຽດ ພ້ອມ​ດ້ວຍ​ລາຍ​ລະ​ອຽດ​ຂອງຜູ້ຢັ້ງ​ຢືນ 03 ທ່ານ (ຊື່, ຕໍາແໜ່ງ, ໂທລະສັບ), ສໍາ​ເນົາ​ໃບ​ຜ່ານ​ງານ, ໃບ​ແຈ້ງ​ໂທດ, ​ບັດ​ປະ​ຈຳ​ຕົວ ຫລື ປຶ້ມ​ສຳ​ມະ​ໂນ​ຄົວ, ພ້ອມ​ດ້ວຍຮູບ​ຖ່າຍ​ບໍ່​ກາຍ 3 ເດືອນ ຂະ​ໜາດ 3X4 01 ໃບ ໄປ​ທີ່: ຫ້ອງການ ທລຍ ຜົ້ງສາລີ ຊຶ່ງຕັ້ງຢູ່ ຕຶກໂຮງໝໍເກົ່າ ( ສູນບຳບັດຄົນຕິດຢາເສບບຕິດ),​ ບ້ານ ນາຕຸ່ນ ເມືອງ ຂວາ ແຂວງ ຜົ້ງສາລີ ເບີຕິດຕໍ່: ນາງ ພອນສັກ ພັນທະສິດ 088 210824. ຫລື ສົ່ງມາຫ້ອງການ ທລຍ ສູນກາງ ທີ່ນະຄອນຫລວງວຽງຈັນ ຕັ້ງຢູ່ຫ້ອງວ່າການລັດຖະບານ, ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ, ໂທລະສັບ 021 261 479-80, ແຟັກ 021 261481. Email: piengngeune@prflaos.org or Khemphone@prflaos.org.

ກະລຸນາຮັບຊາບວ່າ ກອງທຶນຈະທຳການຕິດຕໍ່ຫາຜູ້ທີ່ເໝາະສົມ ແລະຖືກຕ້ອງຕາມເງິື່ອນໄຂທີ່ຄົບຖ້ວນເທົ່ານັ້ນ ເພື່ອດຳເນີນຂະບວນການປະເມີນ. (ເອກະສານສະໝັກທຸກຢ່າງຈະບໍ່ອະນຸຍາດໃຫ້ຖອນຄືນ)